ງານມະໂຫລານວັດທະນະທຳ, ວັນບຸນໃຫຍ່ຂອງເດັກນ້ອຍບັນດາຊົນເຜົ່າຢູ່ພາກໃຕ້

(VOVWORLD) - ງານມະໂຫລານວັດທະນະທຳ ເດັກນ້ອຍບັນດາຊົນເຜົ່າຢູ່ພາກໃຕ້ຄັ້ງທີ 6 - ປີ 2017 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26 -28 ມິຖຸນາ 2017 ຢູ່ແຂວງ ກຽນຢາງ. ໂດຍໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ, ງານມະໂຫລານໄດ້ປະກອບສ່ວນປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ວັດທະນະທຳຊົນເຜົ່າ, ສຶກສານ້ຳໃຈສາມັກຄີ ບັນດາຊົນເຜົ່າໃນພາກພື້ນ, ພິເສດແມ່ນລຸ້ນໜຸ່ມ. ບົດຂຽນຂອງນັກຂ່າວ VOV.
ງານມະໂຫລານວັດທະນະທຳ, ວັນບຸນໃຫຍ່ຂອງເດັກນ້ອຍບັນດາຊົນເຜົ່າຢູ່ພາກໃຕ້ - ảnh 1 ການສະແດງສິລະປະທີ່ງານບຸນ

ງານມະໂຫລານວັດທະນະທຳເດັກນ້ອຍບັນດາຊົນເຜົ່າຢູ່ພາກໃຕ້ ຄັ້ງທີ 6 - ປີ 2017 ໂດຍແຂວງ ກຽນຢາງ ເປັນເຈົ້າພາບຈັດຕັ້ງດ້ວຍຫົວຂໍ້ວ່າ “ເດັກນ້ອຍ ຫວຽດນາມ - ອະນາຄົດຂອງປະເທດຊາດ”. ງານມະໂຫລານໂດຍການເຂົ້າຮ່ວມຂອງ 34 ຄະນະທີ່ຂຶ້ນກັບ 23 ແຂວງ, ນະຄອນຢູ່ພາກໃຕ້, ດ້ວຍພະນັກງານຮັບຜິດຊອບຫໍວັດທະນະທຳເດັກຈຳນວນເກືອບ 1.500 ຄົນ, ສູນການເຄື່ອນໄຫວຂອງຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນບັນດາເຜົ່າ. ງານມະໂຫລານແມ່ນໂອກາດທີ່ບັນດາອ້າຍ, ເອື້ອຍທີ່ຮັບຜິດຊອບຫໍວັດທະນະທຳເດັກ, ສູນການເຄື່ອນໄຫວຂອງຊາວໜຸ່ມ, ເຍົາວະຊົນ, ອະນຸຊົນບັນດາເຜົ່າໃນເຂດໄດ້ພົບປະ, ພົວພັນແລກປ່ຽນ, ມ່ວນຊື່ນບັນເທິງ, ດຳເນີນຊີວິດວັດທະນະທຳເຮັດໃຫ້ຊີວິດທາງດ້ານຈິດໃຈອຸດົມສົມບູນຂຶ້ນຕື່ມ. ບັນດາລາຍການທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ, ເຂດພາກ, ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ຍ້ອງຍໍສັນລະເສີນບັນດາຜົນງານດ້ານການສຶກສາ, ເບິ່ງແຍງດູແລເດັກຂອງບັນດາຊົນເຜົ່າຢູ່ທ້ອງຖິ່ນ ແລະ ຫົວຂໍ້ຕ່າງໆທີ່ມີລັກສະນະຊົນຊາດ, ນ້ຳໃຈສາມັກຄີໃນຊາຍຄາມະຫາສາມັກຄີບັນດາຊົນເຜົ່າ ຫວຽດນາມ… ນອກຈາກນັ້ນ, ງານມະໂຫລານກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຜົນປະໂຫຍດ. ອ້າຍ ເລຈູງໂຮ່, ເລຂາຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແຂວງ ກຽນຢາງ, ຫົວໜ້າຄະນະຈັດຕັ້ງງານມະໂຫລານ, ໃຫ້ຮູ້ວ່າ:

        “ນອກຈາກງານມະໂຫລານວັດທະນະທຳ, ສິລະປະ, ພວກຂ້າພະເຈົ້າຍັງສຸມໃສ່ເຂົ້າໃນການໜູນຊ່ວຍໃຫ້ນັກຮຽນທຸກຍາກບືນຕົວຂຶ້ນທີ່ຮຽນເກັ່ງ. ໃນງານມະໂຫລານຄັ້ງນີ້, ພວກຂ້າພະເຈົ້າໄດ້ມອບເຮືອນທີ່ມີມູນຄ່າ 50 ລ້ານດົ່ງໃຫ້ນັກຮຽນທຸກຍາກໄດ້ບືນຕົວຂຶ້ນທີ່ຮຽນເກັ່ງຜູ້ໜຶ່ງ, ນອກຈາກນັ້ນ, ພວກຂ້າພະເຈົ້າໄດ້ມອບທຶນສຶກສາໃຫ້ນັກຮຽນທຸກຍາກຮຽນເກັ່ງ 50 ນ້ອງອີກດ້ວຍ.”

        ເດັກນ້ອຍທີ່ເຂົ້າຮ່ວມງານມະໂຫລານ ໄດ້ເຂົ້າຮ່ວມລາຍການ “ພື້ນທີ່ສີສັນເດັກນ້ອຍ”, ທີ່ໄດ້ວາງສະແດງ ແນະນຳປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ, ທັດສະນີຍະພາບທຳມະຊາດ, ເຂດທ່ອງທ່ຽວທ້ອງຖິ່ນ, ການເຄື່ອນໄຫວຂອງເດັກນ້ອຍບັນດາຊົນເຜົ່າຢູ່ພາກໃຕ້. ພວກນ້ອງກໍ່ໄດ້ເຂົ້າຮ່ວມແຂ່ງຂັນການແຕ້ມພາບດ້ວຍຫົວຂໍ້ “ຄວາມໄຝ່ຝັນຂອງນ້ອງ” ກ່ຽວກັບປະເທດ, ປະຊາຊົນ ຫວຽດນາມ, ສິ່ງແວດລ້ອມ, ຄອບຄົວ ແລະ ບັນດາຜົນງານດ້ານວິທະຍາສາດ - ເຕັກນິກທີ່ບັນລຸໄດ້ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ ແລະ ໃນອະນາຄົດ. ນ້ອງ ຫງວຽນແທງຕ່ວຽນ, ຄະນະດົ່ງທາບ, ແບ່ງປັນວ່າ:

        “ຄະນະດົ່ງທາບພວກນ້ອງ ໄດ້ຝາກບັນດາບົດເພງພື້ນເມືອງຂອງແຂວງ ດົ່ງທາບ ເຖິງງານມະໂຫລານປີນີ້. ທີ່ງານມະໂຫລານປີນີ້, ນ້ອງມີຄວາມປະທັບໃຈກັບການເຄື່ອນໄຫວເຕັ້ນສາບ, ຫຼິ້ນແບບຫຼິ້ນພື້ນເມືອງຕ່າງໆ, ການແຕ້ມພາບ, ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ເຕັ້ນລຳທຳເພງລວມໝູ່”

        ນ້ອງ ຫວໍເວີນແອງ, ເຈີ່ນຮີ່ງແທງຈຸກ, ສະມາຊິກຂອງຄະນະສິລະປະໜໍ່ອ່ອນເມືອງນີງກ່ຽວ, ນະຄອນ ເກີນເທີ, ໃຫ້ຮູ້ວ່າ:

        “ໃນຄັ້ງນີ້, ພວກນ້ອງໄດ້ນຳມາລາຍການ "ມ່ວນຊື່ນກັບວັນໄຫວ້ພະຈັນ” ຫຼືຍັງມີຊື່ວ່າ: Ocomboc ມາເພື່ອປະກອບເຂົ້າຮ່ວມລາຍການ, ໃນນັ້ນ, ພວກນ້ອງໄດ້ຈັດຕັ້ງຫຼາຍງານບຸນຄື ງານບຸນປ່ອຍໂຄມໄຟລົມ, ໂຄມໄຟນ້ຳ, ຂໍປາດຖະໜາຄວາມໄຝ່ຝັນ ແລະ ສະແດງຄວາມຮູ້ບຸນຄຸນຂອງຕົນສຳລັບເທວະດາ/ ລາຍການຟ້ອນຕົ້ນຕໍແມ່ນງານບຸນຊ່ວງເຮືອງໍ, ໃນລາຍການນີ້ມີຫຼາຍກຸ່ມຕ້ອງມີການສົມທົບນຳກັນ ແລະ ບັນດາອຸປະກອນອີກດ້ວຍ.”

        ໃນໄລຍະຈັດຕັ້ງງານມະໂຫລານ, ບັນດາຄະນະຜູ້ແທນຂອງເດັກນ້ອຍຍັງ ໄດ້ລົງໄປເມືອງເຕີນຮຽບ, ກໍກວານ, ອານບຽນ… ແລະ ເທດສະບານ ຮ່າຕຽນ ສະແດງສິລະປະຮັບໃຊ້ພໍ່ແມ່ປະຊາຊົນ ແລະ ພົບປະແລກປ່ຽນກັບເດັກນ້ອຍທ້ອງຖິ່ນ. ພວກນ້ອງກໍ່ໄດ້ໄປຢ້ຽມຊົມທັດສະນີຍະພາບທຳມະຊາດຢູ່ເທດສະບານ ຮ່າຕຽນ, ເຂົ້າໄວ້ອາໄລວິຫານວິລະຊົນ ຫງວຽນຈູງຈືກ ແລະ ເຂດປູຊະນີຍະສະຖານປະຫວັດສາດ ວັດ ຕາມບ໋າວ ຢູ່ນະຄອນ ແຣກຢ໋າ…

        ງານມະໂຫລານວັດທະນະທຳເດັກນ້ອຍບັນດາຊົນເຜົ່າຢູ່ພາກໃຕ້ ຄັ້ງທີ 6 - ປີ 2017 ແມ່ນວັນບຸນໃຫຍ່ຂອງເດັກນ້ອຍບັນດາຊົນເຜົ່າ, ຜ່ານນັ້ນ ໄດ້ຍ້ອງຍໍສັນລະເສີນພອນສະຫວັນສິລະປະ, ການຮ່ຳຮຽນ ຂອງເດັກນ້ອຍບັນດາຊົນເຜົ່າ, ສຶກສາຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ, ປະຊາຊົນ, ສົ່ງເສີມບັນດານ້ອງຮ່ຳຮຽນ, ຝຶກອົບຮົມ ແລະ ພັດທະນາຮອບດ້ານ. ງານມະໂຫລານຍັງແມ່ນໂອກາດແນະນຳ, ໂຄສະນາບັນດາທັດສະນີຍະພາບ, ປູຊະນີຍະສະຖານປະຫວັດສາດ, ບ້ານເກີດເມືອງນອນ ແລະ ປະຊາຊົນ ກຽນຢາງ ເຖິງບັນດາທ້ອງຖິ່ນຢູ່ພາກໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ