ງານວາງສະແດງ “ປຶ້ມບັນທຶກສັນຕິພາບ” ຢູ່ປູຊະນີຍະສະຖານຄຸກຮ໋ວາລໍ່

(VOVWORLD) -ບັນດາເລື່ອງລາວກ່ຽວກັບຄວາມສາມັກຄີຂອງປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ ໄດ້້ຮັດແຄບກ່ຽວກັບພູມສາດ, ຜ່ານຜ່າຄວາມແຕກຕ່າງທາງດ້ານພາສາ, ສາສະໜາເພື່ອອອກສຽງຄັດຄ້ານສົງຄາມເຊິ່ງອາເມລິກາ ໄດ້ດຳເນີນຢູ່ຫວຽດນາມ.

ງານວາງສະແດງ “ປຶ້ມບັນທຶກສັນຕິພາບ” ຢູ່ປູຊະນີຍະສະຖານຄຸກຮ໋ວາລໍ່ - ảnh 1

 ງານວາງສະແດງ “ປຶ້ມບັນທຶກສັນຕິພາບ”

(ພາບ: congthuong.vn)

ໃນທ່າມກາງບັນຍາກາດທີ່ບໍ່ມີສຽງເນືອງນັນແຕ່ເຕັມໄປດ້ວຍຄວາມສະເທື່ອນໃຈ, ງານວາງສະແດງ “ປຶ້ມບັນທຶກສັນຕິພາບ” ທີ່ດຳເນີນຢູ່ປູຊະນີຍະສະຖານຄຸກຮ໋ວາລໍ່ ຜ່ານມາ, ແມ່ນເລື່ອງລາວກ່ຽວກັບສະໄໝຕໍ່ສູ້ທີ່ອົງອາດກ້າຫານຂອງຊາດຫວຽດນາມ ນັບແຕ່ປີ (1954 - 1975), ແມ່ນການສະແດງຄວາມຂອບໃຈເຖິງເພື່ອນມິດສາກົນ, ບັນດາຜູ້ບໍ່ຈຳແນກເຊື້ອຊາດຜິວພັນ, ຊົນຊາດຊົນເຜົ່າໄດ້ເຕົ້າໂຮມກັນຕໍ່ສູ້ເພື່ອສັນຕິພາບໃຫ້ແກ່ປະເທດຫວຽດນາມ.

        ດ້ວຍ 3 ເນື້ອໃນຕົ້ນຕໍ: ຂັ້ນໄດຂອງສົງຄາມ, ຄວາມຄາດຫວັງຢາກມີສັນຕິພາບ ແລະ ຢາກມີສານໃຫ້ແກ່ອະນາຄົດ, ງານວາງສະແດງຢາກສົ່ງສານທີ່ວ່າ: ບໍ່ມີຄຳວ່າຊັກຊ້າໃຫ້ແກ່ສັນຕິພາບ; ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ; ຫວຽດນາມ - ຈຸດນັດພົບຂອງການຮ່ວມມື, ມິດຕະພາບ ແລະ ສັນຕິພາບ. ນັ້ນແມ່ນບັນດາເລື່ອງລາວກ່ຽວກັບຄວາມສາມັກຄີຂອງປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ ໄດ້້ຂ້າມຟ້າຂ້າມທະເລ ແລະ ກ່ຽວກັບດ້ານພູມສາດ, ຜ່ານຜ່າຄວາມແຕກຕ່າງທາງດ້ານພາສາ, ສາສະໜາເພື່ອອອກສຽງຄັດຄ້ານສົງຄາມເຊິ່ງອາເມລິກາ ໄດ້ດຳເນີນຢູ່ຫວຽດນາມ. ມີບັນດາເລື່ອງລາວໄດ້ເກັບກຳມາຈາກບັນດາຕົວພະຍານປະຫວັດສາດທີ່ເຄີຍຮັບຜິດຊອບກ່ຽວກັບການເຄື່ອນໄຫວສາກົນ ຫຼື ບັນດາເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳຢູ່ບັນດາປະເທດຕ່າງໆ. ເຂົ້າຮ່ວມງານວາງສະແດງ, ທ່ານ Thomas Eugene Wilber, ລູກຊາຍຂອງພັນເອກທະຫານເຮືອ Walter Eugene Wilber (ອະດີດນັກບິນອາເມລິກາ ທີ່ເຄີຍຖືກຈັບຂັງຢູ່ຄຸກ ຮ໋ວາລໍ່), ແບ່ງປັນວ່າ.

        “ຄວາມຮູ້ສຶກຂອງຂ້າພະເຈົ້າເມື່ອເຂົ້າຮ່ວມງານວາງສະແດງແມ່ນເຫັນໄດ້ຢ່າງຈະແຈ້ງຕໍ່ສັນຕິພາບຂອງຫວຽດນາມ. ບັນດາພາບຖ່າຍທີ່ນຳມາສະແດງ ແລະ ສະພາບຕົວຈິງໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ມີການປ່ຽນແປງຫຼາຍຢ່າງ, ນັບທັງປະເທດຫວຽດນາມ ແລະ ຮ່າໂນ້ຍ”.

        ໃນພາກທີ 1 ຂອງງານວາງສະແດງແມ່ນກ່ຽວກັບເນື້ອໃນ “ຂັ້ນໄດຂອງສົງຄາມ”, ຫຼາຍຄົນອົດກັ້ນນ້ຳຕາບໍ່ໄດ້ຕໍ່ບັນດາເລື່ອງລາວຄາດຕະກຳປະຊາຊົນຢູ່ເຊີນມີ້, ກວ໋າງງ້າຍ. ນີ້ແມ່ນໜຶ່ງໃນບັນດາເຫດຄາດຕະກຳທີ່ມືດມົວໝົ່ນໝອງໃນປະຫວັດສາດກອງທັບອາເມລິກາ ໃນສົງຄາມຢູ່ຫວຽດນາມ. ນັກຄົ້ນຄວ້າ, ຟ້າມມາຍຮຸ່ງ, ສັງກັດສະມາຄົມວິທະຍາສາດ ປະຫວັດສາດຫວຽດນາມ ຖືວ່າ.

        “ງານວາງສະແດງດັ່ງກ່າວໄດ້ສ້າງຄວາມສະເທືອນໃຈທີ່ມີຄວາມສັກສິດທີ່ສຸດ, ຄວາມສາມັກຄີສາກົນ, ການສະໜັບສະໜູນຢ່າງສຸດອົກສຸດໃຈຂອງປະຊາຊົນ, ຂອງບັນດາກຳລັງຮັກຫອມສັນຕິພາບ ແລະ ຄວາມກ້າວໜ້າໃນທົ່ວໂລກ ສຳລັບສົງຄາມຕໍ່ສູ້ຕ້ານອາເມລິກາ ຂອງປະຊາຊົນຫວຽດນາມ. ອີກຄັ້ງໜຶ່ງ, ງານວາງສະແດງໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ກຳລັງແຮງຂອງຄວາມຮັກຫອມສັນຕິພາບ, ຄວາມຮັກສາກົນທີ່ໄດ້ຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງບັນດາຊົນຊາດ”.

        ເພື່ອຈັດງານວາງສະແດງໄດ້ຄືແນວນີ້, ຄະນະຄຸ້ມຄອງປູຊະນີຍະສະຖານຄຸກ ຮ໋ວາລໍ່ ໄດ້ຮຽກຮ້ອງໃຫ້ມີການມອບບັນດາວັດຖຸພັນປະຫວັດສາດທີ່ກ່ຽວຂ້ອງເຖິງເນື້ອໃນງານວາງສະແດງ. ເປັນຄັ້ງທຳອິດ, ບັນດາວັດຖຸພັນທີ່ໄດ້ຕິດພັນກັບບັນດາຕົວພະຍານປະຫວັດສາດ, ບັນດາສ່ວນບຸກຄົນ, ອົງການຈັດຕັ້ງຄັດຄ້ານສົງຄາມ ເພື່ອຊ່ວຍເຫຼືອຫວຽດນາມ ໃນສົງຄາມຕ້ານອາເມລິກາ ໄດ້ແນະນຳເຖິງມະຫາຊົນເປັນຈຳນວນຫຼາຍຄື: ກາໝາຍ, ເຊິ່ງແມ່ຍິງ ອາເມລິກາ ໄດ້ຕິດໃສ່ໝວກ, ໃສ່ເສື້ອໃນບັນດາງານຊຸມນຸມມິດຕິງ, ການແຫ່ຂະບວນປະທ້ວງຄັດຄ້ານສົງຄາມຂອງອາເມລິກາ ທີ່ດຳເນີນຢູ່ຫວຽດນາມ ແຕ່ປີ (1964 – 1973); ຊຸດສະສົມໜັງສືພິມຄັດຄ້ານສົງຄາມ ໂດຍນາຍທະຫານອາເມລິກາ ຈັດພິມ ແລະ ຈຳໜ່າຍຢູ່ບັນດາຄ້າຍທະຫານ, ກ່ຳປັ່ນສູ້ຮົບອາເມລິກາ (ນັບແຕ່ປີ 1968 – 1972) ໂດຍບັນດາອົງການສັນຕິພາບມອບໃຫ້ພະນັກງານຄຸມຄອງຄ້າຍຄຸມຂັງ ຮ໋ວາລໍ່…

        ພາກສ່ວນທີ 2 ຂອງງານວາງສະແດງແມ່ນ “ຄວາມຄາດຫວັງຢາກມີສັນຕິພາບ” ກໍ່ແມ່ນຫົວເລື່ອງໄດ້ສ້າງຄວາມສະເທືອນໃຈຢ່າງແຮງເຖິງຜູ້ຊົມ. ຍາມໃດປະຊາຊົນແຕ່ລະຄົນກໍ່ມີຄວາມຄາດຫວັງຢາກມີສັນຕິພາບທີ່ສຸດ.

        ສຳລັບຫວຽດນາມແລ້ວ, ຈິດໃຈຮັກຫອມສັນຕິພາບນັ້ນໄດ້ກາຍເປັນແປວໄຟ, ແຜ່ລາມອອກໄປຮອດເພື່ອນມິດຢູ່ທົ່ວ 5 ທະວີບ, ໄດ້ສ້າງເປັນກະແສຟອງຄັດຄ້ານສົງຄາມໃນໂລກຢ່າງແຮງ, ພິເສດແມ່ນຢູ່ໃນປະເທດອາເມລິກາ ເອງ.

        “ສານໃຫ້ແກ່ອະນາຄົດ” ແມ່ນເນື້ອໃນຂອງພາກສ່ວນທີ 3 ຂອງງານວາງສະແດງ, ນີ້ກໍ່ແມ່ນສານກ່ຽວກັບສັນຕິພາບເຊິ່ງຮ່າໂນ້ຍ ແລະ ທົ່ວປະເທດພວມສົ່ງເຖິງເພື່ອນມິດໃນໂລກ. ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ຕີລາຄາວ່າ.

        “ຫວຽດນາມ ໄດ້ຜ່ານຜ່າສົງຄາມຢ່າງດຸເດືອດມາຫຼາຍຄັ້ງແລ້ວ. ກໍ່ຍ້ອນເຫດນັ້ນ, ຄວາມຄາດຫວັງຢາກໃຫ້ຊາດຫວຽດນາມ ມີສັນຕິພາບ ແມ່ນໃຫຍ່ຫຼວງທີ່ສຸດ. ພວກເຮົາປົກປັກຮັກສາສັນຕິພາບໃຫ້ແກ່ປະເທດຕົນ, ພ້ອມກັນນັ້ນກໍ່ແມ່ນການປົກປັກຮັກສາສັນຕິພາບໃນໂລກ. ປະຈຸບັນ, ຫວຽດນາມ ໄດ້ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກໃນປະຊາຄົມສາກົນ ສ້າງໂລກໃຫ້ມີສັນຕິພາບ, ສ້າງໂລກໃຫ້ມີການພັດທະນາ ເພື່ອໃຫ້ປະຊາຊົນທຸກຄົນ ພ້ອມກັນໄດ້ຊົມໃຊ້ຜົນປະໂຫຍດຈາກຜົນງານໃນການພັດທະນາເສດຖະກິດ, ເພື່ອນຳເອົາສັນຕິພາບມາສູ່ປະຊາຊົນແຕ່ລະຄົນ ແລະ ແຕ່ລະຄອບຄົວ. ຫວຽດນາມ ກໍ່ພວມເຂົ້າຮ່ວມບັນດາຄວາມມານະພະຍາຍາມ ເພື່ອນຳເອົາສັນຕິພາບມາໃຫ້ໂລກ, ເຂົ້າຮ່ວມການແກ້ໄຂບັນດາການປະທະກັນໃນໂລກ, ບັນດາມາດຕະການແກ້ໄຂການປະທະກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ”.

        ຄືດັ່ງການຕີລາຄາຂອງນັກການທູດ ຫວຽນເຟືອງງາ ທີ່ວ່າ, ຫວຽດນາມ, ໃນນັ້ນມີຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ ພວມມານະພະຍາຍາມເພື່ອພ້ອມກັບປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກຢ່າງແທ້ຈິງ ເຊື່ອມຕໍ່ສັນຕິພາບໃຫ້ແກ່ມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ