ງານ​ວາງສະ​ແດງ ”ຜ້າ​ຫົ່ມ​ແຫ່ງ​ຄວາມ​ອົບ​ອຸ່​ນ” ຊ່ວຍ​ເຫຼືອ​ເດັກນ້ອຍຢູ່​ເຂດ​ພູດ​ອຍ


(vovworld) - ວັນ​ທີ 9/5/2014 ຢູ່​ຮ້ານ​ກາ​ເຟ​ແລບ​ອນ (Le Bon) ​ເລກທີ 1 ຖະໜົນ ຟ້າ​ມງູ​ຫຼາວ (Pham Ngu Lao), ຮ່າ​ໂນ້ຍ​ ໄດ້​ດຳ​ເນີນ​ງານ​ວາງສະ​ແດງ​ຮູບ​ຖ່າຍ “ຜ້າ​ຫົ່ມ​ແຫ່ງ​ຄວາມ​ອົບ​ອຸ່ນ“ ດ້ວຍ​ຫົວ​ຂໍ້​ວ່າ ”ຮ່າ​ໂນ້ຍຍາມ​ດອກ​ໄມ້”. ງານ​ວາງສະ​ແດງ​ແນະນຳ​ຮູບ​ຖ່າຍ 36​ ແຜ່ນ ກ່ຽວ​ກັບພູມ​ພາບຮ່າ​ໂນ້ຍ​ໃນ 4 ລະດູ​. ​ເຖິງ​ວ່າ​ບໍ່​ທັນ​ເປີດ​ງານ​ວາງສະ​ແດງກໍ່ຕາມ ​ແຕ່​ໄດ້​ມີ​ຫຼາຍ​ຄົນ​ມາ​ແຫ່ງ​ນີ້​ເພື່ອ​ພົບ​ປະ​ແລກປ່ຽນ, ຊື້​ຮູບ​ຖ່າຍ​​ເພື່ອ​ສະໜັບ ສະໜູນ​ລາຍການ​ຜ້າ​ຫົ່ມ​ແຫ່ງ​ຄວາມ​ອົບ​ອຸ່ນ ​ຊ່ວຍ​ເຫຼືອ​​ໃຫ້ເດັກນ້ອຍຢູ່​ເຂດ​ພູດ​ອຍ.

ງານ​ວາງສະ​ແດງ ”ຜ້າ​ຫົ່ມ​ແຫ່ງ​ຄວາມ​ອົບ​ອຸ່​ນ” ຊ່ວຍ​ເຫຼືອ​ເດັກນ້ອຍຢູ່​ເຂດ​ພູດ​ອຍ - ảnh 1

ຂອບໃຈຜ້າຫົ່ມແຫ່ງຄວາມອົບອຸ່ນ
(ພາບອິນເຕີແນດ)

ຈຸດປະສົງ​ຂອງ​ງານ​ວາງສະ​ແດງ​ແມ່ນ​ເພື່ອ​ຮຽກຮ້ອງ​ບັນດາ​ຜູ້​​ໃຈ​ບຸນ, ​ໃຈ​ກຸສົນ​ປະກອບ​ຜ້າ​ແພ, ຝາຍ​ເພື່ອ​ຜະລິດ​ຜ້າ​ຫົ່ມ, ຫຼື​ສະໜັບສະໜູນ​ດ້ວຍ​ເງິນສົດ​ເພື່ອ​ຊື້​ຜ້າ​ຫົ່ມ, ມອບ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພິ​ເສດ​ແມ່ນ​ເດັກນ້ອຍ​ຢູ່​ເຂດ​ພູດ​ອຍ​ໄຕ​ບັກ (ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ). ສະ​ນັ້ນ, ຫວັງ​ວ່າ​ຜ່ານ​ລາຍການ ”ຜ້າ​ຫົ່ມ​ແຫ່ງ​ຄວາມ​ອົບ​ອຸ່ນ”  ພ້ອມ​ກັບ​ນຳ້​ໃຈ​ກຸສົນ, ​ທັງ​ສັງ​ຄົມຈະ​ແບ່ງປັນ ​ແລະ ຊ່ວຍ​ເຫຼືອ​​ເດັກນ້ອຍ​ຢູ່​ເຂດ​ພູດ​ອຍ​ໃຫ້ມີ​ຄວາມ​ອົບ​ອຸ່ນກວ່າ​ໃນ​ຍາມໜາວ​ຈັດ ​ເພື່ອປະຕິບັດ​ຄວາມ​ໄຝ່ຝັນອັນ​ສູງ​ສົ່ງ​ຂອງ​ຕົນ. ກ່ຽວ​ກັບ​ແນວ​ຄວາມ​ຄິດ​​ຈັດ​ຕັ້ງ​ງານ​ວາງສະ​ແດງ​ນີ້. ທ່ານ​ນາງ ຫງວຽນ​ທິອຽນ​ເຈົາ, ຜູ້ຕາງໜ້າ​ລາຍການ ”ຜ້າ​ຫົ່ມ​ແຫ່ງ​ຄວາມ​ອົບ​ອຸ່ນ”  (ຫົວໜ່ວຍ​ຈັດ​ຕັ້ງ​ງານ​ວາງສະ​ແດງ), ​ເວົ້າ​ວ່າ:

ຂ້າພະ​ເຈົ້າ​ຄິດ​ວ່າ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ໃຫ້​ພວກ​ນ້ອງ. ຂ້າພະ​ເຈົ້າ​ເອງ​ເຮັດ​ວຽກ​ໃນ​ຂະ​ແໜງ​ຕັດຫຍິບ, ດັ່ງ​ນັ້ນ​ຈຶ່ງ​ຢາກຜະລິດ​ຜ້າ​ຫົ່ມ​ໃຫ້​ຫຼາຍ, ກໍ່​ຄື​ໄດ້​ຮັບ​ຜ້າ​ຫົ່ມ​ໂດຍຜູ້​ໃຈ​ບຸນ​ໃຈ​ກຸສົນ​ຝາກ​ມາ​ຊ່ວຍ​ເຫຼືອ​. ນອກ​ນັ້ນ, ຂ້າພະ​ເຈົ້າ​ກໍ່​ແມ່ນ​ຜູ້​ນິຍົມ​ຖ່າຍຮູບ, ດັ່ງ​ນັ້ນ​ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ທີ່​ມີ​ຄວາມ​ນິຍົມ​ດຽວ​ກັນ​ເຂົ້າ​ຮ່ວມ​ເພື່ອ​ຊ່ວຍ​ເຫຼືອ​ເດັກນ້ອຍ

ງານ​ວາງສະ​ແດງ ”ຜ້າ​ຫົ່ມ​ແຫ່ງ​ຄວາມ​ອົບ​ອຸ່​ນ” ຊ່ວຍ​ເຫຼືອ​ເດັກນ້ອຍຢູ່​ເຂດ​ພູດ​ອຍ - ảnh 2

ບັນດາຮູບຖ່າຍໃນງານວາງສະແດງ
(ພາບອິນເຕີແນດ)

ນີ້​ແມ່ນ​ເທື່ອ​ທີ 2 ທີ່​ງານ​ວາງສະ​ແດງ “ຜ້າ​ຫົ່ມ​ແຫ່ງ​ຄວາມ​ອົບ​ອຸນ“ ຖືກ​ຈັດ​ຂຶ້ນ​ຢູ່​ຮ້ານ​ກາ​ເຟ​ແລບ​ອນ ​ແລ້ວ. ຮູບ​ຖ່າຍ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ​ຮ່າ​ໂນ້ຍ​ໃນ 4 ລະດູ​ 36 ​ແຜ່ນ​ຄື: ຮູບ​ຖ່າຍ “ຄວາມ​ໄຝ່ຝັນ“ ຂອງ​ນັກ​ຖ່າຍຮູບ ​ແຢງ​ຄວາ ​ໄດ້​ເຮັດ​ໃຫ້​ຜູ້​ຊົມຮູ້ສຶກທັງ​ລຶ້ງ​ເຄີຍ, ທັງ​ແປກໆ; ຮູບ​ຖ່າຍ “ໜອງ ​ໂຮ່​ເກືອ​ມ“ ຂອງ​ ​ເລິ​ມ​ແທງຮ່ຽນ ພັດ​ເຮັດ​ໃຫ້​ຜູ້​ຊົມ​ຮູ້ສຶກ​ມີ​ຈິດ​ໃຈສະຫວາດສະ​ເຫວີຍ. ຮູບ​ຖ່າຍ​ແຕ່ລະ​ແຜ່ນ​ລ້ວນ​ແຕ່​ຊ້ອນ​ແຝງ​ຄວາມ​ງາມ​ ​ແລະ ຄວາມ​ດູດ​ດື່ມ. ​ເອື້ອຍ​ເຈິ່ນທິຮ່ຽນ, ພາລະ​ກອນ​ຮັບ​ໃຊ້​ຢູ່​ງານ​ວາງສະ​ແດງ, ​ໃຫ້​ຮູ້​ວ່າ:

ງານ​ວາງສະ​ແດງ​ຖືກ​ຈັດ​ຂຶ້ນ​ຢູ່​ທີ່​ນີ້​ໃນ​ເວລາ 3 ວັນ, ​ແຕ່​ໄດ້​ຮັບ​ການ​ສະໜັບສະໜູນ​ຫຼາ​ຍພໍ​ສົມຄວນ. ຈຳນວນ​ເງິນບໍລິຈາກ​ສາມາດ​ຊື້​ຜ້າ​ຫົ່ມ​ໄດ້ 2.500 ຄັນ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້​ພວກ​ນ້ອງ. ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຈະ​​ໄປຊ່ວຍ​ເຫຼືອ​ພວກ​ນ້ອງຢູ່​ເຂດ​ພູດ​ອຍ​ແຂວງ​ລາວ​ກາຍ, ດ້ຽນບຽນ“.

ງານ​ວາງສະ​ແດງ ”ຜ້າ​ຫົ່ມ​ແຫ່ງ​ຄວາມ​ອົບ​ອຸ່​ນ” ຊ່ວຍ​ເຫຼືອ​ເດັກນ້ອຍຢູ່​ເຂດ​ພູດ​ອຍ - ảnh 3

ຜ້າຫົ່ມແຫ່ງຄວາມອົບອຸ່ນຊ່ວຍເຫຼືອເດັກນ້ອຍຢູ່ເຂດພູດອຍ
(ພາບອິນເຕີແນດ)

​ເມື່ອຮູບ​ຖ່າຍ​ແຕ່ລະ​ແຜ່ນ​ໄດ້​​ໄດ້, ໝາຍ​ຄວາມ​ວ່າ​ເດກນ້ອຍ​ຢູ່​ເຂດ​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ຈະ​ມີ​ຜູ້​ຫົ່ມກັນ​ໜາວ​ຕື່ມ​ອີກ 10 ອັນ… ບັນດາ​ຜູ້​ປະຕິບັດ​ລາຍການ​ພວມ​ສ້າງ​ຄາດໝາຍ​ມີ​ຜ້າ​ຫົ່ມ 5.000 ອັນ ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້​​ເດັກນ້ອຍ​ທີ່​ທຸກ​ຍາກ​ຢູ່​ເຂດ​ພູດ​ອຍ​ໄຕ​ບັກ. ​ແຕ່​ຄວາມ​ໝາຍ​ອັນ​ສູງ​ສົ່ງ​ກວ່າ​ຂອງ​ງານ​ວາງສະ​ແດງ​ຄັ້ງ​ນີ້​ນັ້ນ​ແມ່ນ ມັນ​ໄດ້ຮຽກຮ້ອງ​ບັນດາຜູ້​​ໃຈ​ບຸນ​ໃຈ​ກຸສົນ ຮ່ວມ​ຈິດ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​​ເດັກນ້ອຍ​ທຸກ​ຍາກຢູ່​ເຂດ​ພູ​ສູງ.

ຕອບກັບ

ຂ່າວ/ບົດ​ອື່ນ