ງານວາງສະແດງ: ອ້ຽມ - ອາພອນທີ່ສວຍງາມຂອງຫວຽດນາມ


(vovworld) – ”ງານ​ວາງສະ​ແດງ: ອ້ຽມ - ອາພອນທີ່​ສວຍ​ງາມ​ຂອງ​ຫວຽດນາມ”  ​ໂດຍ​ຄະນະ​ຄຸ້ມ​ຄອງ​ຄຸ້ມ​​ເມືອງເກົ່າ​ຮ່າ​ໂນ້ຍຈັດ​ຕັ້ງ, ທີ່​ພວມ​ດຳ​ເນີນ​ຢູ່​ວິຫານ​ດົ່ງ​ຫຼາກ, ​ເຮືອນ​ເລກ 38 ຖະໜົນ​ຮ່າງ​ດ່າວ, ຮ່າ​ໂນ້ຍ. ງານ​ວາງສະ​ແດງ​ແນະນຳອາພອນ​ຊະນິດໜຶ່ງທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ຫວຽດນາມ, ປະກອບສ່ວນອະນຸລັກ​ຮັກສາ​ເສື້ອອ້ຽມ ​ແລະ ອາຊີບ​ຕຳ່​​ແພ​ໄໝ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ອາຊີບ​ຫັດຖະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ຫວຽດນາມ​ໃນ​ເມື່ອ​ກ່ອນ.

ງານວາງສະແດງ: ອ້ຽມ - ອາພອນທີ່ສວຍງາມຂອງຫວຽດນາມ - ảnh 1

ພາບ: ອິນເຕີແນດ

-        ນີ້​ແມ່ນ​ຊຸດ​ອາພອນທີ່​ເປັນ​ມູນ​ເຊື້ອ​ຂອງແມ່ຍິງ​ຫວຽດນາມ​ໃນ​ເມື່ອ​ກ່ອນ.

-        ມັນ​​ເປັນແພ​ໄໝ​ແມ່ນບໍ ?

-        ​ເຮົາ​ເຫັນ​ວ່າ​ຢູ່​ທາງ​ໃນ​ແມ່ນ​ເສື້ອອ້ຽມ​ສີແດງ ​ແລະ ​ທາງ​ນອກ​ແມ່ນເສື້ອ 4 ປ່ຽງ.

-        ນີ້​ແມ່ນ​ຊຸດ​ອາພອນ​ປະຈຳ​ວັນ​ຂອງ​ເຂົາ​ເຈົ້າ​ແມ່ນ​ບໍ?

-        ​ເຈົ້າ, ຖືກ​ແລ້ວ, ນັ້ນ​ແມ່ນ​ຊຸດ​ອາພອນ​ປະຈຳ​ວັນ​ຂອງ​ເຂົາ​ເຈົ້າ...

ງານວາງສະແດງ: ອ້ຽມ - ອາພອນທີ່ສວຍງາມຂອງຫວຽດນາມ - ảnh 2

ພາບ: ອິນເຕີແນດ

ທີ່​ທ່ານ​ຟັງ​ໄປ​ແລ້ວ​​ນັ້ນ​ແມ່ນ​ການ​ໂອ້​ລົມ​ຂອງ​ເພື່ອນ​ໜຸ່ມສອງ​ຄົນ​ທີ່​

ງານ​ວາງສະ​ແດງ: ອ້ຽມ - ອາພອນທີ່​ສວຍ​ງາມ​ຂອງ​ຫວຽດນາມ​. ມາ​ແຫ່ງ​ນີ້, ຜູ້​ຊົມ​ບໍ່​ພຽງ​ແຕ່​​ເຫັນ​ເສື້ອ​ອ້ຽມ​ເທົ່າ​ນັ້ນ, ຫາກ​ຍັງ​ເຫັນ​ປະຈັກ​ຕາ​ເຄື່ອງມື ​ແລະ ວັດຖຸ​ດິບ​ເພື່ອ​ຕຳ່​​​ເປັນຜ້າ​ໄໝທີ່​ມີ​ຊື່​ສຽງ​ຂອງ​ຮ່າ​ໂນ້ຍ ​ໃນ​ເມື່ອ​ກ່ອນ... ອ້ຽມ​ແມ່ນ​ເສື້ອ​ຊ້ອນ​ທີ່​ຂາດ​ບໍ່​ໄດ້​ຂອງ​ແມ່​ຍິ່ງ​ຫວຽດນາມ​ ​ໃນ​ເມື່ອ​ກ່ອນ. ອ້ຽມຊ່ວຍ​ແມ່ຍິງ​ອວດ​ຮ່າງກາຍ​ທີ່​ສວຍ​ງາມ​ຂອງ​ຕົນ. ​ໃນ​ສະຕະວັດ​ທີ 18-19, ​ເສື້ອ​ອ້ຽມມີ​ຮູບ​ຈັດ​ຕຸ​ລັດ​ພາດ​ບ່ຽງ​ຢູ່​ໜ້າ​ອົກ, ຂອກ​ເທິງ​ຕັດ​ເປັນຄ​ໍເສື້ອ​ແລະຕິດເສັ້ນເຊືອກ​ໃສ່​ເພື່ອ​ມັດ​ຢູ່ງ່ອນ​ດົ້ນ, ສ່ວນ​ສອງ​ຂອກ​ທັງ​ສອງ​ຂ້າງ​ກໍ່​ມີ​ສາຍເຊືອກ​ເພື່ອ​ມັດ​ຢູ່​ສັນຫຼັງ. ກ້າວເຂົ້າສູ່ສະຕະວັດທີ 20, ​ເສື້ອອ້ຽມຖືກນຳໃຊ້ຢ່າງກວ້າງຂວາງດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ. ເອື້ອຍ ຫງວຽນທິທູຖູຍ, ຜູ້ຕາງໜ້າຄະນະຄຸ້ມຄອງຄຸ້ມເມືອງເກົ່າຮ່າໂນ້ຍ, ໃຫ້ຮູ້ວ່າ:

ໃນງານວາງສະແດງ, ພວກຂ້າພະເຈົ້າເອົາໃຈໃສ່ຫຼາຍເຖິງເສື້ອອ້ຽມ, ເຖິງວ່ານີ້ແມ່ນເສື້ອຊ້ອນຂອງແມ່ຍິງໃນສະ​ໄໝກ່ອນກໍ່ຕາມ, ແຕ່ມັນພັດສະ ແດງຄວາມ​ງາມ​ແບບ​ທຳ​ມະ​ຊາດ​ທັງ​ໝົດຂອງ​ແມ່ຍິງ​ໄດ້. ຜ່ານ​ສີສັນ, ​ແພ​ໄໝ​ຂອງ​​ເສື້ອ​ອ້ຽມກໍ່​ສາມາດ​ຈຳ​ແນ​ກ​​ໄດ້​ຊັ້ນ​ຄົນ​ໃນ​ສັງຄົມ​“.
ງານວາງສະແດງ: ອ້ຽມ - ອາພອນທີ່ສວຍງາມຂອງຫວຽດນາມ - ảnh 3

ພາບ: ອິນເຕີແນດ

        ທັງ​ລອງ​ໃນ​ເມື່ອ​ກ່ອນ ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ຫຼາຍ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ, ມັນ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງມູນ​ຄ່າ​ເສດຖະກິດ, ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ໂຄສະນາວັດທະນະທຳ, ຮັກສາ​ບັນດາ​ມໍລະດົກ​ທີ່​ມີ​ມາ​ແຕ່​ລຸ້ນກ່ອນອີກ.

        ຊຸດ​ອາພອນ​ຂອງ​ແມ່ຍິງ​ໃນ​ປະຈຸ​ບັນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ​ເສື້ອອ້ຽມບໍ່​ໄດ້​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ອີກ, ​ແຕ່​​ເສື້ອ​ອ້ຽມຍັງ​ຄົງ​ແມ່ນ​ວັດທະນະທຳ​ທີ່​ເປ​ັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການຮັກສາ​ໄວ້. ​ຢືງອກ​ເຮິ​ນ, ​ເພື່ອນ​ໜຸ່ມ​ຢູ່​ຮ່າ​ໂນ້ຍທີ່​ມາ​ຢາມ​ງາມງານ​ສະ​ແດງ, ​ແບ່ງປັນ​ວ່າ:

        “ພາຍຫຼັງ​ຊົມ​ງານ​ວາງສະ​ແດງ, ຂ້າພະ​ເຈົ້າ​ສາມາດ​ຮູ້​ໄດ້ວ່າ, ກ່ອນ​ນີ້​ແມ່ຍິງ​ຫວຽດນາມ ​ໄດ້​ນຸ່ງ​ຊຸດ​ອາພອນ​ຄື​ແນວ​ໃດ. ຂ້າພະ​ເຈົ້າ​ເຫັນ​ວ່າ​ຊຸດ​ອາພອນ​ຂອງ​ແມ່ຍິງ​ໃນ​ເມື່ອ​ກ່ອນ​ເຖິງ​ວ່າ​ຈະ​ທຳ​ມະ​ດາ​ງ່າຍດາຍ​ກໍ່ຕາມ, ແຕ່​ພັດ​ເຮັດ​ໃຫ້​​ຄວາມ​ງາມ​ຂອງ​ແມ່ຍິງຫວຽດນາມ​ພົ້ນ​ເດັ່ນ​ຂຶ້ນ​“.

ງານວາງສະແດງ: ອ້ຽມ - ອາພອນທີ່ສວຍງາມຂອງຫວຽດນາມ - ảnh 4

ພາບ: ອິນເຕີແນດ

        ງານ​ວາງສະ​ແດງອ້ຽມ - ອາພອນ​ທີ່​ສວຍ​ງາມ​ຂອງຫວຽດນາມ ບໍ່​ພຽງ​ແຕ່​ດຶງ​ດູດ​ຜູ້​ຊົມ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ຄົນ​ອີກ​ດ້ວຍ. ອ້າຍ Han, ນັກ​ທ່ອງ​ທ່ຽວ​ຊາວ​ສິງ​ຄະ​ໂປ, ​ແບ່ງປັນ​ວ່າ:​      

ຂ້າພະ​ເຈົ​າ​ເຫັນ​ວ່າ​ງານ​ວາງສະ​ແດງ​ໄດ້​ຮັກສາບັນດາ​ເອກະສານ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ຫວຽດນາມ. ມາ​ແຫ່ງ​ນີ້, ຂ້າພະ​ເຈົ້າ​ໄດ້ເຫັນ​ຮູບ​ພາບ​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ ກໍ່​ຄື​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ“.

        ງານ​ວາງສະ​ແດງອ້ຽມ - ອາພອນ​ທີ່​ສວຍ​ງາມ​ຂອງຫວຽດນາມ ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ອາພອນຊະນິດ​ໜຶ່ງທີ່​ເປັນ​ມູນ​ເຊື້ອຂອງ​ຊາດ, ຜ່ານ​ນັ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ອະນຸລັກ​ຮັກສາ​ເສື້ອ​ອ້ຽມ ກໍ່​ຄື​ອາຊີບ​ຕຳ່​ແພ​ໄໝ​ຂອງ​ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ