ຈິດຕະກອນ ຫງວຽນງອກເຢີນ ແລະ ຫົວເລື່ອງ ສາຍໄຟຟ້າໃນຖະຫນົນສາຍຕ່າງໆຢູ່ ຮ່າໂນ້ຍ


(vovworld)- ເມື່ອ​ເຂົ້າ​ຮ່ວມ​ຂົງ​ເຂດ​ຈິດ​ຕະ​ກຳ, ຈິດ​ຕະ​ກອນ ຫງວຽນ​ງອກ​ເຢີນ ເຄີຍ​ແຕ້ມ​ ຫົວ​ເລື່ອງ ທິວ​ທັດ​ທຳ​ມະ​ຊາດ, ຮູ​ບ​ຄົນ. ໂດຍ​ແມ່ນ​ຜູ້​ທີ່ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຫງວຽນ​ງອກ​ເຢີນ ໄດ້ແຕ້ມ​​ບັນ​ດາຫົວ​ເລື່ອງ​ເບິ່ງ​ຄື​ວ່າ​ແມ່ນທຳ​ມະ​ດາ​ສາ​ມັນແຕ່​ພັດ​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ. ສາຍ​ໄຟ​ຟ້າຢູ່​​ຕາມຖະ​ຫນົນ​ສາຍ​ຕ່າງໆ​​ເຖິງວ່າບໍ່​ເປັນ​ລະ​ບຽບສັບ​ສົນ​ທີ່​ສຸດ ແຕ​່​ເມື່ອ​ຖືກ​ນຳ​ເອົາ​ໃນ​ພາບ​ແຕ້ມ​ຂອງ​ຈິດ​ຕະ​ກອນ ຫງວຽນ​ງອກ​ເຢີນ ມັນ​ພັດ​ມີ​ຊີ​ວິດ​ຊີ​ວາທີ່​ສຸດ.

        ຈິດ​ຕະ​ກອນ ຫງວຽນ​ງອກ​ເຢີນ ເກີດ​ປີ 1972 ຢູ່ ນະ​ຄອນ ຫາຍ​ຟ່ອງ ແລະ ເປັນ​ຜູ້​ມັ​ກ​ແຕ້ມ​ຮູບ​ເມື່ອ​ຄາວ​ຍັງ​ນ້ອຍ. ປີ 1996, ຫງວຽນ​ງອກ​ເຢີນ ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ ຮ່າ​ໂນ້ຍ. ອາ​ດ​ຈະ​ເວົ້າ​ໄດ້​ວ່າ “ສາຍ​ໄຟ​ຟ້າ” ແມ່ນ​ການ​ຄົ້ນ​ພົບ​ໃຫມ່​ຂອງ​ອ້າຍ ໃນ​ວິ​ວັດ​​ແຫ່ງການ​​ເຊື່ອມ​ໂຍງ​ລະ​ຫວ່າງ​ສິ​ລະ​ປະ​ພື້ນ​ເມືອງ ແລະ ທັນ​ສະ​ໄຫມ​. ໂດຍ​ເລີ່ມ​ມາຈາກ ການ​​ສັງ​ເກດ​ຢູ່​ຕາມຖະ​ຫນົນ​ສາຍ​ຕ່າງຢູ່ ຮ່າ​ໂນ້ຍກໍ​ຄື​ຢູ່ ​ທາງສາມ​ແຍກ​ສີ່​ແຍກ​ຫລາຍ​ຄັ້ງ​ ຫງວຽນ​ງອກ​ເຢີນ ກໍເລີ່ມ​ຄິດ​ເຖິງ​​ເລື່ອງ​ນຳ​ເອົາສາຍ​ໄຟ​ຟ້າ​ເຂົ້າ​ໃນ​ພາບ​ແຕ້ມ​ຂອງ​ຕົນ ແລະ ລາວ​ໄດ້​ທຳ​ການ​ແຕ້ມ​ຮູບ​ກ່ຽວ​ກັບ​ລະ​ບົບ​ໄຟ​ຟ້າ​ຢູ່ ຮ່າ​ໂນ້ຍ.

 ຈິດຕະກອນ ຫງວຽນງອກເຢີນ ແລະ ຫົວເລື່ອງ ສາຍໄຟຟ້າໃນຖະຫນົນສາຍຕ່າງໆຢູ່ ຮ່າໂນ້ຍ - ảnh 1
ຈິດ​ຕະ​ກອນ ຫງວຽນ​ງອກ​ເຢີນ
ພາບ:thethaovanhoa

ໃນ​ເວ​ລາກວ່າ 10 ປີ ທີ່ເມົາ​ມົວ​ກັບການ​ແຕ້ມ​ຫົວ​ເລື່ອງ​​ກ່ຽວ​ກັບສາຍ​ໄຟ​ຟ້າ​ຢູ່ ຖະ​ຫນົນ​ສາຍ​ຕ່າງໆ​ຢູ່​ຮ່າ​ໂນ້ຍ, ຫງວຽນ​ງອກ​ເຢີນ ໄດ້​ສ້າງ​​ຊື່​ສຽງໃຫ້ແກ່​ຕົນ​ເອງ​ຜ່ານ​ການ​​ເປ​ີດ ການ​ວາງ​ສະ​ແດງພາບ​ແຕ້ມ​​ສອງ​ຄັ້ງ​​​ດ້ວຍ​ຫົວ​ຂໍ້: “ຖະ​ຫນົນ” ເມື່ອ​ປີ 2012 ແລະ “ ຮ່ອມທາງ” ປີ 2013.  ແລະ ປີ 2015  ​ຈິດ​ຕະ​ກອນ ຫງວຽນ​ງອກ​ເຢີນ ​ສືບ​ຕໍ່​ເປີດ​ການວາງ​ສະ​ແດງ​ພາບ​ແຕ້ມກ່ຽວ​ກັບ​ຫົວ​ເລື່ອງ​ດັ່ງ​ກ່າວ ດ້ວຍ​ຮູບ​ພາບ 7 ແຜ່ນ ​ທີ່ແຕ້ມ​ກ່ຽວ​ກັບ​ສາຍ​ໄຟ​ຟ້າ​ຢູ່ ຮ່າ​ໂນ້ຍ ດ້ວຍ​ແນວ​ຄວາມ​ຄິດ​ທີ່ຕ່າງ​ກັບ​ຄັ້ງ​ກ່ອນ  ແລະ ວິ​ທີ​ສະ​ແດງ​ໃນ​ຄັ້ງ​ນີ້​ກໍ​ງາມກວ່າ.  ​ຈິດ​ຕະ​ກອນ ຫງວຽນ​ງອກ​ເຢີນ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຮ່າ​ໂນ້ຍ ກໍ​ຄື​ການ​ປ່ຽນ​ແປງ​​ຂອງ​ລະ​ບົບສາຍ​ໄຟ​ຟ້າ​ຢູ່ ຮ່າ​ໂນ້ຍ. ປະ​ຈຸ​ບັນ ລະ​ບົບສາຍ​ໄຟ​ຟ້າ​ຫລາຍ​ແຫ່ງ​ຢູ່​ຮ່າ​ໂນ້ຍ ຖືກ​​ຕິດ​ຕັ້ງ​ຢູ່ໃຕ້​ດິນ​ເພື່ອ​​ສ້າງ​ຄວາມ​ງາມ​ໃຫ້​ນະ​ຄອນ. ຈາກ​ການ​ປ່ຽນ​ແປງນັ້ນ ພ້ອມ​ກັບຄວາມ​ຮູ້​ສຶກ​​ຂອງ​ຕົນ, ຂ້າ​ພະ​ເຈົ້າ​ຄິດວ່າ ມີ​ຫລາຍ​ວຽກ​ຕ້ອງ​ເຮັດ. ເພື່ອ​ປະ​ຕິ​ບັດ​ໃຫ້​ໄດ້ ຂ້າ​ພະ​ເຈົ້າ​ຕ້ອງ​ຈົດ​ກາຍ​ໄວ້ ດ້ວຍ​ຫລາຍ​ຮູບ​ການ​ທີ່​ແຕກ​ຕ່າງ​ກັນ​ຄື: ແຕ້ມ​ດ້ວຍ​ສໍ​ດຳ,. ຫລັງ​ຈາກນັ້ນ​ຫັນ​ມາ​ແຕ້ມ​​ພາບ​ສີ​ຂັດ​ມັນ.”

 ຈິດຕະກອນ ຫງວຽນງອກເຢີນ ແລະ ຫົວເລື່ອງ ສາຍໄຟຟ້າໃນຖະຫນົນສາຍຕ່າງໆຢູ່ ຮ່າໂນ້ຍ - ảnh 2
ແຂກ​ທ່ອງ​ທ່ຽວ​ຊົມ​ຮູບ​ແຕ້ມ​ກ່ຽວ​ກັບ​ລະ​ບົບ​ສາຍ​ໄຟ​ຟ້າ
ພາບ:internet

        ຫງວຽນ​ງອກ​ເຢີນ ແບ່ງ​ປັນ​ວ່າ ເຖິງວ່າ​ໄດ້​ໄປ​ຫລາຍ​ປະ​ເທດ​ແລ້ວ ແຕ່ບໍ່​ມີ​ແຫ່ງ​ໃດ ​ຫົວ​ເລື່ອງ​ກ່ຽວ​ກັບ​ສາຍ​ໄຟ​ຟ້າ​ພັດອຸ​ດົມ​ສົມ​ບູນ​ຄື​ຢູ່ ຫວຽດ​ນາມ.  ​ຈິດ​ຕະ​ກອນ ເຈີນວັນ​ຈູ່, ຄູ​ສອນ​ຂອງ​ ຫງວຽນ​ງອກ​ເຢີນ ມີ​ຄວາມ​ເອກ​ອ້​າງ​ທະ​ນົງ​ໃຈ​ເມື່ອ​ເວົ້າ​ເຖິງ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ລູກ​ສິດ​ຂອງ​ຕົນ.

        “ຫງວຽນ​ງອກ​ເຢີນ ແມ່ນ​ ຈິດ​ຕະ​ກອນ​ຫນຸ່ມ, ທີ່ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ວຽກ​ງານ ແລະ ມີ​ຄວາມ​​ປະ​ດິດ​ສ້າງ​ໃນ​ການ​ຊອກ​ຫາ​ຫົວ​ເລື່ອງ. ຢູ່ ຫວຽດ​ນາມ ບໍ່​​ມີ​​ຈິດ​ຕະ​ກອນ​ແຕ້ມ​ຮູບ​ກ່ຽວ​ກັບ​ສາຍ​ໄຟ​ຟ້າ ແຕ່​ຫງວຽນ​ງອກ​ເຢີນ ໄດ້ກ້າ​ເຮັດ ແລະ ສຸດ​ຈິດ​ສຸດ​ໃຈ​ຕໍ່​ຜະ​ລິ​ດ​ຕະ​ພັນ​ຂອງ​ຕົນ.”

        ພາບ​ແຕ້ມ​ກ່ຽວ​ກັບ​ສາຍ​ໄຟ​ຟ້າ​ໃນຖະ​ຫ​ນົນ​ສາຍ​ຕ່າງໆ​ຢູ່ຮ່າ​ໂນ້ຍ ໂດຍ​ຫງວຽນ​ງອກ​ເຢີນ ແຕ້ມ ແມ່ນ​ແຕກ​ຕ່າງ​ກັບ​ບັນ​ດາ​ຫົວ​ເລື່ອງ​ອື່ນ​​ກ່ອນນີ້. ເມື່ອ​ແຕ້ມ​ຮູບ​ສາຍ​ໄຟ​ຟ້າ, ຫງວຽນ​ງອກ​ເຢີນບໍ່​ສົນ​ໃຈ​ປານ​ໃດ​ເຖິງ​ການ​ທາ​ສີ ຫລື​ເນື້ອ​ໃນ. ພາບ​ແຕ້ມ​ຂອງ ອ້າຍ ເຢີນ ບໍ່​ເຄີຍ​ໃຊ້​ຫລາຍ​ສີ ແຕ່​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ. ດ້ວຍການ​ປ່ຽນ​ແປງຈາກ​ຄວາມ​ຊີນ​ເຄີຍ​ຕະ​ຫລອດ​ຮອດ​ທ່າ​ອ່ຽງ​ປະ​ດິດສ້າງ​, ຫງວຽນ​ງອກ​ເຢີນ ຍາມ​ໃດ​ກໍ​ນຳ​ເອົາ​ສິ່ງ​ທີ່​ແປກ​ປະ​ຫລາດມາ​ໃຫ້​ຜູ້​ຊົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ