ຈິດຕະກອນ ໂດ້ເລັ້ງຕວນ - ຜູ້ເຮັດພາບຈິດຕະກຳດ້ວຍການຕິດຕໍ່ສະແຕມ

ການ​ອອກ​ແບບ​ບັນ​ດາ​ຕົວ​ຢ່າງ​ສະ​ແຕມກໍ​ຍາກ​ຢູ່​ແລ້ວ, ແຕ່​ການ​ສ້າງພາບ ດ້ວຍ​ການຕິດ​ຕໍ່ສະ​ແຕມ​ກໍ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ​ກ່​ວາ. ດ້ວຍສະ​ແຕມ​ນັບ​ພັນ ​ອັນ, ຜ່ານ​ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ຈິດ​ຕະ​ກອນ, ສະ​ແຕມເຫຼົ່າ​ນັ້ນ ​ຖືກ​ຕິດ​ຕໍ່​ກັນ​ສ້າງ​ເປັນ​ພາບ​ຈິດ​ຕະ​ກຳ​ສີ​ລະ​ປະທີ່​ງາມ​ຕາ ແລະ ມີ​ຊີ​ວິດ​ຊີ​ວາ. ໃນ​ລາຍ​ການ​ສາ​ລະ​ຄະ​ດີ​ຫວຽດ​ນາມ​ພາກນີ້, ພ​ວກ​ເຮົາ​ຂໍ​ແນະ​ນຳ​ຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນ ຜ່ານ​ບົດຂຽນ​ຂອງ​ນັກ​ຂ່າວ​ເຟືອງ​ຖີ​ທີ່​ພາດ​ຫົວ​ຂໍ້​ວ່າ “ຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນ - ຜູ້​ເຮັດ​ພາບ​​ຈິດ​ຕະ​ກຳດ້ວຍ​ການ​ຕິດ​ຕໍ່ສະ​ແຕມ”

    

ຈິດຕະກອນ ໂດ້ເລັ້ງຕວນ - ຜູ້ເຮັດພາບຈິດຕະກຳດ້ວຍການຕິດຕໍ່ສະແຕມ  - ảnh 1
ພາບ​ສະ​ແຕມ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມິນ​ຂອງໂດ້​ເລັ້ງ​ຕວນ

      ຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນ ເກີ​ດ​ປີ 1955, ບ້ານ​ເກີດ​ຢູ່​ຮ່າ​ໂນ້ຍ, ລາວ​ໄດ້​ປະ​ກອບ​ອາ​ຊີບ​ຈິດ​ຕະ​ກຳ​ມາ​ເປັນ​ເວ​ລາກວ່າ   30 ປີ​ແລ້ວ, ໃນ​ນັ້ນ, ມີ​ໄລ​ຍະ 28 ປີ​ເຮັດ​ວຽກ​ຢູ່​ບໍ​ລິ​ສັດສະ​ແຕມ. ບໍ່​ພຽງ​ແຕ່​ປະ​ດິດ​​ຄິດ​ສ້າງ​ຕົວ​ຢ່າງ ສະ​ແຕມ​ນັບ​ຮ້ອຍ​ອັນ​ເທົ່າ, ຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນຍັງ​ໄດ້​ເອົາສະ​ແຕມຫຼາຍ​ອັນ​ຕິດ​ຕໍ່​ກັນ​ເປັນ​ພາບ​ຈິດ​ຕະ​ກຳຫຼາຍ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ພາບ​ຈິດ​ຕະ​ກຳເຫຼົ່າ​ນີ້, ໄດ້​ກາຍ​ເປັນ​ບັນ​ດາ​ກິດ​ຈະ​ກຳ​ສິ​ລະ​ປະ, ແມ່ນ​ການ​ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກ່ຽວ, ລະ​ອຽດ​ອ່ອນ​ຂອງສະ​ແຕມ​ນັບ​ພັນ​ອັນ​ທີ່​ແຕກ​ຕ່າງ​ກັນ. ຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນ ໃຫ້​ຮູ້​ວ່າ : 

   “ພາບ​​ຈິດ​ຕະ​ກຳທີ່​ເຮັດດ້ວຍ​ການ​ຕິດ​ຕໍ່ສະ​ແຕມ, ຖ້າ​ວ່າ​ຍິ່ງປະ​ສົບ​ຜົນ​ສຳ​ເລັດ ກໍ​ຍີ່ງ​ສິ້ນ​ເປືອງ ສະ​ແຕມ​ໜ້ອຍ​ລົງ, ແຕ່​ກໍ​​ຕ້ອງ​ນຳ​ໃຊ້​ສະ​ແຕມ ປະ​ມານ 200-300 ອັນ​, ບາງ​ເທື່ອ​ກໍ​ຕ້ອງ​ນຳ​ໃຊ້​ສະ​ແຕມນັບ​ພັນ​ອັນ​ເພື່ອ​ສ້າງພາບ​ຈິດ​ຕະ​ກຳ​ພາບ​ໜຶ່ງ. ສຳ​ລັບ​ການ​ເຮັດພາບ​ຈິດ​ຕະ​ກຳ​ແບບນີ້ ແມ່ນ​ຫຍຸ້ງ​ຍາກ, ລຳ​ບາກຫຼາຍ. ເມື່ອເຮັດ ກໍ​ຕ້ອງ​ໃຊ້​ຄວາມ​ຄິດຫຼາຍ​ຢ່າງຫຼາຍ​ແນວ​, ຕ້ອງ​ເຮັດ​ແນວ​ໃດ ເພື່ອ​ຈະ​ມີ​ພາບງາມ ແລະ ບໍ່​ຊ້ຳຊ້້​ອນກັບ​ພາບ​ຂອງ​ຄົນ​ອື່ນ ”

     ຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນ ມີ​ຊື່​ສຽງ​ດ້ວຍ​ບັນ​ດາ​ພາບ​ຈິດ​ຕະ​ກຳກ່ຽວ​ກັບ​ຮູບ​ເຄິ່ງ​ຄີງ​ມະ​ນຸດ ພິ​ເສດ​ແມ່ນ​ຮູບ​ເຄິ່ງ​ຄີງປະ​ທານ​ໂຮ່​ຈິ​ມິນ. ລາວ​ແມ່ນ​ຜູ້​ສ້າງພາບ​​ຈິດ​ຕະ​ກຳດ້ວຍ​ການ​ຕິດ​ຕໍ່ສະ​ແຕມ​ກ່ຽວ​ກັບຮູບ​ເຄິ່ງ​ຄີງ ຈຳ​ນວນ​ກ່​ວາ 600 ພາບ. ແຕ່​ສຳ​ລັບຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນແລ້ວ, ຍິ່ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກໍ​ຍິ່ງ​ເປັນ​ການ​ກະ​ຕຸກ​ຊຸກ​ຍູ້​ລາວ​ເພີ່ມ​ການ​ຊອກ​ຮູ້, ປະ​ດິດ​ຄິດ​ສ້າງ . ຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນ ໃຫ້​ຮູ້ຕື່ມ​ອີກ​ວ່າ :

     “ ສຳ​ລັບ​ດ້ານ​ສິ​ລະ​ປະ, ອັນ​ໃດ​ກໍ​ຫຍຸ້ງ​ຍາກ​ໝົດ. ຍົກ​ຕົວ​ຢ່າງຄື ເມື່ອ​ເຮັດ​ພື້ນ​ສີ​ຂາວ​ເປັນ​ຕົ້ນ. ເຮົາ​ຕ້ອງ​ເຮັດ​ສີ​ຂາວ​ຄື​ແນວ​ໃດ, ຖ້າ​ຫາກ​ເຮັດ​ສີ​ຂາວ​ຄື​ສີ​ປູນ ແມ່ນບໍ່​ໄດ້. ສຳ​ລັບການ​ສ້າງພາບ​ເຄິ່ງ​ຄີງປະ​ທານ​ໂຮ່​ຈິ​ມິນດ້ວຍ​ການ​ຕິດ​ຕໍ່ສະ​ແຕມນັ້ນ, ຫຍຸ້ງ​ຍາກ​ທີ່​ສຸດ​ແມ່ນ​ຢູ່​ບ່ອນ​ຕາ​ທັງ​ຄູ່, ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ພາບ​ມີ​ວິນ​ຍານ, ມີ​ຊີ​ວິດ​ຊີ​ວາ. ເຖິງວ່າ​ຍັງ​ບໍ່​ທັນ​ໄດ້​ພົບ​ປະ​ທານ​ໂຮ່​ຈິ​ມິນ, ແຕ່​ສຳ​ລັບ​ພາບ​ສະ​ແຕມ​ກ່ຽວ​ກັບ​ເພິ່ນ​ຂອງ​ຂ້າ​ພະ​ເຈົ້າແລ້ວ, ບໍ່​ວ່າ​ຜູ້​ໃດ​ເມື່ອ​ໄດ້​ເບິ່ງ​ໄດ້​ເຫັນ ກໍ​ລ້ວນ​ແຕ່​ຮູ້​ສຶກ​ໄດ້​ເຫັນ​ເພິ່ນ​ໃນ​ຕົວ​ຈິງ ”

      ພາບ​ສະ​ແຕມບໍ່​ແມ່ນພາບ​​ຈິດ​ຕະ​ກຳທົ່ວ​ໄປ, ແຕ່​ມັນ​ແມ່ນ​ໝາກ​ຜົນ​ແຫ່ງ​ການ​ຝຶກ​ຝົນຫຼໍ່ຫຼອມ, ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບພາ​ສາ​ເວົ້າ​ຂອງສະ​ແຕມ​ອີກ​ດ້ວຍ, ສະ​ແຕມແຕ່​ລະ​ອັນ ກໍ​ລ້ວນ​ແຕ່​ຖືກ​ຈຳ​ກັດ​ດ້ານ​ສີ​ສັນ, ດັ່ງ​ນັ້ນຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນ ຕ້ອງ​ຄັດ​ເລືອກ​ຢ່າງ​ລະ​ອຽດ​ລະ​ອໍ, ມີ​ຄວາມ​ສຸມ​ຈິດ​ສຸມ​ໃຈ​ຢ່າງ​ສຸດ​ຂີດ ຈຶ່ງ​ສາ​ມາດ​ຊອກ​ຫາ​ສີ​ສັນ​ທີ່​ແທດ​ເໝາະ. ຈິດ​ຕະ​ກອນ ຫງວຽນ​ຢູ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນ ວ່າ : 

    “ ຖ​້າ​ຫາກ​ເຫັນ​ໄດ້​ເຖິງ​ຄວາມຫຼາກຫຼາຍ​ສີ​ສັນ, ເຂົາ​ເຈົ້າ​ບໍ່​ອາດ​ຮູ້​ສຶກວ່າ ນັ້ນ​ແມ່ນພາບ​​ເຮັດດ້ວຍ​ການ​ຕິດ​ຕໍ່ສະ​ແຕມ. ສິ່ງນີ້ ກໍຕ້​ອງ​ການ​ມີ​ທັກ​ສະ​ຂອງຈິດ​ຕະ​ກອນ. ເພື່ອ​ສະ​ແດງ​ໃຫ້​ເຫັນ​ມີວິນຍານ​ໃນ​ຄູ່​ຕາ​ຂອງ​ບຸກ​ຄົນ, ​ຈິດ​ຕະ​ກອນ​ຕ້ອງກຳ​ໄດ້​ຈຸດ​ພິ​ເສດ ແລະ ​ສະ​ແດງ​ໃຫ້​ເຫັນ​ແສງ​ຕາ, ແວວ​ຕາ​ຂອງ​ບຸກ​ຄົນ​ນັ້ນ ຄື​ແນວ​ໃດ. ”

    ໃນ​ພາລະ​ກິດປະ​ດິດ​ຄິດ​ສ້າງ​ຂອງ​ຕົນ, ຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນໄດ້​ສ້າງ​ໃຫ້​ມີສະ​ແຕມ​ນັບ​ຮ້ອຍ​ຕົວ​ຢ່າງ, ພາບ​​ຈິດ​ຕະ​ກຳນັບ​ຮ້ອຍ​ພາບ​ທີ່ເຮັດດ້ວຍ​ການ​ຕິດ​ຕໍ່ສະ​ແຕມ. ນີ້​ແມ່ນ​ຜົນ​ງານ​ທີ່​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ​ສຳ​ລັບ​ຈິດ​ຕະ​ກອນ​ຄົນ​ໜຶ່ງ ຊຶ່ງ​ຍາກ​ທີ່​ຈະ​ຫາ​ໄດ້​ສຳ​ລັບ​ຈິດ​ຕະ​ກອນ​ຄົນ​ອື່ນໆ. ບັນ​ດາພາບ​​ຈິດ​ຕະ​ກຳ​ທີ່​ເຮັດດ້ວຍ​ການ​ຕິດ​ຕໍ່ສະ​ແຕມຂອງຈິດ​ຕະ​ກອນ ໂດ້​ເລັ້ງ​ຕວນ ເມື່ອມອບ​ໃຫ້​ແຂກ​ທ່ອງ​ທ່ຽວ​ເປັນ​ຂອງ​ຂວັນ​ນັ້ນ, ອາດ​ຈະ​ຖື​ວ່າ ແມ່ນ​ຂອງ​ຂວັນ​ທາງ​ການ​ທູດ​ທີ່​ມີ​ຄວາມ​ໝາຍ, ເປັນ​ສານ​ວັດ​ທະ​ນະ​ທຳ​ສົ່ງ​ເພື່ອນ​ມິດ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ