ຈຸດນັດພົບຂອງບັນດາຜູ້ນິຍົມມວຍພື້ນເມືອງຫວຽດນາມ


ງານ​ມະຫາ​ກຳ​ສາກົນ​​ມວຍ​ພື້ນ​ເມືອງ​ຫວຽດນາມ​ຄັ້ງ​ທີ 5 - ບີ​ງດິ້ງ​ 2014 ຫາກໍສິ້ນສຸດລົງໃນອາທິດ ທີ່ຜ່ານມາ ຢູ່ນະຄອນກຸຍເຍີນ ແຂວງ ບີງດິ້ງ. ມີຄູເຝິກມວຍ, ນັກມວຍກວ່າ 1.500 ຄົນຂອງ 60 ຄະນະນັກມວຍສາກົນຂອງ ກິລາມວຍ 26 ປະເພດ ທີ່ມາຈາກ 24 ປະເທດ ແລະ ເຂດແຄ້ວນ ພ້ອມກັບ 63 ຄະນະນັກມວຍຢູ່ພາຍໃນປະເທດໄດ້ເຂົ້າຮ່ວມ.

ຈຸດນັດພົບຂອງບັນດາຜູ້ນິຍົມມວຍພື້ນເມືອງຫວຽດນາມ - ảnh 1

     ດ້ວຍ​ຫົວ​ເລື່ອງ “ ອະນຸລັກ ​ແລະ ​ເສີມ​ຂະຫຍາຍ ມວຍ​ພື້ນ​ເມືອງ​ຫວຽດນາມ” ງານ​ມະຫາ​ກຳ​ສາກົນ​​ມວຍ​ພື້ນ​ເມືອງ​ຫວຽດນາມ​ກໍ​ແມ່ນ​ໂອກາດ​ເພື່ອ​ໂຄສະນາ​ຈຸດ​ຄວາມ​ງາມຂອງມວຍ​ພື້ນ​ເມືອງ​ຫວຽດນາມ​ເວົ້າ​ລວມ ​ແລະ ຄວາມ​ງາມ​ຂອງ​ມວຍ​ບີ​ງດິ້ງ​ເວົ້າ​ສະ​ເພາະ. ພ້ອມ​ກັບ​ການ​ແຂ່ງຂັນ​ຕີມວຍ, ກໍ​ຈັດ​ໃຫ້​ມີ​ການ​ພົບ​ປະ​ແລກປ່ຽນລະຫວ່າງ​ບັນດາຄະນະນັກມວຍສາກົນ ​ແລະ ບັນດາຄະນະນັກມວຍຢູ່ ພາຍໃນປະເທດ. ງານ​ມະຫາ​ກຳ​ສາກົນ​​ມວຍ​ພື້ນ​ເມືອງ​ຫວຽດນາມ​ຄັ້ງ​ນີ້ ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້ ບັນດາ​ຜູ້​ນິຍົມ​​ມວຍພື້ນ​ເມືອງຫວຽດນາມ​ໃນ​ໂລກ​ກັບ​ມາ​ຊອກ​ຫາ​ກົກ​ເຄົ້າ​ຂອງ​ມວຍ, ພ້ອມ​ກັນ​ຄົ້ນ​ຄ້ວາ ​ແລະ ​ເສີມ​ຂະຫຍາຍ​ສິ່ງ​ທີ່​ຍອດ​ຍິ່ງ​ຂອງ​ມວຍ​ຫວຽດນາມ. ທ່ານ ຫງວຽນ​ວັນ​ຢຸ້ງ ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິ​ລາ ​ແລະ ທ່ອງ​ທ່ຽວ​ແຂວງ ບີ​ງດິ້ງ ​ໃຫ້​ຮູ້​ວ່າ : 

   “ ສິ່ງ​ນີ້​ໄດ້​ພິສູດ​ໃຫ້​ເຫັນ​ກຳລັງ​ແຜ່​ຂະຫຍາຍ​ຂອງມວຍ​ພື້ນ​ເມືອງ​ຫວຽດນາມ ຊຶ່ງ​ໄດ້​ນັບ​ມື້​ນັບ​ຊຶມ​ເລິກ​ ​ແລະ ດຶງ​ດູດ​ໃຈ​ນັກ​ມວຍ​ຊາວ​ຕ່າງປະ​ເທດ. ດ້ວຍ​ຄວາມ​ເມົາ​ມົວມວຍ​ພື້ນ​ເມືອງ​ຫວຽດນາມ ​ແລະ ​ເຂົ້າ​ໃຈ​ໄດ້​ເຖິງ​ທາດ​ແທ້​ຂອງ ມວຍ​ພື້ນ​ເມືອງ​ຫວຽດນາມ, ມີ​ນັກ​ມວຍ​ຫຼາຍ​ຄົນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນີ້. ກຳລັງ​ແຜ່​ຂະຫຍາຍ​ຂອງມວຍ​ພື້ນ​ເມືອງ​ຫວຽດນາມນັບ​ມື້​ນັບ​ກ້ວາງ​ຂວາງ​ກວ່າ”

   ຄູເຝິກມວຍ Oliver Barbey ຫົວໜ້າ​ປະ​ເພດ​ມວຍ ​ເຊີນ​ລອງ ຢູ່​ຝະລັ່ງ​ໃຫ້​ຮູ້​ວ່າ ຍ້ອນ​ມີ​ຄວາມ​ເມົາ​ມົວກິລາມວຍ, ດັ່ງ​ນັ້ນ​ໄດ້​ພາລາ​ວຮູ້ຈັກ​ດີ​, ​ແລະ ນັບ​ມື້​ນັບ​ມີ​ຄວາມ​ຮັກ​ແພງ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ. ຂ້າພະ​ເຈົ້າ​ຝຶກ​ແອບ​ມວຍ​ປະ​ເທດ​ນີ້​ໄດ້ 30 ປີ​ແລ້ວ, ຄູເຝິກມວຍ ຜູ້​ຖ່າຍ​ທອດ​ໃຫ້​ແກ່​ຂ້າພະ​ເຈົ້າ​ແມ່ນອາຈານ ຫວຽນ​ດຶກ​ມົກ ຄູເຝິກມວຍ​ຊາວ​ຫວຽດນາມ . ຄູເຝິກມວຍ Oliver Barbey ​ເວົ້າ​ວ່າ :

   “ ສິ່ງ​ທີ່​ສຳຄັນ​ທີ່​ສຸດ ຊຶ່ງ​ຂ້າພະ​ເຈົ້າ​ຮຽນ​ໄດ້​ຈາກມວຍ​ພື້ນ​ເມືອງ​ຫວຽດນາມ​ແມ່ນ “ຄຸນສົມບັດ”. ອາຈານ ຫວຽນ​ດຶກ​ມົກ ​ໄດ້​ໄປ​ຢູ່ຝະລັ່ງ​ແຕ່​ທ້າຍ​ຊຸມ​ປີ​ແຫ່ງ​ສົງຄາມ​ໂລກ​ຄັ້ງ​ທີ 2 ​ແລະ ອາຈານ​ໄດ້​ມີ​ຜົນ​ສະທ້ອນ​ຢ່າງ​ຫຼວງ​ຫຼາຍ​, ລາວ​ໄດ້​ສ້າງ​ຕັ້ງ​ບັນດາ​ສະ​ໂມ​ສອນ​ມວຍ​ຢູ່​ອາຊີ ,  ຝະລັງ, ສະ​ວິດ, ອາ​ຟະ​ລິ​ກາ, ອາ​ເຢຣີ...”

    ສ່ວນ​ນາງ Natalia ຊາວ​ລັດ​ເຊຍ, ປະຈຸ​ບັນ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ໂຮ່ຈິ​ມິນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ລູກສິດ​ຂອງຄູເຝິກມວຍ ​ໂຮ່ຮວາ​ເຫ້ວ ຫົວໜ​້າປະ​ເພດ​ມວຍ ຕິງ​ວໍ້​ດ້າວ ຫວຽດນາມ ​ໃຫ້​ຮູ້​ວ່າ :

   “ ພວກ​ເພື່ອນ​ຫວຽດນາມ​ໄດ້​ແນະນຳ​ສິ່ງ​ຍອດ​ຍິ່ງ​ກ່ຽວ​ກັບປະ​ເພດ​ມວຍ ຕິງ​ວໍ້​ດ້າວ ຫວຽດນາມ. ຈຸດ​ພິ​ເສດ​ຂອງ​ມວຍ​ປະ​ເພດ​ນີ້ ​ແມ່ນ​ບັນດາ​ຜູ້​ທີ່ບໍ່​ແຂງ​ແຮງ​ຄື​ແມ່ຍິງ, ຄົນ​ຮ່າງ​ນ້ອຍ, ​ແຕ່ດ້ວຍ​ເຕັກນິກ, ລີລາ​ຕີມວຍ ກໍ​ສາມາດ​ເອົາ​ຊະນະ​ຜູ້ຮ່າງ​ໃຫຍ່ ​ແລະ ​ແຂງ​ແຮງ​ໄດ້. ຮຽນ​ມວຍ, ສຳຄັນ​ແມ່ນ​ຕ້ອງ​ມີ​ຄຸນສົມບັດ” .

    ​ໂດຍ​ຖືກ​ຈັດ​ຂຶ້ນ2 ປີ​ເທື່ອ​ໜຶ່ງ, ງານ​ມະຫາ​ກຳ​ສາກົນ​​ມວຍ​ພື້ນ​ເມືອງ​ຫວຽດນາມ ​​​ໃນແຕ່​ລະ​ຄັ້ງ, ຈຳ​ນວຍຄະນະນັກມວຍສາກົນທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ສິ່ງ​ນີ້​ໄດ້​ພິສູດ​ໃຫ້​ເຫັນ​ກຳລັງ​ແຜ່​ຂະຫຍາຍ​ຂອງມວຍ​ພື້ນ​ເມືອງ​ຫວຽດນາມ. ຜ່ານ​ນີ້ ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ແນະນຳ​ໃນ​ໝູ່​ເພື່ອນ​ຊາວ​ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ