ຊຸດ Atlas ໂລກປີ 1827 ຢັ້ງຢືນອະທິປະໄຕຫວຽດນາມ

(vovworld)- ວັນ​ທີ 13/5 ຜ່ານ​ມາ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໄດ້​ຈັດ​ພິທີ​ຮັບ ​ແລະ ປະກາດ​ຊຸດ Atlas ຂອງ​ທ່ານ Philipe Vandemaelen  ພິມ​ຈຳຫນ່າຍ​ເມື່ອ​ປີ 1827, ​ໃນ​ນັ້ນ ​ແຜນ​ທີ່ Partie de la Cochinechine ມີ​ຄຸນຄ່າ​ສຳຄັນ ຢັ້ງຢືນອະທິປະ​ໄຕ​ຫວຽດນາມ ສຳລັບ ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ຊຸດ Atlas ​ແມ່ນ​ເອກະສານ​ລ້ຳ​ຄ່າ​ບໍ່​ພຽງ​ແຕ່​ຊ່ວຍ​ຍົກ​ສູງ​ຄຸນຄ່າ​ວິທະຍາສາດ​ມາດຖານ​ຂອງ​ກິດຈະການ​ໂຄສະນາ​ສຶກສາ​ກ່ຽວ​ກັບ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ເທົ່າ​ນັ້ນ ຫາກ​ແມ່ນ​ພະຍານ​ຫລັກ​ຖານ​ຢ່າງ​​ແທ້​ຈິງ, ທີ່ມີປະສິດທິ​ຜົນ ​ແລະ  ຄຸນຄ່າ​ດ້ານ​ກົດໝາຍ​ສາກົນ​ຢ່າງ​ສູງ​​​​ໃນການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ຫວຽດນາມ.

ຊຸດ Atlas ໂລກປີ 1827 ຢັ້ງຢືນອະທິປະໄຕຫວຽດນາມ - ảnh 1
ສາດສະດາຈານຫງວຽນກວາງງອກ ແລະ ຊຸດ ແຜນທີ່
 A
tlas Philippe Vandermaelen

        ປີ 1827, ທ່ານ Philipe Vandemaelen (1795-1869), ນັກ​ພູມ​ສາດ​ທີ່​ປີ​ຊາ​ສາມາດ, ສະມາຊິກ​ ​ສະມາຄົມ​ພູມ​ສາດ Paris ​ໄດ້​ພິມ​ຈຳຫນ່າຍ​ຊຸດ Atlas ​ໂລກ ຊື່​ງລວມມີ 6 ​ຊຸດ ດ້ວຍ​ແຜນ​ທີ່​ລວມຂອງ 5 ທະ​ວີ​ບ 7 ສະບັບ, ​ແຜນ​ທີ່​ລະອຽດ 381 ​ສະບັບ, ການ​ສະ​ຖິຕິ 40 ຫນ້າ ​ແລະ ​ ​ຂໍ້ມູນ​ຫລາຍ​ຢ່າງ​ກ່ຽວ​ກັບ​ພູມ​ສາດ, ທຳ​ມະ​ຊາດ, ການ​ເມືອງ, ​ບໍ່​ແຮ່ . ຕາມ​ສາດສະດາຈານ,​ ດອກ​ເຕີ ຫງວຽນ​ກວາງ​ງອກ, ຮອງ​ປະທານ​ສະມາຄົມ​ວິທະຍາສາດ​ປະຫວັດສາດ​ຫວຽດນາມ​, ຊື່​ງ​ແມ່ນ​ຜູ້​ທີ່​ໄດ້ໄປເອີ​ລົບ ​ເພື່ອ​ຄົ້ນ​ຄ້ວາ ​ແລະ ຕີ​ລາຄາ​​ເອກະສານ​ທັງ​ໝົດ​ນີ້​ແລ້ວ, ຊຸດ Atlas ​ແມ່ນ​​ຂີດ​ໝາຍ​ໃຫຍ່​ແຫ່ງ​ໄລຍະ​ພັດທະນາຢ່າງ​ກະ​ໂດດ​ຂັ້ນ​ຂອງ​ເຕັກ​ໂນ​ໂລ​ຊີການ​ແຕ້ມ ​ແລະ ພິມ​ແຜນ​ທີ່​ທັນ​ສະ​ໄຫມ​​ໃນ​ຕົ້ນ​ສັດຕະວັດ​ທີ 19. ​ແຜນ​ທີ່​ບັນດາ​ປະ​ເທດ ອາຊີ ລວມມີ 111 ສະບັບ, ຖືກ​ສັບ​ຊ້ອນ​ໃນ​ເຫລັ້ມ 2 ຂອງ​ຊຸດ Atlas. ຢູ່​ທີ່​ນີ້, ຫວຽດນາມ ​ໄດ້​ຮັບ​ການ​ແນະນຳ​ຜ່ານ​ແຜນ​ທີ່​ເລກທີ 97, 105, 106, 110. Partie de la Cochinechine ​ແມ່ນ​​ແຜນ​ທີ່​ສະບັບ 106, ​​ແຕ້ມ​ຝັ່ງ​ທະ​ເລ​ພາກ​ກາງ​ຫວຽດນາມ ຈາກ​ເສັ້ນ​ຂະຫນານ 12 ຮອດ 16. ຢູ່​ນອກຝັ່ງ, Paracels(ຮ່ວາງ​ຊາ) ​ຖືກ​ແຕ້ມ​ຢ່າງ​ລະອຽດ ​ແລະ ຊັດ​ເຈນ ຢູ່​ໃນ​ເສັ້ນ​​ແວງ 16 -17 ອົງສາ ​ແລະ ​ເສັ້ນ​ແວງ 109 -111 ອົງສາ.

        “ຕົ້ນ​ສັດຕະວັດ​ທີ 18 ຮອດ​ທ້າຍ​ສັດຕະວັດ​ທີ 19, ບັນດາ​ແຜນ​ທີ່​ລ້ວນ​ແຕ່​ຖືກ​ແຕ້ມ​ຢູ່​ເທິງ​ເສັ້ນ​ຂົ້ວ Paris. ຮອດ​ປີ 1871, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ກອງ​ປະຊຸມ​ໃຫຍ່​ກ່ຽວ​ກັບ​ພູມ​ສາດ​ໂລກ, ​ເຂົາ​ເຈົ້າ​ຈຶ່ງ​ຕັ້ງ​ບັນຫາ​​ແຕ​້ມ​ແຜນ​ທີ່ກ່ຽວ​ກັບ​ເຂດ​ທະ​ເລ​ຕາມ​ເສັ້ນ​ ຂົ້ວ Greenwich. ຮອດ​ປີ 1886, ​ແຜນ​ທີ່​ໂລກ​ຈຶ່ງ​ຖືກ​ແຕ້ມ​ຕາມ​ເສັ້ນ​ຂົ້ວ Greenwich.  ​ ເສັ້ນ​ຂົ້ວ Greenwich ແລະ ​ເສັ້ນ​ຂົ້ວ Paris ຫ່າງ​ກັນກວ່າ 2 ອົງສາ, ສະ​ນັ້ນ ການ​ຜິດ​ໂຕນ​ຄື​ແນວ​ນີ້​ພັດ​​ເປັນ​ການ​ຢັ້ງຢືນ​ລັກສະນະ​ວິທະຍາສາດ, ພາວະ​ວິ​ໄສ, ຊັດ​ເຈນ​ຂອງ​ແຜນ​ທີ່​ປີ 1827 ຂອງ Philipe Vandemaelen, ​​ເຊິ່ງໃນ​ນັ້ນ ​​ໄດ້​ແຕ້ມ​ກ່ຽວ​ກັບ​​​ເກາະຮ່ວາງ​ຊາ​ຂອງ​ຫວຽດນາມ.”

        ​ແລະ ຕາມ​ສາດສະດາຈານ, ດຣ ຫງວຽນ​ກວາງ​ງອກ​ແລ້ວ, ​ແຜນ​ທີ່​ສະບັບ​ນີ້ ມີ​ສະບັບ​ຫນຶ່ງ​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ ຈັກກະ​ພາກ ອານ​ນາມ(Empire d’Annam).

ຊຸດ Atlas ໂລກປີ 1827 ຢັ້ງຢືນອະທິປະໄຕຫວຽດນາມ - ảnh 2

        “ຄຽງ​ຂ້າງ​ຕົວ​ຫນັງສື Paracels(ຮ່ວາງ​ຊາ), Philipe Vandemaelen ຍັງ​ຕິດພ້ອມຄຳ​ແນະນຳ​ກ່ຽວ​ກັບ ຈັກກະ​ພາກ ອານ​ນາມ ດ້ວຍ​ລັກສະນະ​ພິ​ເສດ​ຄື ​ພູມ​ສາດ, ພົນລະ​ເມືອງ, ການ​ເມືອງ, ບໍ່​ແຮ່, ຊັບ​ພະຍາກອນ​ທຳ​ມະ​ຊາດ.. ​ຜ່ານ​ນັ້ນຜູ້​ອ່ານ​ຈະ​ເຂົ້າ​ໃຈ​ໄດ້​ຢ່າງ​ຊັດ​ເຈນ ຫວຽດນາມ ​ໃນ​ຕົ້ນ​ສັດຕະວັດ​ທີ 19. ​ແຜນ​ທີ່​ສະບັບ​ນີ້ ​​ເປັນ​ການ​ພິສູດ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ວ່າ Paracels(ຮ່ວາງ​ຊາ) ຂຶ້ນ​ກັບ​ພາກ​ໃຕ້ແລະ ນອນ​ໃນ​ຜືນ​ແຜ່ນດິນ​ຂອງ​ຈັກກະ​ພາກ ອານ​ນາ​ມ.”

        ​ໃນ​ຊຸດ Atlas, ​ແຜນ​ທີ່ 98 ມີ​ຊື່ວ່າ Partie de la Chine ຢູ່​ເສັ້ນ​​ແວງ 18-21 ອົງສາ ​ແລະ ​ເສັ້ນ​ແວງ 106-114 ອົງສາ ​ແມ່ນ​​ແຕ້ມ​ບໍລິ​ເວນ ກວາງຕຸງ​ແລະ ​ໄຮ່ຫນານ ສະ​ແດງ​ໃຫ້​ເຫັນ​ວ່າ: ​ຊາຍ​ແດນຕອນໃຕ້​ຂອງ​ຈີນ ບໍ່​ທັນ​ຮອດ​ ​​​ເສັ້ນ​ແວງ 18 ອົງສາ, ສ່ວນ​ເບື້ອງ​​ໃຕ້​ເສັ້ນ​ຂະຫນານ 18 ​ແມ່ນ​ຂຶ້ນ​ກັບ​ຫວຽດນາມ​. ສາດສະດາຈານ, ດຣ ຫງວຽນ​ກວາງ​ງອກ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “​ຈຸດ​ເດັ່ນ​ຂອງແຜນ​ທີ່​ໂລກ​​ແມ່ນ​ແນະນຳ​ໂດຍ​ສັງ​ເຂ​ບ. Philipe Vandemaelen ​ແມ່ນ​ຜູ້​ພາວະ​ວິ​ໄສ, ມີ​ເອກະສານ​ແນວ​ໃດ ​ແລະ ມີ​ຄວາມຮັບ​ຮູ້​ ຖືກ​ຕ້ອງກ່ຽວ​ກັບ​ອະທິປະ​ໄຕ​ຄື​ແນວ​ໃດ​ທ່ານ​ກໍ່ຢັ້ງຢືນ​ຄື​ແນວ​ນັ້ນ. ຊຸດ​ແຜນ​ທີ່​ນີ້​ແມ່ນ​ມີ​ຊື່ສຽງ ​ແລະ ​​ທົ່ວໂລກ​​ໄດ້ນຳ​ໃຊ້​ກ່ອນ​ນີ້​ປະມານ 200 ປີ​ແລ້ວ ​ແລະ ​ ​ເຂົາ​ເຈົ້າ​ຖື​ວ່າ​ນັ້ນ​ແມ່ນ​ການຮັບ​ຮູ້​ຂອງ​ໂລກກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ເກາະ​ຮ່ວາງ​ຊາ​ ຢູ່​ບໍລິ​ເວນ Paracels ຊື່​ງ​ສະ​ແດງ​ໃຫ້​ເຫັນ​ໃນແຜນ​ທີ່. ນັ້ນ​ແມ່ນ​ເອກະສານ​ຊັດ​ເຈນ, ມີ​ຄຸນ​ຄ່າ​ທີ່​ສຸດ.ຂ້າພະ​ເຈົ້າ​ໄດ້​ຄົ້ນ​ຄ້ວາ​ແຜນ​ທີ່​ຫລາຍ​ສະບັບ​ແລ້ວ ​ແລະ ບັນດາ​ແຜນ​ທີ່​ລ້ວນ​ແຕ່​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ຢ່າງ​ຈະ​ແຈ້ງ, ​ແຕ່​ແຜນ​ທີ່​​ແຜນນີ້​ແມ່ນ​ຈະ​ແຈ້ງ​ທີ່​ສຸດ, ດີ​ທີ່​ສຸດ.”

        ການ​ຮຽບຮຽງ​ຊຸດ Atlas ມີ​ການ​ປະກອບສ່ວນ​ບໍ່​​ແມ່ນຫນ້ອຍຂອງ​ສາດສະດາ​ຈານ ຫງວຽນ​ກວາງ​ງອກ ​ແລະ ນາງ ຫງວຽນ​ທິຫາຍ, ນັກ​ສຶກສາ​ພວມ​ຄົ້ນ​ຄ້ວາ​ຢູ່​ຝລັ່ງ. ທ່ານ ຫງວຽນ​ບັກ​ຊອນ, ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ການ​ຮຽບຮຽງ​ແຜນ​ທີ່​ສະບັບ​ນີ້ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຫລາຍ​ມື້, ​ເພາະສະ​ນັ້ນ ການ​ຮຽບຮຽງ​ດຳ​ເນີນ​ໄປ​ຢ່າງ​ລອບ​ຄອບ​ຖິ່ຖ້ວນ. ຊຸດ Atlas ນີ້ ຈະ​ປະກອບສ່ວນ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຊື່ອງ​ຊາ ຕື່ມ​ອີກ,  ປະກອບສ່ວນ​ຊ່ວຍ​ໃຫ້​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ​ຕື່ມອີກ​ກ່ຽວ​ກັບ​ຄວາມ​ໝາຍ​ແຫ່ງ​ການ ​ ​ຕໍ່ສູ້ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນຂອງ​ຫວຽດນາມ.”

        ຊຸດ Atlas ຂອງ Philipe Vandemaelen ພິມ​ຈຳຫນ່າຍ​ເມື່ອ​ປີ 1827 ​ໄດ​້ສະຫນອງ​ເອກະສານ​ສຳຄັນ​ຫລາຍ​ຢ່າງ, ​ແມ່ນ​ພະຍານ​ຫລັກ​ຖານ​ສຳຄັນ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ຕອບກັບ

ຂ່າວ/ບົດ​ອື່ນ