ຊຸມວັນມະຫາສາມັກຄີອາຊຽນ” ເຊື່ອມຈອດປະຊາຄົມບັນດາປະເທດອາຊຽນ

ຊຸມວັນມະຫາສາມັກຄີອາຊຽນ” ເຊື່ອມຈອດປະຊາຄົມບັນດາປະເທດອາຊຽນ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ຕ້ອນຊຸມ​ວັນ “ມະ​ຫາ​ສາ​ມັກ​ຄີ​ອາ​ຊຽນ” - ວິ​ໄສ​ທັດດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ ”

ຊຸມ​ວັນ “ມະ​ຫາ​ສາ​ມັກ​ຄີ​ອາ​ຊຽນ” - ວິ​ໄສ​ທັດດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ ” ໄດ້​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 21 – 23/11 ຢູ່​ບ້ານ​ວັດ​ທະ​ນະ​ທຳ - ທ​ອ່ງທ່ຽວບັນ​ດາ​ເຜົ່າ​ຫວຽດ​ນາມ. ນີ້​ແມ່ນ​ເຫດ​ການ​ໂດຍ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ ໂດຍ​ມີ​ການ​ເຂົ້​າ​ຮ່ວມ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ຫວຽດ​ນາມ ແລະ ຜູ້​ຕາງ​ໜ້າ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມາ​ຈາກ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

   ຊຸມ​ວັນ “ມະ​ຫາ​ສາ​ມັກ​ຄີ​ອາ​ຊຽນ” - ວິ​ໄສ​ທັດດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ ” ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ. ພິ​ເສດ​ຄະ​ນະ​ເຈົ້າ​ພາບ​ຫວຽດ​ນາມ​ມີ​ການ​ເຂົ້າ​ຮ່ວມ​ຊາວ​ເຜົ່າ​ສ່ວນ​ໜ້ອຍ 200 ຄົນ​ທີ່​ມາ​ຈາກ​ບັນ​ດາ​ແຂວງ ແລະ ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ບັນ​ດາ​ການ​ເຄ​ື່ອນ​ໄຫວໃນ​ຂອບ​ເຂດ​ລາຍ​ການ​ໄດ້​ແນະ​ນຳ​ຄວາມ​ສາ​ມາດ​ດ້ານ​ການ​ທ່ອງ​ທ່ຽວ​ກໍ​ຄື​ພາບ​ພົດ​ຂອງ​ປະ​ເທດ​ຊາ​ດ ແລະ ປະ​ຊາ​ຊົນ​ອາ​ຊຽນ​ເວົ້າ​ລວມ​ກໍ​ຄື​ຫວຽດ​ນາມ​ເວົ້າ​ສະ​ເພາະ.     ທ່ານ​ເລີ​ມ​ວັນ​ຄາງ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ຊຸມ​ວັນ “ມະ​ຫາ​ສາ​ມັກ​ຄີ​ອາ​ຊຽນ” - ວິ​ໄສ​ທັດດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ ”ໃຫ້​ຮູ້​ວ່າ :

   “ ບັນ​ດາ​ເນື້ອ​ໃນ, ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ​ເຫດ​ການ​ລວມ​ມີ : ບັນ​ດາ​ການ​ເຄື່ອນ​ໄຫວ​ແນະ​ນຳ, ໂຄ​ສະ​ນາ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ, ປະ​ເທດ​ຊ​າດ ແລະ ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊຽນ, ແນະ​ນ​ຳ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ບັນ​ດາ​ປະ​ເທດ​ອາ​ຊຽນ , ແນະ​ນ​ຳ​ດ້ານ​ກິ​ລາ​ອັນເປັນ​ປະ​ເພ​ນີອາ​ຊຽນ, ພິ​ເສດ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແນະ​ນຳ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ເຜົ່າ​ຫວຽດ​ນາມ​ໂດຍ​ວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ​ຫວຽດ​ນາມ​ໄດ້​ຮັບ​ການ​ລ​ະ​ດົມ​ຈາກ​ບັນ​ດາ​ເຂດ​ແຄ້ວນ​ທີ່​ເປັນ​ຕົວ​ແທນ​ຂອງ​ທົ່ວ​ປະ​ເທດ​ມາ​ຮ່ວມ​”

    ທ້າວ ອາ​ທຸດ ຊາວ​ເຜົ່າ​ບານາທີີ່​ມາ​ຈາກ​ແຂວງ ກອມ​ຕຸມ ເປີດ​ເຜີຍ​ວ່າ :

“ ຂ້າ​ພະ​ເຈົ້າຕື້ນ​ຕັນ​ໃຈ​ທີ່​ສຸດ ເພາະ​ໃນ​ເດືອນ 7 ທີ່​ຜ່ານ​ມາ, ຄະ​ນະ​ຜູ້​ແທນ​ພວກ​ຂ້າ​ພະ​ເຈົ້າໄດ້​ທຳ​ການ​ສະ​ແດງ​ວັດ​ທະ​ນະ​ທ​ຳ​ຄ້ອງ​ຢູ້​ຝະ​ລັ່ງ ແລະ ປະ​ຈຸ​ບັນ, ຄະ​ຂອງ​ພວກ​ຂ້າ​ພະ​ເຈົ້າພັດ​ໄດ້​ເຂົ້າ​ຮ່ວມ​ລາຍ​ການນີ້. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ກຽດ​ເປັນ​ຢ່າງ​ຍິ່ງ. ຂ້າ​ພະ​ເຈົ້າ​ຈະ​ສະ​ແດງ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຜົ່າ​ຕົນ ເພື່ອ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ເຜົ່າ​ອື່ນໆ​ພ້ອມ​ກັນ​ຮູ້”

  ເຂົ້າ​ຮ່ວມ​ລາຍ​ການ​ຍັງ​ມີ​ບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ສິ​ລະ​ປະ​ການ​ທີ່​ມາ​ຈາກ​ບັນ​ດາ​ແຂວງ, ນະ​ຄອນ, ນັກ​ສະ​ແດງ​ຂອງ​ບັນ​ດາ​ໂຮງ​ລະ​ຄອນ, ກອງ​ສິ​ລະ​ປະ​ກອນ​ສັງ​ກັດ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ.    ທ່ານ​ເລີ​ມ​ວັນ​ຄາງ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ຊຸມ​ວັນ “ມະ​ຫາ​ສາ​ມັກ​ຄີ​ອາ​ຊຽນ” - ວິ​ໄສ​ທັດດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ ”ໃຫ້​ຮູ້​ອີກວ່າ :

 “ວິ​ໄສ​ທັດດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ ” ເກືອບ​ຄື​ເປັນ​ຖະ​ແຫຼງ​ການ​ຂອງ​ອາ​ຊຽນ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ເຫດ​ການນີ້​ດ້ວຍ​ຈຸດ​ປະ​ສົງ ແນະ​ນຳ​ດ້ານ​ວັດ​ທະ​ນະ​ທຳ​ບັນ​ດາ​ປະ​ເທດ​ອາ​ຊຽນ ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ເຊື​ອ່ມ​ຈອດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊຽນ, ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ສາ​ມັກ​ຄີ, ຂະ​ຫຍັນ​ຂັ່ນ​ເຄ​ື່ອນ, ພັດ​ທະ​ນາ​ອາ​ຊຽນ​ກາຍ​ເປັນ​ພາກ​ພື້ນ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ ” . 

ຕອບກັບ

ຂ່າວ/ບົດ​ອື່ນ