ຊາຍຄາຫວຽດນາມ - ເຊັກໂກ, ແຫ່ງທະວີຄູນນ້ຳໃຈແຫ່ງຄວາມເມດຕາປານີໃຫ້ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ

(VOVWORLD) -ອົງການຈັດຕັ້ງກຸສົນຊາຍຄາ ຫວຽດນາມ - ເຊັກໂກ ໄດ້ຮັບການສ້າງຕັ້ງຢູ່ປະເທດສ.ເຊັກໂກ ກ່ອນນີ້ 4 ປີ, ເພື່ອແນໃສ່ຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ.
ຊາຍຄາຫວຽດນາມ - ເຊັກໂກ, ແຫ່ງທະວີຄູນນ້ຳໃຈແຫ່ງຄວາມເມດຕາປານີໃຫ້ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ - ảnh 1 (ອົງການຈັດຕັ້ງກຸສົນຊາຍຄາ ຫວຽດນາມ - ເຊັກໂກ ໄດ້ຮັບການສ້າງຕັ້ງຢູ່ປະເທດສ.ເຊັກໂກ ກ່ອນນີ້ 4 ປີ)

ໃນໄລຍະຜ່ານມາ, ດ້ວຍການຮ່ວມເດີນທາງພ້ອມກັບບັນດາຜູ້ໃຈບຸນໃຈກຸສົນ, ສະມາຄົມໄດ້ກາຍເປັນສະຖານທີ່ເຄື່ອນໄຫວເພື່ອການກຸສົນທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຊ່ວຍເຫຼືອ, ແບ່ງປັນຄວາມຫຍຸ້ງຍາກ, ນຳມາເຊິ່ງຄວາມເບີກບານມ່ວນຊື່ນ ແລະ ມານະຈິດໃນການດຳລົງຊີວິດໃຫ້ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກທັງຢູ່ຫວຽດນາມ ແລະ ສ.ເຊັກໂກ.

        ໂດຍໄດ້ຮັບການສ້າງຕັ້ງຢ່າງເປັນທາງການນັບແຕ່ປີ 2013 ດ້ວຍຈຸດປະສົງແມ່ນອາສາສະໝັກທຳການກຸສົນ, ມາຮອດປະຈຸບັນ, ສະມາຄົມຊາຍຄາຫວຽດນາມ - ເຊັກໂກ ມີສະມາຊິກກວ່າ 180 ຄົນ ພ້ອມກັບບັນດາຜູ້ໃຈບຸນໃຈກຸສົນ ປະຕິບັດບັນດາການເຄື່ອນໄຫວມະນຸດສະທຳຢູ່ຫວຽດນາມ ແລະ ສ.ເຊັກໂກ.

        ແຕ່ລະປີ, ຜ່ານສະພາກາແດງຫວຽດນາມ, ສະມາຄົມພຸດທະສາສະໜາຫວຽດນາມ, ສະມາຄົມສົ່ງເສີມການຮຽນຫວຽດນາມ, ສະມາຄົມຊາຍຄາ ຫວຽດນາມ - ເຊັກໂກ ລ້ວນແຕ່ຈັດຕັ້ງບັນດາການເດີນທາງກັບເມືອຫວຽດນາມ ຂອງອາສາສະໝັກທຳການກຸສົນ ເພື່ອຊ່ວຍ ຜູ້ເຖົົ້າຜູ້ແກ່ຢູ່ໂດດດ່ຽວ, ເດັກກຳພ້າ, ກຳພອຍ, ຄົນພິການ, ບໍ່ມີບ່ອນຢູ່ອາໄສ, ຜູ້ປະສົບຄວາມຫຍຸ້ງຍາກແຕ່ຮຽນເກັ່ງ ຫຼື  ປະຊາຊົນເຂດຖືກໄພທຳມະຊາດ. ສະມາຄົມໄດ້ຈັດຕັ້ງການຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາເປົ້າໝາຍຢູ່ສູນລ້ຽງດູຜູ້ເຖົ້າຜູ້ແກ່, ເດັກກຳພ້າ, ກຳພອຍ ຫຼື ເດັກພິການ ຫຼາຍແຫ່ງຢູ່ສ.ເຊັກໂກ.

        ມີຜູ້ປະສົບກັບຄວາມຫຍຸ້ງຍາກຫຼາຍຄົນ, ບໍ່ມີຍາດຕິພີ່ນ້ອງຢູ່ຫວຽດນາມ ແລະ ສ.ເຊັກໂກ ເຊິ່ງສະມາຄົມຊາຍຄາຫວຽດນາມ - ເຊັກໂກ ໄດ້ຊອກເຫັນ ແລະ ໃຫ້ການຊ່ວຍເຫຼືອ. ໄປດຳລົງຊີວິດຢູ່ສ.ເຊັກໂກ ເປັນເວລາເກືອບ 20 ປີແລ້ວ, 2 ແມ່, ລູກ ເອື້ອຍ ຫງວຽນຫາຍລິງ, ປະຈຸບັນ ເອື້ອຍບໍ່ສາມາດອອກແຮງງານໄດ້ອີກ ພາຍຫຼັງຜ່າຕັດສະໝອງ 2 ຄັ້ງ, ລູກຂອງເອື້ອຍ ເປັນພະຍາດໝາກໄຂ່ຫຼັງ ຕ້ອງເຂົ້າໂຮງໝໍຢ່າງລຽນຕິດເພື່ອປິ່ນປົວ. ການປິ່ນປົວແຕ່ລະຄັ້ງ, 2 ແມ່ລູກໄດ້ນອນຢູ່ໂຮງໝໍ 2 ແຫ່ງແຕກຕ່າງກັນ, ເວລານອນຢູ່ໂຮງໝໍຫຼາຍກວ່າຢູ່ເຮືອນ. ໃນເວລາເກືອບຄືວ່າສີ້ນຫວັງນັ້ນ, 2 ແມ່ລູກ ພັດໄດ້ຮັບການຊ່ວຍເຫຼືອ, ແບ່ງປັນຢ່າງທັນການຂອງບັນດາອ້າຍ, ເອື້ອຍ, ນ້ອງໃນສະມາຄົມຊາຍຄາຫວຽດນາມ - ເຊັກໂກ. ເອື້ອຍລິງ ແບ່ງປັນຄວາມໃນໃຈວ່າ.

        “ຂ້າພະເຈົ້າຮູ້ສຶກວ່າ ໄດ້ຮັບການລະດົມກຳລັງໃຈຫຼາຍທີ່ສຸດ, ເຮັດໃຫ້ຂ້າພະເຈົ້າມີຈິດໃຈຕໍ່ສູ້ກັບພະຍາດຕື່ມອີກ. ເຖິງວ່າ ບໍ່ມີຍາດຕິພີ່ນ້ອງຢູ່ທີ່ນີ້, ແຕ່ນ້ຳໃຈຂອງບັນດາອ້າຍເອື້ອຍນ້ອງ ເຮັດໃຫ້ຂ້າພະເຈົ້າຮູ້ສຶກວ່າ ຍາມໃດກໍ່ມີຄົນຢູ່ອ້ອມຂ້າງໃຫ້ກຳລັງໃຈ ແລະ ຕົນເອງຍິ່ງຕ້ອງສູ້ຊົນເພື່ອຕ້ານພະຍາດ”.

        ເພື່ອໃຫ້ມີການຮ່ວມແຮງຮ່ວມໃຈ, ຊ່ວຍເຫຼືອ, ແບ່ງປັນຢ່າງທັນການຄືແນວນັ້ນ ອາດຕ້ອງເວົ້າເຖິງການຮ່ວມແຮງຮ່ວມໃຈຂອງບັນດາອາສາສະໝັກທຳການກຸສົນຊາວຫວຽດນາມ ແລະ ສ.ເຊັກໂກ ມຸ່ງໄປສູ່ບັນດາຜູ້ທີ່ມີຊາຕາກຳອາພັບໃນສັງຄົມ.

        ເອື້ອຍ ຫງວຽນທິທາວ, ຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກເພື່ອການກຸສົນຂອງສະມາຄົມຊາຍຄາເຮືອນຫວຽດ - ສ.ເຊັກໂກ ເປັນເວລາຫຼາຍປີ. ສຳລັບເອື້ອຍ ແລ້ວ, ການຊ່ວຍເຫຼືອປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກແມ່ນການສະແດງມູນເຊື້ອ “ອຸມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ” ຢ່າງມີມະນຸດສະທຳຂອງຊາວຫວຽດນາມ.

        “ຂ້າພະເຈົ້າເປັນຊາວພຸດ, ທຳການກຸສົມເລີ່ມມາຈາກຫົວໃຈຂອງຕົນ, ເຫັນວ່າຜູ້ໃດປະສົບກັບຄວາມຫຍຸ້ງຍາກກໍ່ຊ່ວຍເຫຼືອ, ພ້ອມທັງຮຽກຮ້ອງໃຫ້ເພື່ອນມິດຂອງຕົນຊ່ວຍເຫຼືອເພື່ອໃຫ້ເຂົາເຈົ້າຫຼຸດຜ່ອນຄວາມຫຍຸ້ງຍາກໃນຊີວິດການເປັນຢູ່ ແລະ ດຳລົງຊີວິດຢ່າງມີຄວາມໝາຍກວ່າ. ຂ້າພະເຈົ້າເຫັນວ່າ, ວຽກງານຂອງສະມາຄົມຊາຍຄາເຮືອນຫວຽດ - ສ.ເຊັກໂກ ດີທີ່ສຸດ.”

        ຜູ້ຕາງໜ້າສະຖານທູດຫວຽດນາມ ແລະ ສະມາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ໄດ້ຕີລາຄາສູງການເຄື່ອນໄຫວຂອງສະມາຄົມ, ພ້ອມທັງປາດຖະໜາວ່າ ຮູບແບບເຄື່ອນໄຫວເພື່ອການກຸສົນນີ້ ຄວນໄດ້ຮັບການທະວີຄູນອອກສູ່ປະຊາຄົມ, ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກກວ່າ. ທ່ານນາງ ຫງວຽນຢຸງ, ປະທານສະມາຄົມຊາຍຄາຫວຽດນາມ - ສ.ເຊັກໂກ, ແບ່ງປັນວ່າ.

        “ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສົມທົບກັບຝ່າຍຫວຽດນາມ ຄາດວ່າຈະສ້າງຕັ້ງສູນຊາຍຄາຫວຽດນາມ - ສ.ເຊັກໂກ ຢູ່ຫວຽດນາມ, ເພື່ອເຮັດແນວໃດໃຫ້ສະມາຄົມໄດ້ມີຂໍ້ມູນຂ່າວສານ ແລະ ການປະກອບສ່ວນຂອງສະມາຄົມ ທີ່ມີຕໍ່ບັນດາຄອບຄົວທີ່ຕ້ອງການໄດ້ຮັບການຊ່ວຍເຫຼືອຢູ່ຫວຽດນາມ ຢ່າງໄວທີ່ສຸດ. ສ່ວນຢູ່ສ.ເຊັກໂກ, ພວກຂ້າພະເຈົ້າສືບຕໍ່ເອົາໃຈໃສ່ ຊອກຮູ້ບັນດາຄອບຄົວທີ່ມີລູກຫຼານເປັນຄົນພິການ ເພື່ອເຕົ້າໂຮມເປັນສະໂມສອນ”.

        ດ້ວຍທິດນຳ ແລະ ຈຸດປະສົງເຄື່ອນໄຫວເພື່ອການກຸສົນ ເປັນເວລາ 4 ປີ ຜ່ານມາ, ສະມາຄົມຊາຍຄາຫວຽດນາມ - ສ.ເຊັກໂກ ນັບມື້ນັບດຶງດູດການເຂົ້າຮ່ວມຂອງບັນດາຜູ້ໃຈບຸນໃຈກຸສົນທີ່ສຸດຈິດສຸດໃຈເພື່ອຜູ້ປະສົບກັບຄວາມຫຍຸ້ງຍາກກວ່າ. ສະມາຄົມພວມກາຍເປັນແຫ່ງການເຄື່ອນໄຫວກຸສົນ ທີ່ມີຄວາມໄວ້ເນື້ອເຊື່ອໃຈໃນປະຊາຄົມ ແລະ ແມ່ນຂົວຕໍ່ມະນຸດສະທຳຢ່າງເລິກເຊິ່ງລະຫວ່າງຊາວຫວຽດນາມ ແລະ ປະຊາຊົນສ.ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ