ຊາດອກບົວ - ລົດຊາດບູຮານຢູ່ໃຈກາງນະຄອນຮ່າໂນ້ຍ

(vovworld) - ​ທັງ​ລອງ - ຮ່າ​ໂນ້ຍ, ນະຄອນຫຼວງ​ແຫ່ງ​ອະລິຍະ​ທຳ​ນັບ​ພັນ​ປີ, ​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ວັດທະນະທຳ​ອັນ​ດີ​ງາມ​ທີ່​ມາ​ແຕ່ບູຮານ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ສິລະ​ປະການ​ຊົງ​ຊາ ​ແລະ ດື່ມ​ຊາ. ພິ​ເສດ​ແມ່ນ​ຊາດ​ອກບົວ, ດ້ວຍ​ວິທີ​ເອືອບ​ຊາ, ການ​ກະກຽມ​ວັດຖຸດິບ ກໍ່​ຄື​ສິ​ລະ​ປະຊົງ​ຊາ​ຢ່າງ​ລະອຽດ​ລະ​ອໍ. ຊາດ​ອກບົວ​ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ໃນ​ນະຄອນຫຼວງ ຮ່າ​ໂນ້ຍ​ ເທົ່າ​ນັ້ນ, ຫາກ​ບັນ​​ດາ​ນັກຜະລິດ​ຊາ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກໍ່ຮູ້ຈັກ​ເຖິງອີກ​ດ້ວຍ. ພວກ​ເຮົາ​ພ້ອມ​ກັນ​ຊອກ​ຮູ້​ກ່ຽວ​ກັບ​ຊາ​ຊະນິດ​ນີ້​ກັບ​ນັກ​ສິລະ​ປະການ ຮ່ວາງ​ແອ​ງ​ເຊື໋ອງ, ຜ່ານ​ບົດ​ສາລະ​ຄະດີ “ຊາດ​ອກບົວ - ລົດ​ຊາດ​ບູຮານຢູ່​ໃຈກາງ​ນະ​ຄອນ​ຮ່າ​ໂນ້ຍ “ ຂອງ​ນັກ​ຂ່າວ ​ຢ້ຽວຮົ່ງ.
ຊາດອກບົວ - ລົດຊາດບູຮານຢູ່ໃຈກາງນະຄອນຮ່າໂນ້ຍ - ảnh 1

ບົນ​ຖະໜົນ ​ໂງ​ເຕິ​ດ​ໂຕ໋, ນະຄອນຫຼວງ ຮ່າ​ໂນ້ຍ, ​ມີເຮືອນ​ບູ​ຮານຫຼັງ​ໜຶ່ງທີ່ຕັ້ງ​ຢ່າງ​ຄ່ຽມຄົມຢູ່​ຂ້າງ​ທາງ, ​​ເຮືອນ​ຫຼັງ​ນີ້​ຍັງ​ຄົງ​ຮັກສາ​ສະຖາປັດຕະຍະກຳ​ທີ່​ເກົ່າ​ແກ່​ຂອງ​ຊາວ ຮ່າ​ໂນ້ຍ ​ຢູ່. ກ້າວ​ເຂົ້າ​​ໃນ​ເຮືອນ (ແມ່ນຮ້ານ​ນ້ຳ​ຊາໃນ​ປະ​ຈຸ​ບັນ), ​ລຽບ​ຕາມ​ສອງ​ພາກທາງ​ແມ່ນ​ຕູ້​​ວາງຊາຫຼາຍ​ຊະນິດ ​ແລະ ​ເຄື່ອງ​ຊົງ​ຊາ. ​ຝາ​ເຮືອນ​ທາສີຟ້າ​ແກ່, ມ່ານ​ໄມ້​ໄຜ່, ພ້ອມ​ກັບ​ເຄື່ອງ​ເຟີ​ນີ​ເຈີ​ບູ​ຮານ​ທີ່​ໄດ້​ຮັບ​ການ​ແກະສະຫຼັກຢ່າງ​ລະອຽດ​ລະ​ອໍ, ຮ້ານ​ແຫ່ງ​ນີ້ຄື​ດັ່ງ​ບໍລິ​ເວນທີ່ຄັດ​ແຍກ​ຕ່າງຫາກກັບ​ຄວາມ​ອຶກ​ກະ​ທຶກ​ຄຶກ​ໂຄມ​ຢູ່ ຮ່າ​ໂນ້ຍ ​ໃນ​ປະຈຸ​ບັນ. ​ເຖິງ​ວ່າ​ຮອດ​ເວລາ 20 ​ໂມງ​ແລ້ວ, ​ແຕ່​ແຂກມາ​ດື່ມ​ນ້ຳ​ຊາ​ຍັງ​ຄົງ​ເຕັມ​ຮ້ານ​ຢູ່, ບໍ່​ມີ​ສຽງ​ນຶກ​ນັນ, ​ເ​ບິ່ງ​ຄື​ວ່າ​ຜູ້​ໃດ​ກໍ່​ມີ​ສະຕິ​ຮັກສາຄວາມ​ສະຫງົບ​ງຽບ​​ໃຫ້ຮ້ານ​ນີ້​.

ຊາດອກບົວ - ລົດຊາດບູຮານຢູ່ໃຈກາງນະຄອນຮ່າໂນ້ຍ - ảnh 2

ຮ້ານ​ນຳ້​ຊາ​ແຫ່ງ​ນີ້​ມີ​ຄວາມ​ລຶ້ງ​ເຄີຍ​ກັບ​ຂ້າພະ​ເຈົ້າ. ​ອາ​ທິດ​ໃດ, ຂ້າພະ​ເຈົ້າ​ກໍ່ພ້ອມ​ກັບ​​ໝູ່ເພື່ອນ​ມາ​ດື່ມ​​ນ້ຳຊາຢູ່​ທີ່​ນີ້. ຮ້ານມີ​ຊາ​ຫຼາຍ​ຊະນິດ, ​ແຕ່​ຂ້າພະ​ເຈົ້າ​ມັກ​ດື່ມ​ທີ່​ສຸດ​ແມ່ນຊາດ​ອກບົວ​ຍ້ອນ​ມັນ​ຫອມ ​ແລະ ມີ​ລົດ​ຊາດ​ສະ​ເພາະ, ຕ່າງ​ກັບ​ຊາ​ຈຸ່ມ​ຊະນິດ​ຕ່າງໆ ກໍ່​ຄື​ຊາ​ຂອງ​ຮ້ານ​ອື່ນ”.

“ຕາມ​ຂ້າພະ​ເຈົ້າ​ແລ້ວ, ຊາດ​ອກບົວໄດ້​ສ້າງ​ຄວາມ​ດູດ​ດື່ມ, ​ຄວາມ​ຮູ້​ສຶກ​ສະ​ບາຍ​ໃຈ, ດື່ມ​ນ້ຳ​ຊາ​​ຂົມ​ໆຝາດ​ໆເທື່ອ​ລະ​ນ້ອຍ​ກໍ່​ເຫັນ​ວ່າ​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍທີ່​ສຸດ”.

ຍ່າງ​ເລິກ​ເຂົ້າ​ໃນຮ້ານ, ຢືນ​ຂ້າງໂຕະ​ຕັ່ງ​ຊຸດທີ່​​ຄວັດ​ຝັງ​ລາຍ​ກີບກີ້, ອ້າຍ ຮ່​ວາງ​ແອງ​ເຊື໋ອງ - ນັກ​ສິ​ລະ​ປະ​ການ​ຊາ, ທັງ​ເປັນ​ເຈົ້າ​ຂອງ​ຮ້ານ​ນ້ຳ​ຊາ ເຈື່ອງ​ຊວນ ​ພວມ​ຊົງ​ນ້ຳ​ຊາໃຫ້​ແຂກ. ອ້າຍຄ່ອຍໆຂະ​ເຍົ່າ​ກາ​ດິນ​ເຜົາ​ເຄືອບສີກະ​ເບົາ,ຂະໜາດ​ນ້ອຍເທົ່າ​ກັບ​ໝາກ​ແປ້ນ, ເທິ​ງ​ກາແກະ​ສະຫຼັກ​ຮູບດອກ​ຄາຍ​ຢ່າງລະ​ອຽດ​ລະ​ອໍ. ນີ້​ແມ່ນ​ການ​ຊົງ​ຊາ​​ເທື່ອທີ​ສອງ. ເມື່ອ​ເຫັນຄວາມປະຫຼາດ​ໃຈຂອງ​ພວກ​ຂ້າພະ​ເຈົ້າ​ຕໍ່​ເຄື່ອງ​ຊົງ​ຊາ, ອ້າຍ​ອະ​ທິ​ບາຍ​ວ່າ:

ຊາດອກບົວ - ລົດຊາດບູຮານຢູ່ໃຈກາງນະຄອນຮ່າໂນ້ຍ - ảnh 3

ທີ​ໜຶ່ງ​ແມ່ນ​ຕ້ອງ​ມີເຕົາ​ໄຟ​ດ້ວຍ​ທອງ, ​ທີ​ສອງ​ຕ້ອງ​ມີພາ​ຄວັດ​ຝັງ​ລາຍ​ກີບກີ້. ກາ​ຊົງ​ນ້ຳ​ຊາ​ຕ້ອງ​ມີ​ຄົບ​ຊະ​ນິດ: ກາ​ສຳ​ລັບ​ຜູ້​ດຽວ​ແມ່ນນ້ອຍ​ເທົ່າ​ກັບ​ໝາກ​ແປ້ນ​​, ກາ​​​ສຳ​ລັບສອງ​ຄົນ ແລະ ກາ​ໃຫຍ່​​ແມ່ນໃຫ້ຫຼາຍ​ຄົນ​ດື່ມ. ສ່ວນ​ຈອກ​ດື່ມ​ນ້ຳ​ຊາ​ກໍ່​ແບ່ງ​ເປັນ​ສອງ​ຊະ​ນິດ: ຈອກ​ໃຫຍ່ ແລະ ຈອກ​ນ້ອຍ. ເມື່ອ​ຊົງ​ນ້ຳ​ຊາ​ສຳ​ເລັດແລ້ວ, ເຂົາ​ເຈົ້າ​ຈະ​ເຫຍັ້ນໃສ່​ຈອກ​ໃຫຍ່, ຫຼັງ​ຈາກ​ນັ້ນ​ຈຶ່ງ​ເຫຍັ້ນ​ຈາກຈອກ​ໃຫຍ່​ໃສ່​​ບັນ​ດາຈອກ​ນ້ອຍ​ເພື່ອ​ດື່ມ​.”

​ເມື່ອ​ສັງ​ເກດ​ຢ່າງ​ລະ​ອຽດ​ກໍ່​ເຫັນ​ວ່າ, ສຳ​ລັບ​ເຄື່ອງ​ຊົງ​ນ້ຳ​ຊາ​ແຕ່​ລະ​ຊະ​ນິດ, ກ່ອນ​ທີ່​ນຳ​ໃຊ້ອ້າຍ​ ເຊື໋ອງ ລ້ວນ​ແຕ່​ລ້າງ​ຄືນ​ດ້ວຍນ້ຳຟົດ. ອ້າຍເຫ​ຍັ້ນ​ນ້ຳ​ຊາ​ໃສ່​ຈອກ​ໃຫຍ່​ແລ້ວ​ຄ່ອຍໆ​ເຫ​ຍັ້ນ​ຈາກ​ຈອກ​ໃຫຍ່ໃສ່​ບັນດາຈອກ​ນ້ອຍ. ນຳ້​ຊາ​​ມີ​ສີ​ກະ​ເບົາ​ນ້ຳ​ເຜິ້ງ​, ​ສົ່ງກິ່ນດອກ​ບົວ​ທີ່​ຫອມ​ຫວນ.

ກຳກັບ​ໄມ້​ໃນ​ມື, ອ້າຍ ​ເຊື໋ອງ​ ແກ້​ເຈ້ຍຫຸ້ມ​ຫໍ່​ອອກ. ​ສິ່ງ​ທີ່ປະກົດ​ຕໍ່ໜ້າ​ພວກຂ້າພະ​ເຈົ້າ​ນັ້ນ​ແມ່ນຊັ້ນເມດ​​ເຂົ້າ​ດອກ​ບົວ (​ເມດ​ເທິງ​​ຫົວເກສອນ​ຜູ້​) ທີ່​ຂາວ​ລ້ວນ​, ລີ້​ຊ້ອນໃຕ້​ຊັ້ນ​ນີ້​ແມ່ນ​ໃບຊາ​ທີ່​ໄດ້​ຮັບ​ການຂົ້ວ​ແຫ້ງ​ແລ້ວ. ​(ແຕ່​ລະ​ຊັ້ນ)ໆ​ຖືກກ່າຍກອງ​ກັນຢ່າງ​ລະອຽດ​ລະ​ອໍ.

ຊາດອກບົວ - ລົດຊາດບູຮານຢູ່ໃຈກາງນະຄອນຮ່າໂນ້ຍ - ảnh 4

​ເມື່ອ​ເອືອບ​ຊາຍາ​ມ​ໃດ​ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ໃຊ້​ກັບ​ໄມ້, ຢູ່​ກົ້ນ​ຢາຍ​ເຈ້ຍສາແລ້ວໂຮຍຊາ​, ໂຮຍ​ເມັດເຂົ້າດອກ​ບົວເປັນ​ແຕ່​ລະຊັ້ນ​ບາງໆ, ​ເມື່ອຊາ​ ແລະ ​​ເມັດເຂົ້າດອກ​ບົວໝົດ​ແລ້ວກໍ່​ອັດ​​ແຈບກັບ​ຊາໄວ້, ສອງສາມ​ຊົ່ວ​ໂມງ​ຜຶ່ງ​ເທື່ອ​ໜຶ່ງ, ຕ້ອງ​ຜຶ່ງ​ໃນ​ 1 ວັນ, ຫຼັງ​ຈາກ​ນັ້ນ​ສືບ​ຕໍ່​ເອືອບ​ຊາ​ອີກເທື່ອ​ທີ​ສອງຄື​ດັ່ງເທື່ອ​ທຳ​ອິດ. ບາງ​ເທື່ອ​ກໍ່​ຕ້ອງ​ເອືອບ​ຊາເຖິງ 7 ​ເທື່ອ. ​ສະ​ເລ່ຍຊາດ​ອກບົວ​ໂລ​ໜຶ່ງຕ້ອງໃຊ້ ດ​ອກບົວ​ແຕ່ 1000 1.400 ດອກ.

​​ອ້າຍ ເຊື໋ອງ ທັງ​​ຊີ້ໃຫ້​ພວກ​ຂ້າພະ​ເຈົ້າ​​ເຫັນຊັ້ນ​ເມັດເຂົ້າດອກ​ບົວ, ​ທັງ​ອະທິບາຍ​ກ່ຽວ​ກັບ​ວິທີ​ເລືອກ​ເຟັ້ນດອກ​ບົວ. ຢູ່ ຫວຽດນາມ​ມີ​ໜອງ​ດອກ​ບົວ​ໃຫຍ່​ຫຼາຍ​ແຫ່ງ, ​ແຕ່ສະ​ເພາະ​ອ້າຍ​ພຽງ​ແຕ່​​ໃຊ້​ດອກ​ບົວ​ຢູ່​ໜອງ ​ໂຮ່​ໄຕ​ ເທົ່າ​ນັ້ນ, ຍ້ອນ​ດອກ​ບົວ​ຢູ່​ທີ່ນີ້​ທັງໃຫຍ່, ​ທັງມີ​ກິ່ນ​ຫອມ​ກວ່າ​ເມື່ອ​ທຽບ​ໃສ່​ດອກ​ບົວ​ຢູ່​ບ່ອນ​ອື່ນ. ວິທີ​ຊົງ​ນ້ຳ​ຊາ, ​ເລືອກ​ເຟັ້ນດອກ​ບົວ, ​ເອືອບ​ດອກ​ບົວ​ແມ່ນ​ລະອຽດ​ແລ້ວ, ​ແຕ່​ວິທີ​ເລືອກ​ເຟັ້ນຊາ​ພັດຍິ່ງ​ລະອຽດ​ລະ​ອໍ​ກວ່າ​ອີກ.

ຍາມ​ໃດ​ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ເລືອກ​ຍອດຊາ​ ຊານ​ຕວຽດ ຂອງ ຮ່າ​ຢາງ. ພາຍຫຼັງ​ເລືອກ​ເຟັ້ນຍອດຊາ​​ທີ່ບັນລຸ​​ມາດຕະຖານໄດ້​ແລ້ວ, ​ ກໍ່ເອົາ​ມາໃສ່​​ໃນ​ຫວດ​ແລ້ວ​​ໜຶ້ງ​ເພື່ອ​​ໃຫ້ທາດ tamin - ທາດ​ສ້າງ​ເປັນ​ລົດ​ຝາດ​ໃນ​ຊາ​ຫາຍ​ໄປ. ​ເພາະວ່າ​ຕາມ​ຜູ້​ເຖົ້າ​ຜູ້​ແກ່​​ແລ້ວ, ດື່ມ​ນຳ້​ຊາ​ແມ່ນ​ເພື່ອດົມ​ກິ່ນຫອມ​ຂອງ​ດອກ​ບົວ​ເປັນ​ຕົ້ນ, ຫາກ​ບໍ່​ແມ່ນ​ລົດ​ນຳ້​ຊາ. ​ເມື່ອ​ໜຶ້ງ, ຊາ​​ຈະຊຸ່ມທີ່​ສຸດ, ຕ້ອງ​ໃສ່​ໝໍ້​ຂາງ​ຂົ້ວ​ໃຫ້​ແຫ້ງ ແລ້ວ​ຖອກ​ໃສ່​ໄຫ, ປິດແຈບ​ໄວ້​ ແລະ​ ຮັກສາ​ໃນ 5-6 ປີ​ກ່ອນ​ທີ່​ເອືອບ​ກັບ​ດອກ​ບົວ”.

ຍ້ອນ​ຂັ້ນ​ຕອນ​ການ​ຜະລິດ​ລະອຽດ​ລະ​ອໍ​ຄື​ແນວ​ນັ້ນ, ຊາ​ດອກ​ບົວ​ຈຶ່ງ​ກາຍ​ເປັນ​ຊະນິດ​ລ້ຳ​ຄ່າ​ທີ່​ສຸດ ບໍ່​ພຽງ​ແຕ່​ສຳລັບ​ຮ້ານ​ນ້ຳ​ຊາ ​ເຈື່ອງ​ຊວນ ​ເທົ່າ​ນັ້ນ, ຫາກ​​ມັນຍັງ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ ຮ່າ​ໂນ້ຍ ອີກ​ດ້ວຍ. ຄວາມ​ລະອຽດ​ລະ​ອໍ​ໃນ​ການ​ຜະລິດ​ຊາດອກ​ບົວ ກໍ່​ພາ​​ໃຫ້​ບັນດາ​ຜູ້​ຜະລິດ​ຊາ​ໃນ​ໂລກ​ມີ​ຄວາມ​ເຄົາລົບ​ນັບຖືອີກ, ອ້າຍ ​ເຊື໋ອງ ​ແບ່ງປັນ​ວ່າ:

ຊາດອກບົວ - ລົດຊາດບູຮານຢູ່ໃຈກາງນະຄອນຮ່າໂນ້ຍ - ảnh 5

​ເມື່ອ​ບັນດາ​ຜູ້​ຜະລິດ​ຊາ ຍີ່ປຸ່ນ ​ແລະ ຈີນ ມາ​ແຫ່ງ​ນີ້​ເພືອພົບ​ປະ​ແລກປ່ຽນ, ​ເຂົາ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດກ່ຽວ​ກັບ​ຊາດ​ອກບົວ​. ຜູ້​ຜະລິດ​ຊາ ຈີນ​ຫຼາຍ​ຄົນ​ເວົ້າ​ວ່າ, ຖ້າ​ຫາກ​ຊາ​ດອກ​ບົວແມ່ນ​ຂອງ​ເຂົາເຈົ້າ, ລາຄາ​ຈະ​ສູງ​ກວ່າຫຼາຍ, ບໍ່​ແມ່ນ​ນັບ​ສິບ​ລ້ານ​ດົ່ງ​ຄືພວມ​ຂາຍ​ຢູ່ ຫວຽດນາມ​ໃນ​ປະຈຸ​ບັນ, ຫາກບາງ​ເທື່ອ​ຈະ​ຂຶ້ນ​ເຖິງນັບ​ຮ້ອຍ​ລ້ານ​ດົ່ງ.”

​​ເມື່ອ​ນັ່ງ​ໃນ​ຮ້ານ​ບູຮານ, ແລະ​ດື່ມ​ນຳ້​ຊາ​ຮ້ອນ​ແຕ່​ລະ​ງຶບ, ພວກ​ຂ້າພະ​ເຈົ້າ​​ສາ​ມາດຮູ້ສຶກ​ໄດ້​ລົດ​ຝາດໆ​ຂອງ​ຊາ, ລົດ​ຫວານ ແລະ ກິ່ນ​ຫອມຂອງດອກ​ບົວ​. ຖ້າ​ຫາກ​​ເພື່ອນ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​​ວັດທະນະທຳ ຊາ ຫວຽດນາມ, ພິ​ເສດ​ແມ່ນ​ຊາດ​ອກບົວ, ​ເຊີນ​ເພື່ອ​ມາ ຫວຽດນາມ, ​ແຫ​ວ່ຢາມ​ຮ້ານ​ນ້ຳ​ຊາ ​ເຈື່ອງ​ຊວນ ຢູ່​​ເຮືອນ​ເລກ 13, ຖະໜົນ ​ໂງ​ເຕິ​ດ​ໂຕ໋, ຮ່າ​ໂນ້ຍ ​ເພື່ອ​ດື່ມ ​ແລະ ຮັບ​ຮູ້​ລົດ​ຊາດ​ພິ​ເສດ​ຂອງ​ຊາດ​ອກບົວ​ນີ້.

ຊາດອກບົວ - ລົດຊາດບູຮານຢູ່ໃຈກາງນະຄອນຮ່າໂນ້ຍ - ảnh 6

 

ຕອບກັບ

ຂ່າວ/ບົດ​ອື່ນ