ຊາວຕ່າງປະເທດອາໄສຢູ່ຫວຽດນາມຕ້ອນຮັບບຸນປີໃຫມ່ປະຈຳຊາດຢ່າງອົບອຸ່ນ

(VOVWORLD) -ບຸນປີໃຫມ່ປີຈໍ 2018 ໄດ້ວຽນມາບັນຈົບອີກວາລະຫນຶ່ງ. ບັນຍາກາດຕ້ອນຮັບລະດູບານໃຫມ່ພວມດຳເນີນໄປຢ່າງຄຶກຄື້ນມ່ວນຊື່ນໃນທົ່ວປະເທດຫວຽດນາມ. ບໍ່ພຽງແຕ່ຊາວຫວຽດນາມ ເທົ່ານັ້ນ ຫາກຊາວຕ່າງປະເທດພວມເຮັດວຽກ, ຮ່ຳຮຽນ ຢູ່ ຫວຽດນາມ ກໍ່ໄດ້ເຈືອຈານເຂົ້າກັບບັນຍາກາດຟົດຟຶ້ນມ່ວນຊື່ນຂອງບຸນປີໃຫມ່ປະຈຳຊາດຫວຽດນາມອີກດ້ວຍ. ເຂົາເຈົ້າໄດ້ຢຸດເຊົາວຽກງານປະຈຳວັນໃນໄລຍະຊົ່ວຄາວ, ພ້ອມກັບປະຊາຊົນຫວຽດນາມ ພັກຜ່ອນຢ່ອນອາລົມໃນຊຸມມື້ພັກການ ເພື່ອຕ້ອນຮັບບຸນເຕັດກັບເພື່ອນມິດ ແລະ ຍາດຕິພີ່ນ້ອງທີ່ເຕັມໄປດ້ວຍຄວາມໝາຍ. ບົດຂຽນຂອງນັກຂ່າວ ເລເຟືອງ.
ຊາວຕ່າງປະເທດອາໄສຢູ່ຫວຽດນາມຕ້ອນຮັບບຸນປີໃຫມ່ປະຈຳຊາດຢ່າງອົບອຸ່ນ - ảnh 1 ຊາວຕ່າງປະເທດດີໃຈເມື່ອໄດ້ເຂົ້າຮ່ວມການຫໍ່ເຂົ້າຕົ້ມ

ສຳລັບຊາວຫວຽດນາມ ແລ້ວ, ບຸນປີໃຫມ່ປະຈຳຊາດແມ່ນມີຄວາມໝາຍຂອງການເຕົ້າໂຮມ, ຄົບຫນ້າຄົບຕາ. ຢູ່ບັນດາຄອບຄົວທີ່ມີວັດທະນະທຳຫລາຍສີ, ບັນດາລູກໃຜ້ ຫລື ລູກເຂີຍຊື່ງແມ່ນຊາວຕ່າງປະເທດ ເຖິງວ່າ ເຂົາເຈົ້າມາຈາກພື້ນຖານວັດທະນະທຳອື່ນກໍຕາມ ແຕ່ເຂົາເຈົ້າ ມີຄວາມເຂົ້າໃຈກ່ຽວກັບບັນດາຄຸນຄ່າດ້ານຈິດໃຈອັນໃຫຍ່ຫລວງຊື່ງຊຸມມື້ບຸນປີໃຫມ່ປະຈຳຊາດໄດ້ນຳມາໃຫ້ຊາວຫວຽດນາມ. ສຳລັບເຂົາເຈົ້າແລ້ວ ເມື່ອໄດ້ຕ້ອນຮັບບຸນປີໃຫມ່ປະຈຳຊາດຫວຽດນາມ ຍາມໃດກໍ່ແມ່ນໂອກາດໄດ້ເຊື່ອມຕົວເຂົ້າກັບວັດທະນະທຳທີ່ໃຫມ່ອ່ຽມ ແລະ ມີຄວາມປະທັບໃຈທີ່ສຸດ, ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບບັນດາຮີດຄອງປະເພນີຂອງບ້ານເກີດເມືອງນອນຂອງ ຜູ້ເປັນຜົວຫລືເປັນເມຍຂອງຕົນ.

        ບຸນເຕັດປີຈໍ 2018 ແມ່ນຄັ້ງທີ 7 ອ້າຍ Pierre Bounrdain ສັນຊາດ ຝລັ່ງພ້ອມກັບເມຍຂອງອ້າຍ ແມ່ນເອື້ອຍ ດັ້ງທູລານ ຊາວຫວຽດນາມ ກັບຄືນເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດກັບຄອບຄົວ. ສິ່ງທີ່ອ້າຍມັກທີ່ສຸດເມື່ອກັບຄືນຮ່າໂນ້ຍ ນັ້ນ ແມ່ນໄດ້ສູບອາກາດປອດໂປ່ງເຢັນສະບາຍໃນຊຸມມື້ບຸນເຕັດ. ເວລານັ້ນ ຖະຫນົນຫົນທາງເປົ່າປຽວບັນຍາກາດແມ່ນສະຫງົບງຽບ, ຮ່າໂນ້ຍ ມີຄວາມງາມສະເພາະ. ອ້າຍ Pierre Bounrdain ຖືວ່າ, ຊຸມມື້ຕົ້ນລະດູບານໃຫມ່ ອ້າຍພ້ອມກັບເມຍລົງຖະຫນົນໄປຫລິ້ນບຸນເຕັດ ແມ່ນ “ຄວາມຜາສຸກທີ່ລຽບງ່າຍ.

        “ພວກຂ້າພະເຈົ້າຖະຫວາຍທູບທຽນບູຊາບັນພະບຸລຸດຢູ່ເຮືອນ, ຫລັງຈາກນັ້ນພ້ອມກັບບັນດາສະມາຊິກໃນຄອບຄົວໄປວັດໃນຊຸມມື້ຕົ້ນປີ. ຂ້າພະເຈົ້າມັກບັນດາການເຄື່ອນໄຫວນີ້ ແລະ ຍາມໃດກໍ່ຢາກໄດ້ຕ້ອນຮັບບຸນເຕັດພ້ອມກັບຄອບຄົວຂອງຂ້າພະເຈົ້າ. ໃນຊຸມມື້ຕົ້ນປີ, ພວກຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດຢູ່ ຮ່າໂນ້ຍ, ໄປອວຍພອນຍາດຕິພີ່ນ້ອງ, ໝູ່ເພື່ອນ, ແຈກຢາຍອັງເປົາໃຫ້ເດັກນ້ອຍ.”

ຊາວຕ່າງປະເທດອາໄສຢູ່ຫວຽດນາມຕ້ອນຮັບບຸນປີໃຫມ່ປະຈຳຊາດຢ່າງອົບອຸ່ນ - ảnh 2 ຊາວຕ່າງປະເທດໄປຊື້ດອກຄາຍເພື່ອຕ້ອນຮັບບຸນເຕັດ

        ເມຍຂອງອ້າຍ, ນາງ ທູລານ ໄດ້ກຳເນີດເຕີບຂຶ້ນ ແລະ ເຕີບໃຫຍ່ໃນຄອບຄົວຖືປະເພນີເປັນສຳຄັນ, ສະນັ້ນ ອ້າຍມີຄວາມຮຳ່ຮຽນ ແລະ ເຂົ້າໃຈໄດ້ຫລາຍຢ່າງກ່ຽວກັບຮີດຄອງປະເພນີຕ້ອນຮັບບຸນເຕັດຂອງຊາວຫວຽດນາມ ໃນເມື່ອກອ່ນ. ລູກເຂີຍ ຊາວເອີລົບຜູ້ນີ້ ເລົ່າສູ່ຟັງເລື່ອງໄປຊື່ເຄື່ອງຂອງຕ້ອນຮັບບຸນເຕັດ ແລະ ໄດ້ຮັບອັງເປົາຈາກຜູ້ອາຍຸສູງໃນຄອບຄົວ, ຊ່ວຍເມຍປຸງແຕ່ງອາຫານ ເອີລົບ ແລະ ອາຫານຫວຽດນາມເພື່ອຕ້ອນຮັບໝູ່ເພື່ອນ, ແລະ ຄອບຄົວ.

        “ຊຸມມື້ບຸນເຕັດ ພວກຂ້າພະເຈົ້າໄດ້ເຊີນໝູ່ເພື່ອນ ແລະ ຄອບຄົວເຂົາເຈົ້າມາຮ່ວມງານລ້ຽງກັບພວກຂ້າພະເຈົ້າ ຫລັງຈາກນັ້ນ ພວກຂ້າພະເຈົ້າພ້ອມກັນເຂົ້າຮ່ວມບັນດາການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ. ນີ້ແມ່ນການເຄື່ອນໄຫວມີຄວາມປະທັບໃຈທີ່ສຸດ, ເປັນການສົມທົບລະຫວ່າງວັດທະນະທຳຝ່າຍຕາເວັນຕົກ ແລະ ວັດທະນະທຳຕ້ອນຮັບບຸນເຕັດທີ່ເປັນມູນເຊື້ອຂອງຫວຽດນາມ.”

        ກໍ່ເຊັ່ນດຽວກັນກັບອ້າຍ Pierre, ອ້າຍ Richard Woody ມາຈາກ ອັງກິດ ກໍ່ ມັກການຕ້ອນຮັບບຸນເຕັດຫວຽດນາມ. ອ້າຍ Richard Woody ເປັນເຂີຍ ຫວຽດນາມ ມາເປັນເວລາ 3 ປີແລ້ວ ແຕ່ອ້າຍໄດ້ຕ້ອນຮັບບຸນເຕັດຢູ່ຫວຽດນາມ   8 ຄັ້ງ. ບຸນເຕັດກ່ອນນີ້ ອ້າຍ ມາທ່ອງທ່ຽວຢູ່ຫວຽດນາມ ເພື່ອຊອກຮູ້ດ້ານວັດທະນະທຳບັນດາເຂດພາກໃນທົ່ວປະເທດຫວຽດນາມ, ສ່ວນບຸນເຕັດປີນີ້ ແລະ ສອງປີກ່ອນນີ້ ອ້າຍ Richard Woody ກາຍເປັນເຂີຍຫວຽດນາມ, ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ໄດ້ເຂົ້າຮ່ວມບັນດາຮີດຄອງປະເພນີທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນຂອງເມຍໃນຊຸມມື້ຕົ້ນລະດູບານໃຫມ່. ເມື່ອແບ່ງປັນຄວາມຮູ້ສຶກໃນຊຸມມື້ບຸນເຕັດ, ອ້າຍ Richard Woody ໃຫ້ຮູ້ວ່າ:

        “ສິ່ງທີ່ຂ້າພະເຈົ້າມັກທີ່ສຸດໃນໂອກາດບຸນເຕັດ ນັ້ນແມ່ນຊ່ວງເວລາໄດ້ພົບປະກັບທຸກຄົນໃນຄອບຄົວ. ຂ້າພະເຈົ້າແຕ່ງງານກັບນາງສາວຫວຽດນາມ ສະນັ້ນ ເມື່ອໄດ້ພົບຫນ້າພົບຕາກັບບັນດາສະມາຊິກໃນຄອບຄົວແມ່ນຈຸດເວລາທີ່ມີຄວາມໝາຍທີ່ສຸດ. ຢູ່ ອັງກິດ ບໍ່ເປັນຄືແນວນັ້ນ ແລະ ນອກນັ້ນ ຂ້າພະເຈົ້າມັກຮັບປະທານບັນດາເຍື່ອງອາຫານໃນບຸນເຕັດ ແມ່ນແຊບຫລາຍ.”

        ຄວາມເບີກບານມ່ວນຊື່ນຕ້ອນຮັບປີໃຫມ່ ບໍ່ພຽງແຕ່ປະກົດອອກໃນແຕ່ລະຄອບຄົວເທົ່ານັ້ນ ຫາກຊາວຕ່າງປະເທດທີ່ຍັງບໍ່ທັນສ້າງຄອບຄົວທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຫວຽດນາມ ກໍ່ຮັບຮູ້ໄດ້ສິ່ງດັ່ງກ່າວ. ໃນຫລາຍມື້ພັກບຸນເຕັດ, ທຸກຄົນພ້ອມກັນເຕົ້າໂຮມກັນ, ເລົ່າໃຫ້ກັນຟັງບັນດາເລື່ອງລາວມ່ວນໆ, ຈັດຕັ້ງການລະຫລິ້ນຕ່າງໆເພື່ອພັກຜ່ອນຢ່ອນອາລົມໃນຊຸມມື້ບຸນເຕັດ ແລະ ກໍ່ເຮັດໃຫ້ທຸກຄົນມີຄວາມສະຫນິດຕິດພັນນຳກັນກວ່າ. ເພື່ອນ ອະພິສາດ ນັກສຶກສາລາວ ປະຈຸບັນ ພວມຮ່ຳຮຽນຢູ່ມະຫາວິທະຍາໄລຂອງຫວຽດນາມ ໄດ້ແບ່ງປັນວ່າ:

        “ສຳລັບນ້ອງ ບຸນເຕັດຫວຽດນາມ ມ່ວນຫລາຍ ແລະ ມີຄວາມໝາຍຫລາຍຢ່າງ. ບັນດາຄູອາຈານໃນໂຮງຮຽນ ແນະນຳໃຫ້ນ້ອງ ແລະ ພວກເພື່ອນວິທີຫໍ່ເຂົ້າຕົ້ມ, ເຖິງວ່າ ຍາກຫລາຍ ແຕ່ມ່ວນທີ່ສຸດ. ພາຍຫລັງຫໍ່ເຂົ້າຕົ້ມ ພວກນ້ອງພ້ອມກັນນັ່ງອ້ອມເຕົາໄຟເພື່ອເຝົ້າໝໍ້ເຂົ້າຕົ້ມຈົນໝົດຄືນ. ແລະ ພິເສດ ຄວາມຮູ້ສຶກໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ແມ່ນມີຄວາມອົບອຸ່ນທີ່ສຸດ. ໃນຊຸມມື້ຕົ້ນປີໃຫມ່, ບັນຍາກາດລະດູບານໃຫມ່ຍິ່ງມີຄວາມຟົດຟື້ນມ່ວນຊື່ນ ແລະ ອົບອຸ່ນ ເມື່ອນ້ອງ ແລະໝູ່ເພື່ອນໄດ້ຮັບຄຳອວຍພອນປີໃຫມ່ຈາກຄູອາຈານ, ພ້ອມກັບພວກເພື່ອນໄປວັດພາວະນາຂໍຄວາມດີຄວາມໂຊກລາບໃນໂອກາດຕົ້ນລະດູບານໃຫມ່. ບຸນປີໃຫມ່ປະຈຳຊາດຫວຽດນາມ ເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມຮັກແພງ.”

        ບຸນປີໃຫມ່ປະຈຳຊາດຫວຽດນາມ ໄດ້ ແລະ ພວມປະກອບສ່ວນເປັນຂົວເຊື່ອມຕໍ່ລະຫວ່າງຊາວຕ່າງປະເທດມາຈາກບັນດາພື້ນຖານວັດທະນະທຳທີ່ແຕກຕ່າງກັນ, ຊ່ວຍໃຫ້ທຸກຄົນໃກ້ຊິດສະຫນິດຕິດພັນກວ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ