ຊາວນະຄອນຫຼວງຮ່າໂນ້ຍຕ້ອນຮັບບຸນປີໃໝ່ສາກົນ

(VOVWORLD) -ບຸນປີໃໝ່ສາກົນຄ.ສ 2019, ຜູ້ອອກແຮງງານ, ນັກຮຽນ, ນັກສຶກສາໃນທົ່ວປະເທດເກືອບທັງໝົດຈະໄດ້ພັກການເປັນເວລາ 4 ວັນ. ເຖິງວ່າ, ບຸນປີໃໝ່ສາກົນ ບໍ່ມີເວລາຫຼາຍຄືບຸນປີໃໝ່ປະຈຳຊາດຫວຽດນາມ ກໍ່ຕາມ, ແຕ່ໃນຊຸມປີມໍ່ໆມານີ້, ປະຊາຊົນທຸກຄົນກໍ່ໄດ້ຕ້ອນຮັບບຸນປີໃໝ່ສາກົນ ນັບມື້ນັບມີຄວາມຟົດຟື້ນມ່ວນຊື່ນກວ່າ.

ຊາວນະຄອນຫຼວງຮ່າໂນ້ຍຕ້ອນຮັບບຸນປີໃໝ່ສາກົນ - ảnh 1 ບໍລິເວນເຂດສິລະປະ ຟຸ່ງຮືງ

(ພາບ: chinhphu.vn)

ຢູ່ຮ່າໂນ້ຍ ເວລາ 7 ໂມງເຊົ້າຂອງວັນເສົາ, ບໍ່ເກີດມີສະພາບລົດຕິດ, ບໍ່ເນືອງນັນ. ຄວາມເຄັ່ງຕຶງ, ຄວາມເປັນຫ່ວງເປັນໄຍກ່ຽວກັບວຽກງານຖືກລື່ມໄປໝົດ, ໃນມື້ນີ້, ຊາວນະຄອນຫຼວງຮ່າໂນ້ຍ ໄດ້ກ້າວເຂົ້າສູ່ມື້ທຳອິດຂອງວັນພັກບຸນປີໃໝ່ສາກົນ 2019, ທຸກຄົນມີບັນດາການເຄື່ອນໄຫວຊ້າກວ່າມື້ທຳມະດາ, ຖະໜົນຫົນທາງກໍ່ງຽບສະງັກ.

        ບໍ່ຟ້າວຟັ່ງ, ທຸກການເຄື່ອນໄຫວຂອງຊາວນະຄອນຫຼວງຮ່າໂນ້ຍ ເບິ່ງຄືວ່າໄດ້ເລີ່ມຂຶ້ນພາຍຫຼັງແຕ່ເວລາ 9 ໂມງເຊົ້າ. ຢູ່ເຂດຖະໜົນຍ່າງອ້ອມໜອງ ຮ່ວານກ໊ຽມ, ຖະໜົນພາບແຕ້ມ ຟຸ່ງຮືງ, ຖະໜົນປື້ມ 19/12… ພັດຄ່ອຍໆທະຍອຍມີຄົນໄປມາຢ່າງໜາແໜ້ນ. ທຸກຄົນທັງຍ່າງ, ທັງຊົມທິວທັດທຳມະຊາດ, ຖ່າຍຮູບ, ລະຫຼິ້ນ ແລະ ຊົມບັນດາລາຍການສະແດງສິລະປະບັນເທິງໄປພ້ອມ.

        ມື້ນີ້, ອ້າຍ ເຈິ່ນແທງຫາຍ, ຢູ່ເມືອງ ຮາຍບ່າຈຶງ, ໄດ້ພາຄອບຄົວຂອງຕົນໄປເລາະຫຼິ້ນຖະໜົນຍ່າງອ້ອມໜອງ ຮ່ວານກ໊ຽມ, ໄດ້ຖ່າຍຮູບໄວ້ທີ່ລະນຶກເນື່ອງໃນໂອກາດບຸນປີໃໝ່ສາກົນ. ໂດຍເຮັດວຽກງານໃນຂະແໜງກໍ່ສ້າງ, ຕ້ອງໄປເຮັດວຽກຢູ່ຫ່າງໄກເປັນປະຈຳ, ສະນັ້ນ, ມື້ວັນພັກບຸນປີໃໝ່ສາກົນ ແມ່ນໂອກາດເພື່ອໃຫ້ອ້າຍ ຫາຍ ພາຄອບຄົວຂອງຕົນໄປເລາະທ່ຽວຫຼິ້ນຈົນໝົດມື້. ອ້າຍເຈິ່ນແທງຫາຍ, ແບ່ງປັນວ່າ.

        “ຖະໜົນຫົນທາງໃນຊຸມມື້ນີ້ເບິ່ງຄືວ່າມີຄວາມຄຶກຄື້ມມ່ວນຊື່ນກວ່າ ແລະ ໄດ້ຮັບການປະດັບປະດາດ້ວຍດອກໄຟແສງສີ, ດອກໄມ້, ຜູ້ໃດກໍ່ມີຄວາມກະຕືລືລົ້ນຕ້ອນຮັບປີໃໝ່ສາກົນ. ຄອບຄົວຂອງຂ້າພະເຈົ້າໄປເຂດໜອງ ຮ່ວານກ໊ຽມ ເພື່ອແບ່ງປັນຄວາມເບີກບານມ່ວນຊື່ນພ້ອມກັບປະເທດຊາດເນື່ອງໃນໂອກາດບຸນປີໃໝ່ສາກົນ 2019”.

        ບັນຍາຍາດທີ່ກະຕືລືລົ້ນ, ເບີກບານມີໄດ້ປົກຄຸມໄປທົ່ວຖະໜົມຫົນທາງສາຍຕ່າງໆ. ຖະໜົນຫົນທາງນັ້ນ ເບິ່ງຄືວ່າໄດ້ນຸ່ງຊຸດເສື້ອໃໝ່ສີສົດໃສ ດ້ວຍຄັນທຸງ, ດອກໄມ້ທີ່ສວຍງາມ ພ້ອມກັບເຄື່ອງປະດັບປະດາ “ຕ້ອນຮັບບຸນປີໃໝ່” ຢ່າງມີຊີວິດຊີວາ. ຢູ່ຖະໜົນຍ່າງ, ຢູ່ສະໜາມຫຼວງ ຫຼື ຢູ່ເຂດຕໍ່ໜ້າບັນດາສູນການຄ້າ, ຢູ່ແຫ່ງຫົນໃດກໍ່ພົບເຫັນຜູ້ຄົນເຕົ້າໂຮມກັນເປັນກຸ່ມເປັນກ້ອນ ດ້ວຍສຽງເວົ້າສຽງຫົວມ່ວນຊື່ນ, ພ້ອມກັນລໍຖ້າປີໃໝ່ສາກົນພວມວຽນມາ.

        ຢູ່ບໍລິເວນເຂດສິລະປະ ຟຸ່ງຮືງ, ນັບແຕ່ບັນດາຜູ້ເຖົ້າຜູ້ແກ່, ຜູ້ເປັນແມ່, ຕະຫຼອດຮອດບັນດາເພື່ອນໜຸ່ມ, ຍິງສາວ, ເດັກຍິງ, ໃຜໆກໍ່ນຸ່ງຊຸດເສື້ອຍາວທີ່ເປັນມູນເຊື້ອ, ຖ່າຍຮູບກັບບັນດາພາບແຕ້ມທີ່ມີຊີວິດຊີວາຢູ່ເຂດນີ້. ໃນນັ້ນ, ແມ່ເຖົ້າ ຟ້າມທິລານ ແລະ ແມ່ເຖົ້າ ຟ້າມທິເຮື່ອງ, ເຊິ່ງເປັນຜູ້ທີ່ກັບມາຈາກປະເທດລັດເຊຍ ພາຍຫຼັງທີ່ຫ່າງເຫີນຈາກບ້ານເກີດເມືອງນອນມາເປັນເວລາ 8 ປີ. ນີ້ແມ່ນຄັ້ງທຳອິດທີ່ແມ່ເຖົ້າ ລານ ແລະ ແມ່ເຖົ້າ ເຮືອງ ມາຢ້ຽມຊົມຖະໜົນພາບແຕ້ມ ຟຸ່ງຮືງ.

        “ເຂດນີ້ບໍ່ພຽງແຕ່ຊ່ວຍໃຫ້ຜູ້ມີອາຍຸສູງກັບຄືນສູ່ການດຳລົງຊີວິດໃນເມື່ອກ່ອນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ພວກເພື່ອນໜຸ່ມມີຄວາມເຂົ້າໃຈກ່ຽວກັບອະດີດຕະການກວ່າ”.

        “ຢູ່ເຂດນີ້ແມ່ນສວຍງາມຫຼາຍ. ທຸກຄົນມາເຂດນີ້ເພື່ອຍ່າງເລາະຫິ້ນ, ຮັບຊົມທິດທັດທຳມະຊາດທີ່ສວຍງາມ”.

        ໂດຍບໍ່ເລືອກເອົາການໄປເລາະຫຼິ້ິນເພື່ອຕ້ອນຮັບບຸນປີໃໝ່ສາກົນຢູ່ຮ່າໂນ້ຍ, ມີຫຼາຍຄອບຄົວພັດມີແຜນກັບເມືອຢາມບ້ານເກີດເມືອງນອນ. “ບໍ່ມີຂອງຂວັນໃດມີຄ່າ ແລະ ບໍ່ມີບຸນເຕັດໃດມີຄວາມເບີກບານມ່ວນຊື່ນໄປກວ່າກັບການໄດ້ເຕົ້າໂຮມຢູ່ພ້ອມໜ້າພ້ອມຕາກັບຄອບຄົວ”, ເມື່ອໄດ້ພັກຜ່ອນໃນໂອກາດບຸນປີໃໝ່ສາກົນໃນເວລາສັ້ນພຽງ 3 – 4 ວັນເທົ່ານັ້ນ, ແຕ່ຫຼາຍຄົນຍັງຍາດເວລາ ກັບເມືອຢາມບ້ານ. ໃນຊຸມມື້ນີ້, ບັນດາຖ້ຽວລົດໂດຍສານເບິ່ງຄືວ່າມີຫຼາຍຄົນກວ່າ, ບັນດາຖະໜົນຫົນທາງກໍ່ເຕັມໄປດ້ວຍລົດລາງພາຫະນະຍາດຊີງກັນໄປ, ຄັບຄາໜາແໜ້ນກວ່າ, ນັ້ນແມ່ນບັນດາຖ້ຽວລົດໂດຍສານທີ່ຕ່າງຄວາມຄິດຮອດຄິດເຖິງໄປສູ່ຄອບຄົວ, ເພື່ອເປັນການເຊື່ອມຕໍ່ຄວາມຮັກຂອງສະມາຊິກໃນແຕ່ລະຄອບຄົວ.

        ບຸນປີໃໝ່ສາກົນຄ.ສ 2019, ແທນທີ່ໃຫ້ແກ່ການເຂົ້າຮ່ວມບັນດາລາຍການທ່ອງທ່ຽວໃນເວລາສັ້ນຄືທຸກປີ, ຄອບຄົວຂອງອ້າຍ ຟ້າມວຽດຢາງ, ຢູ່ເມືອງ ຮາຍບ່າຈຶງ, ກໍ່ໄດ້ກັບເມືອຢາມບ້ານຢູ່ແຂວງ ນາມດິ້ງ. ອ້າຍຢາງ ແບ່ງປັນວ່າ, ພໍ່ແມ່ຂອງອ້າຍມີອາຍຸສູງແລ້ວ, ບໍ່ສາມາດໄປຫຼິ້ນພ້ອມກັບຄອບຄົວໄດ້, ສະນັ້ນ, ປີນີ້ທັງຄອບຄົວຂອງອ້າຍໄດ້ຕົກລົງກັບເມືອຢາມບ້ານ, ຈັດຕັ້ງງານບຸນນ້ອຍໆເພື່ອຕ້ອນຮັບບຸນປີໃໝ່ສາກົນ 2019.

        “ລູກ 2 ຄົນຂອງຂ້າພະເຈົ້າຍັງບໍ່ທັນໄດ້ຕ້ອນຮັບບຸນປີໃໝ່ສາກົນຢູ່ບ້ານຈັກເທື່ອ. ບຸນປີໃໝ່ປີນີ້, ຂ້າພະເຈົ້າໃຫ້ລູກໄປຢາມບ້ານເພື່ອປ່ຽນບັນຍາກາດ. ພວກລູກຂອງຂ້າພະເຈົ້າມີຄວາມກະຕືລືລົ້ນຫຼາຍເມື່ອໄດ້ຮູ້ວ່າຈະໄດ້ກັບເມືອຢາມບ້ານຕ້ອນຮັບບຸນປີໃໝ່ສາກົນພ້ອມກັບພໍ່ປູ, ແມ່ຍາ, ພໍ່ແມ່. ທຸກປີ, ຄອບຄົວຂ້າພະເຈົ້າຈະໄປທ່ອງທ່ຽວໃນໂອກາດບຸນປີໃໝ່ສາກົນ, ແຕ່ປີນີ້, ຂ້າພະເຈົ້າພາຄອບຄົວຂອງຕົນກັບເມືອຢາມບ້ານ ເພື່ອໃຫ້ພວກລູກຮູ້ສຶກໄດ້ບັນດາຄຸນຄ່າ, ອາລົມຈິດຂອງຄອບຄົວຢູ່ແຫ່ງທີ່ຂ້າພະເຈົ້າກຳເນີດ ແລະ ເຕີບໃຫຍ່”.

        ປີ 2018 ໃກ້ຈະໝົດໄປແລ້ວ. ເຖິງວ່າຍັງມີຄວາມຫ່ວງໄຍໃນການດຳລົງຊີວິດຫຼາຍຢ່າງກໍ່ຕາມ, ແຕ່ບຸນປີໃໝ່ສາກົນ ກໍ່ແມ່ນໂອກາດເພື່ອພັກຜ່ອນ ເພື່ອໃຫ້ພວກເຮົາແຕ່ລະຄົນພ້ອມກັນອວຍພອນປີໃໝ່ ຈະນຳມາເຊິ່ງບັນດາຄວາມເບີກບານມ່ວນຊື່ນໃໝ່ ແລະ ຄວາມຫວັງໃໝ່. ອວຍພອນໃຫ້ທຸກຄົນມີວັນພັກທີ່ຄຶກຄື້ນມ່ວນຊື່ນ ແລະ ມີຄວາມໝາຍ, ຕ້ອນຮັບປີໃໝ່ພ້ອມກັບຍາດຕິພີ່ນ້ອງທີ່ເຕັມໄປດ້ວຍຄວາມຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ