ດັ້ງເຈົາແອງ ກັບການພັດທະນາສິລະປະດົນຕີປະສານສຽງຢູ່ ຫວຽດນາມ

(VOVWORLD) - ບັນດາວົງດົນຕີປະສານສຽງໂດຍຄູສອນດົນຕີ ດັ້ງເຈົາແອງ ຊີ້ນຳດ້ານສິລະປະ ຫາກໍ່ຍາດມາໄດ້ລາງວັນຄຳຢ່າງຕໍ່ເນື່ອງໃນງານມະໂຫລານດົນຕີປະສານສຽງສາກົນ ໂຮ້ນອານ 2017 (ຫວຽດນາມ) ແລະ ຢູ່ງານມະໂຫລານດົນຕີປະສານສຽງສາກົນ Johannes Brahms 2017 (ຢູ່ ສາທາລະນະລັດສະຫະພັນ ເຢຍລະມັນ). 
ດັ້ງເຈົາແອງ ກັບການພັດທະນາສິລະປະດົນຕີປະສານສຽງຢູ່ ຫວຽດນາມ - ảnh 1 ຄູສອນ ດັ້ງເຈົາແອງ ແລະ ວົງດົນຕີປະສານສຽງ Solart

ນີ້ແມ່ນບັນດາຂີດໝາຍຫຼ້າສຸດໃນຂະບວນວິວັດຍາວນານຂອງ ດັ້ງເຈົາແອງ ເພື່ອແນໃສ່ພັດທະນາດົນຕີປະສານສຽງອະນຸຊົນ,  ກໍ່ຄືພັດທະນາສິລະປະດົນຕີປະສານສຽງ ຢູ່ ຫວຽດນາມ. ບົດຂຽນຂອງບັນນາທິການ ທູຮວາ ທີ່ມີຫົວຂໍ້ວ່າ: “ດັ້ງເຈົາແອງ ກັບການພັດທະນາສິລະປະດົນຕີປະສານສຽງຢູ່ ຫວຽດນາມ”

        ເມື່ອຖືກຖາມວ່າ ເປັນຫຍັງຈຶ່ງເລືອກເຟັ້ນເປົ້າໝາຍແມ່ນ ອະນຸຊົນ, ໃນຂະນະທີ່ປະເພດດົນຕີປະສານສຽງແມ່ນປະເພດທີ່ຍາກສຳລັບເຂົາເຈົ້າ, ດັ້ງເຈົາແອງ, ຄູສອນພະແນກຜູ້ບັນຊາວົງດົນຕີ, ສະຖາບັນດົນຕີ ຫວຽດນາມ ຮັບຮູ້ວ່າ: ໄລຍະທຳອິດ, ເອື້ອຍມີເຈດຈຳນົງປະຕິບັດແຜນການກັບວົງດົນຕີປະສານສຽງຂອງສະຖາບັນດົນຕີ ແຫ່ງຊາດ ຫວຽດນາມ, ເປົ້າໝາຍ ແມ່ນບັນດານັກຮຽນສະເພາະກິດ. ຫຼັງຈາກນັ້ນ, ເຫັນວ່າດົນຕີປະສານສຽງ ແມ່ນປະເພດດົນຕີທີ່ສະຫງວນໃຫ້ເດັກນ້ອຍຢູ່ທຸກເກນອາຍຸ ຫາກບໍ່ແມ່ນວ່າສຳລັບເດັກນ້ອຍຜູ້ທີ່ມີພອນສະຫວັນເທົ່ານັ້ນ, ດັ່ງນັ້ນ, ເອື້ອຍຈຶ່ງຕັດສິນໃຈເປີດສູນສິລະປະ Solart. ວົງດົນຕີປະສານສຽງ Solart ກໍ່ໄດ້ຮັບການສ້າງຕັ້ງແຕ່ຄາວນັ້ນ. ດ້ວຍບົດບາດເປັນຜູ້ອຳນວຍການດ້ານສິລະລະຂອງ Solart, ດັ້ງເຈົາແອງ ໄດ້ຈັດຕັ້ງ, ສ້າງບັນດາບົດດົນຕີ ເພື່ອໃຫ້ Solart ບັນລຸລາງວັນຄຳຢ່າງຕໍ່ເນື່ອງໃນການປະກວດສຽງເພງພື້ນເມືອງຢູ່ງານບຸນສາກົນນັບແຕ່ປີ 2011 ມາຮອດປະຈຸບັນ.

        ດັ້ງເຈົາແອງ ກາຍເປັນສະມາຊິກຂອງສະຫະສະມາຄົມການສຶກສາດົນຕີ ສາກົນ ISME, ເປັນສະມາຊິກຄົນໜຶ່ງດຽວຂອງ ຫວຽດນາມ ໃນຄະນະກຳມະການງານມະໂຫລານດົນຕີປະສານສຽງສາກົນຂອງສະຫະພັນວັດທະນະທຳສາກົນ Interkultur. ຕຳແໜ່ງນີ້ຊ່ວຍໃຫ້ ດັ້ງເຈົາແອງ ມີຄວາມສະດວກໃນການເຊື່ອມຕໍ່ກັບເພື່ອນມິດໃນໂລກ ເພື່ອໃຫ້ Interkultur ຈັດຕັ້ງງານມະໂຫລານດົນຕີປະສານສຽງສາກົນຢູ່ ໂຫ້ຍອານ, ແຂວງ ກວາງນາມ ເປັນ 5 ຄັ້ງ. ດັ້ງເຈົາແອງໃຫ້ຮູ້ວ່າ:

        “ໄລຍະຈະມາເຖິງ, ມີວົງດົນຕີປະສານສຽງຂອງ ໂປໂລຍ ຈະມາພົບປະແລກປ່ຽນກັບວົງດົນຕີປະສານສຽງແຫ່ງຊາດ ຫວຽດນາມ, ພ້ອມກັນນັ້ນ ກໍ່ໄດ້ຈັດຕັ້ງບັນດາກອງປະຊຸມສຳມະນາ ເພື່ອແນະນຳຄວາມງາມຂອງດົນຕີ ກໍ່ຄືພາສາດົນຕີປະສານສຽງພື້ນເມືອງຂອງໂປໂລຍ. ຫຼັງຈາກນັ້ນ, ເຄືອຂ່າຍວົງດົນຕີປະສານສຽງ Keyi concert ຂອງອາເມລິກາ ຈະສົ່ງ 2 ວົງດົນຕີປະສານສຽງວົງຄະນະຍາດຂອງ ອາເມລິກາ ມາສະແດງຢູ່ ຫວຽດນາມ ໃນເດືອນກຸມພາ ແລະ ເດືອນມິຖຸນາປີ 2018. ພວກຂ້າພະເຈົ້າໄດ້ມີການເຊື່ອມຕໍ່ກັບບັນດາວົງດົນຕີປະສານສຽງໃນໂລກເປັນປົກກະຕິເພື່ອໃຫ້ນັກສິລະປະ ຫວຽດນາມ ໄດ້ມີໂອກາດຖອດຖອນບົດຮຽນ, ພົບປະແລກປ່ຽນ ແລະ ໄດ້ສ້າງແຫຼ່ງອາລົມ ກ່ຽວກັບສິລະປະດົນຕີປະສານສຽງ.”

ດັ້ງເຈົາແອງ ກັບການພັດທະນາສິລະປະດົນຕີປະສານສຽງຢູ່ ຫວຽດນາມ - ảnh 2 ຄູສອນ ດັ້ງເຈົາແອງ ແລະ ວົງດົນຕີປະສານສຽງ Solart ຢູ່ຕ່າງປະເທດ 

        ພາຍຫຼັງເວລາທີ່ຄ້າງຄາກັບການເຊື່ອມຕໍ່ກັບເຄືອຂ່າຍສະມາຊິກກຳມະການກວດສອບຂອງ Interkultur, ຈັດຕັ້ງການສະແດງ, ວາງແຜນບັນດາບົດປະພັນເພື່ອໃຫ້ບັນດາວົງດົນຕີປະສານສຽງ ຫວຽດນາມ ເຂົ້າຮ່ວມບັນດາງານປະກວດລະດັບສາກົນ, ດັ້ງເຈົາແອງ ໄດ້ກັບມາດ້ວຍຄວາມເມົາມົວກັບການສຶກສາດົນຕີປະສານສຽງໃຫ້ເດັກນ້ອຍ:

        “ຕ້ອງເວົ້າວ່າພາສາຂອງດົນຕີປະສານສຽງ ແມ່ນພາສາພິເສດ ແລະ ມີລັກສະນະປະສິດທິຜົນສູງໃນການບຳລຸງສ້າງ, ສຶກສາດົນຕີ, ສຶກສາຄຸນສົມບັດໃຫ້ເດັກນ້ອຍ. ນັ້ນແມ່ນສາຍເຫດທີ່ຂ້າພະເຈົ້າໄດ້ເລືອກເຟັ້ນທິດທາງໃຫ້ຕົນ ແລະ ເພື່ອພັດທະນາຢ່າງກ້ວາງຂວາງ, ຄ່ອຍໆສ້າງຄວາມສາມາດໃນການເຮັດວຽກເປັນກຸ່ມ, ມີລັກສະນະລວມໝູ່ ແລະ ລັກສະນະສາມັກຄີໃຫ້ເດັກນ້ອຍ ຫວຽດນາມ ຜ່ານການຊ້ອມດົນຕີປະສານສຽງ.”

        ດ້ວຍຖານະຕຳແໜ່ງເປັນຜູ້ອຳນວຍການສິລະປະຂອງສູນສິລະປະ Solart ແລະ ລະບົບການສຶກສາ Vinschool, ດັ້ງເຈົາແອງ ພ້ອມກັບເພື່ອນຮ່ວມງານໄດ້ຈັດຕັ້ງການສິດສອນດົນຕີປະສານສຽງຄືວິຊາຮຽນຕົ້ນຕໍຢູ່ Vinschool:

        “ຂ້າພະເຈົ້າຈະສືບຕໍ່ບຳລຸງສ້າງບັນດາຄູສອນ ເພື່ອພັດທະນາດົນຕີປະສານສຽງ ຢູ່ລະບົບການສຶກສາມີນັກຮຽນກ່ວາ 20.000 ຄົນນີ້. ແລະ ຂ້າພະເຈົ້າຈະໄປບັນດາໂຮງຮຽນເພື່ອໜູນຊ່ວຍພັດທະນາການບຳລຸງສ້າງຄູສອນດົນຕີຢູ່ບັນດາໂຮງຮຽນ ເພື່ອໃຫ້ໂຮງຮຽນແຕ່ລະແຫ່ງມີວົງດົນຕີໜຶ່ງ. ນອກຈາກວົງດົນຕີປະສານສຽງ Solart ແລ້ວ, ຂ້າພະເຈົ້າຍັງໜູນຊ່ວຍເພື່ອນຮ່ວມງານຢູ່ສູນສິລະປະອື່ນໆອີກ. ນັ້ນແມ່ນວຽກງານຕ້ອງເຮັດ.”

        ໂດຍມີຄວາມເມົາມົວໃນການພັດທະນາສິລະປະດົນຕີປະສານສຽງ ຫວຽດນາມ, ດັ່ງນັ້ນ ເມື່ອ ຫວຽດນາມ ຍາດໄດ້ລາງວັນຄຳແຕ່ລະເທື່ອນັ້ນ ແມ່ນຈຸດເວລາທີ່ ດັ້ງເຈົາແອງ ເຫັນວ່າການໂຄສະນາ ຫວຽດນາມ ຜ່ານສິລະປະດົນຕີປະສານສຽງ ແມ່ນທິດທາງຕ້ອງເດີນຕາມຢ່າງຍາວນານ. ສຳລັບເອື້ອຍແລ້ວ, ເມື່ອຂັບຮ້ອງບັນດາທຳນອງເພງ ຫວຽດນາມ ດ້ວຍພາສາ ຫວຽດນາມ ນັ້ນ, ສ້າງຄວາມດີງາມທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງເຖິງສິລະປະວັດທະນະທຳຂອງຊາດ, ນັ້ນແມ່ນວິທີເພື່ອມີຄວາມເອກອ້າງທະນົງໃຈກ່ຽວກັບວັດທະນະທຳຂອງປະເທດຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ