ດຶງເຊືອກແບບນັ່ງ, ການລະຫຼິ້ນພື້ນເມືອງທີ່ເປັນເອກະລັກສະເພາະຢູ່ໝູ່ບ້ານງອກຈີ່, ລອງບຽນ, ຮ່າໂນ້ຍ

ດຶງເຊືອກແບບນັ່ງ, ການລະຫຼິ້ນພື້ນເມືອງທີ່ເປັນເອກະລັກສະເພາະຢູ່ໝູ່ບ້ານງອກຈີ່, ລອງບຽນ, ຮ່າໂນ້ຍ - ảnh 1
(ການດຶງ​ເຊືອກ​​​ແບບ​ນັ່ງ)

(vovworld) - ​ໂດຍ​ຕັ້ງ​ຢູ່​ລຽບ​ຕາມ​ຝັ່ງ​​ແມ່​ນ້ຳ​ແດງ, ບັນດາ​ໝູ່​ບ້ານ​ບູຮານ​ຢູ່​ລອງ​ບຽນ ​ຍັງ​ຄົງ​ຮັກສາ​ບັນດາ​ພິທີ, ການ​ລະ​ຫຼິ້ນ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ. ​ໃນ​ນັ້ນ​ການດຶງ​ເຊືອກ​​​ແບບ​ນັ່ງແມ່ນ​ການ​ລະ​ຫຼິ້ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງຫວັງ​ຕໍ່​ອະນາຄົດ​ທີ່​ສົດ​ໄສ​ຂອງ​ປະຊາຊົນ​ແຫ່ງ​ນີ້.

        ​ໃນ​ແນວ​ຄິດ​ຂອງທ່ານ ​ເລ​ເທ໋ອ໋ຽນ, ອາຍຸ 70 ປີ, ຢູ່​ບ້ານ​ງອກ​ຈີ່, ຕາ​ແສງ​ແທກ​ບ່ານ, ​ເມືອງ​ລອງ​ບຽນ, ຮ່າ​ໂນ້ຍ​ ແລ້ວ, ນັບ​ແຕ່​ກີ້​ແຕ່​ກ່ອນ, ການ​ດຶງ​ເຊືອກ​ແບບ​ນັ່ງ ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ຂາດ​ບໍ່​ໄດ້​ຂອງ​ຊາວບ້ານ​ງອກ​ຈີ່. ​ໂດຍ​ແມ່ນ​ຊາວບ້ານ​ງອກ​ຈີ່, ຜູ້​ໃດ​ກໍ່​ຢາກເຂົ້າ​ຮ່ວມ​ທິມດຶງ​ເຊືອກ, ​ເພາະວ່າ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ລະ​ຫຼິ້ນ​​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​​​ໃຫ້​ເຫັນຄວາມມຸ່ງຫວັງຂອງ​ປະຊາຊົນ​ທີ່​ຢາກ​ໃຫ້​ຄອບຄົວ ​ແລະ ໝູ່​ບ້ານ​ໄດ້​ຮັບ​ແຕ່ຄວາມ​ໂຊກ​ດີ​ເທົ່າ​ນັ້ນ.

        “ບັນດາ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ 100 ກວ່າ​ປີ​ເວົ້າ​ວ່າ, ດຶງ​ເຊືອກ​​ແບບ​ນັ່ງແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ຢູ່​ບ້ານ​ຜູ້​ໃດ​ກໍ່​ຮູ້ສຶກ​ພາກພູມ​ໃຈ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ທິມດຶງ​ເຊືອກ. ສ່ວນ​ຜູ້​ບໍ່​ໄດ້​ຄັດ​ເລືອກເຂົ້າ​ທິມດຶງ​ເຊືອກ, ກໍ່​ເຂົ້າ​ຮ່ວມ​ກອງ​ເຊຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ“.

        ຮອງ​ສາ​ສະ​ດາ​ຈານ, ປະລິຍາ​ເອກ ຫງວຽນ​ວັນ​ຮູ​ຍ, ສະມາຊິກ​ສະພາ​ມໍລະດົກ​ຫວຽດນາມ ຖື​ວ່າ, ດຶງ​ເຊືອກ​ແມ່ນ​ການ​ລະ​ຫຼິ້ນ​ເພື່ອ​ພາວະນາ​ຂໍ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​​ຈະ​ເລີ​ນກວ່າ​ເກົ່າ:

        “ຄຸນຄ່າ​ສະ​ເພາະ​ຂອງ​ການດຶງ​ເຊືອກ​ ແມ່ນ​ ຢາກ​ມີ​ຄວາມ​ສົມ​ບຸນພູນ​ສຸກ, ຢາກໃຫ້​ລະດູ​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ, ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະຊາ​ຄົມ​ມີ​ຄວາມ​ໝັ້ນຄົງ.

        ຕາມ​ປະ​ເພນີ​ຂອງ​ໝູ່​ບ້ານ​ງອກ​ຈີ່ ​ແລ້ວ, ຜູ້​ເຂົ້າ​ຮ່ວມ​ທິມ​ດຶງ​ເຊືອກ​ຕ້ອງ​ແມ່ນ​ຜູ້​ຊາຍ​, ​ເປັນລູກ​ຫຼານ​ຂອງ​ຄອບຄົວທີ່​ມີ​ແບບ​ແຜນ​ດຳລົງ​ຊີວິດ​ຢ່າງເປັນ​ລະບຽບ. ​ແຕ່​ລະ​ທິມມີ 11-17 ຄົນ. ຫົວໜ້າ​ທິມດຶງ​ເຊືອກ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ. ການ​ລະ​ຫຼິ້ນ​ເລີ່​ມດຳ​ເນີນ​ພາຍຫຼັງ​ຄຳ​ສັ່ງ “ດຶງ“. ທ່ານ ​ເລ​ເທ໋ອ໋ຽນ, ​ໃຫ້​ຮູ້​ວ່າ:

        “ຕາມ​ປະ​ເພນີ, ໃນງານ​ບຸນ​ຂອງ​ໝູ່​ບ້ານ, ວັນ​ທີ 3/3 ​ໄລ່​ຕາມ​ຈັນທະ​ປະຕິທິນຈຶ່ງ​ຈັດ​ຕັ້ງ​ການ​ດຶງ​ເຊືອກ. ວັນ​ບຸນ​ນີ້​ມີ​ຫຼາຍ​ຄົນ​ເຂົ້າ​ຮ່ວມ, ມ່ວນ​ຫຼາຍ. ກ່ອນ​ນັ້ນ​ບັນດາ​ທິມດຶງ​ເຊືອກ​ຕ້ອງເຝິກ​ແອບ, ນັ່ງ​ ​ແລະ ດຶງ​ເຊືອກຕ້ອງ​ຖືກ​ທ່າ​ທາງຈຶ່ງ​ມີ​ກຳລັງ​ແຮງ. ສ່ວນ​ລາງວັນ​ໃຫ້​ທິມຊະນະ​ພຽງ​ແຕ່​ມີ​ຄວາມ​ໝາຍ​ລະດົມ​ກຳລັງ​ໃຈ​ຜູ້​ເຂົ້າ​ຮ່ວມ​​ເທົ່າ​ນັ້ນ“.

ມັນ​ຕ່າງ​ກັບ​ການ​ລະ​ຫຼິ້ນ​ອື່ນໆ, ບັນດາ​ທິມ​ເຂົ້າ​ຮ່ວມ​ຕ້ອງ​ມີ​ທິມ​ໄດ້​ຮັບ​ໄຊຊະນະ, ມີທິມປະລາ​ໄຊ, ​ແຕ່​ການ​ດຶງ​ເຊືອກ​ຢູ່​ວິຫານ​ເຈິ໋ນຫວູ​ ພຽງ​ແຕ່​ມີທິມຢູ່​ຫົວ​ບ້ານ​ໄດ້​ຮັບ​ໄຊຊະນະ​ເທົ່າ​ນັ້ນ. ຖ້າ​ທິມຢູ່​ຫົວ​ບ້ານ​ໄດ້​ຮັບ​ໄຊຊະນະ, ​ໝາຍ​ຄວາມ​ວ່າ​ປີ​ນັ້ນ​ປະຊາຊົນ​ໃນ​ໝູ່ບ້ານ​ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ, ປະສົບ​ແຕ່​ຄວາມ​ໂຊກ​ດີ. ທ່ານ ​ເລ​ວັນ​ກຶ້, ຢູ່​ວິຫານ​ເຈິ໋ນຫວູ, ​ແບ່ງປັນ​ວ່າ:

ຕາມປະ​ເພນີ​ທີ່​ມີ​ມາ​ແຕ່​ບູຮານ​ແລ້ວ, ການ​ລະ​ຫຼິ້ນ​ແບບ​ນີ້​ແມ່ນ​ເປັນ​ສັນຍາ​ລັກ​ໃຫ້​ມັງກອນ. ການ​ດຶງ​ເຊືອກ​ຈະ​ແບ່ງ​ອອກເປັນ​ສາມ​ທິມ. ທິມຢູ່​ຫົວ​ບ້ານ​ຍາມ​ໃດ​ກໍ່​ໄດ້​ຮັບ​ໄຊຊະນະ. ຄື​ແນວ​ນັ້ນ​ການ​ທຳ​ມາ​ຫາ​ກິນ​ຈຶ່ງ​ໄ້ຮັບ​ຜົນ​ດີ“.

ດ້ວຍ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ, ການ​ດຶງ​ເຊືອກ​ແບບ​ນັ່ງ​ຂອງ​ໝູ່​ບ້ານ​ງອກ​ຈີ່ ຈຶ່ງ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ, ທັງ​ແມ່ນ​ປັດ​ໃຈ​ພິ​ເສດ​ໃນ​ສຳ​ເນົາ​ນາໆ​ຊາດ​ທີ່​ຍື່ນ​ສະ​ເໜີ​ຕໍ່​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ສະຫະ​ປະຊາ​ຊາດ (UNESCO) ພິຈາລະນາ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ມໍລະດົກ​ວັທະນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ​ໃນ​ປີ 2015. ການ​ດຶງ​ເຊືອກ​ແບບ​ນັ່ງ​ນີ້ ​ໄດ້​ປະກອບສ່ວນ​ສຳ​ຄັນ​ໃນ​ການ​ປັບປຸງ ​ແລະ ຊຸກຍູ້​ຄວາມ​ສາມັກຄີ​ໃນ​ວົງ​ຄະນາ​ຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ