ຕະຫຼາດນັດເຂດພູດອຍຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ

(vovworld) ພວກ​ຂ້າພະ​ເຈົ້າ​ຢາກ​ນຳ​ເອົາ​ສີສັນ​ວັດທະນະທຳ​ໃໝ່​ມາ​ໃຫ້​ປະຊາຊົນນະຄອນຫຼວງ​ຮ່າ​ໂນ້ຍ. ຢູ່​ທີ່​ນີ້, ທຸກ​ຄົນບໍ່​ພຽງ​ແຕ່ໄດ້​ຢ້ຽມຊົມ​ບັນດາ​ຮ້ານ​ສິນຄ້າ​, ​ໄດ້​ເຫັນ​ປະຈັກ​ຕາ​ວິທີ​ຂາຍ​ສິນຄ້າ​ຂອງ​ຊາວ​ເຜົ່າ​​​ເຂດ​ພູດ​ອຍຊາ​ປາ ​ເທົ່າ​ນັ້ນ, ຫາກ​ຍັງ​​ຊື້​ໄດ້ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກສະ​ເພາະຂອງ​ຊາວ​ເຜົ່າເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ ການ​ຂອງ​ຕົນ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ (ບຸນ​ເຕັດ) ອີກ​ດ້ວຍ.. ​ເອື້ອຍ​ແທງ​ຮັ່ງ, ຫົວໜ້າ​ຄະນະ​ຄຸ້ມ​ຄອງງານ​ຕະຫຼາດນັດໄດ້​ແບ່ງປັນຄື​ດັ່ງກ່າວ ກ່ຽວ​ກັບ​ຈຸດປະສົງ​ຂອງ​ການຈັດ​ຕັ້ງ​ “ຕະຫຼາດນັດ​ເຂດ​ພູດ​ອຍ” ທີ່​ດຳ​ເນີນ​ຢູ່​ເຂດວາງສະ​ແດງ​ເວິນ​ໂຮ່, ຮ່າ​ໂນ້ຍ​ ​ແຕ່​ວັນ​ທີ 6 15/2​. ​ເຊີນ​ທ່ານ​ພ້ອມ​ກັບຢ້ຽວຮົ່ງ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມຄົ້ນ​ຫາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕະຫຼາດນັດ​ນີ້​​.

ຕະຫຼາດນັດເຂດພູດອຍຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ 	 - ảnh 1
ພາບ​ປະ​ກອບ

        ​ໃນບໍລິ​ເວນ​ຕົ້ນຕໍ​ຢູ່​ເຂດ​ວາງສະ​ແດງ​ເວິນ​ໂຮ່ ກວ້າງ​ປະມານ 300 ຕາ​ແມັດ, ມີຮ້ານ​ວາງສະ​ແດງ 7- 8 ຮ້ານ​, ເຮັດ​ດ້ວຍ​ໄມ້​ໄຜ່, ​ໄມ້​ເຮ້ຍ, ຫຼັງຄາ​ມຸ້ງ​ດ້ວຍ​ໃບ​ຄໍ້. ລ້ວນ​ແຕ່​ເຕັມ​ແຂກ​ມາຊົມ.

        ​ໃນ​​ເຂດ​ອາ​ຫານການ​ກິນ. ໝໍ້ຖັ໋ງ​ໂກ໋​ເທິງ​ເຕົາ​ໄຟພວມ​ຟົດ​ເດືອດ​ຍັງ​ເຫຼືອ​ພຽງ​ເຄິ່ງໝໍ້​ເທົ່າ​ນັ້ນ. ຢູ່​ໃກ້ນັ້ນ​ວາງຂາຍ​ເຂົ້າ​ໜຽວ 5 ສີ​​​ ​​ແລະ ​ເຂົ້າ​ຕົ້ມ​ດຳໃນ​ທົ່ວ​ຂຽວ, ຊີ້ນໝູ… ຢູ່​ໃຈ​ກາງ​​ເຂດອາ​ຫານການ​ກິນ, ເອື້ອຍ​ງາ, ​ນັກ​ສິລະ​ປະການ​ຕົ້ມ​ເຝີ​ສົ້ມ, ໃນຊຸດ​ອາພອນ​ຂອງ​ຊົນ​ເຜົ່ານຸ່ງ,  ທັງ​ຖອກ​​​ເສັ້ນ​ເ​ຝີ​, ທັງຂາຍ​ເຝີ​ໃຫ້​ແຂກ​, ເອື້ອຍ​ງາ​ ເວົ້າ​ວ່າ:

        “​ເຝີຢູ່​ເຂດ​ພູ​ສູງ​ຕ່າງ​ກັນ​ກັບ​ເຟີຮ່າ​ໂນ​້ຍ, ​ເພາະ​ວ່າ, ມັນ​​ປຸງແຕ່ງດ້ວຍ​ຊີ້ນ​ໝູ. ​ສ່ວນ​ເສັ້ນ​ເຝີ​​ເຮັດ​ດ້ວຍ​ເຂົ້າໄຮ່​ດັ່ງ​ນັ້ນ​ບໍ່​ຂາວປານ​ໃດ. ​ແຕ່​ລະ​ມື້​ຂາຍ​​ເຝີໄດ້ຫຼາຍ​ສຸດ​​ແມ່ນ 80 ກິໂລກຼາມ, ນອກ​ຈາກ​ກິນ​ເຝີ​ຢູ່​ກັບ​ທີ່, ແຂກ​ເຂົ້າ​ຊົມ​ຍັງ​ຊື້​ເສ​ັ້ນ​ເຝີ​ມາ​ແຕ່ງ​ເອງ​ອີກ​ດ້ວຍ, ​ພວກ​ຂ້າ​ພະ​ເຈົ້າ​ກໍ່ແນະ​ນຳ​ວິ​ທີ​ປຸງ​ແຕ່ງ​​ເຝີ​ສົ້ມ​ໃຫ້​ແຂກ​ຮູ້.”

        ລຸງ ງ​ວານ, ແຂກ​ກິນ​ເຝີ​ໃນ​ຮ້ານ, ເວົ້າ​ວ່າ:

        “​ກິນ​ເຝີ​ນີ້​​ຮູ້ສຶກ​ແປກໆ, ລົດ​ສົ້ມ​ຂອງ​ມັນເຮັດ​ໃຫ້​ເຮົາ​ບໍ່​ເບື​່ອ, ມີກິ່ນ​ຫອມ, ມັນ​ຂອງຖົ່ວເຫຼືອງ, ຖົ່ວດິນ​ອີກ​ດ້ວຍ. ລຸງ​ມັກ​ກິນ​ເພັດ​ດັ່ງ​ນັ້ນ​ຈຶ່ງ​ໃສ່​ຊອດ​ໝາກ​ເພັດ​ຕື່ມ​ອີກ​ໃຫ້​ມັນ​ແຊບ​ກ່​ວາ.

ຕະຫຼາດນັດເຂດພູດອຍຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ 	 - ảnh 2
ຮ້ານ​ຂາຍ​ຢາ​ພື້ນ​ເມືອງນັ້ນຂອງປ້າ ແຈ່ວ​ສື​ໄໝ​

        ທີ່​ຮ້ານ​ຂາຍ​ບັນ​ດາ​ເຄື່ອງ​ແຫ້ງ ແລະ ຢາ​ພື້ນ​ເມືອງນັ້ນ, ປ້າ ແຈ່ວ​ສື​ໄໝ​ໃນ​ຊຸດອາພອນ​​ຂອງ​ຊາວ​ເຜົ່າຢາວ​ແດງ​, ຫົວພັນ​ຜ້າ, ໂສ້ງ​ເສື້ອ​ສີ​ຄາມປະດັບດ້ວຍ​ລວດ​ລາຍ​ສີ​ແດງ ແລະ ​ແຖວກະ​ດູມ​ດ້ວຍ​ເງິນທີ່​ສວຍ​ງາມພວມ​​ແນະນຳ​ໃຫ້​ແຂກ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຢາ​ແຕ່​ລະ​ປະ​ເພດ. ປ້າ ແຈ່ວ​ສື​ໄໝ, ໄດ້​ຮັບ​ການຮັບ​ຮອງຈາກແຂວງ ລາວ​ກາຍ ວ່າ​ແມ່ນ​ໝໍ​ຢາພື້ນ​ເມືອງ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ປ້າ​ນຳ​ຢາ​ພື້ນ​ເມືອງ​ຂອງ​ຕົນ​ໄປ​ຂາຍ​ຢູ່​ແຂວງ​ອື່ນ. ​ສ່ວນຫຼາຍ​ແມ່ນ​ຮັບ​ໃຊ້​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ ແລະ ແຂກ​ທ່ອ​ງ​ທ່ຽວ​.

        “​ຢາ​ພື້ນ​ເມືອງນີ້​ສ່ວນຫຼາຍ​ໂດຍ​ເອື້ອຍ​ນ້ອງ​ໃນ​ສະ​ໂມ​ສອນຫາ​ຢູ່​ໃນ​ປາ​ດົງ​ດິບ. ​ ​ຢາ​ທີ່ແຂກ​ມາຊື້​ຫຼາຍ​ສຸດ​ແມ່ນຢາ​ປົວພະຍາດປະດົງ, ຢາ​​ແຊ່ຕີນ, ຢາ​​ເພື່ອອາບ​… ພວກ​ຂ້າ​ພະ​ເຈົ້າ​ຍັງ​ຕົ້ມ​ນ້ຳ​ຢາ​ເພື່ອ​ໃຫ້​ແຂກ​​ແຊ່ຕີນຢູ່​ກັບ​ທີ່, ດ້ວຍລາ​ຄາ​ 50.000ດົ່ງ/ເທື່ອ, ຖ​້າ​ຜູ້​ໃດ​ຊື້​ຢາຫຼາຍ​ຈະ​ໃຫ້​​ແຊ່ຕີນ​ໂດຍບໍ່​ເສຍ​ຄ່າ.”

        ປ້າ ລືວ ຊື້​ຢາ​ຢູ່​ຮ້ານນີ້​​​​ສອງ​ເທື່ອແລ້ວ, ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຊື້​ຢາ​ປົວພະຍາດ​ປະດົງ. ເມື່ອ​ໂອ້​ລົມ​ກັບ​ເອື້ອຍ​ຢູ່ຮຶງ​ອຽນ​ ກ່ຽວ​ກັບ​ຢາປະ​ເພດ​ນີ້ລາວມັກຫຼາຍ​ຈຶ່ງບອກ​ຊື້​ຊ່ວຍ. ຂ້າ​ພະ​ເຈົ້າ​ຫາກໍ່​ກິນຢາ​ໄດ້​ມື້​ໜຶ່ງ​ບໍ່​ທັນ​ຮູ້​ປະ​ໂຫຍດ​ຂອງ​ມັນ​ເທື່ອ, ດັ່ງ​ນັ້ນຈະ​ກິນຕໍ່, ຖ້າ​​ເຫັນ​ວ່າ​ມີ​ປະ​ໂຫຍດ​ດີ​ຈະ​ໄປ ຊາ​ປາ ຊື້​ຕື່ມ​ອີກ.”

        ຕາມ​ເອື້ອຍ ແທງ​ຮັ່ງ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ງານ​ຕະຫຼາດ​ນັດ​ແລ້ວ, ນັບ​ແຕ່ມື້​ເປີດ​ປະ​ຕູ​, ແຕ່​ລະ​ມື້ຕະຫຼາດນັດ​ດຶງ​ດູດ​ຜູ້ມາ​​ຊົມ​ເກື​ອບ 400 ເທື່ອ​ຄົນ. ເມື່ອ​ກັບ​ເມືອ​ຜູ້​ໃດ​ກໍ່​ຊື້​ໄດ້​ເຄື່ອງ​ຂອງ​ໃດ​ໜຶ່ງ:

        “ນີ້​ແມ່ນ​ວິ​ທີ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊົນ​ເຜົ່າ ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ເຖິງ​ຊາວນະ​ຄອນຫຼວງ, ຖ້າຜູ້​ໃດບໍ່​ທັນ​​ໄປຕະຫຼາດ​ນັດ​ຢູ່ເຂດ​ພູ​ດອຍ​ ສາ​ມາດ​ມາ​ແຫ່ງ​ນີ້, ທ່ານ​ຈະ​ໄດ້​ເຫັນ​ປະຈັກ​ຕາ​ຕະຫຼາດນັດ​ເຂດ​ພູດ​ອຍ ​ແລະ ຊື້​ໄດ້​ຜະ​ລິດ​ຕະ​ພັນທີ່​ຮັບ​ປະ​ກັນ​ດ້ານຄຸນ​ນະ​ພາບ​, ດັ່ງ​ນັ້ນ​ແຂກ​ມາ​ຢ້ຽມ​ຊົນ​ຜູ້​ໃດ​ກໍ່​ຊື້​ເຄື່ອງ​ຂອງ​ບໍ່​ຫຼາຍ​ກໍ່​ໜ້ອຍ​ໃຫ້​ແກ່​ຕົນ.”

        ເພື່ອນ​ແຫ້ງ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລຊັບ​ພະ​ວິ​ຊາ ຢູ່ຮ່າ​ໂນ້ຍ ມີຈຸດປະສົງມາ​ຊົມ​ຊື່ໆ​ເທົ່າ​ນັ້ນ, ແຕ່​ໃນ​ເວ​ລາ​ພຽງ 1 ຊົ່ວ​ໂມງນາງກໍ່​ຊື້​ໄດ້​ເຄື່ອງ​ຂອງ​ບາງ​ຢ່າງ​:

        “ນ້ອງ​ໄດ້​ພັກ​ຮຽນ​ແລ້ວ, ​ ມື້​ອື່ນຈະ​ກັບເມືອ​ບ້ານ​, ດັ່ງ​ນັ້ນ​ກໍ່ຢາກ​ຊື້​​​ເຄື່ອງຂອງໃດ​ໜຶ່ງ​​ເພື່ອ​ເປັນ​ຂອງຂວັນ​ໃຫ້​ຄອບຄົວ. ​ແຕ່​ຫາ​ກໍມາບໍ່​ຮອດ​ຊົ່ວ​ໂມງກໍ່​ຊື້​ໄດ້ຫຼາຍ​ພໍ​ສົມຄວນ: ເຂົ້າ​ໜຽວ​ໄຮ່, ຊີ້​ຄວາຍ, ເຫັດ​ຫູ​ໜູ​ແຫ້ງ…ນ້ອງດີ​ໃຈ​ຫຼາຍ

        ກ່ອນຈະ​​ກັບ​ເມືອ​ບ້ານ, ກໍ່​ເຊັ່ນ​ດຽວ​ກັບແຂກ​ມາ​ຢາມ​ຕະຫຼາດນັດ​​ຫຼາຍຄົນ, ​ແຫ້ງ​ບໍ່​ລືມ​​ຖ່າຍ​ຮ​ູບຢູ່​ຂ້າງ​ດອກ​ຄາຍທີ່​ພວມ​ບັ່ງ​ບານ ເພື່ອ​ເປັນ​ທີ່​ລະ​ນຶກກ່ຽວ​ກັບ​ຕະຫຼາດ​ເຂດ​​ພູດ​ອຍຢູ່​​ໃຈ​ກາງ​ນະ​ຄອນຫຼວງ./.

       

       


ຕອບກັບ

ຂ່າວ/ບົດ​ອື່ນ