ທະເລຍາມລະດູຮ້ອນ


(vovworld) - ​ໃນສະພາບ​ດິນ​ຟ້າ​ອາກາດ​ທີ່​ຮ້ອນ​ເອົ້າຂອງ​ລະດູ​ຮ້ອນ, ບໍ່​ມີ​ຫຍັງ​ດີກ​ວ່າ​​ທີ່ໄດ້​ລອຍ​ນຳ້​ທະ​ເລ​ທີ່​ຂຽວ​ສະອາດ. ​ເມື່ອ​ລະດູ​ຮ້ອນ​ວຽນມາ, ບັນດາ​ຫາດ​ຊາຍທະ​ເລ​ຢູ່​ພາກ​ເໜືອ​ຄື: ​ໂກ​ໂຕ, ກາດ​ບ່າ, ​ໂດ່​ເຊີນ ຫຼື​ຫາກ​ຊາຍທະ​ເລ​ຢູ່​ພາກ​ກາງ​ເຊັ່ນ: ​ເຊິ່ມ​ເຊີນ, ​ເກືອ​ລໍ່, ທຽນ​ເກີ່​ມ, ດ່າ​ນັ້ງ, ຍາ​ຈາງ, ຟູ໋ກວົກ ຍາມ​ໃດ​ກໍ່​ສ້າງ​ຄວາມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ທະເລຍາມລະດູຮ້ອນ - ảnh 1
ທະເລຢູ່າກເໜືອຫວຽດນາມ

ການທ່ອງທ່ຽວ​ທະ​ເລ​ໃນ​ຍາມ​ຮ້ອນ​ປີ 2015 ​ແມ່ນ​ຟົດ​ຟື້ນ​ທີ່​ສຸດ. ບັນດາ​ຫາດ​ຊາຍ​ທະ​ເລ​ຢູ່​ພາກ​ເໜືອ​ປີ​ນີ້​​ໄດ້​ຕ້ອນຮັບແຂກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​. ​ໃນ​ນັ້ນ, ກາດ​ບ່າ, ຫາຍ​ຝ່ອງ ມີ​ທັດສະນີ​ຍະ​ພາບ​ສວຍງາມ​ແບບ​ທຳ​ມະ​ຊາດ. ມາ​ກາດ​ບ່າ, ນັກ​ທ່ອງ​ທ່ຽວ​ທັງ​ໄດ້​ອາບ​ນຳ້​ທະ​ເລ, ທັງ​ຄົ້ນ​ຫາ​ຄວາມ​ງາມ​ຂອງ​ປ່າດົງ, ​ແມ່​ນຳ້ລຳ​ເຊ, ຫາດ​ຊາຍ​ທະ​ເລ ​ແລະ ລະບົບ​ເກາະ​ຢູ້ອ້ອມ​ແອ້ມ. ນອກ​ນັ້ນ, ​ເກາະ​ໂກ​ໂຕ ຫຼື ກວານ​ລ້ານ, ​ແຂວງ​ກວາງ​ນິງ, ກໍ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ. ທ່ານ​ນາງ ທູ​ເຟືອງ, ບໍລິສັດ Aroma trvel, ​ໃຫ້​ຮູ້​ວ່າ:

“ລະດູ​ຮ້ອນ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ໄດ້​ເລືອກ​ເຟັ້ນກວານ​ລ້ານ, ​ໂກ​ໂຕ​ ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ, ​ເພາະວ່າ​ລາຄາ​ຢູ່​ທີ່​ນີ້​​ເໝາະ​ສົມ. ນີ້​ແມ່ນຫາດ​ຊາຍ​ທະ​ເລ​ຫາ​ທີ່ກໍ່​ໄດ້​ຮັບ​ການ​ຄົ້ນ​ພົບ, ດັ່ງ​ນັ້ນ​ຍັງ​ຄົງ​ຮົກ​ເຮຶ້ອຢູ່. ປີ​ນີ້, ນັກ​ທ່ອງ​ທ່ຽວ​ຍັງ​ມັກ​ໄປຫາດ​ຊາຍ​ທະ​ເລ ຫາຍ​ຕ໋ຽນອີກ. ຫາຍ​ຕ໋ຽນຫ່າງ​ຈາກ​ນະຄອນ​ແທງ​ຮ່ວາ 15 ກມ ​ແລະ ຫ່າງຈາກ​ຮ່າ​ໂນ້ຍ 155 ກມ. ​ເຖິງ​ວ່າ​ນີ້​ແມ່ນ​ຫາດ​ຊາຍ​ທະ​ເລ​ແຫ່ງ​ໃໝ່​ກໍ່ຕາມ, ​ແຕ່​ການ​ບໍລິການ​ພັດທະນາ​ໄວທີ່​ສຸດ”.

ທະເລຍາມລະດູຮ້ອນ - ảnh 2

ຫາດຊາຍທະເລໂກໂຕ

ຫາດ​ຊາຍ​ທະ​ເລ ​ເຊິ່ມ​ເຊີນ, ຂຶ້ນ​ກັບ​ເທດສະບານ ​ເຊິ່ມ​ເຊີນ, ​ແຂວງ​ແທງ​ຮ໋ວາ, ກໍ່​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ ​ແລະ ມີ​ຊື່​ສຽງ​ຂອງ​ຫວຽດນາມ​ ນັບ​ແຕ່​ຊຸມ​ປີຕົ້ນຂອງ​ສະຕະວັດ​ທີ 20, ດ້ວຍ​ຫາດ​ຊາຍ​ທະ​ເລກ​ວ້າງ, ຟອງ​ທະ​ເລ​ບໍ່​ແຮງ, ນຳ້​ຂຽວ​ສະອາດ. ​

​ໄປ​ທ່ອງ​ທ່ຽວທະ​ເລ​ທຽນ​ກິ່ມ ຢູ່​​​ເມືອງ ​ເກິມ​ຊວຽນ, ແຂວງ ຫ່າ​ຕິ້ງ, ທາງ​ພາກ​ກາງ​ຫວຽດນາມ, ນັກ​ທ່ອງ​ທ່ຽວ​ຈະ​ມີ​ວິ​ໄສ​ທັດ​ໃໝ່​ກ່ຽວ​ກັບ​ທະ​ເລ​ຫວຽດນາມ. ທັດສະນີ​ຍະ​ພາບຢູ່​ທີ່​ນີ້ຍັງ​ຮົກ​ເຮື້ອ​ຢູ່, ດ້ວຍຫາດ​ຊາຍ​ທະ​ເລ​ຍາວ, ກວ້າງ, ພ້ອມ​ກັບ​ຝາ​ຫີນສູງ​ຊັນ, ​ເມື່ອ​ຟອງ​ທະ​ເລ​ທົບ​ໃສ່​ໄດ້​​ສ້້າງ​ເປັນ​ສຽງ​ພິ​ເສດສະ​ເພາະ​ທີ່​ບໍ່​ເຄີຍ​ມີ​ຢູ່​ບ່ອນ​ອື່ນ. ທະ​ເລ​ທຽນ​ເກິ່ມ ມີ​ເກາະ ​ແລະ ​ພູຫຼາຍ​ໜ່ວຍ​ສ້າງ​ເປັນຮູບ​ພາບ​ທີ່​ສວຍ​ງາມ.

ທະເລຍາມລະດູຮ້ອນ - ảnh 3

ຫາດຊາຍທະເລທຽນເກິ່ມ

ທ່ອງ​ທ່ຽວ​ປະສົມ Teambuilding ​ແມ່ນ​ທ່າ​ອ່ຽງ​ໃໝ່​ພວມ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ. ກຳ​ໄດ້​ທ່າອ່ຽງດັ່ງກ່າວ, ບໍລິສັດ​ Phuong Nam Sun travel ​ໄດ້​ສ້າງ​ບັນດາລາ​ຍການTeam ຢ່າງ​ອຸດົມສົມ​ບຸນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຊົມ​ໃຊ້​ຄວາມ​ປອດ​ໂປ່​ງຂອງ​ທະ​ເລ, ທັງ​ເຂົ້າ​ໃຈ​ຕົວ​ເອງ​ກໍ່​ຄື​ໝູ່​ເພື່ອນ. ທ່ານ​ນາງ ຫງວຽນ​ຕ໋ຽນຫ່າວ, ຜູ້ອຳນວຍການບໍລິສັດ​ Phuong Nam Sun travel, ​ໃຫ້​ຮູ້​ວ່າ:

“​ເມື່ອ​ແຂກເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວຂອງບໍລິສັດ​ Phuong Nam Sun travel, ພວກ​ຂ້າພະ​ເຈົ້າ​ເຄີຍ​ແນະນຳ​ກ່ຽວ​ກັບລາຍການ​ທ່ອງ​ທ່ຽວ​ພັກຜ່ອນຢ່ອນອາລົມສົມທົບ​ກັບ​ການ​ລະ​ຫຼິ້ນ Teambuilding  ​ແລະ gala diner  ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ໃກ້ຊິດ​ສະໜິດສະໜົມ, ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ສະມາຊິກ​ໃນ​ຄະນະ“.

ທະເລຍາມລະດູຮ້ອນ - ảnh 4


Teambuilding ຢູ່ຫາດຊາຍທະເລ

ບັນດາ​ຫາດ​ຊາຍ​ທະ​ເລ​ທີ່​ເໝາະ​ສົມ​ກັບ​ການຈັດ​ຕັ້ງ Teambuilding ຕ້ອງ​ແມ່ນ​ຫາດ​ຊາຍ​ທີ່​ກວ້າງຂວາງ, ສະອາດ, ຂີ້​ຊາຍ​ກ້ຽງ​ສະ​ເໝີ. ທ່ານ​ນາງ ຕ໋ຽນຫ່າວ, ​ໃຫ້​ຮູ້​ວ່າ:

“ປີ​ນີ້​ພວກ​ຂ້າພະ​ເຈົ້າ​ມຸງ​ໄປ​ສູ່​ບັນດາ​ຫາດ​ຊາຍ​ທະ​ເລ​ໃໝ່​ເຊັ່ນ Bai Lu resort, ​ຫຼືໃກກວ່າ​ນັ້ນ​ແມ່ນ​ຍາ​ຈາງ, ດ່າ​ນັ້ງ. ຢູ່​ຍາ​ຈາງ​ ມີຫາດ​ຊາຍ​ທະ​ເລ ​ໂຢກ​ເລດ ທີ່​ຂຽວ​ສະອາດ, ​ເກາະ​ຂີ (​ເກາະ​ລິງ), ຫ້ວຍ​ລານ​ເພື່ອ​ຈັດ​ຕັ້ງ Teambuilding“.

ລະດູ​ຮ້ອນ​ແມ່ນ​ໄລຍະ​ເວລາ​ທີ່​ເໝາະ​ສົມ​ໃນ​ປີ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ຄົ້ນ​ຫາ​​ເຂດທີ່​ໃໝ່​ອ່ຽມ. ​ແລະ ທະ​ເລ​ຍາມ​ໃດ​ກໍ່​ແມ່ນ​ການ​ເລືອກ​ເຟັ້ນອັນ​ດັບ​ໜຶ່ງ​ຂອງ​ນັກ​ທ່ອງ​ທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ