ທ່ານ ເຈິ່ນວັນບ໋ານ, ຜູ້ປະກອບອາຊີບຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນເປັນເວລາ 35 ປີ

(VOVWORLD) - ປີໃດກໍ່ເຊັ່ນດຽວກັນ, ຮອດໂອກາດວັນບຸນໄຫວ້ພະຈັນວຽນມາ, ທ່ານ ເຈິ່ນວັນບ໋ານ ພັດຍຸ້ງກັບອາຊີບຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນ. ໃນຄອບຄົວຂອງທ່ານມີ 3 ລຸ້ນຄົນໄດ້ປະກອບອາຊີບນີ້.
ທ່ານ ເຈິ່ນວັນບ໋ານ, ຜູ້ປະກອບອາຊີບຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນເປັນເວລາ 35 ປີ - ảnh 1 ພາບປະກອບ

ເມື່ອຮອດຍາມຜະລິດເຂົ້າໜົມໄຫວ້ພະຈັນ, ເຮືອນຂອງທ່ານ ບ໊ານ ຢູ່ໝູ່ບ້ານ ເທື້ອງກູງ, ຕາແສງ ຕ່ຽນຟອງ, ເມືອງ ເທື່ອງຕິ໊ນ, ຮ່າໂນ້ຍ ລ້ວນແຕ່ມີສຽງເນືອງນັນໄປດ້ວຍສຽງເຈາະ, ແກະ, ຄວັດທັງເວັນ ແລະ ຄືນ ເພື່ອຜະລິດເບົ້າເຮັດເຂົ້າໜົມຕາມໃບສັ່ງຊື້ຈາກລູກຄ້າ.

        ຕັ້ງຢູ່ຫ່າງຈາກຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 25 ກມ, ເຖື້ອງກູງ ແມ່ນໝູ່ບ້ານມີອາຊີບເຟີນີເຈີທີ່ເປັນມູນເຊື້ອ. ຕາມລະດູການ, ເມື່ອໂອກາດວັນບຸນໄຫວ້ພະຈັນວຽນມາ (ບຸນວັນເພັງເດືອນ 8), ປະຊາຊົນໃນໝູ່ບ້ານກໍ່ໄດ້ສຸມໃສ່ຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນ. ວັນບຸນໄຫວ້ພະຈັນຕາມຈັນທະປະຕິທິນແລ້ວ, ແມ່ນວັນບຸນທີ່ເປັນມູນເຊື້ອຢູ່ຫຼາຍປະເທດ ອາຊີ, ຢູ່ ຫວຽດນາມ ວັນບຸນໄຫວ້ພະຈັນນີ້ຍັງແມ່ນວັນບຸນສຳລັບເດັກນ້ອຍອີກດ້ວຍ. ພາເຂົ້າບູຊາໃນ ວັນບຸນໄຫວ້ພະຈັນ ນອກຈາກເຄື່ອງລະຫຼິ້ນ, ໝາກໄມ້, ເຂົ້າໜົມ, ສິ່ງທີ່ຂາດບໍ່ໄດ້ນັ້ນແມ່ນເຂົ້າໜົມໄຫວ້ພະຈັນທີ່ເປັນມູນເຊື້ອທັງສອງຊະນິດ. ເຂົ້າໜົມໄຫວ້ພະຈັນທັງສອງຊະນິດນັ້ນ ມີຮູບມົນ ຫຼື ຮູບຈະຕຸລັດ, ເຊິ່ງແມ່ນຜະລິດຕະພັນພິເສດຂອງວັນບຸນ ໄຫວ້ພະຈັນ. ຈາກຈຸດວັດທະນະທຳທີ່ເປັນມູນເຊື້ອນັ້ນ ໄດ້ກຳເນີດອາຊີບຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນ. ເມື່ອແຂກທ່ອງທ່ຽວໄປຢ້ຽມຢາມໝູ່ບ້ານ ເທື້ອງກູງ, ຖາມຫາເຮືອນຂອງທ່ານ ເຈິ່ນວັນບ໋ານ ໃຜໆກໍ່ຮູ້ໝົດ ຍ້ອນວ່າທ່ານມີຄວາມຜູກພັນກັບອາຊີບຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນໃນຫຼາຍປີມານີ້ ແລະ ສີມືຂອງທ່ານກໍ່ຢູ່ໃນລະດັບເກັ່ງກ່ວາໝູ່ໃນໝູ່ບ້ານ. ນັບແຕ່ເດືອນເມສາແມ່ນເລີ່ມເຂົ້າລະດູຜະລິດເບົ້າເຂົ້າໜົມແລ້ວ, ແຕ່ລະມື້, ທ່ານ ບ໋ານຕ້ອງຕື່ນແຕ່ເຊົ້າໆ, ເພື່ອມາເຮັດເບົ້າເຂົ້າໜົມຈົນຮອດຄ່ຳມືດ. ທ່ານກ່າວວ່າ:

        “ປີນີ້, ຂ້າພະເຈົ້າມີອາຍຸ 53 ປີ, ຂ້າພະເຈົ້າໄດ້ປະກອບອາຊີບນີ້ມາເປັນເວລາ 35 ປີແລ້ວ. ກ່ອນນີ້, ໃນໝູ່ບ້ານມີຫຼາຍຄອບຄົວໄດ້ປະກອບອາຊີບນີ້, ວຽກງານຫຍຸ້ງຍາກ, ໜັກໜ່ວງ, ກຳໄລບໍ່ຫຼາຍ ດັ່ງນັ້ນ, ມາຮອດປະຈຸບັນ, ຍັງເຫຼືອແຕ່ຄອບຄົວຂ້າພະເຈົ້າ ແລະ ອີກຄອບຄົວໜຶ່ງທີ່ປະກອບອາຊີບເບົ້າເຮັດນີ້ເທົ່ານັ້ນ. ເຂົ້າໜົມກອບທີ່ຂ້າພະເຈົ້າຜະລິດອອກມານັ້ນ ໄດ້ເອົາໄປຂາຍຢູ່ທົ່ວທຸກແຂວງ, ນະຄອນໃນທົ່ວປະເທດ. ແຂກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມ ຫວຽດນາມ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົາເຈົ້າກໍ່ຊື້ເບົ້າເພື່ອເອົາເມືອເຮັດເຂົ້າໜົມໄຫວ້ພະຈັນນຳອີກ.”

        ແຕ່ລະປີ, ທ່ານ ບ໋ານ ໄດ້ຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນແຕ່ 500 – 600 ອັນ. ຕົ້ນຕໍແມ່ນຂາຍໃຫ້ບັນດາຮາກຖານຜະລິດເຂົ້າໜົມໄຫວ້ພະຈັນ. ບໍ່ວ່າຮູບແບບໃດ, ເມື່ອລູກຄ້າຕ້ອງການ, ທ່ານ ບ໋ານ ກໍ່ສາມາດເຮັດໃຫ້ໄດ້ ດັ່ງນັ້ນເບົ້າເຂົ້າໜົມຂອງທ່ານຈຶງມີລູກຄ້າສັ່ງຊື້ເປັນຈຳນວນຫຼາຍ. ເອື້ອຍ ດິງແທງຕູ໊, ລູກຄ້າມາຈາກຮ່າໂນ້ຍ ໃຫ້ຮູ້ວ່າ:

“ໂດຍໄດ້ຮັບການແນະນຳຈາກໝູ່ເພື່ອນ, ຂ້າພະເຈົ້າຈຶ່ງຮູ້ຈັກໝູ່ບ້ານ ເທື້ອງກູງ ແມ່ນບ່ອນຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນ, ເຊິ່ງເປັນໝູ່ບ້ານມີມູນເຊື້ອມາແຕ່ດົນນານ. ເມື່ອໄປຮອດໝູ່ບ້ານ, ທຸກຄົນໄດ້ແນະນຳໃຫ້ຂ້າພະເຈົ້າວ່າມີຄອບຄົວທ່ານ ບ໋ານ ຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນງາມທີ່ສຸດມີ, ຫຼາຍຮູບຫຼາຍແບບ, ອຸດົມສົມບູນ. ຂ້າພະເຈົ້າຢາກຊອກຮູ້ໝູ່ບ້ານຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນເພື່ອເຫັນໄດ້ຄຸນຄ່າວັດທະນະທຳຂອງໝູ່ບ້ານອາຊີບ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນຍ້ອນຊອກໄດ້ບັນດາແບບເຮັດເຂົ້າໜົມທີ່ຖືກໃຈ, ເພື່ອເອົາໄປເຮັດເຂົ້າໜົມໄຫວ້ພະຈັນໃຫ້ເດັກນ້ອຍ.”

ທ່ານ ເຈິ່ນວັນບ໋ານ, ຜູ້ປະກອບອາຊີບຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນເປັນເວລາ 35 ປີ - ảnh 2 ເບົ້າມີຫຼາຍລວດລາຍ

ເບົ້າເຮັດເຂົ້າໜົມໄຫວ້ພະຈັນຖືກເຮັດດ້ວຍໄມ້ຈັນ ແລະ ໄມ້ຫຳງົວ, ຍ້ອນນີ້ແມ່ນບັນດາປະເພດໄມ້ເນື້ອດີ, ອ່ອນ, ແກະ, ຄວັດງ່າຍ, ບໍ່ຄົບງໍ, ເບົ້າທີ່ເຮັດອອກມານັ້ນສາມາດໃຊ້ໄດ້ເປັນຫຼາຍສິບປີກໍ່ຍັງບໍ່ເພ. ເພື່ອກວດກາຄຸນນະພາບຂອງເບົ້າ, ຜູ້ຜະລິດໄດ້ໃຊ້ດິນດາກເພື່ອໃສ່ເຂົ້າເບົ້າ ຄືກັບເວລາເຮັດເຂົ້າໜົມແທ້, ເພື່ອປຽບທຽບໄດ້ຢ່າງງ່າຍດາຍ. ທ່ານ ເຈິ່ນວັນບ໊ານ ໃຫ້ຮູ້ຕື່ມອີກວ່າ:

“ກ່ອນນີ້, ເມື່ອຜະລິດເບົ້າເຮັດເຂົ້າໜົມ ຕ້ອງຄວັດດ້ວຍມື ແຕ່ມາຮອດປະຈຸບັນ, ມີເຄື່ອງຈັກຄວັດ, ແກະ, ສະແກນໜູນຊ່ວຍດັ່ງນັ້ນຄວາມຫຍຸ້ງຍາກກໍ່ຫລຸດລົງ. ຂັ້ນຕອນສຳຄັນທີ່ສຸດແມ່ນຄວັດລວດລາຍ, ເຕັກນິກແມ່ນຢູ່ນຳລວດລາຍ, ຄວັດລວດລາຍນັ້ນຕ້ອງໄດ້ໃຊ້ມື. ເບົ້າເຮັດເຂົ້າໜົມໄຫວ້ພະຈັນທີ່ເປັນມູນເຊື້ອທັງ 2 ຊະນິດນັ້ນແມ່ນແຕກຕ່າງກັນ, ຖ້າພວກເຮົາເຮັດເບົ້າຖືກຕ້ອງຕາມຂັ້ນຕອນເຕັກນິກເວລາເຮັດເຂົ້າໜົມອອກມາກໍ່ຈະມີຮູບຊົງສວຍງາມ, ເຫັນລວດລາຍລະອຽດດີ.”

ທ່ານ ບ໋ານ ໄດ້ເລົ່າຄວາມໃນໃຈສູ່ຟັງວ່າ, ທ່ານບໍ່ສາມາດນັບໄດ້ວ່າຄອບຄົວທ່ານໄດ້ຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນເທົ່າໃດອັນແລ້ວ. ແຕ່ພວກເຮົາຮູ້ວ່າ: ອາຊີບຜະລິດເບົ້າເຂົ້າໜົມໄຫວ້ພະຈັນຂອງທ່ານໄດ້ປະກອບສ່ວນອະນຸລັກຮັກສາອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານໄວ້, ນຳມາເຊິ່ງບັນຍາກາດຂອງວັນບຸນໄຫວ້ພະຈັນເຂົ້າເຖິງທຸກໆຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ