ທ່ານຟ້າມດິ່ງເກ້ວ - 41 ປີຕິດພັນກັບພາລະກິດກະຈາຍສຽງດ້ວຍພາສາລາວ

(VOVWORLD) - 41 ປີໄດ້ຕິດພັນກັບພາລະກິດກະຈາຍສຽງດ້ວຍພາສາລາວ, ບໍ່ມີຫຼາຍຄົນມີພາລະກິດຍາວນານຄືທ່ານ ຟ້າມດິ່ງເກ້ຍ, ອະດິດໂຄສົກ, ບັນນາທິການຂອງພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ (VOV).
ທ່ານຟ້າມດິ່ງເກ້ວ - 41 ປີຕິດພັນກັບພາລະກິດກະຈາຍສຽງດ້ວຍພາສາລາວ - ảnh 1ທ່ານ ຟ້າມດິ່ງເກ້ວ

ເຖິງວ່າບໍ່ແມ່ນລຸ້ນທຳອິດ ແຕ່ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງໃນການກໍ່ສ້າງ, ພັດທະນາລາຍການພາສາລາວ ແລະ ກໍ່ເປັນຜູ້ມີຊື່ສຽງໃນວົງການນັກແປພາສາ ຫວຽດ - ລາວ. ເຖິງວ່າອາຍຸສູງແລ້ວກໍ່ຕາມ, ແຕ່ທ່ານຍັງໄດ້ຄົ້ນຄ້ວາ, ຮ່ຳຮຽນດ້ານພາສາຕື່ມອີກ ເພື່ອມີໃຜຢາກຮ່ຳຮຽນນຳທ່ານກໍ່ແບ່ງປັນບົດຮຽນ, ປະສົບການດ້ວຍຄວາມສຸດຈິດສຸດໃຈ.

        ພົບປະກັບທ່ານ ເກ້ວ ໃນຕອນເຊົ້າຂອງລະດູແລ້ງ, ມາຢ້ຽມຢາມທ່ານໃນຕຶກອາພັດຫຼາຍຊັ້ນແຫ່ງໜຶ່ງຢູ່ຮ່າໂນ້ຍ ເຫັນວ່າທ່ານມີປື້ມ, ເອກະສານດ້ວຍພາສາລາວ ແລະ ໄທ ເປັນຈຳນວນຫຼວງຫຼາຍ. ເຖິງວ່າ ອາຍຸ 76 ປີແລ້ວກໍ່ຕາມ, ແຕ່ທ່ານຍັງເຂົ້າໃຈດີ, ຜົມທ່ານຍັງດຳຢູ່, ທ່ານນຸ່ງເສື້ອສີຂຽວຂີ້ມ້າພ້ອມກັບໂສ້ງ ກາກີ ເກົ່າໆ. ທ່ານໄດ້ເຍັນນ້ຳຊາເຊີນຂ້າພະເຈົ້າ ແລະ ເລີ່ມເລົ່າເລື່ອງກ່ຽວກັບຊຸມວັນທຳອິດທີ່ທ່ານເສັງເຂົ້າ VOV ເມື່ອອາຍຸ 19 ປີເທົ່ານັ້ນ.

        ຫວນຄືນໄລຍະເວລານັ້ນ, ຜູ້ບ່າວຊາວ ຫວຽດນາມ ອາໄສຢູ່ໄທ ໄດ້ເຮັດຕາມຄຳຮຽກຮ້ອງຂອງລຸງໂຮ່ ກັບເມື່ອປະເທດເມື່ອມີອາຍຸ 18 ປີ. ການຮ່ຳຮຽນບໍ່ໄດ້ຫຼາຍປານໃດ ແຕ່ ພາສາລາວ, ພາສາໄທ ຂອງທ່ານເກັ່ງກ່ວາພາສາ ຫວຽດ ດັ່ງນັ້ນ, ເມື່ອວິທະຍຸກະຈາຍສຽງ ຫວຽດນາມ (VOV) ມີການເລືອກເຟັ້ນໂຄສົກໃຫ້ພາກພາສາລາວ, ພາສາ ໄທ ລາວໄດ້ເຂົ້າຮ່ວມໃນທັນທີ. ໃນການເສັງຄາວນັ້ນ, ລາວໄດ້ຮັບການຕີລາຄາວ່າແມ່ນຜູ້ມີຄວາມສາມາດບົ່ມຊ້ອນ ແຕ່ວ່າຍັງບໍ່ທັນມີເງື່ອນໄຂພຽງພໍເພື່ອເປັນພະນັກງານທາງການເຮັດວຽກຢູ່ VOV. ແຕ່ລາວບໍ່ຍອມຈຳນົນ, ໃນການເຮັດວຽກທົດລອງເປັນເວລາ 1 ປີຢູ່ VOV ທ່ານໄດ້ຮັບເງິນເດືອນ 30 ດົ່ງເທົ່ານັ້ນ (ເທົ່າກັບເງິນເດືອນເຄິ່ງໜຶ່ງຂອງຜູ້ຮຽນຈົບມະຫາວິທະຍາໄລ ໃນຄາວນັ້ນ) ແຕ່ທ່ານໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ. ຫຼັງຈາກນັ້ນ, ຜົນງານທີ່ທ່ານໄດ້ຮັບແມ່ນພາຍຫຼັງ 1 ປີ, ທ່ານໄດ້ກາຍເປັນໂຄສົກຂອງ ພາກພາສາລາວ, VOV. ທ່ານໄດ້ຫວນຄືນວ່າ:   

“ໃນເວລານັ້ນ, ຈຸດອ່ອນທີ່ສຸດຂອງຂ້າພະເຈົ້າແມ່ນ ພາສາ ຫວຽດ ບໍ່ຮູ້ຫຼາຍແຕ່ ພາສາໄທ, ລາວ ກໍ່ບໍ່ເກັ່ງ, ຍ້ອນຮູ້ຈຸດອ່ອນນັ້ນ ດັ່ງນັ້ນຂ້າພະເຈົ້າຕ້ອງມານະພະຍາຍາມ, ຝຶກຝົນຫຼໍ່ຫຼອມດ້ວຍການຮ່ຳຮຽນ. ນອກຈາກ ການຮຽນເອງ, ຍັງໄດ້ຍາດແຍ່ງເວລາ ເພື່ອຮ່ຳຮຽນກັບບັນດານັກຊ່ຽວຊານຄົນລາວ, ຄາວນັ້ນມີຫຼາຍຄົນຄືສະຫາຍ ສຸວັນທອນ, ສະຫາຍ ມະຫາເມັກ, ສະຫາຍ ມະຫາພຽນ…”

ແຕ່ວ່າພາຍຫຼັງ ໄດ້ເປັນໂຄສົກອ່ານຂ່າວເປັນເວລາ 1 ປີ, ທ່ານໄດ້ຮັບຈົດໝາຍຍ້ອງຍໍຈາກທ່ານຜູ້ຟັງ, ເຂົາເຈົ້າບອກວ່າທ່ານບໍ່ແມ່ນຊາວ ຫວຽດນາມ, ແມ່ນຊາວລາວ. ເວລານັ້ນ, ວິທະຍຸປະເທດລາວ ໄດ້ກະຈາຍຄື້ນປົກຄຸມທົ່ວປະເທດ ແຕ່ວ່າຄື້ນຍັງອ່ອນຢູ່, ດັ່ງນັ້ນ, ຄື້ນຂອງວິທະຍຸກະຈາຍສຽງ ຫວຽດນາມ ແມ່ນສຳຄັນທີ່ສຸດ ຍ້ອນຄື້ນຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ປົກຄຸມໄປທົ່ວປະເທດ ລາວ.

ໃນພາລະກິດກະຈາຍສຽງຂອງຕົນ, ທ່ານໄດ້ຈື່ດີລາຍການຖ່າຍທອດສົດທາງວິທະຍຸກະຈາຍສຽງກ່ຽວກັບນັດແຂ່ງຂັນບານເຕະມິດຕະພາບລະຫວ່າງ ລາວ - ຫວຽດນາມ. ນັ້ນແມ່ນຊຸມປີ 1978, ຈັດຕັ້ງການຖ່າຍທອດສົດທັງເປັນພາສາ ຫວຽດນາມ ແລະ ລາວ. ທ່ານໄດ້ຮັບຜິດຊອບແມ່ນໂຄສົກຖ່າຍທອດສົດດ້ວຍພາສາລາວ ແຕ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນທ່ານບໍ່ມັກປະເພດກິລາບານເຕະ ແລະ ທ່ານກໍ່ບໍ່ຮູ້ຫຼາຍຄຳສັບກ່ຽວກັບບານເຕະ. ແຕ່ນີ້ແມ່ນໜ້າທີ່ການເມືອງທີ່ໜັກໜ່ວງຕ້ອງປະຕິບັດໃຫ້ໄດ້, ຕ້ອງຮ່ຳຮຽນບັນດາຄຳສັບນັ້ນແລະ ຕ້ອງປະຕິບັດໜ້າທີ່, ຕ້ອງສຸດຈິດສຸດໃຈ. ພາຍຫຼັງໄດ້ຮັບການແນະນຳດ້ານພາສາ, ດ້ານຍຸດໂທບາຍໃນກິລາບານເຕະເປັນເວລາ 2 – 3 ຊົ່ວໂມງ ທ່ານກໍ່ມີຄວາມເຊື່ອໝັ້ນຕົນເອງ ເພື່ອເຂົ້າຮ່ວມການຖ່າຍທອດສົດ. ທ່ານເລົ່າຄືນສູ່ຟັງວ່າ:

“ພວກອ້າຍກໍ່ລະດົມກຳລັງໃຈຂ້າພະເຈົ້າວ່າ “ຕີ ອາເມລິກາ ກໍ່ສາມາດເຮັດໄດ້, ວຽກງານນີ້ກໍ່ເຮັດໄດ້ໝົດ.” ນັ້ນແມ່ນການລະດົມກຳລັງໃຈທີ່ມີຄຸນຄ່າທີ່ສຸດ, ຂ້າພະເຈົ້າໄດ້ມານະພະຍາຍາມ, ກ້າຫານເຮັດວຽກງານທີ່ບໍ່ເຄີຍເຮັດນັບແຕ່ກ່ອນມາ. ເມື່ອກ້າວເຂົ້າສູ່ນັດແຂ່ງຂັນ, ຂ້າພະເຈົ້າໄດ້ເບິ່ງຕາຕະລາງບັນຊີລາຍຊື່ຂອງນັກບານເຕະ ແລະ ບັນດາການເຄື່ອນໄຫວເກີດຂຶ້ນໃນສະໜາມກິລາເພື່ອຖ່າຍທອດສົດດ້ວຍພາສາລາວ ແຕ່ເວົ້າຍາວດັ່ງນັ້ນບໍ່ທັນເວລາ, ຂ້າພະເຈົ້າຈຶ່ງຄິດເລີຍວ່າຈະຮັບຟັງໂຄສົກພາສາ ຫວຽດ ເວົ້າກ່ອນ ແລະ ແປຕາມຫຼັງ ດັ່ງນັ້ນມັນຈຶ່ງທັນເວລາ. ພາຍຫຼັງການແຂ່ງຂັນກິລານັ້ນ, ມີຜູ້ຟັງຫຼາຍຄົນໄດ້ຝາກຈົດໝາຍ, ຍ້ອງຍໍຊົມເຊີຍ ແລະ ນັ້ນແມ່ນການລະດົມກຳລັງໃຈອັນໃຫຍ່ຫຼວງໃນພາລະກິດເປັນໂຄສົກວິທະຍຸຂອງຂ້າພະເຈົ້າ”

ທ່ານຟ້າມດິ່ງເກ້ວ - 41 ປີຕິດພັນກັບພາລະກິດກະຈາຍສຽງດ້ວຍພາສາລາວ - ảnh 2 ທ່ານ ຟ້າມດິ່ງເກ້ວ

ນອກຈາກເປັນໂຄສົກ ທ່ານຍັງເປັນຫົວໜ້າຜູ້ຮັບພິດຊອບ ພາກພາສາລາວ ໃນເວລາຍາວນານ, ໃນໄລຍະນັ້ນ, ທ່ານໄດ້ຊ່ວຍໃຫ້ເພື່ອນຮ່ວມງານຫຼາຍຄົນໃນວຽກງານການແປ ແລະ ທັກສະດ້ານກະຈາຍສຽງ. ໂດຍເປັນເພື່ອນຮ່ວມງານກັບທ່ານເປັນເວລາຫຼາຍປີ, ປ້າ ຫາວ, ກໍ່ແມ່ນອະດີດໂຄສົກຂອງພາກພາສາລາວ ໄດ້ຮັບການຊ່ວຍເຫຼືອຫຼາຍຢ່າງຈາກທ່ານ ເກ້ວ ໄດ້ແບ່ງປັນວ່າ:

“ສຳລັບບັນດາອ້າຍເອື້ອຍນ້ອງຢູ່ຫ້ອງການນັ້ນ ລາວຍາມໃດກໍ່ໄດ້ມີຄວາມຊ່ວຍເຫຼືອ, ຮັກແພງ ແລະ ຍາມໃດກໍ່ປາດຖະໜາວ່າ ເຮັດແນວໃດເພື່ອໃຫ້ທຸກຄົນໃນຫ້ອງການມີລາຍຮັບດີທີ່ສຸດ. ທ່ານໄດ້ຮັບຜິດຊອບ ແລະ ຈັດແບ່ງວຽກງານໃຫ້ບັນດາສະມາຊິກໃນຫ້ອງມີລະດັບເທົ່າທຽມກັນ. ນອກຈາກນັ້ນ, ທ່ານໄດ້ເອົາໃຈໃສ່ເຖິງການຊ່ວຍເຫຼືອ ບັນດາສະມາຊິກຄົນໃໝ່, ຈັດແບ່ງຜູ້ຊ່ວຍເຫຼືອເຂົາເຈົ້າເພື່ອເຮັດແນວໃດໃຫ້ເຂົາເຈົ້າເຈື່ອຈານເຂົ້າກັບ ວຽກງານໃໝ່ຢ່າງວ່ອງໄວທີ່ສຸດ, ຜູ້ໃດເກັ່ງດ້ານໃດກໍ່ໃຫ້ຊ່ວຍດ້ານນັ້ນ.”

ພາລະກິດດຳເນີນວຽກງານກະຈາຍສຽງຂອງທ່ານໄດ້ຕິດພັນກັບວິທະຍຸກະຈາຍສຽງ ຫວຽດນາມ, ຈາກນັ້ນ ທ່ານໄດ້ສະສົມບັນດາຄວາມຮູ້, ທັກສະເພື່ອໝູນໃຊ້ເຂົ້າໃນວຽກງານແປພາສາ. ທ່ານຍັງໄດ້ເຂົ້າຮ່ວມການສ້າງວັດຈະນານຸກົມ ຫວຽດນາມ  - ລາວ ໃນຫຼາຍຂົງເຂດ. ເຖິງວ່າ ອາຍຸສູງແລ້ວກໍ່ຕາມ, ບໍ່ເຮັດວຽກງານກ່ຽວກັບກະຈາຍສຽງແລ້ວ ແຕ່ທ່ານຍັງສຸດຈິດສຸດໃຈ ເມື່ອລຸ້ນໜຸ່ມຢາກຮ່ຳຮຽນເອົາບົດຮຽນ. ຫວັງວ່າ, ທ່ານມີສຸຂະພາບເຂັ້ມແຂງ ເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອລຸ້ນໜຸ່ມຂອງພາກພາສາລາວ, VOV.

ຕອບກັບ

ຂ່າວ/ບົດ​ອື່ນ