ທ່ານເພັດສະຫວັນ ສີຊານົນ-ຜູ້ຟັງທີ່ສະໜິດສະໜົມ ຂອງລາຍການພາກພາສາລາວ


  (vovworld)--“ຂ້າພະ​ເຈົ້າ​ແມ່ນ​ຜູ້​ດຽວ​ຢູ່​ແຂວງ​ອັດ​ຕະປື​ໄດ້​ຮັບ​ໃບຢັ້ງຢືນ​​ແມ່ນ​ຜູ້​ຟັງ​ຂອງ ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໃນເວລາ 3 ປີ, 5 ປີ -ທ່ານ​ເພັດ​ສະຫວັນ​ ສີ​ຊາ​ນົນ, ຜູ້​ຟັງ​ທີ່​ສະໜິດສະໜົມຂອງ​ລາຍການພາກ​ພາສາ​ລາວ ໄດ້​ເວົ້າຄື​ດັ່ງ​ກ່າວດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ເມື່ອ​ມາ​ຢ້ຽມຢາມ​ລະບົບ​ກະຈາຍສຽງ​ພາສາ​ຕ່າງ​ປະ​ເທດ (VOV5) ​ ຕົ້ນອາ​ທິດນີ້.

ທ່ານເພັດສະຫວັນ ສີຊານົນ-ຜູ້ຟັງທີ່ສະໜິດສະໜົມ ຂອງລາຍການພາກພາສາລາວ - ảnh 1

ທ່ານ​ເພັດ​ສະຫວັນ​ຢ້ຽມຢາມ VOV5

(ພາບ: VOV5)

  ທ່ານ​ເພັດ​ສະຫວັນ​ ສີ​ຊາ​ນົນ  ອະ​ດິດຮອງ​ປະທານ​ສະຫະພັນ​ກຳມະບານ​ແຂວງ​ອັດ​ຕະປື, ອາ​ດິດ​ຫົວໜ້າ​ຮັບຜິດຊອບ​ອະນຸສອນ​ສະຖານ ​ໄກສອນ ພົມວິຫານຢູ່ ແຂວງ​ອັດ​ຕະປື ​ແມ່ນ​ຜູ້​ຟັງ​ທີ່​ສະໜິດສະໜົມ​ຂອງ​ລາຍການ​ພາກ​ພາສາ​ລາວ ​ເປັນ​ເວລາ 7-8 ປີ​ແລ້ວ, ທ່ານ​ຢາກ​ມາ​ທ່ອງ​ທ່ຽວ​ຫວຽດນາມ ​ແຕ່​ດົນ​ນານ​ແລ້ວ ​ແຕ່​ຍ້ອນ​ຍັງ​ເຮັດ​ວຽກ​ລັດຖະການ​ບໍ່​ມີ​ເວລາ​ເພື່ອ​ໄປ. ກ່ອນ​ນີ້ 1 ປີ, ທ່ານ​​ໄດ້ອອກ​ກິນ​ເບັ້ຍບຳນານ​, ຫວ່າງ​ແລ້ວ​ນີ້, ​ໃນ​ໂອກາດ​ພັນ​ລະ​ຍາ​ຂອງ​ທ່ານ​ຫາ​ກໍ່​ອອກ​ກິນ​ເບັ້ຍບຳນານ, ສອງຜົວ​ເມຍ​ທ່ານ​ຈຶ່ງ​ຍາດ​ເວລາ​ເພື່ອ​ມາ​ທ່ອງ​ທ່ຽວນະຄອນຫຼວງ​ຮ່າ​ໂນ້ຍ.

  ​ໃນ​ໄລຍະ​ມາ​ຝືກອົບຮົມ​ຢູ່​ມະຫາວິທະຍາ​ໄລກຳມະບານທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ເມື່ອ​ປີ 2007, ທ່ານ​ໄດ້​ຮູ້ຈັກ​ກັບ​​ນັກ​ບັນນາທິການ​ຂອງ​ລາຍການທຸກ​ຄົນ​ໃນ​ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ຊື່​ງ​​ແມ່ນ​ຜູ້​ທີ່​ໄດ້​ຊ່ວຍແປ​ພາສາ​ໃຫ້​ແກ່​ຊຸດ​ຮຽນ. ທ່ານ​ເຄີຍ​ຮັບ​ຟັງ​ລາຍການ​ໃນ​ເວລາ​ແຕ່ 20 ​ໂມງ 30 ນາທີ-21 ​ໂມງ 30 ນາທີຜ່ານ​ຄື້ນ 1242 Khz ​ແລະ ປະຈຸ​ບັນ​ເມື່ອ​ມີ​ເວັບ​ໄຊ​ລະບົບ​ລາຍການ​ພາສາ​ຕ່າງປະ​ເທດ ດ້ວຍ​ລະຫັດ Vovworld.vn, ​ທ່ານກໍ່​ຟັງ ​ແລະ ອ່ານ​ຂ່າວ​ທາງ​ອິນ​ເຕີ​ແນັດ ​ເປັນ​ປະຈຳ​ວັນ: 

ສຽງ​ທ່ານ​ເພດ​ສະຫວັນ​ສີ​ຊາ​ນົນ


  ຜ່ານ​​ໄລຍະທາງ​ກ່ວາ 1000 ກມ ​ຈາກ​​ແຂວງ​ອັດ​ຕະປື ​ໄປ​ແຂວງ​ກອນ​ຕຸ​ມ ມາ​ຮ່າ​ໂນ້ຍ, ສະຖານ​ທີ່​ທຳ​ອິດ​ທີ່​ທ່ານ​​ມາ​ຢ້ຽມຢາມນັ້ນ​ແມ່ນ​ສຳ​ນັກ​ງານ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເພື່ອ​ໄດ້​ເຫັນ​ປະຈັກ​ຕາ​ສຳນັກງານ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ບ່ອນ​ຜະລິດ​ລາຍການ​ພາກ​ພາສາ​ຕ່າງປະ​ເທດ ​ແລະ ​ໄດ້​ພົບ​ປະ​, ​ແນະນຳ​ກັບ​ພັນ​ລະ​ຍາ​ຂອງ​ຕົນ​ບັນດາ​ນັກ​ຂ່າວ, ບັນນາທິການ​ພາກ​ພາສາ​ລາວ​ຜູ້​ສະໜິດສະໜົມ​ກັບ​ທ່ານ.

ທ່ານເພັດສະຫວັນ ສີຊານົນ-ຜູ້ຟັງທີ່ສະໜິດສະໜົມ ຂອງລາຍການພາກພາສາລາວ - ảnh 2

(ພາບ: VOV5)

   ກ່ອນ​ນີ້, ​ທ່ານ​​ເຄີຍ​ຕິດ​ຕໍ່​ກັບ​ລາຍການ​ຜ່ານ​ໂທລະສັບ​ເປັນປະຈຳ, ທ່ານ​ເຄີຍ​ແມ່ນ​ຜູ້​ຟັງ​ໄດ້​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ລາຍການ​ເປັນ​ປະຈຳ ​ແລະ ​ແຈ້ງ​ໃຫ້​ພວກ​ເຮົາ​ຊາບ​ກ່ຽວ​ກັບ ​ສະພາບ​ຄື້ນຂອງ​ວິທະຍຸ​ຢູ່​ແຂວງ​ອັດ​ຕະປື, ຜ່ານ​ການ​ປະກອບ​ຄຳ​ເຫັນ​ຂອງ​ທ່ານ, ທາງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ມີ​ການ​ແກ້​ໄຂ​ດັດ​ປັບ​ຢ່າງ​ທັນ​ການ​ເພື່ອ​ຮັບ​ໃຊ້​ຜູ້​ຟັງ​ດີ​ກ່ວາຍ້ອນ​ຂ່າ​ວອັນ​ປະ​ເສີດ​ຈາກທ່ານ, ລາຍການ​ພາກ​ພາສາ​ລາວ ກໍ່​ແຈ້ງ​ຂ່າວ​ຕໍ່​ຂັ້ນ​ເທິງ​ຢ່າງ​ທັນ​ການ​ເພື່ອ​ແກ້​ໄຂ​ສະພາບ​ການ​ບໍ່​ດີ​ຂອງ​ຄື້ນ. ກ່ຽວ​ກັບ​ລາຍການ​ພາກ​ພາສາ​ລາວ,​ ທ່ານ​ເພັດ​ສະຫວັນ​ ສີ​ຊາ​ນົນ  ​ໃຫ້​ຂໍ້​ສັງ​ເກດ​ວ່າ:

ສຽງ​ທ່ານ​ເພດ​ສະຫວັນ​ສີ​ຊາ​ນົນ


   ນອກຈາກ​ເປັນຜູ້​ຟັງ​ທີ່​ສະໜິດສະໜົມ​ຂອງ​ລາຍການ, ​ທ່ານ ​ເພັດ​ສະຫວັນ​ ສີ​ຊາ​ນົນ ຍັງ​ແມ່ນ​ຜູ້​ແນະນຳ​ລາຍການ​ກັບ​ເພື່ອນ​ມິດ, ບັນດາ​ຜູ້​ທີ່​ສົນ​ໃຈ ​ແລະ ມັກ​ອ່ານຄື​ທ່ານ. ທ່ານ​ໄດ້​ແນະນຳ​ກັບ​ທຸກ​ຄົນ​ກ່ຽວ​ກັບ​ວິທີ​​ເຂົ້າອ່ານ​ຢູ່​ເວັບ​ໄຊ, ວິທີ​ປະກອບ​ຄຳ​ເຫັນ​ຜ່ານ​ຈົດໝາຍ ​ແລະ ​ໂທລະສັບ. ທ່ານ​ເຄີຍ​ມາ​ຢ້ຽມຢາມ ຫວຽດນາມ​ 3 ຄັ້ງ​ແລ້ວ ​ແຕ່​ນີ້​​ແມ່ນ​ຄັ້ງທຳ​ອິດທີ່​ທ່ານ​ມາ​ຢ້ຽມຢາມ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ​​ໃນ​ນາມ​ສ່ວນ​ຕົວ, ຫວັງ​ວ່າ, ການ​ຢ້ຽມຢາມ​ຮ່າ​ໂນ້ຍ ​ເວົ້າລວມ ​ແລະ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເວົ້າສະ​ເພາະ​ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ທ່ານ./.

ຕອບກັບ

ຂ່າວ/ບົດ​ອື່ນ