ທ່າອ່ຽງໄປເຊົ່າຕົ້ນດອກຄາຍ,ຕົ້ນໝາກແປ້ນເພື່ອຫຼີ້ີນບຸນເຕັດ

(VOVWORLD) -ບຸນປີໃໝ່ປີກຸນ 2019 ວຽນມາໃກ້ຈະຮອດແລ້ວ, ຊາວຮ່າໂນ້ຍ ຫຼາຍຄົນໄດ້ໄປຮອດສວນປູກຕົ້ນດອກຄາຍ, ຕົ້ນໝາກແປ້ນເພື່ອໄປເລືອກເອົາບັນດາຕົ້ນໄມ້ທີ່ຕົນເອງມັກທີ່ສຸດມາຕັ້ງໄວຢູ່ໃນເຮືອນຂອງຕົນ.

ທ່າອ່ຽງໄປເຊົ່າຕົ້ນດອກຄາຍ,ຕົ້ນໝາກແປ້ນເພື່ອຫຼີ້ີນບຸນເຕັດ - ảnh 1 ທ່າອ່ຽງໄປເຊົ່າຕົ້ນດອກຄາຍ,ຕົ້ນໝາກແປ້ນເພື່ອຫຼີ້ີນບຸນເຕັດ

(ພາບປະກອບ: baotintuc.vn)

ຕາມເຈົ້າຂອງສວນປູກຕົ້ນໄມ້ດັ່ງກ່າວນັ້ນຢູ່ບໍລິເວນບ້ານ ຕາແສງ ຕື໊ລຽນ ແລະ ເຍິດເຕິນ, ເມືອງ ໄຕໂຮ່, ຮ່າໂນ້ຍ ແລ້ວ, ເລື່ອງເຊົ່າຕົ້ນໄມ້ເພື່ອໄປຫຼີ້ນບຸນເຕັດແມ່ນທ່າອ່ຽງຕົ້ນຕໍຂອງຕະຫຼາດປູກຕົ້ນໄມ້ປະດັບໃນປີນີ້. ໃນຈຸດເວລານີ້, ຕົ້ນດອກຄາຍ, ໝາກແປ້ນໄດ້ມີຄົນມາຊື້ ຫຼື ເຊົ່າ ປະມານ 80% ແລ້ວ.

        ຕະຫຼາດຕົ້ນໄມ້ປະດັບໃນບໍລິເວນນະຄອນຮ່າໂນ້ຍ ໃນ 2 – 3 ມື້ຜ່ານມານີ້ ມີຄວາມຟົດຟື້ນຂຶ້ນຕື່ມ. ຫຼາຍຄົນໄດ້ເລີ່ມໄປຊື້ຕົ້ນດອກເໝີຍ, ດອກຄາຍ, ຕົ້ນໝາກແປ້ນ ຢູ່ຖະໜົນ ລາກລອງກວນ, ງີຕາມ, ຖະໜົນ ລ໊າງ ແລະ ຕະຫຼາດດອກໄມ້ແຫ່ງຕ່າງໆ… ມີຫຼາຍອົງການສຳນັກງານ, ຫົວໜ່ວຍ, ວິສາຫະກິດ ຕະຫຼອດຮອດບັນດາເຮືອນສວນໃຫ້ເຊົ່າ ຫຼື ຊື້ບັນດາຕົ້ນດອກຄາຍ, ຕົ້ນໝາກແປ້ນ ດ້ວຍຫຼາຍລາຄາທີ່ແຕກຕ່າງກັນ. ອ້າຍ ຫງວຽນຕ໊ວນຟອງ, ຢູ່ຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ປີນີ້, ຂ້າພະເຈົ້າໄດ້ຊື້ຕົ້ນໄມ້ໃຫ້ແກ່ບໍລິສັດ ແລະ 2 ຮາກຖານດ້ວຍລາຄາປະມານ 40 – 50 ລ້ານດົ່ງ/ຕົ້ນ. ປີນີ້, ດອກຄາຍມີດອກໃຫຍ່ກວ່າ, ງາມກວ່າ, ບານຫຼາຍກວ່າ ແລະ ຢູ່ໄດ້ດົນກວ່າ. ຮອດວັນເພງເດືອນຈຽງ ຈຶ່ງສົ່ງຄືນໃຫ້ເຈົ້າຂອງສວນຕົ້ນໄມ້. ສີແດງຂອງດອກຄາຍ ແມ່ນສັນຍາລັກໃຫ້ແກ່ລະດູບານໃໝ່, ມັນສ້າງຄວາມຄິດຮອດຄິດເຖິງຄວາມອົບອຸ່ນໃນການເຕົ້າໂຮມຄອບຄົວໃນໂອກາດບຸນເຕັດ”.

        ຢູ່ຕາມສວນປູກຕົ້ນດອກຄາຍ, ບ້ານເຍິດເຕິນ, ສວນປູກຕົ້ນໝາກແປ້ນ ຕື໊ລຽນ ໃນຊຸມວັນນີ້ແມ່ນມີຊາວຮ່າໂນ້ຍ ແລະ ບັນດາແຂວງໃກ້ຄຽງມາຊົມ ແລະ ຊື້ເປັນຈຳນວນຫຼາຍ. ບັນດາເຈົ້າຂອງສວນຕົ້ນໄມ້ເຫຼົ່ານັ້ນໃຫ້ຮູ້ວ່າ, ເຖິງວ່າອາກາດປີນີ້ແມ່ນຜິດປົກກະຕິກໍ່ຕາມ, ແຕ່ຜົນກຳໄລແມ່ນໄດ້ຫຼາຍກວ່າປີ 2018. ຕົ້ນດອກຄາຍມີລາຄາແຕ່ 2 - 3 ແສນຫາ 2 – 3 ລ້ານດົ່ງ/ຕົ້ນນ້ອຍ; ດອກຄາຍງ່າໜຶ່ງມີລາຄາແຕ່ 30.000 ຫາ 500.000 ດົ່ງ. ສ່ວນຕົ້ນດອກຄາຍສ້າງເປັນຮູບຕ່າງໆ ຈະໃຫ້ເຊົ່າດ້ວຍລາຄາແຕ່ 3 ລ້ານດົ່ງ ຫາ 20 ລ້ານດົ່ງ/ຕົ້ນ… ອ້າຍ ໂດ້ຕ໊ວນຫວຽດ, ເຈົ້າຂອງສວນດອກຄາຍ ຕ໊ວນຫວຽດ, ໃຫ້ຮູ້ວ່າ.

        “ຕາມທຳມະດາແລ້ວ, ບັນດາຄອບຄົວຈະເຊົ່າຕົ້ນດອກຄາຍຢູ່ໃນລາຄາລະຫວ່າງແຕ່ 3 – 5 ລ້ານດົ່ງ, ສ່ວນບັນດາອົງການສຳນັກງານແມ່ນແຕ່ 30 – 50 ລ້ານດົ່ງ. ສຳລັບດອກເໝີຍ ກໍ່ມີລາຄາແຕ່ 3 – 4 ລ້ານດົ່ງ, ລາຄາແພງກວ່າແມ່ນປະມານ 10 ລ້ານດົ່ງຂື້ນໄປກໍ່ມີ. ແຂກມາຈ່ອງຕົ້ນດອກຄາຍແມ່ນນັບແຕ່ຕົ້ນເດືອນ ພະຈິກ, ມາຮອດຈຸດເວລານີ້ແຂກມາຈ່ອງຊື້ໄດ້ປະມານ 80% ແລ້ວ”.

        ສຳລັບຕົ້ນໝາກແປ້ນ, ຕົ້ນມີຮູບຮ່າງແບບທຳມະດາ ມີລາຄາແຕ່ 5 ແສນ – 2 ລ້ານດົ່ງ, ໂດຍອີງຕາມແຕ່ລະຊະນິດ. ໃນ 2 ປີມານີ້, ຜູ້ຊົມໃຊ້ມີທ່າອ່ຽງຫັນໄປຊື້ບັນດາຕົ້ນນ້ອຍ, ສ້າງເປັນຮູບ bonsai, ໄດ້ປູກໃສ່ໂຖ ຫຼື ໃສ່ເຕົ້າ, ເໝາະແກ່ການໄປໃສ່ໃນເຮືອນ. ຕາມທ່ານນາງ ຫງວຽນທິອ໊ຽນ, ເຈົ້າຂອງສວນປູກຕົ້ນໝາກແປ້ນ ຢຸຍຕ໊ຽນ ແລ້ວ, ຕົ້ນໝາກແປ້ນ ເຖິງວ່າມັນຈະນ້ອຍໆກໍ່ຕາມ ແຕ່ວິທີປູກ ແລະ ສ້າງເປັນຮູບຮ່າງນັ້ນພັດຢາກກວ່າທຳມະດາຫຼາຍ, ຮຽກຮ້ອງໃຫ້ຕ້ອງອອກກຳລັງແຮງຫຼາຍກວ່າ, ສະນັ້ນຈຶ່ງມີລາຄາແພງກວ່າ. ຕົ້ນໝາກແປ້ນທີ່ປູກໃສ່ເຕົ້າແມ່ນມີລາຄາແຕ່ 5 ແສນດົ່ງ ຫາ 2 ລ້ານດົ່ງ, ຊ້ຳບໍ່ໜຳຕົ້ນໝາກແປ້ນມີລາຄາແພງແຕ່ 5 – 10 ລ້ານດົ່ງ, ໂດຍຂຶ້ບກັບການອອກແບບ ຫຼື ອາຍຸຂອງຕົ້ນໄມ້. ທ່ານນາງ ຫງວຽນທິອ໊ຽນ, ໃຫ້ຮູ້ວ່າ.

        “ຕົ້ນໄມ້ປູກຕາມແບບທຳມະຊາດແມ່ນຈະງ່າຍກວ່າປູກໃສ່ໂຖ, ນັບແຕ່ຕົ້ນປີກໍ່ຕ້ອງຫັກງ່າໃສ່ໃນໂຖແລ້ວ, ການປູກຕົ້ນໝາກແປ້ນຮູບແບບນີ້ແມ່ນເມື່ອຍຫຼາຍ. ປີນີ້, ຄອບຄົວຂ້າພະເຈົ້າມີໂຖປູກຕົ້ນໝາກແປ້ນ 1000 ໂຖ, ຕົ້ນໝາກແປ້ນປູກແບບທຳມະດາແມ່ນ 100 ຕົ້ນ. ລາຄາສູງສຸດແມ່ນ 5 ລ້ານດົ່ງ ຫາ 10 ລ້ານດົ່ງ/ຕົ້ນ. ຕົ້ນໃຫຍ່ສ່ວນຫຼາຍແມ່ນບັນດາອົງການສຳນັກງານໄດ້ຈ່ອງໝົດແລ້ວ”.

        ນອກຈາກການຫຼີ້ນຕົ້ນດອກຄາຍ, ຕົ້ນໝາກແປ້ນ ໃນຊຸມມື້ວັນບຸນເຕັດແລ້ວ, ຢູ່ບັນດາງານຕະຫຼາດນັດດອກໄມ້ຍັງໄດ້ຂາຍຕົ້ນໄມ້ໃນຍາມບຸນເຕັດຫຼາຍຊະນິດອີກຄື: ດອກກວ້ຍໄມ້, ດອກທິວລີບ, ດອກເກເບຣາ… ຊາວຫວຽດນາມ ຊື້ດອກໄມ້ໃນໂອກາດບຸນເຕັດ ແມ່ນການສະແດງໃຫ້ເຫັນຄວາມຫວັງວ່າ ປີໃໝ່ຈະມີຄວາມອົບອຸ່ນ, ສະຫຽບສຸກ, ມີໂຊກມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ