ນັກກິລາ ຮວ່າງຊວນວີງ - ຄວາມເອກອ້າງທະນົງໃຈຂອງຂະແຫນງກິລາຫວຽດນາມ


(vovworld)- ກິ​ລາ​ຫວຽດ​ນາມ ໄດ້​ກ້າວ​ເຂົ້າ​ສູ່​ຫນ້າ​ປະ​ຫວັດ​ສາດ​ໃຫມ່ ເມື່ອ​ເປັນ​ຄັ້ງ​ທຳ​ອິດ ທີ່ກິ​ລາ​ຫວຽດ​ນາມ ຍາດ​ໄດ້​ຫລຽນ​ຄຳໃນ​ງານ​ມະ​ຫາ​ກຳ​ກິ​ລາ​ (Olympic). ຜູ້​ສ້າງ​ຜົນ​ງານ​ດີ​ເດັ່ນ​ດັ່ງ​ກ່າວ ນັ້ນແມ່ນນັກ​ກິ​ລາ​ຍິງ​ປືນ ຮ່​ວາງ​ຊວນ​ວີງ. ທີ່​ງານ​ມະ​ຫາ​ກຳ​ກິ​ລາ​ລະ​ດູ​ຮ້ອນ​ປີ 2016 (Olympic 2016) ດຳ​ເນີນ​ໄປ​ຢູ່ ປະ​ເທດ ບ​ຣາ​ຊີນ, ນັກ​ກິ​ລາ ຍິງ​ປືນ ຮ່​ວາງ​ຊວນ​ວີງ ໄດ້​ແຂ່ງ​ຂັນ​ດີ​ເດັ່ນ​ ແລະ ຄ້ວາ​ໄດ້​ຫລຽນ​ຄຳ ໃນ​ປ​ະ​ເພດ​ປືນ​ລົມ​ສັ້ນ 10 ແມັດ​ເພດ​ຊາຍ.

ນັກກິລາ ຮວ່າງຊວນວີງ - ຄວາມເອກອ້າງທະນົງໃຈຂອງຂະແຫນງກິລາຫວຽດນາມ  - ảnh 1
ນັກ​ກິ​ລາຍິງ​ປືນ ຮ່​ວາງ​ຊວນ​ວີງ
ພາບ:internet

        ນັກ​ກິ​ລາ ຮ່​ວາງ​ຊວນ​ວີງ ເກີດ​ວັນ​ທີ 6/10/1974 ຢູ່ ເທດ​ສະ​ບານ ເຊີນ​ໄຕ, ຮ່າ​ໂນ້ຍ. ເຖິງວ່າ ຮອດ ​ອາ​ຍຸ 20 ປີ, ຮ່​ວາງ​ຊວນ​ວີງ ຈື່ງ​​ສຳ​ພັດ​ກັບ​ກິ​ລາ​ຍິງ​ປືນ​ກໍ​ຕາມ, ແຕ່​ເມື່ອ​ຮອດ​ອາ​ຍຸ 24 ປີ, ນັກ​ກິ​ລາ​ດີ​ເດັ່ນ​ຄົນ​​ນີ້​ຍາດ​ໄດ້​ຜົນ​ງານ​ທຳ​ອິດ​ເມື່ອ​ຄ້​ວາ​ໄດ້​ຫລຽນ​ຄຳ​ໃນ​ການ​ແຂ່ງ​ຂັ​ນ​ຍິງ​ປືນໃນ​ທົ່ວ​ກອງ​ທັບ. ຫ​ລັງ​ຈາກນັ້ນ 2 ປີ, ຮ່​ວາງ​ຊວນ​ວີງ ຄ​້​ວາ​ໄດ້​ຫລຽນ​ຄຳ ພ້ອ​ມ​ທັງ​ທຳ​ລາຍ​ສະ​ຖິ​ຕິແຫ່ງ​ຊາດ​ໃນ​ກິ​ລາ​ປະ​ເພດ​ຍິງ​ປືນ​ສັ້ນ 10 ແມັດ​ເພ​ດ​ຊາຍ. ຜົນ​ງານ​ດັ່ງ​ກ່າວ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ ຮ່​ວາງ​ຊວນ​ວີງ ເຂົ້າ​ຮ່ວມ​ທິມ​ ຊາດກິ​ລາ​ປະ​ເພດຍິງ​ປືນ​​. ໃນ​ພາ​ລະ​ກິດ​ແຫ່ງ​ການແຂ່ງ​ຂັນ​ຂອງ​ຕົນ, ຮ່​ວາງ​ຊວນ​ວີງ ມີ​ຕາ​ຕະ​ລາງ​ຜົນ​ງານ​ເປັນ​ຫນ້າ​ເອກ​ອ້າງ​ທະ​ນົງ​ໃຈ. ຮ່​ວາງ​ຊວນ​ວີງ ຍາດ​ໄດ້​ ​ຫລຽນ​ຄຳຫລາຍ​ຫລຽນ​ທີ່​ງານ​ມະ​ຫາ​ກຳ​ກິ​ລາ Sea Games ແລະ ຫລຽນ​ຄຳ​ໂລກ, ​ສ້າງ​ສະ​ຖິ​ຕິ​ໂລກ ແລະ ມາ​ຮອດ​ປະ​ຈຸ​ບັນ ແມ່ນ​ຫລຽນ​ຄຳ ທ​ີ່​ງານ​ມະ​ຫາ​ກຳ​ກິ​ລາ​ Olympic.

ຕອນ​ເຊົ້າ​ວັນ​ທີ​ 7/8/2016 ທີ່​ງານ​ແຂ່ງ​ຂັນ​ກິ​ລາ Olympic, ນັກ​ກິ​ລາ​ຍິງ​ປືນ ຮ່​ວາງ​ຊວນ​ວີງ ໄດ້​ກ້າວເຂົ້າສູ່​ຫນ້າ​ປະ​ຫວັດ​​ສາດໃຫມ່​ຂອງ​ຂະ​ແຫນງ​ກິ​ລາຫວຽດ​ນາມ ເມື່ອ​ກາຍ​ເປັນ​ນັກ​ກິ​ລາ​ຜູ້​ທຳ​ອິດ​ຂອງ​ຫວຽດ​ນາມ ຄວ້າ​ໄດ້​ຫລຽນ​ຄຳ Olympic. ດ້ວຍ​ຜົນ​ງານ 202,5 ຄະ​ແນນ, ຮ່​ວາງ​ຊວນ​ວີງ ຍັງ​​ເປັນ​ນັກ​ກິ​ລາສ້າງ​ສະ​ຖິ​ຕິ Olympic ໃນ​ປະ​ເພດ​ຍິງ​ປືນ​​ລົມສັ້ນ 10 ແມັດ ເພດ​ຊາຍ. ນັກ​ກິ​ລາ ຮ່​ວາງ​ຊວນ​ວີງ ແບ່ງ​ປັນ​ວ່າ:

        “ເວ​ລາ​ແຂ່ງ​ຂັນ, ຂ້າ​ພະ​ເຈົ້າ​ຍາມ​ໃດ​ກ​ໍ​ຄິດ​ວ່າ ເມື່ອ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ ຕົນ​ເອງ​ຕ້ອງ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ. ນີ້​ແມ່ນ​ຄັ້ງ​ແຂ່ງ​ຂັນ​ທີ່​ມີ​ຄວາມ​ໝາຍ​ທີ​່​ສຸດ​ສຳ​ລັບ​ຂ້າ​ພະ​ເຈົ້າ, ບໍ່​ພຽງ​ແຕ່​ແມ່ນການແຂ່ງ​ຂັນທີ່​ຄັບ​ຂັນ​ໃນ​ຮອບ​ຊີງ​ຊະ​ນະ​ເລີດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ໃນວິ​ວັດ​ການ​ການ​ຝືກ​ແອບ, ຝືກ​ຝົນ​ຫລໍ່​ຫລອມ​ອີກ​ດ້ວຍ”

ນັກກິລາ ຮວ່າງຊວນວີງ - ຄວາມເອກອ້າງທະນົງໃຈຂອງຂະແຫນງກິລາຫວຽດນາມ  - ảnh 2
ນັກ​ກິ​ລາ ຮ່​ວາງ​ຊວນ​ວີງ ​ກັຍຄູ່​ຝຶກ ຫງວຽນ​ທິ​ຍຸງ
ພາບ:vietnamnet

        ເພື່ອ​ຍາດ​ໄດ້​ຜົນ​ງານ​​ທີ່ດີ​ໃນ​ການ​ແຂ່ງ​ຂັນ Olympic ຮຽກ​ຮ​ອ້ງ​ນັກ​ກິ​ລາ​ຕ້ອງ​​ຜ່ານ​ຜ່າ​ການຝືກ​ແອບ​​ທີ່​ຫຍຸ້ງ​ຍາກ​ລຳ​ບາກ, ຕ້ອງ​ມີ​ຄຸນ​ນະ​ທາດ ແລະ ຄວາມ​ເກັ່ງ​ກ້າ​ສາ​ມາດ. ສຳ​ລັບ​ນັກ​ກິ​ລາ ທີ່ມີ​ອາ​ຍຸກວ່າ 40 ປີ​ ຄື​ຮ່​ວາງ​ຊວນ​ວີງ ຄ້​ວາ​ໄດ້​ຫລຽນ​ຄຳ Olympic ນັ້ນ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມເຫນືອ​ຄວາມ​ສາ​ມາດ. ທ່ານ ຮ​ວ່າງ​ຫວີງ​ຢາງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ ຕີ​ລາ​ຄາວ່າ:

        “ຫລຽນ​ຄຳ​ຂອງ ຮ່​ວາງ​ຊວນ​ວີງ ແມ່ນ​ສິ່ງ​ປະ​ເສີດ ຂອງ​ກິ​ລາ​ຫວຽດ​ນາມ. ສິ່ງ​ປະ​ເສີດນີ້​ແມ່ນ​ຄວາມ​ໄຝ່​ຝັນ​ຂອງ​ນັກ​ກິ​ລາ​, ພະ​ນັກ​ງານ​ເຮັດ​ວຽກ​ງານ​ກິ​ລາ ຫລາຍ​ລຸ​້ນ​ຄົ​ນ. ຫລຽ​ນ​ຄຳ​ຊື່ງ ຮ່​ວາງ​ຊວນ​ວີງ ຍາດ​ມາ​ໄດ້​ນັ້ນມີ​ຄວາ​ມ​ໝາຍ​ທີ່​ສຸດ​, ເຮັດ​ໃຫ້​ຜູ້​ນິ​ຍົມ​ກິ​ລາ​ຫວຽດ​ນາມ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ກິ​ລາ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ”

        ເມື່ອ​ເວົ້າ​ເຖິງ​ລູກ​ສິດ​ຂອງ​ຕົນ, ຄູ່​ຝຶກ ຫງວຽນ​ທິ​ຍຸງ ໃຫ້​ຮູ້​ວ່າ:

        “ທີ່​ບັນ​ດາ​ງານ​ມະ​ຫາ​ກຳ​ກິ​ລາ Olympic ຫລື ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ ກ່ອນນີ້ ຮ່​ວາງ​ຊວນ​ວີງ ຍັງ​ບໍ່​ທັນ​ຍາດ​ມາ​ໄດ້ຜົນ​ງານ​ດີ​ເດັ່ນ. ແຕ່​ໃນ​ງານ​ມະ​ຫາ​ກຳ​ກິ​ລາ Olympic ຄັ້ງ​ນີ້ ຮ່​ວາງ​ຊວນ​ວີງ​ຍາດ​ໄດ້​ໄຊ​ຊະ​ນະ​ກະ​ໂດດ​ຂັ້ນ. ຮ່​ວາງ​ຊວນ​ວີງ ໄດ້​ນຳ​ມາ​ເຊິ່ງ​ຄວາມ​ສະ​ຫງ່າ​ລາ​ສີ​​ມາໃຫ້​ປະ​ເທດ​ຊາດ.”

        ຜົນ​ງານ​ຂອງ​ຮ່​ວາງ​ຊວນ​ວີງ ໄດ້​ເຮັດ​ໃຫ້​ວົງ​ການ​ສື່ມວນ​ຊົນ​ສາ​ກົນ​ ​ຍ້ອງ​ຍໍ ແລະ ນິ​ຍົມ​ຊົມ​ຍ້ອງ. ສຳ​ນັກ​ຂ່​າວ​ສານ Reuters ໄດ້​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: “ຮ່​ວາງ​ຊວນ​ວີງ ກາຍ​ເປັນ​ນັກ​ກິ​ລາ ຫວຽດ​ນາມ ຜູ້​ທຳ​ອິດ​ໃນ​ປະ​ຫວັດ​ສາດ ທີ່​ຄ້​ວາ​ໄດ້​ຫລຽນ​ຄຳ​ໃນ​ງານ​ມະ​ຫາ​ກຳ​ກິ​ລາ Olympic. ​ວິ​ທະ​ຍຸ BBC ຂອງ​ອັງ​ກິດ​ໄດ້​ໃຫ້​ຂ່າວວ່າ​: “ຫວຽດ​ນາມ ຄ້​ວາ​ໄດ້​ຫລຽນ​ຄຳ​ທີ່​ງານ​ມະ​ຫາ​ກຳ​ກິ​ລາ Olympic ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ເມື່ອ​ຮ່​ວາງ​ຊວນ​ວີງ ຍາດໄດ້​ໄຊ​ຊະ​ນະ​ໃນ​​ປະ​ເພດ​ກິ​ລາຍິງ​ປືນ​​ລົມສັ້ນ 10 ແມັດ​ສຳ​ລັບ ເພດ​ຊາຍ. ສ່ວນ​ເຄືອ​ຂ່າຍ​ສັງ​ຄົມ Twitter, ສຳ​ນັກ​ຂ່າວ​ສານ CNN ຂອງ ອາ​ເມ​ລິ​ກາ ໄດ້​ຕີ​ລາ​ຄາ

ຮ່​ວາງ​ຊວນ​ວີງ ແມ່ນ​ເທບ​ນິ​ຍາຍ​ຂອງ​ກິ​ລາ ຫວຽດ​ນາມ ເມື່ອ​ຍາດ​ໄດ້​ຫລຽ​ນ​ຄຳທີ່​ງານ​ມະ​ຫາ​ກຳ​ກິ​ລາ Olympic.

ນັບ​ແຕ່​ເມື່ອ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ Olympic, ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​​ສາດ​ທ​ີ່​​ງານ​ມະ​ຫາ​ກຳ​ກິ​ລາ Olympic ຄັ້ງ​ຕ່າງໆ, ທຸງ​ຊາດ​ຫວຽດ​ນາມ​ໄດ້​ຊັກ​ຂຶ້ນ​, ເພງ​ຊາດ​ຫວຽດ​ນາມ​ໄດ້​ດັງ​ກ​ອ້ງ​ກັງ​ວານ​ໄປ​​ທົ່ວ​ໃນ​ສະ​ຫນາມ​ແຂ່ງ​ຂັນກິ​ລາ ໃນ Olympic. ຜົນ​ງານ​ຂອງ​ນັກ​ກິ​ລາ​ຍິງ​ປືນ ຮ່​ວາງ​ຊວນ​ວີງ ໄດ້​​ກ້າວເຂົ້າ​ສູ່​ຫນ້າ​ປະ​ຫວັດ​ສາດ​ກິ​ລາ​ຫວຽດ​ນາມ ແລະ ປະ​ຫວັດ​ສາດ Olympic. ພັນ​ເອກ ຮ່​ວາງ​ຊວນ​ວີງ ນັກ​ກິ​ລາ​ຍິງ​ປືນ​​ແຖວ​ຫນ້າ​ຂອງ​ຫວຽດ​ນາມ ​ໄດ້​ສົມ​ເປັນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ກິ​ລາ​ຫວຽດ​ນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ