ນັກຂ່າວ, ນັກຮຽບຮຽງ ມາຍວັນລ້າງ ມານະພະຍາຍາມສະສົມ, ຮັກສາເພງພື້ນເມືອງ

(VOVWORLD) - ປະຈຸບັນ, ນັກຮຽບຮຽງ, ນັກຂ່າວ ມາຍວັນລ້າງ ພວມເຮັດວຽກຢູ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) , ແມ່ນໜຶ່ງໃນບັນດາຜູ້ປະສົບຜົນສຳເລັດກັບວຽກງານຮຽບຮຽງຄຳປະໂຫຍກໃຫ້ບົດເພງພື້ນເມືອງ ແລະ ບົດເພງລະຄອນ ແຈ່ວ. ບັນດາຄຳປະໂຫຍກໂດຍທ່ານຮຽບຮຽງນັ້ນ ເຕັມໄປດ້ວຍລັກສະນະບົດກະວີ, ແບບບ້ານໆງ່າຍດາຍ, ຈື່ງ່າຍ ແຕ່ກໍ່ເປັນເອກະລັກສະເພາະ, ມີລັກສະນະທິດສະດີຫຼາຍ. ໄລຍະມໍ່ໆມານີ້, ລາວໄດ້ເປັນກຽດຮັບການເລືອກເຟັ້ນເປັນແບບຢ່າງດີເດັ່ນຂອງ VOV ເຂົ້າຮ່ວມກອງປະຊຸມຍ້ອງຍໍຊົມເຊີຍແບບຢ່າງດີເດັ່ນປີ 2017. ບົດຂຽນ “ນັກຂ່າວ, ນັກຮຽບຮຽງ ມາຍວັນລ້າງ ມານະພະຍາຍາມສະສົມ, ຮັກສາເພງພື້ນເມືອງ” ຂອງບຸ່ຍຮັ່ງ, ນັກຂ່າວ VOV.
ນັກຂ່າວ, ນັກຮຽບຮຽງ ມາຍວັນລ້າງ ມານະພະຍາຍາມສະສົມ, ຮັກສາເພງພື້ນເມືອງ - ảnh 1 ນັກຂ່າວ ມາຍວັນລ້າງ

ນັກຮຽບຮຽງ, ນັກຂ່າວ ມາຍວັນລ້າງ ເກີດປີ 1973 ຢູ່ ແທງອວາຍ, ຮ່າໂນ້ຍ. ປະຈຸບັນ, ລາວເປັນຫົວໜ້າຫ້ອງການເພງພື້ນເມືອງ, ລະບົບກະຈາຍສຽງ VOV3 (ພາກດົນຕີ, ຂ່າວ, ບັນເທິງ), ວິທະຍຸກະຈາຍສຽງ ຫວຽດນາມ. ແມ່ເຖົ້າຂອງລາວ ແມ່ນຜູ້ທີ່ນິຍົມກັບບັນດາປະເພດສິລະປະພື້ນເມືອງຄື: ບົດເພງລະຄອນ ແຈ່ວ, ຂັບເສີມ, ຂັບເຈົ່າວັນ… ລາວໄດ້ດຳລົງຊີວິດຢູ່ກັບແມ່ເຖົ້າແຕ່ຄາວຍັງນ້ອຍ ດັ່ງນັ້ນບັນດາບົດເພງ, ຄຳກ່ອມຂອງແມ່ເຖົ້າໄດ້ຊຶມເລິກເຂົ້າລາວແຕ່ຕອນໃດກໍ່ບໍ່ຮູ້. ເມື່ອດຳລົງຊີວິດຢູ່ເຮືອນຂອງແມ່ເຖົ້າ, ແມ່ເຖົ້າເຄີຍເປີດວິທະຍຸໃຫ້ລາວຟັງບັນດາລາຍການເພງລະຄອນແຈ່ວ ຂອງວິທະຍຸກະຈາຍສຽງ ຫວຽດນາມ, ຄວາມຫຼົງໄຫຼກັບບັນດາຄຸນຄ່າວັດທະນະທຳໃນແຕ່ລະບົດເພງລະຄອນ ແຈ່ວ ໄດ້ຊຶມເລິກເຂົ້າໃນຊີວິດຈິດໃຈຂອງລາວແຕ່ຄາວນັ້ນ. ໂດຍມີພອນສະຫວັນໃນການຂຽນບົດວັນນະຄະດີ, ພາຍຫຼັງຮຽນຈົບມໍ 7, ລາວມີຄວາມຫວັງຢາກກາຍເປັນນັກຮຽບຮຽງ ແລະ ເສັງເຂົ້າມະຫາວິທະຍາໄລເວທີສະແດງຮູບເງົາ ຮ່າໂນ້ຍ. ເມື່ອອາຍຸ 19 ປີ, ລາວໄດ້ແຕ່ງບົດເພງລະຄອນ ແຈ່ວ ທຳອິດນັ້ນແມ່ນ “ໄປກາງປ່າສາລີ” ທີ່ໄດ້ອອກອາກາດຜ່ານຄື້ນຂອງ VOV. ມາຮອດປະຈຸບັນ, ລາວ ມີນັບຮ້ອຍລາຍການທີ່ໄດ້ອັດສຽງ ແລະ ອອກອາກາດຜ່ານຄື້ນຂອງ VOV, ໂທລະພາບ ຫວຽດນາມ, ສະຖານີວິທະຍຸ - ກະຈາຍສຽງຂອງແຂວງ. ນັກຮຽບຮຽງ, ນັກຂ່າວ ມາຍວັນລ້າງ ໃຫ້ຮູ້ວ່າ:

        “ບັນດາຄຳປະໂຫຍກເກົ່າຂອງບົດເພງພື້ນເມືອງມີຄຸນຄ່າທີ່ສຸດແຕ່ມີການຈຳກັດດ້ານຈຳນວນ. ເພື່ອເຮັດໃຫ້ມັນມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ປະກອບສ່ວນເຂົ້າໃນການອະນຸລັກຮັກສາບົດເພງພື້ນເມືອງນັ້ນຕ້ອງແຕ່ງຄຳປະໂຫຍກໃໝ່ເພື່ອໃຫ້ຫຼາຍຄົນສາມາດຂັບຮ້ອງໄດ້. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມຫຍຸ້ງຍາກທີ່ສຸດສຳລັບຜູ້ແຕ່ງຄຳປະໂຫຍກໃໝ່ ນັ້ນແມ່ນຕ້ອງເຮັດແນວໃດໃຫ້ບັນດາປະໂຫຍກໃໝ່ນັ້ນຕ້ອງຂັບຮ້ອງງ່າຍ ແລະ ຊຶມເລິກເຂົ້າຈິດໃຈຂອງມະນຸດ. ຂ້າພະເຈົ້າພະຍາຍາມຊອກຮູ້, ຮ່ຳຮຽນເພື່ອເຮັດແນວໃດໃຫ້ປະໂຫຍກໃໝ່ຂອງຕົນຕ້ອງເໝາະສົມກັບຊີວິດໃໝ່, ຜູ້ຄົນໃໝ່ໆ ແຕ່ຍັງຄົງຮັກສາວິຖີຊີວິດເກົ່າ.”

        ໂດຍແມ່ນບັນນາທິການຂອງລະບົບ VOV3, ວິທະຍຸກະຈາຍສຽງ ຫວຽດນາມ, ອາຊີບເປັນນັກຂ່າວໄດ້ຊ່ວຍໃຫ້ອ້າຍ ມາຍວັນລ້າງ ມີໂອກາດໄດ້ໄປທຸກແຖບຖິ່ນຂອງປະເທດຊາດ ເພື່ອອັດສຽງບັນດາບົດເພງພື້ນເມືອງ, ໄປສຳພາດບັນດານັກສິລະປະກອນ, ນັກສີລະປິນ, ສະສົມບັນດາບົດເພງພື້ນເມືອງທີ່ຫາຍາກ. ຈາກ ດົ່ງວັນ, ແມ່ວວາກ (ແຂວງ ຮ່າຢາງ) ຕະຫຼອດຮອດແຫຼມ ກາເມົາ, ຈາກບັນດາເຂດທົ່ງພຽງຕະຫຼອດຮອດເຂດພູພຽງທີ່ຫ່າງໄກຊອກຫຼີກ… ຢູ່ບ່ອນໃດກໍ່ມີໜ້າລາວ. ມາຍວັນລ້າງ ຮູ້ບົດເພງລະຄອນແຈ່ວນັບຮ້ອຍໆບົດ, ບົດເພງກວານຫໍ້ບັກນີງ ນັບສິບໆບົດ ແລະ ບັນດາບົດເພງພື້ນເມືອງຢູ່ຫຼາຍເຂດພາກອື່ນໆທັງພາກເໜືອ, ພາກກາງ ແລະ ພາກໃຕ້… ອ້າຍມາຍວັນລ້າງ ໄດ້ແບ່ງປັນວ່າ:

        “ບົດເພງພື້ນເມືອງ ຫວຽດນາມ ອຸດົມສົມບູນ, ຫຼາຍຮູບຫຼາຍສີ, ເປັນເອກະລັກສະເພາະທີ່ສຸດ. ຄວາມຫຼາກຫຼາຍສີສັນ, ອຸດົມສົມບູນນັ້ນໄດ້ສະແດງໃຫ້ເຫັນຢູ່ແຕ່ລະເຂດພາກ. ຂ້າພະເຈົ້າໄດ້ຮັບເງື່ອນໄຂສະດວກເມື່ອເຮັດວຽກຢູ່ VOV, ເຊິ່ງແມ່ນບ່ອນທີ່ຂ້າພະເຈົ້າເຮັດວຽກເປັນເວລາ 22 ປີ, ໄດ້ໄປທຸກໆເຂດພາກໃນທົ່ວປະເທດເພື່ອຮ່ຳຮຽນເອງ, ຖອດຖອນຄວາມຮູ້ເອງກ່ຽວກັບບົດເພງພື້ນເມືອງໃຫ້ແກ່ຕົນເອງ. ຂ້າພະເຈົ້າໄດ້ແຕ່ງຄຳປະໂຫຍກໃໝ່ໃນເພງພື້ນເມືອງນັ້ນແມ່ນແຫຼ່ງກຳລັງຈາກຈິດໃຈ, ຈາກຫົວໃຈຂອງຕົນ”

        ນອກຈາກນັ້ນ, ມາຍວັນລ້າງກໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ. ລາວໄດ້ເປີດ Blog maivanlang.com ແລະ ໜ້າແວບ  youtube ນັກຮຽບຮຽງ Mai van Lang ເພື່ອເອົາລົງບັນດາບົດເພງພື້ນເມືອງລົງ ເພື່ອຮັບໃຊ້ຜູ້ທີ່ນິຍົມດົນຕີພື້ນເມືອງ, ປະກອບສ່ວນໂຄສະນາ, ຮັກສາເພງພື້ນເມືອງ ຫວຽດນາມ. ລະຫັດຜ່ານສື່ສັງຄົມ Facebook ຂອງລາວ ກໍ່ດຶງດູດຜູ້ຕິດຕາມເປັນຈຳນວນຫຼວງຫຼາຍ.

        ແຕ່ລະເດືອນ, VOV ໄດ້ອອກອາກາດ 300 ລາຍການເພງພື້ນເມືອງ. ບັນດາບົດເພງພື້ນເມືອງ, ບົດເພງລະຄອນ ແຈ່ວ ໂດຍ ມາຍວັນລ້າງແຕ່ງປະໂຫຍກໃຫມ່ ກໍ່ໄດ້ອອກອາກາດເປັນປະຈຳ ແລະ ດຶງດູດຜູ້ຟັງເປັນຈຳນວນຫຼວງຫຼາຍ. ມີຫຼາຍບົດເພງພື້ນເມືອງໂດຍລາວແຕ່ງໃຫມ່ ໄດ້ນຳເຂົ້າຫຼັກສູດການສອນຢູ່ໂຮງຮຽນວັດທະນະທຳ, ສິລະປະ ແລະ ຖືກບັນດານັກສິລະປິນອາຊີບ ແລະ ສະໝັກຫຼິ້ນນຳໃຊ້. ນັກສິລະປິນ ເຮືອງເກ໋, ເຮັດວຽກຢູ່ໂຮງລະຄອນ ແຈ່ວ ຫວຽດນາມ, ໄດ້ແບ່ງປັນວ່າ:

        “ອ້າຍ ມາຍວັນລ້າງ ໄດ້ແຕ່ງຄຳປະໂຫຍກໃຫ້ແກ່ບັນດາບົດເພງພື້ນເມືອງທີ່ມີລັກສະນະເຂດບ້ານນາ, ປະເທດຊາດ, ນ້ຳໃຈມະນຸດ. ເມື່ອໄດ້ຂັບຮ້ອງບັນດາບົດເພງໂດຍອ້າຍ ມາຍວັນລ້າງແຕ່ງໃໝ່ນັ້ນ, ຂ້າພະເຈົ້າເຫັນວ່າມ່ວນຄືດັ່ງບັນດາບົດເພງເດີມ. ແນວຄວາມຄິດຂອງອ້າຍ ມາຍວັນລ້າງ ດີຫຼາຍ, ພວກເຮົາແມ່ນໄວໜຸ່ມ, ຕ້ອງຮັກສາໄວ້, ປົກປ້ອງ ແຕ່ກໍ່ຕ້ອງພັດທະນາໃຫ້ເໝາະສົມກັບຊີວິດປະຈຸບັນອີກດ້ວຍ.”

        ແປວໄພຫຼົງໄຫຼກັບເພງພື້ນເມືອງຍາມໃດກໍ່ເຜົາຮ້ອນໃນຈິດໃຈຂອງມາຍວັນລ້າງ. ຍາມໃດອ້າຍກໍ່ຢາກປະຕິບັດວຽກງານຂອງຕົນໃຫ້ດີທີ່ສຸດເພື່ອສືບຕໍ່ຮັກສາສີສັນຂອງເພງພື້ນເມືອງໃນຊີວິດທີ່ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ