ນັກປະພັນດົນຕີ ທາວຢາງ ອຸທິດສ່ວນໃຫ້ແກ່ພື້ນຖານດົນຕີພື້ນເມືອງ ຫວຽດນາມ

(VOVWORLD) -  ນັກປະພັນດົນຕີ ທາວຢາງ ຍາມໃດກໍ່ສະຫງວນຄວາມຮັກໃຫ້ແກ່ດົນຕີ, ພິເສດແມ່ນດົນຕີພື້ນເມືອງ. ກ່ວາ 40 ປີທີ່ໄດ້ອຸທິດສ່ວນໃຫ້ແກ່ພື້ນຖານດົນຕີ ຫວຽດນາມ, ສຳລັບທ່ານແລ້ວ, ດົນຕີຄືດັ່ງພາກສ່ວນໜຶ່ງໃນຊີວິດຂອງຕົນ, ຖ້າຫາກມື້ໃດບໍ່ມີດົນຕີ, ມື້ນັ້ນຈະຫງ່ວມເຫງົາ. ບົດຂຽນ “ນັກປະພັນດົນຕີ ທາວຢາງ ອຸທິດສ່ວນໃຫ້ແກ່ພື້ນຖານດົນຕີພື້ນເມືອງ ຫວຽດນາມ” ຂອງນັກຂ່າວ ງອັກແອງ.
ນັກປະພັນດົນຕີ ທາວຢາງ ອຸທິດສ່ວນໃຫ້ແກ່ພື້ນຖານດົນຕີພື້ນເມືອງ ຫວຽດນາມ - ảnh 1 ນັກປະພັນດົນຕີ ທາວຢາງ

ບ້ານເກີດຂອງນັກປະພັນດົນຕີ ທາວຢາງ ຢູ່ ເມືອງແທງອວາຍ, ຮ່າໂນ້ຍ. ທ່ານໄດ້ ຮຽນຢູ່ສະຖາບັນດົນຕີ ຮ່າໂນ້ຍ (ປະຈຸບັນແມ່ນສະຖາບັນດົນຕີ ຫວຽດນາມ) ແລະ ພາຍຫຼັງຮຽນຈົບ ທ່ານໄດ້ສິດສອນຢູ່ໂຮງຮຽນແຫ່ງນີ້ເລີຍ. ທ່ານໄດ້ຮຽນດົນຕີຢູ່ຕ່າງປະເທດເປັນເວລາຫຼາຍປີ. ນັກປະພັນດົນຕີ ທາວຢາງ ພ້ອມກັບສາດສະດາຈານ, ນັກສິລະປິນປະຊາຊົນ ຟ້າມດິ່ງຄາງ ໄດ້ສ້າງຕັ້ງສູນພັດທະນາສິລະປະດົນຕີ ຫວຽດນາມ ແລະ ປະຈຸບັນ, ທ່ານແມ່ນຜູ້ອຳນວຍການສູນແຫ່ງນີ້. ນັກປະພັນດົນຕີ ທາວຢາງ, ຫວນຄືນວ່າ:

        “ສູນໄດ້ສ້າງຕັ້ງໃນປີ 2005. ສູນໄດ້ສະສົມ, ຄົ້ນຄ້ວາບັນດາປະເພດດົນຕີພື້ນເມືອງ ທີ່ໄດ້ສູນຫາຍໄປ ແລະ ຟື້ນຟູຄືນໃໝ່, ສິດສອນ ແລະ ບຳລຸງສ້າງດົນຕີຢ່າງເປັນລະບົບ. ສອນໃຫ້ມະຫາຊົນ, ບັນດາສະໂມສອນ ແລະ ບັນດາຜູ້ນິຍົມດົນຕີພື້ນເມືອງເພື່ອໂຄສະນາເຜີຍແຜ່ຢ່າງກ້ວາງຂວາງໃຫ້ມະຫາຊົນ. ປີ 2010, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ອະນຸຍາດໃຫ້ສູນບຳລຸງສ້າງບາງທຳນອງເພງພື້ນເມືອງຄື: ຂັບເສີມ, ຂັບກາຈູ່, ຂັບກວານຫໍ້… ໝາກຜົນແມ່ນ, ໃນປີ 2015, ມີນັກຮຽນລະດັບປະລິຍາຕີຮຽນຈົບລຸ້ນທຳອິດ 20 ຄົນ.”

        ນັກປະພັນດົນຕີ ທາວຢາງ ພ້ອມກັບບັນດານັກປະພັນດົນຕີໄດ້ມີຄວາມສຸດຈິດສຸດໃຈກັບດົນຕີພື້ນເມືອງ ແລະ ໄດ້ເປີດບັນດາຊຸດຮຽນດົນຕີນັ້ນໂດຍບໍ່ເສຍຄ່າ. ການບອກສອນຢ່າງສຸດຈິດສຸດໃຈຂອງບັນດາຄູອາຈານ ໄດ້ຊ່ວຍໃຫ້ລູກສິດລຸ້ນຕ່າງໆມີຄວາມເມົາມົວໃນການຮ່ຳຮຽນ.

        ໃນພາລະກິດແຫ່ງການເຄື່ອນໄຫວດົນຕີຂອງຕົນ, ນັກປະພັນດົນຕີ ທາວຢາງ ໄດ້ປະດິດແຕ່ງຫຼາຍບົດເພງ, ໃນນັ້ນ, ພົ້ນເດັ່ນທີ່ສຸດແມ່ນບົດເພງ “ເລົ່າເລື່ອງກ່ຽວກັບລະດູການຜະລິດ”. ເມື່ອເວົ້າເຖິງບົດເພງນີ້, ນັກສິລະປິນປະຊາຊົນ ຊວນແຮກ, ເລົ່າສູ່ຟັງວ່າ:

        “ບົດເພງ “ເລົ່າເລື່ອງກ່ຽວກັບລະດູການຜະລິດ” ໄດ້ພັນລະນາກ່ຽວກັບລະດູການຕ່າງໆຢູ່ເຂດຊົນນະບົດ, ຈາກການຫາບເຂົ້າ, ກ່ຽວເຂົ້າຕະຫຼອດຮອດການປະສົມປະສານກັບສຽງນົກຮ້ອງ, ໄກ່ຂັນ… ທີ່ມີຊີວິດຊີວາທີ່ສຸດ. ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເກັບຮັກສາເທບບັນທຶກສຽງບົດປະພັນ “ເລົ່າເລື່ອງກ່ຽວກັບລະດູການຜະລິດ” ໄວ້ຄັ້ງທຳອິດ.  ຫຼາຍຄະນະທີ່ໄປສະແດງຢູ່ຕ່າງປະເທດລ້ວນແຕ່ສະແດງບົດປະພັນນີ້.”

        ໃນການເຄື່ອນໄຫວຄົ້ນຄ້ວາ, ປະດິດແຕ່ງ, ນັກປະພັນດົນຕີ ທາວຢາງ ໄດ້ສະສົມ, ຮັກສາ ແລະ ສືບທອດສິລະປະຂັບສຳໄວ້. ນັກປະພັນດົນຕີ ທາວຢາງ, ໃຫ້ຮູ້ວ່າ:

        “ປີ 2005, ພວກຂ້າພະເຈົ້າໄດ້ນຳເອົາຂັບສຳມາສະແດງຢູ່ຖະໜົນ ຮ່າງງາງ. ເຖິງວ່າມື້ນັ້ນແມ່ນມື້ສະແດງສຸດທ້າຍກໍ່ຕາມ ແຕ່ກໍ່ມີຜູ້ມາຊົມເປັນຈຳນວນຫຼວງຫຼາຍ, ເມື່ອເຂົາເຈົ້າໄດ້ ຟັງແລ້ວກໍ່ເກີດນິຍົມຊົມຊອບສິລະປະຂັບສຳໃນທັນທີ, ບັນດານັກສິລະປິນຄືພວກຂ້າພະເຈົ້າກໍ່ຮູ້ສຶກຕົກສະເງີ້ນັບແຕ່ນັ້ນມາ, ໃນຕະຫຼອດ 10 ປີຜ່ານມາ, ທ້າຍອາທິດໃດພວກຂ້າພະເຈົ້າກໍ່ສະແດງຂັບສຳ. ມາຮອດປະຈຸບັນ, ຂັບສຳໄດ້ກ້າວເຂົ້າສູ່ຊີວິດຕົວຈິງຂອງປະຊາຊົນໃນທົ່ວປະເທດ, ໄດ້ໄປການສະແດງຢູ່ເທິງເວທີ.”

ນັກປະພັນດົນຕີ ທາວຢາງ ອຸທິດສ່ວນໃຫ້ແກ່ພື້ນຖານດົນຕີພື້ນເມືອງ ຫວຽດນາມ - ảnh 2 ການສະແດງເພງພື້ນເມືອງຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ

        ມາຮອດປະຈຸບັນ, ເຖິງວ່າອາຍຸສູງແລ້ວກໍ່ຕາມ, ແຕ່ນັກປະພັນດົນຕີ ທາວຢາງ ຍັງເມົາມົວກັບອາຊີບນີ້ຢູ່. ທ່ານບອກວ່າ: ດົນຕີພື້ນເມືອງແມ່ນຈິດວິນຍານຂອງວັດທະນະທຳແຫ່ງຊາດ. ທັດສະນະນີ້ຂອງທ່ານໄດ້ຮັບການຕອບສະໜອງຈາກເພື່ອນຮ່ວມງານຫຼາຍຄົນ. ນັກສິລະປິນ ຊວນແຮກ ແບ່ງປັນຄວາມໃນໃຈສູ່ຟັງວ່າ:

        “ນັກປະພັນດົນຕີ ທາວຢາງແມ່ນລຸ້ນອ້າຍຂອງຂ້າພະເຈົ້າ. ພວກຂ້າພະເຈົ້າມີຄວາມສະໜິດສະໜົມນຳກັນມາແຕ່ຄາວຍັງນ້ອຍ, ຂ້າພະເຈົ້າກໍ່ຖາມລາວວ່າ: ອ້າຍໄດ້ອຸທິດສ່ວນຫຼາຍຄືແນວນັ້ນ ເປັນຫຍັງຄືບໍ່ຂຽນໃບຮັບຮອງຊື່ສຽງຮຽງນາມຕຳແໜ່ງໃຫ້ແກ່ຕົນ, ນັກປະພັນດົນຕີ ທາວຢາງ ກໍ່ເວົ້າວ່າ ໄດ້ເຂົ້າຮ່ວມສະມາຄົມນັກປະພັນດົນຕີແລ້ວ ແລະ ມີຕຳແໜ່ງແມ່ນນັກປະພັນດົນຕີກໍ່ພຽງພໍແລ້ວ. ບໍ່ຮຽກຮ້ອງຫຍັງອີກດອກ.”

        ເມື່ອໄດ້ນັ່ງໂອ້ລົມກັບນັກປະພັນດົນຕີ ທາວຢາງ, ໄດ້ເຫັນວິທີທ່ານສິດສອນໃຫ້ລູກສິດຂອງຕົນຢ່າງລະອຽດລະອໍ, ຈຶ່ງເຂົ້າໃຈໄດ້ວ່ານ້ຳໃຈຂອງຜູ້ເປັນນັກປະພັນຍາມໃດກໍ່ສຸດຈິດສຸດໃຈສຳລັບດົນຕີພື້ນເມືອງຂອງຊາດ. ດ້ວຍຄວາມສຸດຈິດສຸດໃຈຕໍ່ສິລະປະພື້ນເມືອງ, ນັກປະພັນດົນຕີ ທາວຢາງ ໄດ້ ແລະ ພວມອຸທິດສ່ວນໃຫ້ແກ່ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາປະເພດດົນຕີພື້ນເມືອງຂອງ ຫວຽດນາມ ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ