ນັກວິທະຍາສາດຍິງເມົາມົວກັບການຄົ້ນຄວ້າ, ປະດິດຄິດສ້າງ

(VOVWORLD) -ທ່ານນາງຮອງສາດສະດາຈານ, ປະລິຍາເອກ ດິງທິບິກເລີນ, ຄູສອນລະດັບສູງຢູ່ມະຫາວິທະຍາໄລ ເຫ້ວ, ແມ່ນຜູ້ມີຫຼາຍກິດຈະກຳຄົ້ນຄວ້ານຳໜ້າໃນຂົງເຂດສັດຕະວະແພດ. ເສັ້ນທາງພາໄປເຖິງຜົນສຳເລັດຂອງນັກຄົ້ນຄວ້າແມ່ນທັງວິວັດການອອກແຮງງານຢ່າງມີຫົວຄິດປະດິດສ້າງ ນຳວິທະຍາສາດ ແລະ ເຕັກໂນໂລຊີເຂົ້າຮັບໃຊ້ການຜະລິດກະສິກຳ, ລ້ຽງສັດ.

ນັກວິທະຍາສາດຍິງເມົາມົວກັບການຄົ້ນຄວ້າ, ປະດິດຄິດສ້າງ - ảnh 1ທ່ານນາງຮອງສາດສະດາຈານ, ປະລິຍາເອກ ດິງທິບິກເລີນ ຮັບລາງວັນ Kovalepskaia ປີ 2017

(ພາບ: hueuni.edu.vn)

ທ່ານນາງຮອງສາດສະດາຈານ, ປະລິຍາເອກ ດິງທິບິກເລີນ, ຮອງຫົວໜ້າສະຖາບັນເຕັກໂນໂລຊີຊີວະວິທະຍາມະຫາວິທະຍາໄລເຫ້ວ. ທ່ານນາງເຄີຍຮ່ຳຮຽນຢູ່ສະຖາບັນສັດຕະວະແພດມົດສະກູ, ສະຫະພັນລັດເຊຍ ແລະ ເປັນນັກຄົ້ນຄວ້າປະລິຍາເອກຢູ່ມະຫາວິທະຍາໄລ Obihiro ແລະ ມະຫາວິທະຍາໄລ Gifu, ເຊິ່ງແມ່ນບັນດາມະຫາວິທະຍາໄລທີ່ມີຊື່ສຽງກ່ຽວກັບການບຳລຸງສ້າງຂະແໜງສັດຕະວະແພດຂອງຍີ່ປຸ່ນ. ໃນຊຸມເດືອນປີແຫ່ງການຮ່ຳຮຽນ ແລະ ຄົ້ນຄວ້າຢູ່ຕ່າງປະເທດ, ທ່ານນາງ ດິງທິບິກເລີນ ໄດ້ສະຫງວນເວລາສ່ວນຫຼາຍ ແລະ ສູມຈິດສູນໃຈຕໍ່ແນວຄວາມຄິດກ່ຽວກັບການຄົ້ນຄວ້າວິທະຍາສາດ. ທ່ານນາງ ດິງທິບິກເລີນ ເລົ່າສູ່ຟັງວ່າ.

        “ໂດຍເລີ່ມມາຈາກການຄົ້ນຄວ້າ, ນັ້ນແມ່ນຄວາມເມົາມົວຂອງຂ້າພະເຈົ້າ. ເມື່ອຂ້າພະເຈົ້າຮຽນປະລິຍາເອກຢູ່ຍີ່ປຸ່ນ ກັບເມືອປະເທດ, ວຽກງານທຳອິດທີ່ຂ້າພະເຈົ້າໄດ້ຄິດເຖິງ ນັ້ນແມ່ນມະຫາວິທະຍາໄລຢາກມີຄວາມເຂັ້ມແຂງ ຕ້ອງສ້າງໄດ້ຖັນແຖວນັກຄົ້ນຄວ້າ. ສະນັ້ນ, ນອກຈາກເວລາສິດສອນແລ້ວ, ຂ້າພະເຈົ້າໄດ້ສະຫງວນເວລາທັງໝົດ, ສຸມຈິດສຸມໃຈ, ກຳລັງເຫືອແຮງ, ເງິນທອງໃຫ້ແກ່ການຄົ້ນຄວ້າວິທະຍາສາດ”.

        ທ່ານນາງຮອງສາດສະດາຈານ, ປະລິຍາເອກ ດິງທິບິກເລີນ ພ້ອມກັບບັນດາເພື່ອນຮ່ວມງານໄດ້ສຸມກຳລັງເຫື່ອແຮງເພື່ອຄົ້ນຄວ້າພັນໝູທີ່ໃຫ້ສະມັດຕະພາບໃຫ້ຊີ້ນຫຼາຍ. ໃນເວລາເກືອບ 10 ປີຜ່ານມາ, ກຸ່ມກິດຈະກຳຄົ້ນຄວ້າຂອງທ່ານນາງ ແລະ ເພື່ອນຮ່ວມງານບັນລຸໄດ້ຜົນງານເປັນໜ້າຮັບຮູ້, ປະກອບສ່ວນພັດທະນາການລ້ຽງໝູຢູ່ແຂວງເທື່ອທຽນເຫ້ວ ແລະ ບັນດາແຂວງທາງພາກກາງຫວຽດນາມ. ທ່ານນາງຮອງສາດສະດາຈານ, ປະລິຍາເອກ ດິງທິບິກເລີນ ພ້ອມກັບບັນດາເພື່ອນຮ່ວມງານຂອງຕົນໄດ້ຜະລິດອອກຍຸກຢາ, ວັກຊິນປົວພະຍາດໃຫ້ສັດຫຼາຍຊະນິດ. ເມື່ອເວົ້າເຖິງເພື່ອນຮ່ວມງາມຂອງຕົນ, ທ່ານ ເລກ໋ວກຫວຽດ, ນັກຄົ້ນຄວ້າຢູ່ສະຖາບັນເຕັກໂນໂລຊີຊີວະວິທະຍາ ມະຫາວິທະຍາໄລເຫ້ວ, ຕີລາຄາວ່າ.

        “ເມື່ອຂ້າພະເຈົ້າຮຽນຈົບມະຫາວິທະຍາໄລແລ້ວ, ຂ້າພະເຈົ້າເຮັດຟາມ ຫຼັງຈາກນັ້ນກໍ່ໄດ້ພົບກັບອາ ເລີນ, ອາ ແມ່ນແຫຼ່ງບັນດານໃນການຄົ້ນຄວ້າຂອງຂ້າພະເຈົ້າ. ໃນເວລາ 7 ປີຜ່ານມາ, ຂ້າພະເຈົ້າໄດ້ຮໍ່າຮຽນຫຼາຍຢ່າງຈາກ ອາ ເລີນ. ບັນດາຜະລິດຂອງອາ ທີ່ຄົ້ນຄວ້າອອກ ໄດ້ນຳໃຊ້ຢູ່ໃນບັນດາຟາມ ຢູ່ເຫ້ວ, ກວາງບິ່ງ ແມ່ນບັນລຸໝາກຜົນສູງ, ໂດຍສະເພາະແມ່ນການປ້ອງກັນບາງພະຍາດໃນສັດລ້ຽງ”.

        ໂດຍບໍ່ຢຸດຢູ່ຂົງເຂດສັດຕະວະແພດ, ນັກວິທະຍາສາດຍິງຄົນນີ້ຍັງມີຄວາມເມົາມົວ, ສຸມຈິດສຸມໃຈກັບການຄົ້ນຄວ້າກ່ຽວກັບຕົ້ນໄມ້ປູກຫຼາຍຊະນິດ. ທ່ານນາງຮອງສາດສະດາຈານ, ປະລິຍາເອກ ດິງທິບິກເລີນ ໄດ້ຜະລິດອອກບັນດາຜະລິດຕະພັນຜັກ, ໝາກໄມ້, ສະບຽງອາຫານປອດສານພິດ, ມີຄຸນນະພາບສູງຄື: ຜັກອ່ອນ, ຜັກສະລັດ, ໝາກເລັ່ນຍີ່ປຸ່ນ ປະເພດຕ່າງໆ, ໝາກມັງກອນໃຈແດງ ຫຼື ຮູບແບບປູກຜັກແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານຮອງສາດສະດາຈານ, ປະລິຍາເອກ ຟຸ່ງທັງລອງ, ຮອງອະທິການບໍດີ, ມະຫາວິທະຍາໄລກະສິກຳ, ປ່າໄມ້ເຫ້ວ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານນາງຮອງສາດສະດາຈານ, ປະລິຍາເອກ ດິງທິບິກເລີນ ວ່າ.

        “ການຮັບຮູ້ຂອງບັນດາອົງການສຳນັກງານ ແມ່ນສ່ວນໃດສ່ວນໜຶ່ງເມື່ອເວົ້າເຖິງໝາກຜົນການຄົ້ນຄວ້າຂອງທ່ານນາງຮອງສາດສະດາຈານ ດິງທິບິກເລີນ, ເຊິ່ງໄດ້ສະແດງອອກຜ່ານລາງວັນ Kovalepskaia ປີ 2017 ທີ່ສະຫງວນໃຫ້ບັນດານັກວິທະຍາສາດຍິງ ແລະ ບັນດາລາງວັນໃນການແຂ່ງຂັນຊີງລາງວັນປະດິດຄິດສ້າງວິທະຍາສາດເຕັກນິກ, ເຕັກໂນໂລຊີແຂວງເທື່ອທຽນ-ເຫ້ວ, ລາງວັນກຸງເກົ່າເຫວ້. ບັນດາກິດຈະກຳຄົ້ນຄວ້າພຶດຕິກຳຕົວຈິງ, ນຳໃຊ້ເຕັກໂນໂລຊີສູງຂອງທ່ານນາງ ໄດ້ສ້າງປະສິດທິຜົນຮັບໃຊ້ໃຫ້ແກ່ການຜະລິດເປັນຢ່າງດີ”.

        ໄລ່ມາຮອດປະຈຸບັນ, ທ່ານນາງຮອງສາດສະດາຈານ, ປະລິຍາເອກ ດິງທິບິກເລີນ ໄດ້ປະຕິບັດສຳເລັດ 20 ຫົວຂໍ້ຄົ້ນຄວ້າຂັ້ນຕ່າງໆ, ພິມຈຳໜ່າຍຫຼັກສູດການສອນ 2 ຊຸດ, ມີບົດຂຽນ 46 ບົດທີ່ລົງໃນວາລະສານສະເພາະຂະແໜງຢູ່ພາຍໃນປະເທດ ແລະ ສາກົນ. ກວ່າ 30 ປີແຫ່ງການປະຕິບັດງານ, ທ່ານນາງຮອງສາດສະດາຈານ, ປະລິຍາເອກ ດິງທິບິກເລີນ ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ກໍ່ລ້ວນແຕ່ປະຕິບັດສຳເລັດໜ້າທີ່ຂອງຕົນ, ທັງເຂົ້າຮ່ວມວຽກງານການສຶກສາບຳລຸງສ້າງ, ຄຸ້ມຄອງ ແລະ ທັງເມົາມົວກັບການຄົ້ນຄວ້າ, ປະດິດຄິດສ້າງບັນດາກິດຈະກຳວິທະຍາສາດ.

ຕອບກັບ

ຂ່າວ/ບົດ​ອື່ນ