ນັກສຶກສາຫວຽດນາມ ຢູ່ຝລັ່ງ ກັບສະແຕມກ່ຽວກັບທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ

(VOVWORLD) -ສຳລັບປະຊາຄົມຊາວຫວຽດນາມ ທີ່ດຳລົງຊີວິດຢູ່ຝລັ່ງ ແລະ ສຳລັບເພື່ອນມິດຊາວຝລັ່ງ ທີ່ຮັກຫອມຫວຽດນາມ, ຢືທູຈາງ, ແມ່ນຜູ້ທີ່ລື້ງເຄີຍເມື່ອລາວເປັນຜູ້ແນະນຳບັນດາເຫດການໃຫຍ່ເກືອບທັງໝົດຂອງນັກສຶກສາຫວຽດນາມ ຢູ່ຝລັ່ງ. ລາວແມ່ນຜູ້ລິເລີ່ມ ແລະ ກໍ່ແມ່ນຜູ້ນຳພາບພົດເຂດທະເລໝູ່ເກາະຫວຽດນາມ ໃສ່ໃນສະແຕມຂອງຝລັ່ງ ໂດຍກົງ, ໂດຍໂຮງໄປສະນີຝລັ່ງພິມຈຳໜ່າຍ. 
ນັກສຶກສາຫວຽດນາມ ຢູ່ຝລັ່ງ ກັບສະແຕມກ່ຽວກັບທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ - ảnh 1 (ສະແຕມ 5 ຊຸດດ້ວຍພາບຖ່າຍບັນດາຈຸດຄວາມງາມຂອງເຂດທະເລ, ໝູ່ເກາະຫວຽດນາມ)

ສະແຕມ 5 ຊຸດດ້ວຍພາບຖ່າຍບັນດາຈຸດຄວາມງາມຂອງເຂດທະເລ, ໝູ່ເກາະຫວຽດນາມ ຄື: ເກາະ ລີ໋ເຊີນ, ຫີນແກ່ງດ໋າເດຍ, ອ່າວຫ້າລອງ, ໝູ່ເກາະເຈື່ອງຊາ, ເກາະ ຊອງຕືໄຕ… ເຊິ່ງກຸ່ມບໍລິສັດໄປສະນີຝລັ່ງ - La Poste ພິມຈຳໜ່າຍ, ປະກອບສ່ວນໂຄສະນາພາບພົດຫວຽດນາມ ຢູ່ຝລັ່ງ ຫຼາຍກວ່າອີກ. ນີ້ແມ່ນໂຄງການໂດຍ ຢືທູຈາງ ຝັກໄຝ່ ແລະ ປະຕິບັດ. ດ້ວຍທ່າແຮງເວົ້າພາສາຝລັ່ງ ເກືອບຄືຊາວຝລັ່ງ, ພ້ອມກັບຄວາມຂະຫຍັນຂັນເຄື່ອນ, ຕັ້ງໜ້າໃນບັນດາການເຄື່ອນໄຫວທາງດ້ານການທູດກ່ຽວກັບດ້ານວັດທະນະທຳ, ການທ່ອງທ່ຽວ, ທູຈາງ ໄດ້ກາຍເປັນຜູ້ລື້ງເຄີຍ ແລະ ພົ້ນເດັ່ນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ. ຢືທູຈາງ ແບ່ງປັນວ່າ.

        “ນັບແຕ່ເວລາເລີ່ມໄປຮຽນຢູ່ຝລັ່ງ, ຂ້າພະເຈົ້າໄດ້ເຂົ້າຮ່ວມການເຄື່ອນໄຫວໂຄສະນາວັດທະນະທຳຫວຽດນາມ ຢູ່ຝລັ່ງ ກັບປະຊາຄົມຊາວຫວຽດນາມ ກໍຄືກັບຊາວຝລັ່ງ ທີ່ຮັກຫອມຫວຽດນາມ. ຂ້າພະເຈົ້າໄດ້ຕິດພັນກັບການເຄື່ອນໄຫວດັ່ງກ່າວມາເປັນເວລາເກືອບ 10 ປີ. ຈາກບັນດາຄວາມເມົາມົວນັ້ນ, ຂ້າພະເຈົ້າມີແນວຄວາມຄິດກ່ຽວກັບໂຄງການໂຄສະນາພາບພົດຂອງຫວຽດນາມ ຢູ່ຕ່າງປະເທດ. ໃນຈຳນວນນັ້ນ, ມີແນວຄວາມຄິດທີ່ໄດ້ຮັບການຕີລາຄາສູງແມ່ນຈຳໜ່າຍຊຸດສະແຕມມີຮູບພາບຂອງຫວຽດນາມ ຢູ່ຝລັ່ງ.”

ນັກສຶກສາຫວຽດນາມ ຢູ່ຝລັ່ງ ກັບສະແຕມກ່ຽວກັບທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ - ảnh 2 (ເຂດທະເລ, ໝູ່ເກາະຂອງຫວຽດນາມ)

ປີ 2016, ຢືທູຈາງ ຍາດໄດ້ລາງວັນທີ 3 ໃນການເສັງ “ຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍໜ້າທີ່ປົກປັກຮັກສາອຳນາດອະທິປະໄຕເຂດທະເລ, ໝູ່ເກາະຫວຽດນາມ” ໂດຍກະຊວງຖະແຫຼງຂ່າວ - ສື່ສານຫວຽດນາມ ແລະ ສູນກາງສະຫະພັນຊາວໜຸ່ມຫວຽດນາມ ຈັດຕັ້ງ.

        “ໂດຍເລີ່ມມາຈາກການໄປຢ້ຽມຢາມເຈື່ອງຊາ ພ້ອມກັບຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບຫວຽດນາມ ກວ່າ ແລະ ມີກາລະໂອກາດໄດ້ໄປຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບເຈື່ອງຊາ ຫຼາຍກວ່າ. ແລະກໍ່ໃນປີນັ້ນ, ຂ້າພະເຈົ້າໄດ້ເຂົ້າຮ່ວມການເສັງ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຮ່ຳຮຽນຢູ່ຕ່າງປະເທດ ດ້ວຍໜ້າທີ່ປົກປັກຮັກສາອຳນາດອະທິປະໄຕເຂດທະເລ, ໝູ່ເກາະຫວຽດນາມ”, ດ້ວຍບົດຂຽນ “ຮ່ວາງຊາ, ເຈື່ອງຊາ ແລະ ວຽກງານສື່ສານ”, ຍົກອອກແນວຄວາມຄິດປະຕິບັດການເຄື່ອນໄຫວຫຼາຍຢ່າງ ເພື່ອໂຄສະນາກ່ຽວກັບເຂດທະເລ, ໝູ່ເກາະຂອງຫວຽດນາມ”.

        ຈາກຄວາມມຸ່ງມາດປາດຖະໜາຢາກໄດ້ເຫັນຮູບພາບຫວຽດນາມ ປະກົດຕົວຢູ່ຝລັ່ງ ໃຫ້ຫຼາຍກວ່າ, ກໍ່ຄືມີການເຄື່ອນໄຫວຫຼາຍຢ່າງເພື່ອດຶງດູດເພື່ອນມິດສາກົນຮູ້ຈັກຫວຽດນາມ ຫຼາຍກວ່າ, ທູຈາງ ໄດ້ຄິດຫຼາຍເຖິງແນວຄວາມຄິດການທູດວັດທະນະທຳຫຼາຍຢ່າງ. ໜຶ່ງໃນບັນດາແນວຄວາມຄິດນັ້ນ ທູຈາງ ໄດ້ຜັນຂະຫຍາຍສຳເລັດ ແລະ ສ້າງຊື່ສຽງນັ້ນແມ່ນເປີດຕົວຊຸດສະແຕມຮູບພາບຫວຽດນາມ ພ້ອມກັບສະຖານທູດຫວຽດນາມ ປະຈຳຝລັ່ງ, ໂດຍໄປສະນີ ຝລັ່ງ ພິມຈຳໜ່າຍ. ທູຈາງ ໃຫ້ຮູ້ວ່າ, ຈະບໍ່ຢຸດຢູ່ພຽງແຕ່ເທົ່ານັ້ນ, ແຕ່ຍັງຈະມີຊຸດສະແຕມຕື່ມອື່ນອີກຫຼາຍຊຸດ, ມີຮູບພາບອືນຫຼາຍຮູບກ່ຽວກັບຫວຽດນາມ ຈະໄດ້ຕິດໃສ່ບັນດາພັດສະດຸໄປສະນີຕ່າງໆ ເພື່ອໂຄສະນາພາບພົດປະເທດຊາດຕົນ.

        ໂດຍເປັນຜູ້ທີ່ເຂົ້າຮ່ວມບັນດາການເຄື່ອນໄຫວໂຄສະນາວັດທະນະທຳຂອງຫວຽດນາມ ຢູ່ຕ່າງປະເທດ ແລະ ໄດ້ມີໂອກາດເຮັດວຽກພ້ອມກັບ ຢືທູຈາງ, ອ້າຍ ເຈິ່ນເຢິດຮ່ວາງ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ.

        “ໂຄງການທີ່ ທູຈາງ ສ້າງຂຶ້ນໄດ້ຝັກໄຝ່ມາເປັນເວລາດົນນານທີ່ສຸດ ແລະ ໄດ້ນຳບັນດາຮູບຖ່າຍກ່ຽວກັບເຂດທະເລ, ໝູ່ເກາະຫວຽດນາມ ພິມໃສ່ໃນສະແຕມຂອງຝລັ່ງ. ໂຄງການດັ່ງກ່າວໄດ້ຮັບການປະຕິບັດເປັນຢ່າງດີ. ພວກຂ້າພະເຈົ້າໄດ້ຕີລາຄາສູງບາງຈຸດຂອງໂຄງການຄື: ທີໜຶ່ງແມ່ນຄວາມເປັນເອກະລັກສະເພາະ, ຍາກທີ່ຈະນຳຮູບພາບຂອງຫວຽດນາມ ພິມໃສ່ໃນສະແຕມ ຕ່າງປະເທດ, ພິເສດແມ່ນໃຈກາງຂອງເອີລົບ. ທີ 2 ແມ່ນລັກສະນະໂຄສະນາ. ນັບແຕ່ນີ້, ບັນດາສະແຕມນັ້ນຈະປະກົດຕົວຢູ່ທົ່ວທຸກແຫ່ງຫົນຂອງຝລັ່ງ. ເລື່ອງນຳຮູບພາບຂອງຫວຽດນາມ ເຖິງເພື່ອນມິດສາກົນແມ່ນເປັນໜ້າໄດ້ຮັບການທະວີຄູນ”.

        ຄວາມມຸ່ງມາດປາດຖະໜາຢາກໂຄສະນາກ່ຽວກັບວັດທະນະທຳ, ທ່ອງທ່ຽວ ແລະ ຊາວຫວຽດນາມ ຍາມໃດກໍ່ກະຕຸກຊຸກຍູ້ໃຫ້ ທູຈາງ ຕ້ອງມານະພະຍາຍາມຫຼາຍກວ່າອີກ, ໂດຍສະເພາະແມ່ນເມື່ອ ທູຈາງ ສ້າງຕັ້ງບໍລິສັດກ່ຽວກັບການຈັດຕັ້ງ, ຜະລິດບັນດາເຫດການໂຄສະນາວັດທະນະທຳຫວຽດນາມ ຢູ່ຝລັ່ງ. ດ້ວຍບັນດາຄວາມມານະພະຍາຍາມໄດ້ ແລະ ພວມປະຕິບັດຢູ່ຝລັ່ງ, ທູຈາງ ຫວັງວ່າຈະປະກອບສ່ວນນຳເອົາຮູບພາບຂອງຫວຽດນາມ ທີ່ສວຍງາມແຜ່ຂະຫຍາຍໃນດິນແດນແຫ່ງວັດທະນະທຳຫຼາຍຮູບຫຼາຍສີ ແລະ ຫຼາຍເຜົ່າພັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ