ນັກສິນລະປິນຫວຽດນາມມຸງໄປສູ່ທະເລໝູ່ເກາະ


(vovworld) -ຫາງ​ສຽງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ພວມ​ຄັດຄ້ານ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ​ແລະ ​ໃຊ້​ກຳ່​ປັ່ນ​ປະກອບ​ອາວຸດ​ບຸກ​ໂຈມ​ຕີ​ກຳ່​ປັ່ນ​ຂອງ​ຊາວ​ປະມົງ, ກຳ່​ປັ່ນ​ຕຳ່​ຫຼວດທະ​ເລ ​ແລະ ກຳ່​ປັ່ນ​ກວດກາ​ການ​ປະມົງ​ຫວຽດນາມ​ຢ່າງ​ຮຸນແຮງ. ​ໃນ​ຊຸມ​ມື້​ນີ້​ໄດ້​ມີ​ຫຼາຍ​ລາຍການ​ສິລະ​ປະ​ມຸງ​ໄປ​ສູ່​ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​ແນ​ໃສ່​ສ້າງ​ກອງ​ທຶນ​ສະໜັບສະໜູນ​ຊາວ​ປະມົງ ​ແລະ ກຳລັງ​ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ການ​ປະມົງ​ທີ່​ພວມ​ເດັດ​ດຽວປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ບົນ​ທະ​ເ.

ນັກສິນລະປິນຫວຽດນາມມຸງໄປສູ່ທະເລໝູ່ເກາະ - ảnh 1

(ພາບອິນເຕີແນດ)

        ຢູ່​ຮ່າ​ໂນ້ຍ, ສະມາຄົມ​ນັກ​ດົນຕີ​ຫວຽດນາມ​ຫາ​ກໍ່​ແນະນຳ​ບັນດາ​ບົດ​ເພງ​ໃໝ່​​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ. ນັກ​ດົນຕີ ​ໂດ​ຮົ່ງກວນ, ປະທານ ສະມາຄົມ​ນັກ​ດົນຕີ​ຫວຽດນາມ ​ໃຫ້​ຮູ້​ວ່າ ​ໄດ້​ມີ 100 ບົດ​ເພງ​ຂອງ​ນັກ​ປະພັນ​ດົນຕີ 80 ຄົນ​ຝາກ​ມາສະ​ມາ​ຄົມ. ສະ​ແດງ​ຄວາມ​ຮັກ​ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈຕໍ່​ປະ​ເທດ​ຊາດ ກໍ່​ຄື​ຄັດຄ້ານ​ບັນດາ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຈີນ. ສະມາຄົມ​ນັກ​ດົນຕີ​ຫວຽດນາມ ​ໄດ້​ເລືອກ​ເຟັ້ນ 70 ກວ່າ​ບົດ​​​ເພງ​ໃໝ່​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ໃນ​ປຶ້ມປະມວນ​ບົດ​ເພງ “ທະ​ເລ​ຕາ​ເວ​ອອກ​ເກີດ​ຄື້ນຟອງ“ ເພື່ອ​ແນະນຳ ​ແລະ ສະ​ເໜີ​ໃນ​ເດືອນ 6/2014 ນີ້.  ນັກ​ດົນຕີ ກາດ​ເວິ້ນ, ຮອງ​ປະທານ​ສະມາຄົມ​ນັກ​ດົນຕີ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ບັນດາ​ບົດ​ເພງ​ທີ່​ມີ​ຫົວ​ຂໍ້​ສົດໆ​ຮ້ອນໆ, ​ແທດ​ເໝາະ​ກັບ​ສະຖານະ​ການ ​ແລະ ມີຫຼາຍ​ຮູບ​ຫຼາຍ​ແບບ, ​ແຕ່​ເນື້ອ​ໃນ​ລ້ວນ​ແຕ່​ມຸງ​ໄປ​ສູ່​ທະ​ເລ​ຕາ​ເວັນ​ອອກ, ຄັດຄ້ານ​ບັນດາ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຈີນ. ມີ​ຫຼາຍ​ບົດ​ເພງ​ຂຽນ​ກ່ຽວ​ກັບ​ກຳລັງ​ທັບ​ປ້ອງ​ກັນ​ອາກາດ, ກອງທັບ​ເຮືອ, ກໍ່​ຄືເກາະ​ກາດ​ມາ. ພິ​ເສດ​ນີ້ເປັນ​ເທື່ອ​ທຳ​ອິດ​ທີ່ມີ​ບົດ​ເພງ​ກ່ຽວ​ກັບ​ກຳລັງ​ກວດກາ​ການ​ປະມົງ, ຕຳຫຼວດ​ທະ​ເລ​ຫວຽດນາມ, ດ້ວຍທຳນອງ​ເພງ​ທີ່​ໜຸ່ມ​ແໜ້ນ, ສົດ​ໄສ, ​ແຕ່​ຍັງ​ຄົງ​ສືບ​ທອດ​ທຳນອງ​ເພງທີ່​ເປັນ​ມູນ​ເຊື້ອ, ​ແລະ ສະ​ແດງ​ໃຫ້​ເຫັນພະລັງ​ຊີວິດ​ຂອງ​ຍຸກ​ສະ​ໄໝ​ອີກ​ດ້ວຍ.

ນັກສິນລະປິນຫວຽດນາມມຸງໄປສູ່ທະເລໝູ່ເກາະ - ảnh 2

(ພາບອິນເຕີແນດ)

        ກວ່າ​ໜຶ່ງ​ເດືອນ​ທີ່​ຜ່ານ​ມາ, ພ້ອມ​ກັບ​ບັ້ນ​ຂົນຂວາຍ​ປະດິດ​ແຕ່ງ​ບັນດາ​ບົດ​ເພງນັ້ນ, ບັນດາ​ລາຍການ​ສິລະ​ປະ​ມຸ່ງ​ໄປ​ສູ່​ທະ​ເລ​ຕາ​ອອກກໍ່​ດຳ​ເນີນ​ໄປ​ຢູ່​ຫຼາຍ​ທ້ອງ​ຖີ່​ນ. ດ້ວຍ​ຈຸດປະສົງ​ສ້າງ​ກອງ​ທຶນ​ສະໜັບສະໜູນ​ບັນດາ​ກຳລັງ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ບົນ​ທະ​ເລ. ພິ​ເສດ​ໃນ​ວັນ​ທີ 15/6, ຢູ່​ຫໍ​ມິດຕະພາບ​ຮ່າ​ໂນ້ຍ ​ໄດ້​ຈັດ​ລາຍການ​ດົນຕີ​ຂະໜາດ​ໃຫຍ່​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ທີ່​ມີ​ຊື່ວ່າ: “​ໂດຍ​ແມ່ນ​ຊາວ​​ຫວຽດນາມ“, ​ເຊິ່ງ​ໄດ້​ເຕົ້າ​ໂຮມ​ນັກ​ສິນລະປິນ, ນັກ​ຮ້ອງ​ທີ່​ດີ​ເດັ່ນ​ນັບ​ຮ້ອຍ​ຄົນ​ເຂົ້າ​ຮ່ວມ. ນັກ​ສິນລະປິນ​ທີ່​ດີ​ເດັ່ນ ​ເຕິ໋ນມິ​ງ, ​ເວົ້າ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ປາຖະໜາ​ຢາກມີ​ລາຍການ​ສິລະ​ປະ​ຄື​ແນວ​ນີ້ເພື່ອ​ອຸທິດ​ສ່ວນ. ນັກ​ສິນລະປິນ​ທັງ​ໝົດ​ລ້ວນ​ແຕ່​ຢາກ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ເພື່ອ​ມຸ່ງ​ໄປ​ສູ່​ທະ​ເລ​ໝູ່​ເກາະຂອງ​ປະ​ເທດ​ຊາດ.

ນັກສິນລະປິນຫວຽດນາມມຸງໄປສູ່ທະເລໝູ່ເກາະ - ảnh 3

(ພາບອິນເຕີແນດ)

        ບັນດາ​ລາຍການ​ສິລະ​ປະ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ລະຫວ່າງ​ບັນດາ​ນັກຮົບ​ຢູ່​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ​ກັບ​ປະຊາຊົນ​ໃນ​ເຂດ​ດິນ​ຕໍ່​ແຜ່ນ, ຜ່ານ​ບົດ​ເພງ, ຜູ້​ຟັງ​ສາມາດ​ຮັບ​ຮູ້​ໄດ້​ພະ​ລັງ​ຊີວິດ, ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ​ຂອງຊາດ​ໜຶ່ງ​ທີ່​ຮັກຫອມ​ສັນຕິພາບ, ​ແລະ ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​​ໄວ້. ຫງວຽນ​ແອ​ງກີ່, ນັກ​ສຶກສາ​ໂຮງຮຽນ​ສ້າງ​ຄູ​ສິລະ​ປະ​ສູນ​ກາງ, ​ໄດ້​ເວົ້າ​ວ່າ:

        “ຂ້າພະ​ເຈົາ​ແມ່ນ​ຊາວ​ໜຸ່ມ​ແຕ່​ກໍ່​ຮູ້ສຶກ​ວ່າ​ລາຍການ​ປຽບ​ເໝືອນ​ແປວ​ໄຟ​ປຸກລຸກ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຄວາມ​ຮັກ​ປະ​ເທດ​ຊາດ​​ໃຫ້​ແກ່ພວກ​ເພື່ອນ​ໜຸ່ມ​ໃນ​ປະຈຸ​ບັນ. ຂ້າພະ​ເຈົ້າ​ຫວັງ​ວ່າ​ນັບ​ມື້​ນັບ​ມີ​ຫຼາຍ​ລາຍການ​ຄື​ແນວ​ນີ້​ກວ່າ“.

ນັກສິນລະປິນຫວຽດນາມມຸງໄປສູ່ທະເລໝູ່ເກາະ - ảnh 4

(ພາບອິນເຕີແນດ)

        ບັ້ນ​ຂົນ​ຂວາ​ຍປະດິດ​ແຕ່ງ​ບົດ​ເພງ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ ພ້ອມ​ກັບ​ລາຍການ​ສະ​ແດງ​ດົນຕີ​ເພື່ອ​ສ້າງ​ກອງ​ທຶນ​ໜູນ​ຊ່ວຍ​ບັນດາ​ກຳລັງ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່ຢູ່​ເຂດ​ທະ​ເລ​ຮ່ວາງ​ຊາ, ​ເຈື່ອງ​ຊາ... ​ແມ່ນ​ບັນ​ດາ​ຄຸນຄ່າ​ດ້ານ​ຈິດ​ໃຈ​ຊ່ວຍ​ໃຫ້​ຊາວ​ປະມົງ, ກຳລັງ​ກວດກາ​ການ​ປະມົງ​ເດັດ​ດຽວ​ຕິດ​ພັນ​ກັບ​ທະ​ເລ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ