ນັກສິລະປະການ ຫງວຽນທິເຕີມ ແລະ ເຄື່ອງໝາຍການຄ້າແພໄຫມຮ່າດົງ


(vovworld)- ໂດຍ​ແມ່ນ​ຫນຶ່ງ​ໃນ​ພົນ​ລະ​ເມືອງ​ດີ​ເດັ່ນ 10 ຄົນ​ຂອງ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ​ປີ 2015, ນັກ​ສິ​ລະ​ປະ​ການ ຫງວຽນ​ທິ​ເຕ​ີມ​ ກໍ​ແມ່ນ​ຜູ້​ສືບ​ທອດ​ໂຮງ​ງານ​ຕ່ຳ​ແຜ່ນແພ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໝູ່​ບ້ານ​ອາ​ຊີບ​​ຜະ​ລິດແພ​ໄຫມ ຫວ້ານ​ຟຸກ ເມືອງ​ຮ່າ​ດົງ ນະ​ຄອນ ຮ່າ​ໂນ້ຍ. ແຕ່​ລະ​ວັນ, ນັກ​ສິ​ລະ​ປະ​ການ ຫງວຽນ​ທິ​ເຕີມ ສະ​ຫງວນ​ເວ​ລາ​ສ່ວນ​ຫລາຍ​ໃຫ້​ອາ​ຊີບ​ຕ່ຳ​ແຜ່ນ​ແພ ຈາກ​ຂັ້ນ​ຕອນ​ເລືອກ​ເສັ້ນ​ຝ້າຍ​ຕະ​ຫລອດ​ຮອດ​ການ​ແຕ້ມ​ລວດ​ລາຍ,ຍ​້ອມ​ສີ… ເພື່ອ​ຮັກ​ສາ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຂ​ອງວົງ​ຕະ​ກຸນ  ແລະ ​ນຳ​ເອົາ​ເຄື່ອງ​ໝາຍ​ການ​ຄ້າ ແພ​ໄຫມ ຮ່າດົງ​ມາ​ເຖິງ​​ປະ​ຊາ​ຊົນ​ຢູ່ທ​ຸກ​ແຖ​ບ​ຖິ່ນ​ໃນ​ທົ່ວ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ.

ນັກສິລະປະການ ຫງວຽນທິເຕີມ ແລະ ເຄື່ອງໝາຍການຄ້າແພໄຫມຮ່າດົງ - ảnh 1
ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ແພ​ໄຫມ ຫວ້ານ​ຟຸກ
ພາບ:internet

        ປີນີ້ ປ້າ ຫງວຽນ​ທິ​ເຕີມ ມີ​ອາ​ຍຸ​ເກືອບ 60 ປີ​ແລ້ວ ແລະ ປ້າ​ກໍ​ແມ່ນ​ຜູ້​ທີ່​ຕິດ​ພັນ​ກັບ​ອາ​ຊີບ​ຕ່ຳ​ແພ​ໄຫມ​ມາ​ເປັນ​ເວ​ລາ​ຫລາຍ​ປີ. ​ໃນ​ຄາວ​ຍັງ​ນ້ອຍ, ຕອນເຊົ້າ​ແຕ່​ລະ​ມື້ ປ້າ​ເຄີຍ​ພ້ອມ​ກັບ​ແມ່, ເອື້ອຍ​​ຂອງ​ຕົນ ເອົາ​ແພ​ໄຫມ​​ອອກໄປ​ຕາກ​ຢູ່​ແຄມ​ຝັ່ງ​ແມ່​ນ້ຳ ເຍ້ (Nhue) ແລະ ​ຮອດຕອນ​ຄ່ຳ ປ້າ ​ນັ່ງ​ເບິ່ງ​ພ​ໍ່​ແຕ້ມ​ລວດ​ລາຍ​ເທິງແພ​ໄຫມ. ​ບໍ່​ຮູ້​ວ່າ ຄວາມ​ຮັກ​ທີ່​ປ້າ​ຕໍ່​ອາ​ຊີບ​ຕ່ຳ​ແພ​ໄຫມ​ທີ່​ເປັນ​ມູນ​ເຊື້ອນັ້ນ ໄດ້​ຊືມ​ເຂົ້າ​ຕົວ​ປ້າ​ແຕ່​ເວ​ລາ​ໃດ, ເມື່ອ​ເຕີບ​ໃຫຍ່​ຂຶ້ນ ປ້າ​ມີ​ຄວາມເຂົ້າ​ໃຈ​ຢ່າ​ງ​ຈະ​ແຈ້ງ​ກ່ຽວ​ກັບ​ຊີ​ວິດ, ກ່ຽວ​ກັບ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ແພ​ໄຫມກວ່າ, ປ້າ​ໄດ້​ຮັບ​ມອບ​ໝາຍ​ຫນ້າ​ທີ່ ແມ່ນ​ຜູ້​ຮັກ​ສາ​ອາ​ຊີບ​ຜະ​ລິດ​ແພ​ໄຫມ​ຂອງວົງ​ຕະ​ກຸນ, ນຳ​ເອົາ​ຜະ​ລິດ​ຕະ​ພັນ​ຂອງ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ແພ​ໄຫມ ຫວ້ານ​ຟຸກ ເຖິງ​ເພື່ອນ​ມິດ​ສາ​ກົນ. ດ້ວຍ​ຄວາມ​ຮັກ, ຄວາມ​ເມົາ​ມົວ​ກັບ​ອາ​ຊີບ ກໍ​ຄື​ຄວາມ​ດຸ​ຫມັ່ນ​ຂະ​ຫຍັນ​ພຽນ​ໃນ​ກວ່າ 40 ປີ​ເຮັດ​ອາ​ຊີບ​ຕ່ຳ​ ​ແພໄຫມ, ປ້າ​ເຕີມ ບໍ່​ຫວາດ​ຫວັ່ນ​ກັບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ເພື່ອ​ໄປ​ຖອດ​ຖອນ​ບົດ​ຮຽນ​ຢູ່​ຫລາຍ​ແຫ່ງ ນຳ​ເອົາ​ຄວາມ​ກ້າວ​ຫນ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ ມາ​ຊ່ວຍ​ໃຫ້​ໝູ່​ບ້າ​ນ​ອາ​ຊີບ​ຜະ​ລິດ​ອອກ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ແພ​ໄຫມ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ເອື້ອຍ ທາຍ​ມາຍ​ເຮືອງ, ລູກ​ຄ້າ​ຜູ້​ທີ່​ເຄີຍ​ມາ​ຊື້​ແພ​ໄຫມ ຫວ້ານ​ຟຸກ ໃຫ້​ຮູ້​ວ່າ:

        “ແພ​ໄຫມ​ຫວ້ານ​ຟຸກ ແມ່ນ​ຜະ​ລິດ​ຕະ​ພັນ​ທີ່​​ພວກ​ຂ້າ​ພະ​ເຈົ້າ​ມັກ​ທີ່​ສຸດ ແລະ ເຄີຍ​ຊື້​ມາ​ໃຊ້. ສຳ​ລັບ​ຄອບ​ຄົວ​ປ້າ​ເຕີມ, ຂ້າ​ພະ​ເຈົ້າ​ໄດ້ມາ​ຢ້ຽມ​ຢາມ ແລະ ຊື້​ແພ​ໄຫ​ມ​ເປັນ​ຫລາຍ​ເທື່ອ​ແລ້ວ. ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ປ້າ​ເຕີມ​ຜະ​ລິດ​ອອກ ລ້ວນ​ແຕ່​ມີ​ຄຸນ​ນະ​ພາບ​ດີ, ຮູບ​ແບບ​ງາມ.”

ນັກສິລະປະການ ຫງວຽນທິເຕີມ ແລະ ເຄື່ອງໝາຍການຄ້າແພໄຫມຮ່າດົງ - ảnh 2
ແຂກ​ຕ່າງ​ປະ​ເທດ​ຢ້ຽມ​ຢາມ​ໝູ່​ບ້ານ ​ຜະ​ລິດ​ແພ​ໄຫມ ຫວ້ານ​ຟ​ຸກ

        ບໍ່​ພຽງ​ແຕ່​ຊອກ​ຫາ, ຄົ້ນ​ຄ້​ວາ​ເພື່ອ​ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ແພ​ໄຫມ​​ທີ່​ມີ​ຄຸນ​ນະ​ພາບ​ສູງ​​ອອກ​ສູ່​ຕະ​ຫລາດ, ໂຮງ​ງານ​ຕ່ຳ​​ແພໄຫ​ມ​ຂອງ ປ້າ​ເຕີມ ຍາມ​ໃດ​ກໍ​ນຳ​ຫນ້າ​ໃນ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ຂອງ​ໝູ່​ບ້ານ​ອາ​ຊີບ ກໍ​ຄື ຂອງ​ທ້ອງ​ຖິ່ນ​ເຊັ​່ນ: ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ງານ​ຕະ​ຫລາດ​ນັດ​ແນະ​ນຳ​ຜະ​ລິດ​ຕະ​ພັນ​ຢູ່ ຮ່າ​ໂນ້ຍ, ເຫ້ວ, ກວ໋າງ​ນີງ… ແລະ ຢູ່​ຫລາຍ​ປະ​ເທດ​ອື່ນ​ຄື: ຝ​ລັ່ງ, ເຢຍ​ລະ​ມັນ, ສິງ​ກະ​ໂປ, ຈີນ.. ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 1000 ປີ​ແຫ່ງ​ທັງ​ລອງ ຮ່າ​ໂນ້ຍ, ຜະ​ລິດ​ຕະ​ພັນ​ແພ​ໄຫມ​ໂດຍ ປ້າ​ເຕີມ ຜະ​ລິດ ໄດ້​ຮັບ​ການ​ຄັດ​ເລືອກ​ເປັນ​ຂອງ​ຂວັນ​ມອບ​ໃຫ້​ແຂກ​ສາ​ກົນ​ມາ​ເຂົ້າ​ຮ່ວມ​ພິ​ທ​ີ​ສະ​ເຫລີມ​ສະ​ຫລອງ.  ປີ 2012, 2013, ຈາກ​ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ ປ້າ​ເຕີມ, ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຈຳ​ນວ​ນ​ຫນຶ່ງ​ໂດຍ​ຄອບ​ຄົວ​ປ້າ​ເຕີມ ຜະ​ລິດ ໄດ້​ຮັບ​ການຄັດ​ເລືອກ​ ​ຈາກ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ແມ່ນ​ຜະ​ລິດ​ຕະ​ພັນ​ດີ​ເດັ່ນ. ໃນ​ຫລາຍ​ປີ​ຜ່ານ​ມາ, ໂຮງ​ງານ​ຕ່ຳ​ແພ​ໄຫ​ມ​ຂອງ ປ້າ​ເຕີມ ແລະ ໝູ່​ບ້ານ​ຜະ​ລິດ​ແພ​ໄຫມ ຫວ້ານ​ຟຸກ ຕ້ອນ​ຮັບ​ແຂກ​ສາ​ກົນ ແລະ ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ ​ຈາກ​ບັນ​ດາ​ປະ​ເທດ ​ມາ​ຢ້ຽມ​ຢາມ​ນັບ​ພັນໆ​ເທື່ອ​ຄົນ .

        ໂດຍ​ແມ່ນ​ຜູ້​ທີ່​ເມົາ​ມົວ​ກັບ​ອາ​ຊີບ​ຕ່ຳ​ແພ​ໄຫມມາ​ເປັນ​ເວ​ລາ​ຫລາຍ​ປີ ແລະ ຢາກ​ເຮັດ​ໃຫ້​​ໝູ່​ບ້ານອາ​ຊີບນີ້​ນັບ​ມື້ນັບ​ພັດ​ທະ​ນາ, ປ້າ​ເຕີມ ໄດ້​ເປີດ​ບັນ​ດາ​ຊຸດ​ອົບ​ຮົມ ເພື່ອ​ຍົກ​ສູງ​ສີ​ມື​ໃຫ້​ຖັນ​ແຖວ​ນາຍ​ຊ່າງ​ຫນຸ່ມ. ເພື່ອນ ມາຍ​ແອງ, ຜູ້​ທີ່​ພວມ​ຮຽນ​ອາ​ຊີບ​ຕ່ຳ​ແພ​ໄຫມ​ໃຫ້​ຮູ້​ວ່າ:

        “ປ້າ ເຕີມ ມີ​ຄວາມ​ຮັກ ແລະ ເມົາ​ມົວ​ກັບ​ອາ​ຊີບນີ້​ທີ່​ສຸດ. ຍາ​ມ​ໃດ​ປ້າ ກໍ​​ສ​ຸດ​ອົກ​ສຸດ​ໃຈ​ສອນ​ບັນ​ດາ​ຂັ້ນ​ຕອນ​ຜະ​ລິດ​ແພ​ໄຫ​ມໃຫ້​ພວກ​ນ້ອງ​ຢ່າງ​ລະ​ອຽດ. ຜ່ານ​ບັນ​ດາ​ບົດ​ຮຽນ​ຈາກ​ປ້າ​ເຕີມ, ພວກ​ນ້ອງ ຍິ່ງ​ມີ​ຄວາມ​ຮັກ​​ອາ​ຊີບກວ່າ ແລະ ຢາກ​ສືບ​ທອດ​ອາ​ຊີບ​ທີ່​ຄົນ​ລຸ້ນກ​ອ່ນ​ປະ​ໄວ້ ແລະ ເຮັດ​ໃຫ້​ອາ​ຊີບນີ້​ພັດ​ທະ​ນາກວ່າ.”

        ບໍ່​ພຽງ​ແຕ່​ແມ່ນ​ຜູ້​ສ​ືບ​ທອດ ແລະ ເຮັດ​ໃຫ້​ອາ​ຊີບ​ຕ່ຳ​ແພ​ໄຫມ​ຢູ່ ໝູ່​ບ້ານອາ​ຊີບ ຫວ້ານ​ຟຸກ ພັດ​ທະ​ນາ ເທົ່າ​ນັ້ນ, ປ້າ ເຕີມ ຍັງ​ແມ່ນ​ຜູ້​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ວຽກ​ງານ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ສັງ​ຄົມ​ອີກ​ດ້ວຍ. ທ່ານ​ນາງ ໂດ​ທິ​ຮ່າ, ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຕາ​ແສງ ຫວ້ານ​ຟຸກ ເມືອງ ຮ່າ​ດົງ ໃຫ້​ຮູ້​ວ່າ​: ເອື້ອຍ​ເຕີມ ໄດ້​ປະ​ກອບ​ສ່ວນບໍ່​ຫນ້ອຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ໝູ່​ບ້ານ​ອາ​ຊີບ​ຂອງ​ທ້ອ​ງ​ຖິ່ນ ກໍ​ຄື​ແກ້​ໄຂວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ຫລາຍ​ຄົນ, ປະ​ກອບ​ສ່ວນ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ສວຍ​ງາມ.

        ຄຽງ​ຄູ່​ກັບ​ການ​ຮັກ​ສາ​ສິ່ງຍອດ​ຢ້ຽມ​ຂອງ​ອາ​ຊີ​ບ​ທີ່​ເປັນ​ມູນ​ເຊື້ອ, ນັກ​ສິ​ລະ​ປະ​ການ ຫງວຽນ​ທິ​ເຕີມ ໄດ້ອຸ​ທິດ​ສ່ວນ​ໝົດ​ກຳ​ລັງ​ເຫື່ອ​ແຮງ​ຂອງ​ຕົນ ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ແພ​ໄຫ​ມ​ໃຫມ່ ເພື່ອ​ສືບ​ທອດ​ໃຫ້​ຄົນ​ລຸ້ນ​ຫລັງ ດ້ວຍ​ຄວາມ​ຫວັງ​ຢາກເຮັດ​ໃຫ້​ເຄື່ອງ​ໝາຍ​ການ​ຄ້າ​ ແພ​ໄຫມ ຮ່າ​ດົງ ນັບ​ມື້​ນັບ​ພັດ​ທະ​ນາກວ່າ.

               

 

ຕອບກັບ

ຂ່າວ/ບົດ​ອື່ນ