ນັກສິລະປະການ ຮ່າໂນ້ຍ ອະນຸລັກຮັກສາສິ່ງຍອດຍິ່ງຂອງອາຊີບຕີເງິນ

(vovworld) ຊາວ ຮ່າ​ໂນ້ຍ ມີ​​​ຄຳ​ເວົ້າວ່າ “ເຄື່ອງ​ປັ້ນ​ດິ​ນ​ເຜົ່າ​ຢູ່​ບາດ​ຈ່າງ, ເງິນ ດິ້ງ​ກົງ, ທອງ ຫງູ​ຊ໋າ”. ໃນ​ນັ້ນ, ອາ​ຊີບ​ຕີ​ເງິນ​​ຕີຄຳ ຢູ່​ດິ້ງ​ກົງ ​ມີ​ປະ​ຫວັດມາ​ແຕ່​ດົນ​ນານ​ແລ້ວ. ເພື່ອ​ແນ​ໃສ່​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ອາ​ຊີບ​​ຕີເງິນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໝູ່​ບ້ານ ດິ້ງ​ກົງ​ໄວ້, ນັກ​ສິ​ລະ​ປະ​ການ​ປະ​ຊາ​ຊົນ ​ແກ້ວກວັນ​​ຫຽວ ໄດ້ ແລະ ພວມ​ພະ​ຍາ​ຍາມ​ຮັກ​ສາ​​ຂະ​ແໜງອາ​ຊີບ​​ສິ​ລະ​ປະຫັດ​ຖະ​ກຳ​​ໂດຍລຸ້ນ​ພໍ່​ລຸ້ນ​ອ້າຍ​​ປະ​ໄວ້​ໃຫ້. ບົດ​ຂຽນ​ຂອງ ຖູຍ​ຕຽນ - ແທງ​ງາ, ນັກ​ຂ່າວ VOV.

ນັກສິລະປະການ ຮ່າໂນ້ຍ ອະນຸລັກຮັກສາສິ່ງຍອດຍິ່ງຂອງອາຊີບຕີເງິນ - ảnh 1
ບັນ​ດາ​ນັກ​ສິ​ລະ​ປະ​ການ ເມົາ​ມົວ​ກັນ ອາ​ຊີບ​ຕີ​ເງິນ

        ​ເມື່ອພົບ​ປະ​ກັບ​ນັ​ກ​ສິ​ລະ​ປະ​​ການ ແກ້ວກວັນ​ຫຽວ ຢູ່​ຮ້າ​ນ​ແນະ​ນຳ​ຜະ​ລິດ​ຕະ​ພັນ​ເຮັດ​ດ້ວຍ​ເງິນ ດິ້ງ​ກົງ ​ເຊິ່ງ​ຕັ້ງ​ຢູ່​ຮ່ອມ​ 18, ຖະ​ໜົນ ດິ້ງ​ກົງ​ເທື້ອງ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ຮັບ​ຟັງ​ຄຳ​ໃນ​ໃຈ​ຂອງ​ລຸງ​ກ່ຽວ​ກັບ​ອາ​ຊີບ​ດັ່ງ​ກ່າວ.

        ພ້ອມ​ກັບ​ຄວາມ​ສຸດ​ຈິດ​ສຸດ​ໃຈ ແລະ ຄວາມ​ເມົາ​ມົວ​ກັບ​ອາ​ຊີບຕີ​ເງິນ, ໃນ​ຄອບ​ຄົວ​ຂອງ​ນັກ​ສິ​ລະ​​ປະ​ການ​ຍັງ​ບໍ່​ທັນ​ມີ​ຍາມ​ໃດ​ທີ່​ຈະ​ຫ່ຽວ​ແຫ້ງສຳ​ລັບ​ລຸງ ຫຽວ ແລະ ​ເມຍ​ແລ້ວ​, ເລື່ອງ​ສືບ​ທອດ ແລະ ຮັກ​ສາ​ອາ​ຊີບ​​ແມ່​ນ​ເລື່ອງ​​ທີ່​ແນ່ນອນ​ຢູ່​ແລ້ວ:

        “ໝູ່​ບ້ານ​ ດິ້ງ​ກົງ ມີ​ມູ​ນ​ເຊື້ອ​ຕີເງິນ​​ມາເປັນ​ເວ​ລາ​ປະ​ມານ 800 ປີ. ພໍ່​ແມ່, ປູ່ຍ່າ​ຕາ​ຍາຍ ຍັງ​​ປະ​ກອບອາ​ຊີບ​ນີ້ຢູ່, ນັບ​ແຕ່​ຄາວ​ຍັງ​ນ້ອຍ ຂ້າ​ພະ​ເຈົ້າ​ກໍ່​ໄດ້​້​ເຮັດ​ວຽກ​ຊ່ວຍ​ພໍ່​ແມ່. ນັ້ນ​ແມ່ນ​ຄວາມ​ເມົາ​ມົວ, ນັບ​ຕັ້ງແຕ່​​​ແລກ​ເກີດກໍ່​ມີ​​ຍີນຂອງ​ຄອບ​ຄົວ​​ທີ່ເຮັດ​ອາ​ຊີບ​ຕີເງິນ​ຫັດ​ຖະ​ກຳ​ຢູ່​ແລ້ວ. ຂ້າ​ພະ​ເຈົ້າ​ມີ​ຄວາ​ມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດລູກ​ຊາຍ​ກົກ​ກໍ່​ສືບ​ທອດ​ອາ​ຊີບ​ນີ້. ພ້ອມ​ກັບ​ທັງ​ສອງ​ຜົວ​ເມຍ​ນັບ​ທັງລູກ​ຊາຍ​ຜູ້​ທີ​ສ​ອງ​ທີ່ເປັນ​ລັດ​ຖະ​ກອນ ແຕ່​​ວ່າຕອນ​ຄ່ຳ​ກໍ່​ຍັງ​​ໄດ້ຊ່ວຍ​ພໍ່​ແມ່​ຢູ່.”

        “ນັບ​ແຕ່​ມີ​ແຕ່ງ​ງານກ​ັບ​ອ້າຍ​ຫຽວ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ລາວ​ໄດ້​ສຸ​ດ​ຈິດ​ສຸດ​ໃຈ, ເມົາ​ມົວ​ກັບ​ອາ​ຊີບ​ທີ່​ປູ​ຍ່າ​ຕາ​ຍາຍ​​ປະ​ໄວ້ໃຫ້”

        ຍາມ​ໃດລ​ຸງ ຫຽວ ​ກໍ່​ຄິດ​ເຖິງ​ເລື່ອງ, ເຮັດ​ແນວ​ໃດ​​ເພື່ອໃຫ້​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ຂອງ​ຄ​ອບ​ຄົວ​ຕົນ ກໍ່​ຄື​ບັນ​ດາ​ຈຸດ​​ວັດ​ທະ​ນະ​ທຳທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ​ທີ່​ໄດ້​ບັນ​ລຸ​​ໃນ​ເຄື່ອງ​ເງິນ​ດັ່ງ​ກ່າວ​ເພື່ອ​ໃຫ້ຫຼາຍ​ຄົນ​ໄດ້ຮູ້​ຈັກ​ເຖິງ​:

        “ອາ​ຊີບ​ຂອງ​ຕົນ​​ພັດ​ແມ່ນ​ອາ​ຊີບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ມີ​ຄວາມລະ​ມັດ​ລະ​ວັງ ແລະ ລະ​ອຽດ​ລະ​ອ​ໍ. ​ເມື່ອ​ຜະ​ລິດ​ຕະ​ພັນ​ຖືກ​ນຳ​ໄປ​ຈຳ​ໜ່າຍຮອດ​​ໃສເຂົາ​ເຈົ້າ​ກໍ່​ມັກ, ກໍ່​ນິ​ຍົມ ແລະ ຊົມ​ເຊີຍ​ຄວາມ​​ຍອດ​ຍິ່ງຂອງ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ເງິນນີ້ທີ່​ສຸດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ຍັງ​ມີຫຼາຍ​ຄົນ​ບໍ່​ທັນຮູ້​ຈັກ​ເຖິງ​ຜະ​ລິດ​ຕະ​ພັນ​ດັ່ງ​ກ່າວນີ້​ເທື່ອ, ດັ່ງ​ນັ້ນ​ຂ້າ​ພ​ະ​ເຈົ້າ​ຕ້ອງ​ອີງ​​ໃສ່ເສດ​ຖະ​ກິດ​ຕະຫຼາດ ແລະ ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າທີ່​ຢູ່​ອ້ອມ​ແອ້ມ, ບວກກັບ​ຫົ​ວ​ຄິດ​ປະ​ດິດ​ສ້າງ ແລະ ສີ​ມື​ທີ່ມີ​ຢູ່​ແລ້ວ​ເພື່​ອ​ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ແບບໃໝ່​”

ນັກສິລະປະການ ຮ່າໂນ້ຍ ອະນຸລັກຮັກສາສິ່ງຍອດຍິ່ງຂອງອາຊີບຕີເງິນ - ảnh 2
ບັນ​ດາ​ຜະ​ລິດ​ຕະ​ພັນ​ເຮັດ​ດ້ວຍ​ເງິນ


       
ດ້ວຍ​ຄວາມ​​ປະ​ຖະ​ໜາ​ຢາກ​ໃຫ້ບັນ​ດາ​ຄວາມ​ຮູ້ ແລະ ເຕັກ​ນິກ​​ຂອງ​ອາ​ຊີບ​ຕີ​ເງິນ ໄດ້​ຮັບ​ການ​ເປີດ​ກ້​ວາງ, ​ເຖິງ​​ໄວ​ໜຸ່ມ, ລຸງ ຫຽວ ໄດ້​ຖ່າຍ​ທອດ​ອາ​ຊີບນີ້ໃຫ້​​ນາຍ​ຊ່າງເກືອບ 170 ຄົນ, ໃນ​ນັ້ນ​ມີຫຼາຍ​ຄົນ​​ລຸງໄດ້​ສອນ​ໃຫ້​ໂດຍບໍ່​​ເກັບ​ເງິນ​:

        “​ໃນ​ເມື່ອ​ກ່ອນ, ຄື​ສະ​ໄໝລ່າ​ເມືອງ​ຂຶ້ນ ຝ​ຣັ່ງ ຄອບ​ຄອງມີ​ຄອບ​ຄົວ​ທີ່​ເຮັດ​ອາ​ຊີບ​ມູນ​ເຊື້ອນີ້ໃນ​ໝູ່​ບ້ານ​​ເຖິງ 50 60%. ​ພາຍຫຼັງ​ສັນ​ຕິ​ພາບ​ໄດ້​ກັບ​ຕ່າວ​ຄືນ​ມາ ຍ້ອນ​​ເຫດ​ຜົນ​ທີ່​ເງິນ​ຄຳ ແລະ ເຄື່ອງ​ເອ້​ຢ້ອງຖືກຮັດ​ແຄບ​ເຂົ້າ, ສະ​ນັ້ນ​ອາ​ຊີບນີ້​ຖືກສູນ​ຫາຍ​ໄປ​. ຊາວ​ໜຸ່ມ​ໃນ​ໝູ່​ບ້ານ​ເຕີບ​ໃຫຍ່​ຂຶ້ນໂດຍ​ປາ​ສະ​ຈາກມີຄວາມ​ສ​ຳ​ນຶກ ກ່ຽວ​ກັບ​ອາ​ຊີບ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ​. ຢາກ​​ໃຫ້​ມີ​ຄວາມຄົງ​ຕົວ, ​ມີ​ການຮັກ​ສາ ແລະ ພັດ​ທະ​ນາ​ຕ້ອງ​ມີ​ການ​ຮ່ວມ​ມື​ກັບ​ສຳ​ພັນທະ​ພາບສະ​ຫະ​ກອນ ແລະ ​ສຳ​ພັນ​ທະ​ພາບ​ຊາວ​ໜຸ່ມ​ໃນ​ບ້ານ, ​ໃນ​ເມືອງ. ບໍ່​ພຽງ​ແຕ່​ໃນຄອບ​ຄົວຂ​້າ​ພະ​ເຈົ້າ​ເທົ່າ​ນັ້ນ ຫາກ​ເພື່ອນ​ມິດ​ຂອງ​ຂ້າ​ພະ​ເຈົ້າ​ກໍ່​ຢາກ​ເປີດ​ກ້​ວາງ ເພື່ອ​ຮັກ​ສາ ແລ​ະ ພັດ​ທະ​ນາ​ອາ​ຊີບ.”

        ມີ​​ນາງ​ຊ່າງເກືອບ 170 ຄົນ​ໄດ້​​ຮຽນ​ອາ​ຊ​ີບ​ຕີ​ເງິນຈາກ​ນັກ​ສິ​ປະ​ລະ​ການ ຫ​ຽວ, ແຕ່​ຍ້ອນ​ສາຍ​ເຫດຫຼາຍຢ່າງ ແລະ ການດ​ຳ​ລົງ​ຊີ​ວິດດັ່ງ​ນັ້ນຈຶ່ງ​ມີຫຼາຍ​ຄົນ​ບໍ່​​ໄດ້​ຜູກ​ພັນ​ກັບ​ອາ​ຊີບ​​ດັ່ງ​ກ່າວ. ເອື້ອຍ ເວືອງ​ທິ​ລານ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ໄດ້​ຮຽນ​ອາ​ຊີບ​ຕີ​ເງິນ​ຈາກ​ລຸງ ຫຽວ, ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ອາ​ຊີບ​ຕີ​ເງິນ​ຈາກ​ລຸງ​ຫຽວ ​ໃນຊ່ວງ​ເວ​ລາ​ໃດ​ໜຶ່ງຫຼັງ​ຈາກນັ້ນ​ແມ່ນ​​ໄດ້ຮຽນ​​ນຳລູກ​ຊາຍ​ຂອງ​ລຸງ ເປັນ​ເວ​ລາ​ກ່​ວາ 1 ປີ​ມາ​ນີ້. ​ໃນເວ​ລາ​ຮຽນ​ນຳ​ລຸງ, ລຸງ​ໄດ້​ບອກ​ສອນ​ຢ່າງ​ສ​ຸດ​ຈິດ​ສຸດ​ໃຈ​​ນັບ​ແຕ່ບັນ​ດາ​ສິ່ງ​​ທີ່ນ້ອຍ​ທີ​່​ສຸດ, ສິ່ງ​ທີ່​ຕົນ​ເອງ​ຍັງບໍ່​ທັນ​​ເຮັດ​ໄດ້​ລຸງກໍ່​ໄດ້​​ສອນ​ໃຫ້​ຢ່າງລະ​ອຽດ​ທີ່​ສຸດ​ເພື່ອ​ໃຫ້​ຕົນ​ເອງ​ກຳ​ໄດ້.”

        ນັກ​ສິ​ລະ​ປະ​ການ ​ແກ້ວກວັນ​ຫຽວ ຍາມ​ໃດ​ກໍ່​ປາດ​ຖະ​ໜາ​ຢາກ​ຮັກ​ສາ​ອາ​ຊີບ​ຕີ​ເງິນ​ໄດ້ເພື່ອ​ໃຫ້​​ອາ​ຊີບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງນະ​ຄອນຫຼວງ ຮ່າ​ໂນ້ຍ ບໍ່​ຖືກ​ສູນ​ເສຍ​ໄປ. ພາຍຫຼັງເປັນ​ເວ​ລາເກືອບ 50 ປີ​​ທີ່​ໄດ້​ເຮັດ​ອາ​ຊີບນີ້, ບັນ​ດາ​ການ​ປະ​ກອບ​ສ່ວນ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ນັກ​ສິ​ລະ​ປະ​ການ ​ແກ້ວກວັນ​ຫ​ຽວ ໄດ້​ຮັບ​ການ​ຮັບ​​ຮູ້ຈາກ​ລັດ ແລະ ນະ​ຄອນ. ບັນ​ດາ​ຜະ​ລິດ​ຕະ​ພັນ​​ຂອງລຸງ​​ແມ່ນ ນັບ​ມື້​ນັບ​ໄດ້​ຮັບ​​ຄວາມ​ນິ​ຍົມ​ຊົມ​ຊອບ,  ຍ້ອງ​ຍໍ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຊົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.


ຕອບກັບ

ຂ່າວ/ບົດ​ອື່ນ