ນັກຮຽນ, ນັກສຶກສາຫວຽດນາມ ກັບວັນຝລັ່ງໂກໂຟນີ

(VOVWORLD) -ເປັນຄັ້ງທຳອິດ, ທີ່ເຫດການຝລັ່ງໂກໂຟນີ ຂະໜາດໃຫຍ່ທີ່ມີຊື່ວ່າ “ສີສັນຝລັ່ງໂກໂຟນີ” ໄດ້ຮັບການຈັດຕັ້ງຢູ່ເຂດອະນຸສາວະລີ ລີ໊ທ໊າຍໂຕ, ເມືອງຮ່ວານກ໊ຽມ, ຮ່າໂນ້ຍ ໃນລະຫວ່າງວັນທີ 15 – 16 ມີນາ 2019.

ນັກຮຽນ, ນັກສຶກສາຫວຽດນາມ ກັບວັນຝລັ່ງໂກໂຟນີ - ảnh 1ວັນຝລັ່ງໂກໂຟນີ

(ພາບ: hanoimoi.com.vn)

ເຫດການໂດຍກະຊວງການຕ່າງປະເທດຫວຽດນາມ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ກຸ່ມບັນດາສະຖານທູດ, ຄະນະຜູ້ປະຕິບັດງານ ແລະ ອົງການຈັດຕັ້ງສາກົນທີ່ໃຊ້ພາສາຝລັ່ງ ປະຈຳຮ່າໂນ້ຍ ສົມທົບກັນຈັດຕັ້ງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຝລັ່ງໂກໂຟນີ (20 ມີນາ). ນີ້ແມ່ນໂອກາດເພື່ອໃຫ້ມະຫາຊົນເຫັນໄດ້ພະລັງຊີວິດ ແລະ ຄວາມຂະຫຍັນຂັນເຄື່ອນຂອງປະຊາຄົມໃຊ້ພາສາຝລັ່ງ ຢູ່ຫວຽດນາມ, ພິເສດແມ່ນບັນດານັກຮຽນ, ນັກສຶກສາ.

        ວັນຝລັ່ງໂກໂຟນີ ແມ່ນໂອກາດເພື່ອໃຫ້ບັນດາຜູ້ໃຊ້ພາສາຝລັ່ງ ຢູ່ທົ່ວ 5 ທະວີບ ເຊີດຊູຄວາມງາມຂອງພາສາຝລັ່ງ ແລະ ວັດທະນະທຳທີ່ມີສີສັນຫຼາກຫຼາຍໃນປະຊາຄົມໃຊ້ພາສາຝລັ່ງ ຜ່ານການເຄື່ອນໄຫວອຸດົມສົມບູນ, ຫຼາຍຮູບຫຼາຍແບບ. ພິທີສະເຫຼີມສະຫຼອງວັນຝລັ່ງໂກໂຟນີ ຢ່າງເປັນທາງການ ໄດ້ດຳເນີນໃນຕອນຄ່ຳວັນທີ 15 ມີນາ, ດ້ວຍລາຍການສະແດງສິລະປະທີ່ມີສີສັນຫຼາກຫຼາຍ ແລະ ສ້າງຄວາມປະທັບໃຈ, ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນຫວຽດນາມ ແລະ ຕ່າງປະເທດ, ພ້ອມກັບບັນດານັກສຶກສາໃຊ້ພາສາຝລັ່ງ. ເນື່ອງໃນໂອກາດນີ້, ລາງວັນກິຕິມະສັກ ແລະ ລາງວັນຊາວໜຸ່ມຂອງກຸ່ມບັນດາສະຖານທູດ, ຄະນະປະຕິບັດງານ ແລະ ອົງການຈັດຕັ້ງສາກົນໃຊ້ພາສາຝລັ່ງ ໄດ້ມອບໃຫ້ 2 ສ່ວນບຸກຄົນ ເພື່ອແນໃສ່ເຊີດຊູບັນດາການປະກອບສ່ວນຂອງເຂົາເຈົ້າໃຫ້ແກ່ພາສາຝລັ່ງ ແລະ ບັນດາຄຸນຄ່າຂອງປະຊາຄົມໃຊ້ພາສາຝລັ່ງ. ທ່ານນາງ Lucile Bruand, ທູດຮ່ວມມືດ້ານການສຶກສາຂອງສະຖານທູດຝລັ່ງ ປະຈຳຫວຽດນາມ, ໃຫ້ຮູ້ວ່າ.

        “ກຸ່ມບັນດາສະຖານທູດຝລັ່ງ ປະຈຳຫວຽດນາມ ໄດ້ມີລາງວັນເພື່ອມອບໃຫ້ 2 ຄົນເນື່ອງໃນໂອກາດວັນຝລັ່ງໂກໂຟນີ, ຜູ້ໜຶ່ງແມ່ນນັກສຶກສາຮຽນຂະແໜງແພດສາດ ຢູ່ເຫ້ວ ແລະ ອີກຜູ້ໜຶ່ງແມ່ນຄູສອນພາສາຝລັ່ງ ທີ່ໄດ້ສະຫງວນຕະຫຼອດຊີວິດຂອງຕົນໃຫ້ແກ່ການໂຄສະນາພາສາຝລັ່ງ ແລະ ມາຮອດປະຈຸບັນຍັງສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າ”.

        ໃນວັນທີ 16 ມີນາ, ມີຮ້າງວາງສະແດງ ແລະ ຂາຍສິນຄ້າປະມານ 60 ຮ້ານທີ່ມາຈາກສະຖານທູດ, ອົງການຈັດຕັ້ງໃຊ້ພາສາຝລັ່ງ, ບັນດາໂຮງຮຽນສຶກສາສາມັນ ແລະ ມະຫາວິທະຍາໄລມີການສອນພາສາຝລັ່ງ, ບັນດາອົງການ ແລະ ຄູ່ຄ້າເຂົ້າຮ່ວມ ໄດ້ນຳມາເຊິ່ງຂ້ໍມູນຂ່າວທີ່ມີປະໂຫຍດຫຼາຍຢ່າງ ແລະ ບັນດາການເຄື່ອນໄຫວທາງດ້ານອາຫານການກິນ ແລະ ການລະຫຼີ້ນທີ່ອຸດົມສົມບູນ. ພ້ອມກັບບັນດາການເຄື່ອນໄຫວບັນເທິງອື່ນຄື: ການສະແດງສິລະປະລະຄອນ, ການຟອນລຳທຳເພງ ໂດຍບັນດານ້ອງນັກຮຽນ ແລະ ນັກສຶກສາໃຊ້ພາສາຝລັ່ງ ສະແດງ; ການເສັງຄວາມຮູ້ດ້ວຍພາສາຝລັ່ງ; ບັນດາການລະຫຼີ້ນດ້ານການສຶກສາ… ເຂົ້າຮ່ວມເຫດການ, ເພື່ອນ ມິງແອັງ, ນັກສຶກສາພະແນກພາສາຝລັ່ງ ຂອງສະຖາບັນການຕ່າງປະເທດ, ໄດ້ແບ່ງປັນວ່າ.

        “ພວກຂ້າພະເຈົ້າເຂົ້າຮ່ວມດ້ວຍຄວາມກະຕືລືລົ້ນ, ກໍຄືໄດ້ປະກອບສ່ວນສະແດງບັນດາລາຍການສິລະປະເພື່ອສະເຫຼີມສະຫຼອງວັນຝລັ່ງໂກໂຟນີ. ປີນີ້, ບັນດາອົງການຈັດຕັ້ງໃຊ້ພາສາຝລັ່ງມີການເຄື່ອນໄຫວຫຼາຍຢ່າງສຳລັບນັກສຶກສາ ເພື່ອພົບປະແລກປ່ຽນ, ໃນນັ້ນມີລາຍການໄດ້ຮັບການຈັດຕັ້ງຢູ່ເຂດອະນຸສາວະລີ ລີ໊ທ໊າຍໂຕ. ຂ້າພະເຈົ້າຕີລາຄາວ່າ, ນີ້ແມ່ນການເຄື່ອນໄຫວທີ່ໃໝ່ອ່ຽມ ແລະ ດຶງດູດໃຈໃນປີນີ້”.

        ແລະກໍ່ໃນວັນທີ 16 ມີນາ, ເປັນຄັ້ງທຳອິດທີ່ມີການເຄື່ອນໄຫວ “ເຊື່ອມຕໍ່ອ້ອມແຂນໃຫຍ່ຂອງການນຳໃຊ້ພາສາຝລັ່ງ” ໄດ້ຮັບການຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງນັກຮຽນ, ຮັກສຶກສາພວມຮຽນພາສາຝລັ່ງ 1.000 ຄົນ. ບັນດາເພື່ອນເຫຼົ່ານັ້ນໄດ້ພ້ອມກັນນຸ່ງເສື້ອຢຶດມີ 5 ສີຂອງປະຊາຄົມທີ່ໃຊ້ພາສາຝລັ່ງ, ຈັດລຽນຕາມຮູບ logo ຂອງອົງການຝລັ່ງໂກໂຟນີ, ຢູ່ອ້ອມເຮືອນ 8 ແຈ ທາງຫຼັງອະນຸສາວະລີ ລີ໊ທ໊າຍໂຕ, ຈັບມືກັນສ້າງເປັນລະບົບສີສັນຂອງຝລັ່ງໂກໂຟນີ ຢ່າງມີຊີວິດຊີວາ ຢູ່ລຽບຕາມຖະໜົນ ເລແທັກ. ທ່ານນາງ Lucile Bruand, ໃຫ້ຮູ້ຕື່ມອີກວ່າ.

        “ພວກຂ້າພະເຈົ້າໄດ້ເຕົ້າໂຮມບັນດາໂຮງຮຽນສຶກສາສາມັນ, ກໍຄືບັນດາມະຫາວິທະຍາໄລ ທີ່ມີການສິດສອນພາສາຝລັ່ງ ເຂົ້າໃນເຫດການນີ້. ເປົ້າໝາຍຂອງພວກຂ້າພະເຈົ້າ ແມ່ນເຮັດແນວໃດເພື່ອສ້າງຄວາມໂດດເດັ່ນໃນວຽກງານປະຈຳວັນຂອງການສິດສອນພາສາຝລັ່ງ ຢູ່ຮ່າໂນ້ຍ ແລະ ຫວຽດນາມ, ເຖິງວ່ານັ້ນແມ່ນສູນວັດທະນະທຳຝລັ່ງ, ບັນດາສູນສອນພາສາຝລັ່ງ ຫຼື ຢູ່ໃນບັນດາໂຮງຮຽນກໍ່ຕາມ. ໃນລາຍການຍັງມີການເຂົ້າຮ່ວມຂອງບັນດານັກຮຽນທີ່ຮຽນຢູ່ຊັ້ນປະຖົມ ຕະຫຼອດຮອດນັກສຶກສາທີ່ຮຽນຢູ່ຊັ້ນມະຫາວິທະຍາໄລ”.

ນັກຮຽນ, ນັກສຶກສາຫວຽດນາມ ກັບວັນຝລັ່ງໂກໂຟນີ - ảnh 2 ເຄັກ 25 ຊັ້ນ

(ພາບ: hanoimoi.com.vn)

        ພິເສດ, ໃນຕອນເຊົ້າວັນທີ 16 ມີນາ, ອົງການຈັດຕັ້ງຂອງມະຫາວິທະຍາໄລທີ່ໃຊ້ພາສາຝລັ່ງ ໄດ້ດຳເນີນພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງຫ້ອງການປະຈຳຫວຽດນາມ, ດ້ວຍການຕັດເຄັກ 25 ຊັ້ນ, ເຊື້ອເຊີນທຸກຄົນເຂົ້າຮ່ວມ. ພ້ອມກັນນັ້ນແມ່ນການເຄື່ອນໄຫວມອບລາງວັນໃຫ້ບັນດານັກຮຽນຮ່າໂນ້ຍ ທີ່ຍາດໄດ້ລາງວັນໃນການເສັງພາສາຝລັ່ງລະດັບຊາດ…

        ໃນຕະຫຼອດເດືອນມີນາ 2019, ເພື່ອຕອບສະໜອງວັນຝລັ່ງໂກໂຟນີ ຢູ່ຫວຽດນາມ ແມ່ນມີການເຄື່ອນໄຫວວັດທະນະທຳ, ສຶກສາຫຼາຍຢ່າງ ແລະ ບັນດາວັນບຸນກໍ່ໄດ້ຮັບການຈັດຕັ້ງຢູ່ບັນດາໂຮງຮຽນສຶກສາສາມັນ, ມະຫາວິທະຍາໄລ ແລະ ບັນດາສະໂມສອນໃຊ້ພາສາຝລັ່ງ. ນີ້ແມ່ນໂອກາດເພື່ອເຊີດຊູພາສາຝລັ່ງ ແລະ ຄຸນຄ່າບັນດາພື້ນຖານວັດທະນະທຳຂອງບັນດາປະເທດສະມາຊິກໃນປະຊາຄົມຝລັ່ງໂກໂຟນີ, ກໍ່ຄືຍົກສູງພາບພົດ, ທີ່ຕັ້ງບົດບາດຂອງຫວຽດນາມ ໃນປະຊາຄົມຝລັ່ງໂກໂຟນີ ແລະ ໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ