ນາຍຄູດີເດັ່ນ ຫງວຽນຈ້ອງຫວີງ - ພົນລະເມືອງດີເດັ່ນຂອງນະຄອນຫລວງຮ່າໂນ້ຍ

(vovworld)- 25 ປີ​ຜ່ານ​ມາ, ​ນາຍ​ຄູ​ດີ​ເດັ່ນ ຫງວຽນ​ຈ້ອງ​ຫວີງ, ປະ​ທານ​ສະ​ພາ​ບໍ​ລິ​ຫານ ໂຮງ​ຮຽນ ຫງວຽນ​ຊຽວ ຮ່າ​ໂນ້ຍ ພ້ອມ​ກັບ​ຄູ​ອາ​ຈານ​ຫລາຍ​ລຸ້ນ​ຄົນ ໄດ້​ມີ​ການ​ປ່ຽນ​ໃຫ​ມ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຢ່າງບໍ່​ຢຸດຢັ້ງ ແລະ ພັດ​ທະ​ນາ​ລະ​ບົບ​ໂຮງ​ຮຽນ​ປະ​ຖົມ, ໂຮງ​ຮຽນ​ມັດ​ຕະ​ຍົມ​ຕອນ​ຕົ້ນ ແລະ ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ​ ຫງວຽ​ນ​ຊຽວ ກາຍ​ເປັນ​ໂຮງ​ຮຽນ​ມີ​ຄຸນ​ນະ​ພາບ​ສູງ​ທີ່​ມີ​ຊື່​ສຽງ​ຂອງ​ຮ່າ​ໂນ້ຍ. ດ້ວຍ​ຮູບ​ແບບ​ການ​ສຶກ​ສາ “ໂຮງ​ຮຽນ​ບໍ​ລິ​ການ​ການ​ສຶກ​ສາ​ມີ​ຄຸນ​ນະ​ພາບ​ສູງ”, ໂຮງ​ຮຽນ ຫງວຽນ​ຊຽວ ໄດ້​ສິດ​ສອນ​ໃຫ້​ນັກ​ຮຽນ​ຫລາຍ​ລຸ​້ນ​ຄົນ​ມີ​ຄຸນ​ນະ​ພາບ​ສູງ​ຕາມ​ທິດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ນາຍຄູດີເດັ່ນ ຫງວຽນຈ້ອງຫວີງ - ພົນລະເມືອງດີເດັ່ນຂອງນະຄອນຫລວງຮ່າໂນ້ຍ - ảnh 1
ນາຍ​ຄູດີ​ເດັ່ນ ຫງວຽນ​ຈ້ອງ​ຫວີງ
ພາບ: ອິນ​ເຕີ​ແນັດ

        ປີນີ້, ເຖິງວ່າ ມີ​ອາ​ຍຸ 81 ປີ ແລ້ວ, ແຕ່​ນາຍ​ຄູດີ​ເດັ່ນ ຫງວຽນ​ຈ້ອງ​ຫວີງ ຍັງ​ສືບ​ຄວາມ​ເມົາ​ມົວ​ອຸ​ທິດ​ສ່ວນ​ຈົນ​ສຸດ​ຄວາມ​ສາ​ມາດ​ຂ​ອງ​ຕົນ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ຄົນ. ກ່ອນນີ້ ¼ ສັດ​ຕະ​ວັດ, ພາຍ​ຫລັງ​ສິ້ນ​ສຸດ​ຫນ້າ​ທີ່​ໃນ​ກອງ​ທັບ, ເດືອນ 9/1991, ທ່ານ​ພ້ອມ​ກັບ​ເມຍ​ຂອງ​ຕົນ ແມ່ນ​ເອື້ອຍ​ຄູ ເຢືອງ​ທິ​ທີ້ງ ສ້າງ​ຕັ້ງ​ໂຮງ​ຮຽນ​ດ້ວຍ​ຊື່​ຂອງ​ນັກ​ວັດ​ທະ​ນະ​ທຳ ຫງວຽນ​ຊຽວ. ຫວ​ນ​ຄືນ​ຊ​ຸມມື້​ຕົ້ນ​ແຫ່ງ​ການສ້າງ​ຕັ້ງ​ໂຮງ​ຮຽນ, ຄວາມ​ຫຍຸ້ງ​ຍາກ​ໃຫຍ່​ສຸດ​ສຳ​ລັບ​ທ່ານ ແມ່ນ​ຕ​້ອງ​ໄປ​ຫລາຍ​ແຫ່ງ​ເພື່ອ​ເຊົ່າສຳ​ນັກ​ງານ. ນາຍ​ຄູ​ດີ​ເດັ່ນ ຫງວຽນ​ຈ້ອງ​ຫວີງ ແບ່ງ​ປັນ​ວ່າ: ຢາກ​ດຶງ​ດູດ​ນັກ​ຮຽນ, ໄປ​ຮອດ​ໃສ ພວກ​ຂ້າ​ພະ​ເຈົ້າ​ກໍ​ຕ້ອງ​​ສ້ອມ​ແປງບູ​ລະ​ນະ​ຫ້ອງ​ການ. ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ ເພື່ອ​ໃຫ້​ມີ​ໂຮງ​ຮຽນ​ສວຍ​ງາມ​ໃຫຍ່​ໂຕ​ຄື​ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຍົກ​ຍ້າຍ​ເປັນ 8 ຄັ້ງ​ແລ້ວ.

ຄວາມ​ຫຍຸ້ງ​ຍາກ​ຄື​ແນວນັ້ນ, ແຕ່​ທ່ານກໍ່​ບໍ່​ຫວາດ​ຫວັ່ນ, ຕັດ​ສິນ​ໃຈ​ປະ​ຕິ​ບັດ​ຕ​າມ​ຄາດ​ໝາຍ, ກ້າ​ນຳ​ເອົາ​ຮູບ​ແບບ​ໂຮງ​ຮຽນ​ຕໍ່​ເນື່ອງ 3 ຂັ້ນ ຈາກ​ຂັ້ນ​ປະ​ຖົມ​ຮອດ​ມັດ​ທະ​ຍົມ​ຕອນ​ປາຍ ແລະ ຮຽນ​ຕາມ​ແບບ​ເຄິ່ງ​ກິນນອນ​ຢູ່​ໂຮງ​ຮຽນ. ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍ​ການ​ສຶກ​ສາ​ບັນ​ລຸ​ຄຸນ​ນະ​ພາບ​ສູງ, ໂຮງ​ຮຽນ​ໄດ້​ວາງ​ຄຳ​ຂວັນ “ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຄອບ​ຄົວ- ເພື່ອ​ຄວາມ​ກ້າວ​ຫນ້າ​ຂອງ​ສັງ​ຄົມ - ຄູ​ອາ​ຈານ​ເປັນ​ແບບ​ຢ່າງ - ນັກ​ຮຽນ​ມີ​ຄວາມ​ດຸ​ໝັ່ນ, ຮຽນ​ເກັ່ງ”. ນີ້​ແມ່ນ​ຮູບ​ແບບ​ໂຮງ​ຮຽນ​ຊື່ງ​ຢູ່​ຮ່າ​ໂນ້ຍ ເກືອບ​ຄື​ວ່າ​ຍັງ​ບໍ່​ທັນ​ມີ​ເທື່ອ. ຕ່າງ​ກັບ​ໂຮງ​ຮຽນ​ນອກ​ລັດ, ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ, ນາຍ​ຄູ​ດີ​ເດັ່ນ ຫງວຽນ​ຈ້ອງ​ຫວີງ ໄດ້​ກຳ​ນົດ ຖື​ການ​ສຶກ​ສາ​ຄຸນ​ສົມ​ບັດ​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ​ໂຮງ​ຮຽນ. ຍ້ອນ​ໄປ​ຖືກ​ທິດ, ໂຮງ​ຮຽນ ຫງວຽນ​ຊຽວ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ພັດ​ທະ​ນາ​ຢ່າງວ່ອງ​ໄວ. ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ, ໂຮງ​ຮຽນ ມີ​ພຽງ 5 ຫ້ອງ ດ້ວຍ​ນັກ​ຮຽນ 132 ຄົນ, ແຕ່​ມາ​ຮອດ​ປະ​ຈຸ​ບັນ ໄດ້​ມີ 91 ຫ້ອງ ດ້ວຍ​ນັກ​ຮຽນ​ເກືອບ 2500 ຄົນ. ຮຽນ​ຢູ່​ໂຮງ​ຮຽນ ຫງວຽນ​ຊຽວ, ນັກ​ຮຽນ ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ຮູ້​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຝຶກ​ຝົນ​ຄຸນ​ສົມ​ບັດ, ຄວາມ​ສາ​ມາດ​ເປັນ​ເຈົ້າ​ຕົນ​ເອງ, ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ເພື່ອ​ກາຍ​ເປັນ​ລູກ​ຄຳ​ຮູ້, ຮຽນ​ເກັ່ງ. ຫງວຽນ​ຮ​່າ​ມີ, ພວມ​ຮຽນ​ຫ້ອງ ມໍ 7 ໂຮງ​ຮຽນ ຫງວຽນ​ຊຽວ ໃຫ​້​ຮູ້​ວ່າ: ນາຍ​ຄູ​ ຫງວຽນ​ຈ້ອງ​ຫວີງ ຍາມ​ໃດ​ກໍ​ສິດ​ສອນ​ໃຫ້​ນັກ​ຮຽນ​ທັງ​ໝົດ​ໃນ​ໂຮງ​ຮຽນ​ກ່ຽວ​ກັບ​ແບບ​ແຜນ​ດຳ​ລົງ​ຊີ​ວິດ, ຄຸນ​ສົມ​ບັດ, ບັນ​ດາ​ຄວາມ​ຮັບ​ຜິດ​ຊອບ ຊື່ງ​ຕົນ​ເອງ​ຕ້ອງ​ເຮັດ, ຕ້ອງ​ບັນ​ລຸ​ໄດ້ ເພື່ອ​ກາຍ​ເປັນ​ຄົນ​ດີ. ຄຽງ​ຄູ່​ກັບ​ການ​ຕ້ອງ​ຮ່ຳ​ຮຽນ​ດີ ແລະ ມີ​ບັນ​ດາ​ທັກ​ສະ​ໃນ​ການ​ດຳ​ລົງ​ຊີ​ວິດ ເລື່ອງ​ສຶກ​ສາ​ຄຸນ​ສົມ​ບັດ​ກໍ​ແມ່ນ​ສິ່ງ​ສຳ​ຄັນ. ນ້ອງ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ທິດ​ນຳ​ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ນາຍ​ຄູ, ການ​ປະ​ພຶດ​ຕໍ່​ທຸກ​ຄົນ​ແມ່ນ​ຄື​ກັນ​ບໍ່​ມີ​ການ​ຈຳ​ແນກ​ປະ​ພຶດ​ຕໍ່.”

ຄຽງ​ຄູ່​ກັບ​ການ​ສິດ​ສອນ​ຫລັກ​ສູດຕາມ​ຂໍ້​ກຳ​ນົດ​ແລ້ວ, ໂຮງ​ຮຽນ ຍັງ​ມີ​ການ​ສົມ​ທົບ​ຢ່າງ​ກົມ​ກຽວ​ກັບ​ການ​ປະ​ຕິ​ບັດ​ລາຍ​ການບ​ຳ​ລຸງ​ສ້າງ​ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ໂຮງ​ຮຽນ​ສາ​ກົນ. ບົນ​ພື້ນ​ຖານນັ້​ນ ໄດ້​ຍົກ​ສູງ​ລະ​ດັບ​ດ້ານ​ວັດ​ທະ​ນະ​ທຳ, ລະ​ດັບ​ຄວາມ​ຮູ້​ນຳ​ໃຊ້​ພາ​ສາ​ອັງ​ກິດ ແລະ ຄອມ​ພິ​ວ​ເຕີ​ໃຫ້​ແກ່​ນັກ​ຮຽນ​ເທື່ອ​ລະ​ກ້າວ. ຍ້ອນ​ມີ​ບັນ​ດາ​ຄາດ​ໝາຍ​ລະ​ອຽດ​ນັ້ນ, ແຕ່​ລະ​ປີ 100% ​ຈຳ​ນວນນັກ​ຮຽນ ຈາກ​ຊັ້ນ​ປະ​ຖົມ​ຮອດ​ມັດ​ທະ​ຍົມ​ຕອນ​ປາຍລ້ວນ​ແຕ່​ເສັງ​ຈົບ​ມັດ​ທະ​ຍົມ​ຕອນ​ປາຍ. ມີ 80% ຈຳ​ນວນ​ນັກ​ຮຽນ ມັດ​ທະ​ຍົມ​ຕອນ​ປາຍ​ຂອງ​ໂຮງ​ຮຽນ​​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ.

ນາຍຄູດີເດັ່ນ ຫງວຽນຈ້ອງຫວີງ - ພົນລະເມືອງດີເດັ່ນຂອງນະຄອນຫລວງຮ່າໂນ້ຍ - ảnh 2
ນາຍ​ຄູ ຫງວຽນ​ຈ້ອງ​ຫວີງ ໂອ້​ລົມ​ກັບ​ນັກ​ຮຽນ
ພາບ:TTXVN

ດ້ວຍ​ການ​ສິດ​ສອດ​ຈາກ​ນາຍ​ຄູ ຫງວຽນ​ຈ້ອງ​ຫວີງ, ໂຮງ​ຮຽນ ຫງວຽນ​ຊຽວ ໄດ້​ກາຍ​ເປັນ “ໂຮງ​ຮຽນ​ຄຸນ​ນະ​ພາບ​ສູງ”. ນີ້​ກໍ​ແມ່ນ​ໂຮງ​ຮຽ​ນ​ທຳ​ອິດ​ຂອງ​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ Cambride ແຫ່ງລາ​ຊະ​ອາ​ຈາ​ຈັກ ອັງ​ກິດ ແມ່ນ​ສູນ​ທົດ​ລອງ ແລະ ສິດ​ສອນ​ຫລັກ​ສູດ​​ສາ​ມັນ​ສາ​ກົນ Cambride.

ບັນ​ດາ​ການ​ອຸ​ທິ​ດ​ສ່ວນ​ຂອງ​ທ່ານ ຫງວຽນ​ຈ້ອງ​ຫວີງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ລັດ, ມອບ​ນາມ​ມະ​ຍົດ​ອັນ​ສູງ​ສົ່ງ​ຫລາຍ​ຢ່າງ. ປີ 2010 ທ່ານ ຫງວຽນ​ຈ້ອງ​ຫວີງ ໄດ້​ຮັບ​ນາມ​ມະ​ຍົດ​ນາຍ​ຄູ​ດີ​ເດັ່ນ​ຈາກ​ປະ​ທານ​ປະ​ເທດ. ປີ 2014 ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ວິ​ທະ​ຍາສາດ​ຫວຽດ​ນາມ ເຊີດ​ຊູ ​ທ່ານ​ວ່າ ແມ່ນ “ພູມ​ປັນ​ຍາ​ດີ​ເດັ່ນ​ຂອງ​ນະ​ຄອນ​ຫລວງ”. ແລະ​ປີນີ້ ທ່ານ​ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ 9 ຄົນ​ໄດ້​ຮັບ​ນາມ​ມະ​ຍົດ​ພົນ​ລະ​ເມືອງ​ນະ​ຄອນ​ຫລວງ ດີ​ເດັ່ນ ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ ຮ່າ​ໂນ້ຍມອບ​ໃຫ້ ແລະ ໄດ້​ຮັບສະ​ເຫນີ​ຕໍ່ນາ​ຍົກ​ລັດ​ຖະ​ມົນ​ຕີ​ມອບ​ໃບ​ຍ້ອງ​ຍໍ.

ປະ​ຈຸ​ບັນ ໂຮງ​ຮຽນ ຫງວຽນ​ຊຽວ  ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈເມື່ອ​ມີ​ຖັນ​ແຖວ​ພະ​ນັກ​ງານ​ຄຸ້ມ​ຄອງສຸດ​ຈິດ​ສຸດ​ໃຈ, ກຳ​ລັງ​ຄູ​ອາ​ຈານ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ຄວາມ​ຮູ້​ດ້ານ​ວິ​ຊາ​ສະ​ເພາະ​ສູງ. ບັນ​ດາ​ຜົນ​ງານນັ້ນ​ໄດ້​ປະ​ກອບ​ສ່ວນ​ສຶກ​ສາ​ບຳ​ລຸງ​ສ້າງ​ນັກ​ຮຽນ​ຫລາຍ​ລຸ້ນ​ຄົນ​​ທີ່ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດ​ິດ​ສ້າງ ​ໄດ້​ຮັບ​ຜົນ​ສຳ​ເລັດ ແລະ ພວມ​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​ເຂົ້າ​ໃນ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຊາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ