ນຳເອົາເສື້ອຍາວຫວຽດນາມ ອອກສູ່ໂລກ


(vovworld)- “ເສື້ອ​ຍາວ​ຂອງ​ຫວຽດ​ນາມ ເຊີດ​ຊູ​ຄວາມ​ງາມ​ຂອງ​ແມ່​ຍິງ, ຜູ້​ໃດ​ກໍ​ສາ​ມາດ​ນຸ່ງ​ໄດ້ ແລະ ນິ​ຍົມ​ຊຸດ​ອາ​ພອນ​ທີ່​ເປັນ​ມູນ​ເຊື້ອນີ້. ນັ້ນ​ແມ່ນ​ການ​ສັງ​ເກດ​ຂອງ​ເຈົ້າ​​ເມືອງ​ ເມືອງ 8 ນະ​ຄອນ ປາ​ຣີ ເມື່ອ​ຮັບ​ຊົມ​ລາຍ​ການ​ສະ​ແດງ​ຊຸດ​ເສື້ອ​ຍາວ​ຫວຽດ​ນາມ ທີ່​ງານ​ຕະ​ຫລາດ​ນັດ ປາ​ຣີ ຜ່ານ​ມາ. ເສື້ອ​ຍາວ ຫວຽດ​ນາມ ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ບັນ​ດາ​ເວ​ທີ​ສະ​ແດງ​ອາ​ພອນ(ແຟ​ເຊິນ)ຄັ້ງ​ຕ່າງ​ໃນ​ໂລກ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອຢັ້ງ​ຢືນ​ເຄື່ອງ​ໝາຍ​ການ​ຄ້າ​ໃນ​ຕະ​ຫລາດ​ອາ​ພອນ​ໂລກ ຍັງ​​ມີ​ຫລາຍ​ບັນ​ຫາ​ຕ້ອງ​ປະ​ຕິ​ບັດ​ໃນ​​ໄລ​ຍະ​ຈະ​ມາ​ເຖິງ.. 

ນຳເອົາເສື້ອຍາວຫວຽດນາມ ອອກສູ່ໂລກ - ảnh 1

        ເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແມ່​ຍິງ​ຫວຽດ​ນາມ ຖືກ​ນຳ​ເອົາ​ໄປແນະ​ນຳ​​ຫລາຍ​ຄັ້ງ​ຢູ່ ປາ​ຣ​ີ ນະ​ຄອນ​ຫລວງ​ແຫ່ງ​ອາ​ພອນ​ ແລະ ເຄື່ອງ​ຍີ່​ຫໍ້​ໂລກ. ກ່ອນນີ້ ນັກ​ອ​ອກ​ແບບ​ອາ​ພອນ​ ມີງ​ແຫ້ງ ໄດ້​ນຳ​ເອົາ​​ບັນ​ດາ​ຊຸດເສື້ອ​ຍາວ​ຂອງ​ຕົນ​​ໄປ​​ແນະ​ນຳຢູ່ ​ຫໍ​ປະ​ສາດ​ບູ​ຮານ Chambord, ສ່ວນ​​ບັນ​ດາ​ຊຸດເສື້ອ​ຍາວ​ຂອງ​ນັກ​ອອກ​ແບບ​ອາ​ພອນ​ ລານ​ເຮືອງ ແມ່ນ​ໄດ້​ແນະ​ນຳ​ຢູ່ ສຳ​ນັກ​ງານ​​ປົກ​ຄອງ ປາ​ຣີ.

        ຫວ່າງ​ແລ້ວນີ້ ບັນ​ດາ​ລາຍ​ການ​ສະ​ແດງ​ຊຸດ​ເສື້ອ​ຍາວ​ຂອງ​ນັກ​ອອກ​ແບບ ໂງ​ເຍີດ​ຮູຍ ດ້ວຍ​ຫົວ​ຂໍ້​ວ່າ: 3 ພາກຢູ່​ຫວຽດ​ນາມ ໄດ້​ດຶງ​ດູດ​​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງ​ປະ​ເທດ ,ເພື່ອນ​ມິດ​ສາ​ກົນ​ມາ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຕາມ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດຊາວ​ ຫວຽດ​ນາມ ອາ​ໄສ​ຢູ່ ຝ​ລັ່ງ ແລ້ວ, ນີ້​ແມ່ນ​ຄັ້ງ​ທີ 2 ບັນ​ດາ​ລາຍ​ການ​ສະ​ແດງ​ເສື້ອ​ຍາວ ຫວຽດ​ນາມ​ໄດ້​ຮັບ​ການ​ແນະ​ນຳ​ໃນ​ງານ​ຕະ​ຫລ​າດ​ນັດ​ໃຫຍ່​ສຸດ​ທົ່ວ​ປະ​ເທດ ​ຝ​ລັ່ງ. ທ່ານ ຫງວຽນ​ຫາຍ​ນາມ, ປະ​ທານ​ສະ​ມ​າ​ຄົມ​ນັກ​ທຸ​ລະ​ກິດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຝ​ລັ່ງ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ລາຍ​ການ​ນຳ​ເສື້ອ​ຍາວ​ຂອງ​ຫວຽດ​ນາມ ມາ​ແນະ​ນຳ​ໃຫ້​ເພື່ອນ​ມິດ​ຝ​ລັ່ງ ແລະ ໂລກ ກໍ​ຄື​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ. ແຂກ​ຫລາຍ​ຄົນ​ມາ​ຊົມ​ເສື້ອ​ຍາວ​ຢູ່​ຮ້ານ​ວາງ​ສະ​ແດງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່ເວົ້າ​ວ່າ ເຂົາ​ເຈົ້າ​ບໍ່​ທັນ​ມີ​ໂອ​ກາດ​ໄປຢ້ຽມ​ຢາມ​ຫວຽດ​ນາມ ແຕ່​ເມື່ອ​ເຫັນ​ເສື້ອ​ຍາວ​ຂອງ​ຫວຽດ​ນາມຢູ່​ທີ່ນີ້ ເຂົາ​ເຈົ້າ​​ມັກ​ທີ່​ສ​ຸດ ແລະ ຈະ​ນຸ່ງ​ເສື້ອ​ຍາວ​ຫວຽດ​ນາມ.”

ນຳເອົາເສື້ອຍາວຫວຽດນາມ ອອກສູ່ໂລກ - ảnh 2

        ບັນ​ດາ​ການ​ນຳ​ຍິງ​ຂອງ​ນະ​ຄອນ ປາ​ຣີ ເມື່ອໄດ້​ຮັບ​ເສື້ອ​ຍາວ​ໂດຍ​ສະ​ມາ​ຄົມ​ນັກ​ທ​ຸ​ລະ​ກິດ​ຊາວ​ຫວຽດ​ນາມ ຢູ່ ຝ​ລັ່ງ ແລະ ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈ​ຳ​ຝ​ລັ່ງ ມອບ​ໃຫ້ ເຂົາ​ເຈົ້າ​​ມັກ​ທີ່​ສຸດ. ທ່ານ​ນາງ​ອຳ​ນວຍ​ການ​ງາ​ນ​ຕະ​ຫລາດ​ນັດ ປາ​ຣີ ໄດ້​ນຸ່ງ​ເສື້ອ​ຍາວ​ເມື່ອ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ແລະ ພາ​ແຂກ​ເຂົ້າ​ຊົມ​ບັນ​ດາ​ຮ້ານ​ວາງ​ສະ​ແດງ​ຂອງ​ຫວຽດ​ນາມ ທີ່​ງາ​ນ​ຕະ​ຫລາດ​ນັດ. ທ່ານ​ນາງ Jeanne d Hauteserre ເຈົ້າ​ເມືອງ ເມືອງ 8 ຊື່ງ​ແມ່ນ​ສູນ​ອາ​ພອນ​​ຂອງ ປາ​ຣີ ໄດ້ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ຊອກ​ຫາ​ກົກ​ເຄົ້າ​ເຫງົ້າກໍ​​ເຊ​ື້ອ​ຊາດ​ຫວຽດ​ນາມຂອງ​ຕົນ ພິ​ເສດ ເມື່ອ​ທ່ານ​ນາງ ໄດ້​ຮັບ​ຊົມ​ຄວາມ​ງາມ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ ທີ່​ສະ​ແດງ​ຢູ່​ງານ​ຕະ​ຫລາດ​ນັດ​ປາ​ຣີ. ທ່ານ​ນາງ Jeanne ໃຫ້​ຮູ້​ວ່າ:

        “ລາຍ​ການ​ສະ​ແດງ​ຊຸດ​ເສື້ອ​ຍາວຂອງ​​ຫວຽດ​ນາມແມ່ນ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ລາຍ​ການນີ້​​ແມ່ນແນະ​ນຳ​ໃຫ້​ເພື່ອນ​ມິດ​ສາ​ກົນ ຊຸດ​ອາ​ພອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ, ຄວາມ​ງາມ​ຂອງ​ແມ່​ຍິງ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເສື້ອ​ຍາວ​ຊ​ຸດ​ຫນຶ່ງ ແລະ ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງໃຈ​ເມື່ອ​ໄດ້​ນຸ່ງ​ເສື້ອ​ຍາວ​ຫວຽດ​ນາມ. ໃນ​ຖາ​ນະ​ແມ່ນ​ເຈົ້າ​ເມືອງ ​ເມືອງ 8, ຂ້າ​ພະ​ເຈົ້າ​ຈະ​ຫນູນ​ຊ່ວຍ​ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັບ​ຫວຽດ​ນາມ, ພັດ​ທະ​ນາ​ການ​ພົວ​ພັນ​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ ຍ້ອນ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​ສ​ວຍ​ງາມ​ທີ່​ສຸດ.”

        ຕາມ​ທ່ານ​ນາງ Jeanne ແລ້ວ, ງາ​ນ​ຕະ​ຫລາດ​ນັດ ປາ​ຣີ ແມ່ນ​ກາ​ລະ​ໂອ​ກາດ​ດີ​ເພື່ອ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ​ສຳ​ລັບ​ນັກ​ອອກ​ແບບ ແລະ ຜູ້ຕັດ​ຫຍິບ ຕ້ອງ​ຜະ​ລິດ​ບັນ​ດາ​ຊຸດ​ເສື້ອ​ຍາວ​​ທີ່ມີ​ຄຸນ​ນະ​ພາບ, ເໝາະ​ສົມ​ກັບ​ຄວາມ​ນິ​ຍົ​ມ​ຂອງ​ຊາວ​ຕ່າງ​ປະ​ເທດ ຈຶ່ງ​ສາ​ມາດ​ໂຄ​ສະ​ນາ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້.

ກໍມີ​ທັດ​ສະ​ນະ​ເຊັ່ນ​ດຽວ​ກັນ​ກັບ​ທ່ານ​ນາງ Jeanne, ນັກ​ອອກ​ແບບ ໂງ​ເຍີດ​ຮູຍ ກໍ​ຖື​ວ່າ: ນຳ​ເອົາ​ເສື້ອ​ຍາວ​ອອກ​ສູ່​ຕ່າງ​ປະ​ເທດ​ຕ້ອງ​ເສຍ​ຄ່າ​ສິ້ນ​ເປືອງ​ຫລາຍ ແຕ່​ຄິດ​ໄລ່​ເຖິງ​ໄລ​ຍະ​ຍາວ ນີ້​ແມ່ນ​ຍຸດ​ທະ​ສາດ​ຕ້ອງ​ປະ​ຕິ​ບັດ​ເພື່ອ​ໃຫ້​ນັກ​ອອກ​ແບບ​ກ້າວ​ໄປ​ໄກ​ກວ່າ ແລະ ເສື້ອ​ຍາວ​ຫວຽດ​ນາມ ຈະ​ໄດ້​ແນະ​ນຳ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກກວ່າ.

        ເມື່ອ​ນຳ​ເອົາ​ເສື້ອ​ຍາວ​ຂອງ​ຫວຽດ​ນາມ ມາ​ແນະ​ນຳ​ຢູ່​ງາ​ນ​ຕະ​ຫ​ລາດ​ນັດ​ໃຫຍ່​ສຸດ​ຂອງ ປາ​ຣີ ສອງ​ຄັ້ງ​ສຳ​ເລັດ​ຜົນ, ທ່ານ ຫງວຽນ​ຫາຍ​ນາມ ຢືນ​ຢັນ​ວ່າ: ເພື່ອ​ໃຫ້ເພື່ອນ​ມິດ​ສາ​ກົນ​ນິ​ຍົມ​ເສື້ອ​ຍາວ​ຫວຽດ​ນາມ ກໍ​ຄືເຄື່ອງ​ໝາຍ​ເສື້ອ​ຍາວ​ຫວຽດ​ນາມ​​ໄດ້​ແນະ​ນຳ​ຢູ່ຫລາຍ​ປະ​ເທດ​ໃນ​ໂລກ ຕ້ອງ​ມີວິ​ວັດ​ທະ​ນາ​ການ​ເປັນ​ເອ​ກະ​ພາບ, ເປັນ​ລະ​ບົບ ເພື່ອ​ໃຫ້​ຖືກ​ກັບ​ຄວາມ​ນິ​ຍົມ​ຂອງ​ລູກ​ຄ້າ​ສາ​ກົນ​ກໍ​ຄ​ື​ສ້າງ​ຫລັກ​ການ​ຫນຶ່ງ​ເພື່ອ​ດຳ​ເນີນ​ທຸ​ລະ​ກິດ​ເສື້ອ​ຍາວ​ສຳ​ເລັດ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ