ນ້ຳໃຈຂອງປະຊາຊົນກຳປູເຈຍທີ່ສະຫງວນໃຫ້ບັນດາແພດໝໍຫວຽດນາມ

(VOVWORLD) -ໃນຫຼາຍປີຜ່ານມາ, ຂະແໜງສາທາລະນະສຸກບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຈັດຕັ້ງບັນດາຂະບວນກວດພະຍາດເປັນປະຈຳ ພ້ອມກັບຖັນແຖວແພດໝໍອາສາສະໝັກ ໄປກວດພະຍາດ ແລະ ແຈກຢາຍຢາໂດຍບໍ່ຄິດຄ່າໃຫ້ຄົນທຸກຍາກຢູ່ປະເທດກຳປູເຈຍ. ບັນດາວຽກງານອັນສູງສົ່ງທີເຕັມໄປດ້ວຍລັກສະນະວັດທະນະທຳມະນຸດດັ່ງກ່າວ ເຊິ່ງປະຊາຊົນກຳປູເຈຍ ຕ້ອນຮັບຢ່າງສຸດໃຈ.
ນ້ຳໃຈຂອງປະຊາຊົນກຳປູເຈຍທີ່ສະຫງວນໃຫ້ບັນດາແພດໝໍຫວຽດນາມ - ảnh 1(ນ້ຳໃຈຂອງປະຊາຊົນກຳປູເຈຍທີ່ສະຫງວນໃຫ້ບັນດາແພດໝໍຫວຽດນາມ)

ຫວ່າງແລ້ວນີ້, ເມື່ອໄດ້ຮັບຂ່າວວ່າ ຄະນະແພດໝໍແຂວງ ດົ່ງທາບ ໄດ້ມາກວດພະຍາດ ແລະ ແຈກຢາຍຢາໂດຍບໍ່ເສຍຄ່າຢູ່ເມືອງ Me Sang, ແຂວງ Pray Veng, ອ້າຍ Ri Da Bot, ເຊິ່ງແມ່ນຄົນເຈັບທີ່ທຸກຍາກຢູ່ທ້ອງຖິ່ນ, ພ້ອມກັບຄົນເຈັບອື່ນກວ່າ 1.500 ຄົນ ໄດ້ໄປສະຖານທີ່ກວດພະຍາດຕັ້ງແຕ່ເຊົ້າໆ ເພື່ອຫວັງຢາກໄດ້ກວດພະຍາດ ແລະ ໄດ້ຮັບຂອງຂວັນຈາກບັນດາແພດໝໍຫວຽດນາມ. ອ້າຍ Ri Da Bot ໃຫ້ຮູ້ວ່າ, ຄອບຄົວຂອງອ້າຍທຸກຍາກຫຼາຍ, ຊີວິດການເປັນຢູ່ປະສົບກັບຄວາມຫຍຸ້ງຍາກ ແລະ ມັກເຈັບເປັນ ຢູ່ຕະຫຼອດ. ແຕ່ລະເທື່ອໄປກວດພະຍາດ ອ້າຍຕ້ອງໄປຢືມເງິນຂອງໝູ່ເພື່ອນເພື່ອມາປິ່ນປົວພະຍາດ. ອ້າຍແມ່ນເສົາຫຼັກຂອງຄອບຄົວມີສະມາຊິກເຖິງ 5 ຄົນ, ເມື່ອອ້າຍເປັນພະຍາດ ໄດ້ກໍ່ຄວາມຫຍຸ້ງຍາກໃຫ້ບັນດາສະມາຊິກອື່ນໃນຄອບຄົວ. ເມື່ອໄດ້ກວດພະຍາດ, ແຈກຢາຍຢຸກຢາ ຈາກບັນດາແພດໝໍແຂວງດົ່ງທາບ, ອ້າຍ Ri Da Bot ແບ່ງປັນຄວາມເບີກບ່ານມ່ວນຊື່ນດ້ວຍວ່າ.

        “ບັນດາທ່ານໝໍຫວຽດນາມ ກວດພະຍາດໃຫ້ຊາວກຳປູເຈຍ ຕາມຄວາມຮູ້ທີ່ໄດ້ຮຽນມາຈາກໂຮງຮຽນ, ເຮັດຫຼ້ອນໜ້າທີ່ຂອງແພດໝໍ. ບັນດາທ່ານໝໍມາກວດພະຍາດແຕ່ບໍ່ເກັບຄ່າ. ຂ້າພະເຈົ້າໄດ້ສະເໜີໃຫ້ ສະມາຄົມແພດໝໍອາສາສະໝັກຫວຽດນາມ ໄປກວດພະຍາດໃຫ້ພໍ່ແມ່ພີ່ນ້ອງຜູ້ທຸກຍາກຢູ່ທຸກແຂວງໃນທົ່ວປະເທດ”.

        ໂດຍນອນໃນໂຄງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ຊາວກຳປູເຈຍ ຜູ້ທຸກຍາກ, ຫວ່າງແລ້ວນີ້, ຄະນະແພດໝໍອາສາສະໝັກແຂວງອານຢາງ ໄດ້ສົມທົບກັບບັນດາຜູ້ໃຈບຸນໃຈກຸສົນ, ບັນດາວິສາຫະກິດ ຈັດຕັ້ງການກວດພະຍາດໃຫ້ປະຊາຊົນກຳປູເຈຍ ຜູ້ທຸກຍາກຢູ່ 2 ແຂວງ Ta Keo ແລະ Kan Dal. ກ່ອນວັນກວດພະຍາດ, ອຳນາດການປົກຄອງທ້ອງຖິ່ນໄດ້ແຂວນຄຳຂວັນທີ່ວ່າ “ຍິນດີຕ້ອນຮັບຄະນະແພດໝໍອາສາສະໝັກຫວຽດນາມ ຢ່າງສຸດໃຈ” ຢູ່ບັນດາທາງ 3 ແຍກ ໃກ້ກັບບ່ອນຈັດຕັ້ງການກວດພະຍາດ. ພາຍຫຼັງກວດພະຍາດເປັນເວລາ 3 ວັນ ຢູ່ຕາແສງ Pray Am Pork, Pray Rum Denh ແລະ ຕາແສງ Ta O ຂຶ້ນກັບເມືອງ Kiri Vong, ແຂວງ Ta Keo, ຄະນະແພດໝໍໄດ້ກວດພະຍາດໃຫ້ຄົນເຈັບທີ່ທຸກຍາກປະມານ 70.000 ຄົນ, ພ້ອມທັງມອບຂອງຂວັນ 200 ພູດໃຫ້ນັກຮຽນທຸກຍາກຢູ່ທ້ອງຖິ່ນ.

        ເອື້ອຍ Sa Run So Phiep, ເຊິ່ງແມ່ນຄົນເຈັບທີ່ທຸກຍາກຢູ່ທ້ອງຖິ່ນ, ຫາກໍ່ໄດ້ ກວດພະຍາດ ແລະ ໄດ້ຮັບຢາໂດຍບໍ່ຄິດຄ່າ ທັງໄດ້ຮັບຂອງຂວັນໃຫ້ຮູ້ວ່າ, ຄອບຄົວຂອງເອື້ອຍຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ປະຈຸບັນເອື້ອຍ ດີໃຈຫຼາຍທີ່ໄດ້ພົບກັບຄະນະແພດໝໍຫວຽດນາມ ມາກວດພະຍາດ, ມອບຂອງຂວັນ.

        “ບັນດາທ່ານໝໍກວດພະຍາດມີຄວາມຮັບຜິດຊອບທີ່ສຸດ. ຂ້າພະເຈົ້າຂໍຂອບອົກຂອບໃຈນຳລັດຖະບານຫວຽດນາມ ທີ່ໄດ້ຈັດຕັ້ງຄະນະແພດໝໍອາສາສະໝັກ ມາກວດພະຍາດໃຫ້ຜູ້ທຸກຍາກຢູ່ກຳປູເຈຍ”.

        ກ່ອນນີ້ 40 ປີ, ພາຍຫຼັງໄດ້ຮັບການປົດປ່ອຍຈາກລະບອບ ປອນປົດ, ບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ລ້ວນແຕ່ໄດ້ແຮກສ່ຽວກັບບັນດາແຂວງຂອງກຳປູເຈຍ ເພື່ອຊ່ວຍໃຫ້ບັນດາແຂວງຂອງກຳປູເຈຍ ພ້ອມກັນພັດທະນາ. ການກວດພະຍາດ, ແຈກຢາຍຢາໂດຍບໍ່ຄິດຄ່າໃຫ້ຄົນທຸກຍາກກຳປູເຈຍ ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງກ່ຽວກັບການແຮກສ່ຽວດັ່ງກ່າວ.

        ນະຄອນເກີນເທີ ໄດ້ແຮກສ່ຽວກັບ 2 ແຂວງ Campong Cham ແລະ Campong S-Pu. ສະນັ້ນ, ແຕ່ລະປີ, ຂະແໜງສາທາລະນະສຸກເກີນເທີ ຍາມໃດກໍ່ຈັດຄະນະແພດໝໍໄປກວດພະຍາດ ແລະ ແຈກຢາຍຢາໃຫ້ຄົນເຈັບທີ່ທຸກຍາກຂອງ 2 ແຂວງດັ່ງກ່າວ. ທ່ານໝໍ ເຈືອງທິມິງທູ, ປະທານກຳມະບານພະແນກສາທາລະນະນະສຸກຄອນເກີນເທີ ໃຫ້ຮູ້ວ່າ, ນັບແຕ່ນີ້ຮອດທ້າຍປີ ຄະນະແພດໝໍອາສາສະໝັກນະຄອນເກີນເທີ ຈະມີຄະນະແພດໝໍໄປກວດພະຍາດໃຫ້ປະຊາຊົນ 2 ແຂວງແຮກສ່ຽວທີ່ກ່າວມາຂ້າງເຖິງຕື່ມອີກ.

        “ບັນດາຖັນແຖວແພດໝໍມີອາລົມຈິດອັນເລິກເຊິ່ງຕໍ່ກັບປະຊາຊົນກຳປູເຈຍ. ເມື່ອຄະນະໄປຮອດ, ນັບແຕ່ເວລາທຳອິດ, ປະຊາຊົນກໍ່ຄົບໜ້າຄົບຕາໝົດແລ້ວ. ໄປກວດພະຍາດແຕ່ລະເທື່ອລ້ວນແຕ່ສ້າງຄວາມປະທັບໃຈອັນດີງາມທີ່ສຸດ ປະກອບສ່ວນສ້າງນ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນ 2 ປະເທດຫວຽດນາມ ແລະ ກຳປູເຈຍ”.

        ການກວດພະຍາດ, ແຈກຢາຍຢຸກຢາ, ມອບຂອງຂວັນແມ່ນອາລົມຈິດ ແລະ ການເຄື່ອນໄຫວທີ່ແທດຈິງຂອງຄະນະແພດໝໍຂອງບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຕໍ່ກັບຄຸນນະພາບການດຳລົງຊີວິດຂອງປະຊາຊົນບັນດາແຂວງແຮກສ່ຽວຢູ່ກຳປູເຈຍ. ບັນດາການເຄື່ອນໄຫວນັ້ນ ບໍ່ພຽງແຕ່ເປັນການເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນ ແລະ ລັດຖະບານ 2 ປະເທດຫວຽດນາມ - ກຳປູເຈຍ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ