ບິ່ງທ້ວນ ກ້າວເຂົ້າສູ່ລະດູການຕ້ອນຮັບນັກທ່ອງທ່ຽວສາກົນ

(VOVWORLD) -ປະຈຸບັນ, ບັນດາສະຖານທີ່ທ່ອງທ່ຽວຢູ່ ບິ່ງທ້ວນ ເລີ່ມກ້າວເຂົ້າສູ່ລະດູຕ້ອນຮັບນັກທ່ອງທ່ຽວສາກົນ. ຈຳນວນແຂກທ່ອງທ່ຽວໃນຊ່ວງ High season ເຊິ່ງແມ່ນຈຸດເວລາທີ່ນັກທ່ອງທ່ຽວມາທ່ຽວຫຼາຍສຸດໃນປີ ໄດ້ຮັບການຄາດຄະເນວ່າຈະສູງກວ່າທຸກປີ. ບັນດາເຂດພັກຜ່ອນໄດ້ມີການກະກຽມບັນດາເງື່ອນໄຂຢ່າງລອບຄອບທີ່ຖ້ວນ ເພື່ອຮັບໃຊ້ຄວາມຕ້ອງການຂອງນັກທ່ອງທ່ຽວໃຫ້ດີທີ່ສຸດ.

ບິ່ງທ້ວນ ກ້າວເຂົ້າສູ່ລະດູການຕ້ອນຮັບນັກທ່ອງທ່ຽວສາກົນ - ảnh 1 ບິ່ງທ້ວນ ກ້າວເຂົ້າສູ່ລະດູການຕ້ອນຮັບນັກທ່ອງທ່ຽວສາກົນ

(ພາບປະກອບ:cafef.vn)

ລະດູການຕ້ອນຮັບແຂກທ່ອງທ່ຽວສາກົນຢູ່ບິ່ງທ້ວນ ເລີ່ມແຕ່ເດືອນພະຈິກ ຫາເດືອນ ພຶດສະພາ ປີໜ້າ. ນີ້ແມ່ນຈຸດເວລານັກທ່ອງທ່ຽວຢູ່ບັນດາເຂດອາກາດໜາວໄປທ່ຽວ. ຫາກໍ່ກ້າວເຂົ້າສູ່ຊ່ວງ High season, ແຕ່ເຂດທ່ອງທ່ຽວລະດັບ VIP ຫ່າມຕ໋ຽນ - ມຸ້ຍແນ໋, ນະຄອນຟານທ໋ຽດ, ແຂວງ ບິ່ງທ້ວນ ມີຄວາມຄຶກຄື້ນຂຶ້ນຫຼາຍ. ຢູ່ບັນດາຫາດຊາຍທະເລມີນັກທ່ອງທ່ຽວໄປເລາະຫຼິ້ນ, ຕາກອາກາດ, ອາບນ້ຳເປັນຈຳນວນຫຼວງຫຼາຍ. ເອື້ອຍ Erin Phillips ພ້ອມກັບເພື່ອນຂອງຕົນ ມາຈາກອົດສະຕາລີ ຫາກໍ່ມາຮອດ ມຸ້ຍແນ໋, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ເຂົ້າ Google ເພື່ອຊອກຮູ້ທີ່ຢູ່ ແລະ ເຂດລະຫຼິ້ນ, ພວກຂ້າພະເຈົ້າຊອກເຫັນຂໍ້ມູນຂ່າວກ່ຽວກັບມຸ້ຍແນ໋. ສະຖານທີ່ແຫ່ງນີ້ແມ່ນຄັກຫຼາຍ, ມີໂນນຊາຍ ແລະ ຫາດຊາຍທະເລທີ່ສວຍງາມຫຼາຍແຫ່ງ, ມີຄວາມແຕກຕ່າງກັບແຫ່ງອື່ນໆຢູ່ຫວຽດນາມ. ສະນັ້ນ, ຂ້າພະເຈົ້າຄິດວ່າ, ນີ້ແມ່ນສະຖານທີ່ພັກຜ່ອນທີ່ດີ”.

        ນັກທ່ອງທ່ຽວມາ ມຸ້ຍແນ໋ - ບິ່ງທ້ວນ ຖືຫຼາຍສັນຊາດແຕກຕ່າງກັນ. ບໍ່ພຽງແຕ່ນັກທ່ອງທ່ຽວຈາກ ເອີລົບຕາເວັນອອກ ແລະ ນັກທ່ອງທ່ຽວລັດເຊຍ ທີ່ເປັນມູນເຊື້ອ ເທົ່ານັ້ນ, ຫາກ ມຸ້ຍແນ໋ ພວມຕ້ອນຮັບນັກທ່ອງທ່ຽວທີ່ມາຈາກຈີນ ເປັນຈຳນວນຫຼວງຫຼາຍ ມາພັກຜ່ອນບຳລຸງສຸຂະພາບອີກດ້ວຍ. ເອື້ອຍ ດ່າວທ໋າຍຕ໋ວຽດຍຸງ, ຫົວໜ້າພາກສ່ວນຕ້ອນຮັບແຂກເຂດທ່ອງທ່ຽວ PoShaNu, ຟານທ໋ຽດ, ໃຫ້ຮູ້ວ່າ, ນັກທ່ອງທ່ຽວຂອງ PoShaNu ນີ້ສ່ວນຫຼາຍແມ່ນຈ່ອງຫ້ອງພັກຜ່ານອີນເຕີແນັດ. ເຖິງວ່າ ບໍ່ຜ່ານບັນດາບໍລິສັດທ່ອງທ່ຽວກໍ່ຕາມ, ແຕ່ຈຳນວນນັກທ່ອງທ່ຽວມາທ່ຽວແມ່ນເປັນໜ້າຊື່ນຊົມ.

        “ໄລ່ຮອດຈຸດເວລານີ້, ຈຳນວນຫ້ອງພັກທີ່ແຂກຈ່ອງແລ້ວແມ່ນບັນລຸ 65%. ຄາດວ່າ, ນັກທ່ອງທ່ຽວຈະມາທ່ຽວ ແລະ ຈ່ອງຫ້ອງໃນຈຸດເວລາໃກ້ຈະຮອດຍາມທ່ຽວນັ້ນ ນັບມື້ນັບເພີ່ມຂຶ້ນຫຼາຍເມື່ອທຽບໃສ່ປີກ່ອນ. ໃນລະດູນີ້, ຈຳນວນນັກທ່ອງທ່ຽວທີ່ມາຈາກເອີລົບຕາເວັນອອກ ແລະ ອົດສະຕາລີ ແມ່ນຫຼາຍກວ່າເປັນພິເສດ”.

        ເຂດຜັກຜ່ອນບຳລຸງສຸຂະພາບ Seahorse ສ່ວນຫຼາຍແມ່ນເຂດລື້ງເຄີຍຂອງນັກທ່ອງທ່ຽວລັດເຊຍ. ທ່ານ ເຈີ່ນແອງທີ, ອຳນວຍການຝ່າຍຜູ້ບໍລິຫານເຂດຜັກຜ່ອນບຳລຸງສຸຂະພາບ Seahorse ໃຫ້ຮູ້ວ່າ, ຈຳນວນຜູ້ຈ່ອງຫ້ອງພັກໃນຊ່ວງ High season ຂອງນັກທ່ອງທ່ຽວສາກົນປີນີ້ແມ່ນເພີ່ມຂຶ້ນຫຼາຍກວ່າທຸກປີ. ບັນດາບໍລິສັດທ່ອງທ່ຽວສາກົນຈະສືບຕໍ່ນຳນັກທ່ອງທ່ຽວຫຼາຍຄະນະມາແຂວງ ບິ່ງທ້ວນ, ພ້ອມທັງຮຽກຮ້ອງໃຫ້ບັນດາຮາກຖານດຳເນີນທຸລະກິດທ່ອງທ່ຽວຍົກສູງຄຸນນະພາບການຮັບໃຊ້ໃຫ້ຫຼາຍກວ່າອີກ. ທ່ານ ເຈີ່ນແອງທີ ໃຫ້ຮູ້ວ່າ.

        “ບັນດາບໍລິສັດທ່ອງທ່ຽວສາກົນ ນອກຈາກການດຳເນີນທຸລະກິດເພື່ອຫາເງິນແລ້ວ, ຍາມໃດເຂົາເຈົ້າກໍ່ແບ່ງປັນເຮັດແນວໃດເພື່ອໃຫ້ມີຄຸນນະພາບໃນການຮັບໃຊ້ເປັນຢ່າງດີທີ່ສຸດ, ໝາຍຄວາມວ່າ ຊາວ ມຸ້ຍແນ໋, ຖັນແຖວບຸກຄະລາກອນທ່ອງທ່ຽວຢູ່ມຸ້ຍແນ໋ ຕ້ອງເປັນແບບຢ່າງໃຫ້ດີກວ່າ. ພາລະກອນ, ຜູ້ອຳນວຍການ, ຫົວໜ້າພາກສ່ວນ… ຕ້ອງຮັກແພງແຂກຄົນ. ນີ້ແມ່ນປັດໃຈສຳຄັນ”.

        ທ່ານນາງ ຫງວຽນລານງອັກ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ, ໂດຍອີງໃສ່ຈຳນວນສັນຍາຂອງບັນດາບໍລິສັດທ່ອງທ່ຽວ ກັບບັນດາຮາກຖານດຳເນີນທຸລະກິດການທ່ອງທ່ຽວຢູ່ທ້ອງຖິ່ນແລ້ວ, ຄາດວ່າ, ແຂວງບິ່ງທ້ວນ ຈະຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນເພີ່ມຂຶ້ນສູງໃນລະດູການທ່ອງທ່ຽວປີນີ້.

        “ນີ້ແມ່ນລະດູການນັກທ່ອງທ່ຽວສາກົນມາທ່ຽວຢູ່ແຂວງບິ່ງທ້ວນ ຫຼາຍທີ່ສຸດ. ສະນັ້ນ, ບັນດາວິສາຫະກິດທ່ອງທ່ຽວໃນບໍລິເວນແຂວງ ກໍຄືບັນດາຮາກຖານບໍລິການທ່ອງທ່ຽວ ໄດ້ມີການກະກຽມຢ່າງລອບຄອບທີ່ຖ້ວນ, ນັບແຕ່ພື້ນຖານດ້ານວັດຖຸ ຕະຫຼອດຮອດແຫຼ່ງກຳລັງ ເພື່ອສາມາດຕອບສະໜອງຢູ່ລະດັບຮັບໃຊ້ຄວາມຕ້ອງການຂອງນັກທ່ອງທ່ຽວ ເມື່ອມາທ່ຽວຢູ່ບິ່ງທ້ວນ ເປັນຢ່າງດີທີ່ສຸດ”.

        ໃນໄລຍະ 10 ເດືອນຜ່ານມາ, ແຂວງ ບິ່ງທ້ວນ ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 4 ລ້ານເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວສາກົນບັນລຸປະມານ 434.000 ເທື່ອຄົນ, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ເພື່ອແກ້ໄຂບັນດາບັນຫາສິ່ງແວດລ້ອມ, ທາງຄົມມະນາຄົມຢູ່ຕາມບັນດາສາຍທ່ອງທ່ຽວໂດຍພື້ນຖານ, ບິ່ງທ້ວນ ກໍ່ພວມມານະພະຍາຍາມຮັກສາແຂງຕົນແມ່ນສະຖານທີ່ດູດດື່ມສຳລັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ