ບູ່ຍຢູ໋ງ ກັບສິລະປະແຕ້ມພາບດ້ວຍຂີ້ຊາຍ

(vovworld)- ພາບ​ແຕ້ມ​ດ້ວຍ​ຂີ້​ຊາຍ​ແມ່ນ​ພາບ​ແຕ້ມ​ປະ​ເພດ​ຫນຶ່ງ​ທີ່​ນຳ​ໃຊ້​ຂີ້​ຊາຍ​ເພື່ອ​ເລົ່າ​ບັນ​ດາເລື່ອງ​ລາວທີ່ແຕກ​ຕ່າງ​ກັນ. ໃນ​ລາຍ​ການ​ສາ​ລະ​ຄະ​ດີ​ພາກນີ້ ​​ເຊີນ​ທ່ານ​ຕິດ​ຕ​າມ​ການ​ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ​ ໃນ​ພິ​ທີ​ອວຍ​ພອນ​ອາ​ຍຸ​ຍືນ ​ທີ່ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ​ໂດຍນັກ​ສິ​ລະ​​ປີນບູ່ຍ​ຢູງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ບໍ​ລິ​ການ​ບັນ​ເທິງ​ດົນ​ຕີ ຈຳ​ກັດ ບູ່ຍ​ຢູງ, ​ເຊິ່ງແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຜູ້​ນຳ​ຫນ້າ​ໃນ​ຂະ​ບວນ​ການ​ແຕ້ມ​ພາບ​​ເໜັງ​ຕີງດ້ວຍ​ຂີ້​ຊາຍ​ ໃນ​ ເຫດ​ການ​ຕ່າງໆ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ​​ເປັນ​ຜູ້​ແຕ້ມ ເພື່ອ​ເຂົ້າ​ໃຈ​ຕື່ມ​ອີກ​ຄວາມ​ດູດ​ດື່ມ​ຊື່ງ​ພາບ​ແຕ້ມ​ປະ​ເພດນີ້​ນຳ​ມາ​ໃຫ້ ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ຢ້ຽວ​ຮົ່ງ.

ບູ່ຍຢູ໋ງ ກັບສິລະປະແຕ້ມພາບດ້ວຍຂີ້ຊາຍ - ảnh 1
ທ່ານ ບຸ່ຍຢູ໋ງ ກຳລັງແຕ້ມພາບ​ດ້ວຍຂີ້ຂາຍ

        ເມື່ອ​ເຂົ້າ​ພັດທະ​ຄານ​ຫນຶ່ງ​ຢູ່​ນະ​ຄອນ​ຫລວງ ຮ່​າ​ໂນ້ຍ, ສິ່ງ​ທຳ​ອິດ​ທ​ີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ ນັ້ນ​ແມ່ນ​ທຳນອງ​ເພງ “ບັນ​ທຶກປະ​ຈຳ​ວັນ​ຂອງ​ແມ່” ແລະ ຮູບ​ພາບ 10 ນີ້ວ​ມື ຂອງ​ນັກ​ສິ​ລະ​ປິນທີ່​ພວມ​ເຄື່ອນ​ເໜັງ​ຄື​ດັ່ງ​ກຳລັງຟ້ອນ​ເທິງ​ໂຕະ​​ແກ້ວຫນ່ວຍ​ຫນຶ່ງ​ທີ່​ກວ້າງ​ປະ​ມານ 1 ຕາ​ແມັດ. ຢູ່​ກ້ອງ​ໂຕະ​ຫນ່ວຍນີ້ຕິດ​ຕັ້ງດອກ​ໄຟ, ເທິງ​​ໜ້າໂຕະຖືກ​ປົກ​ຄຸ​ມ​ດ້ວຍຊັ້ນຂີ້​ຊາຍທັງບາງ ​ແລະ ກ້ຽງສະ​ເຫ​ມີ. ການ​ເຄື່ອນ​ເໜັງ​ທັງ​ໝົດຂອງ​ນັກ​ສິ​ລະ​ປິນ​ຢູ່​ເທິງ​ຫນ້າ​ໂຕະ​ນັ້ນ ລ້ວນ​ແຕ່​ຖືກ​ສາຍ​ຂຶ້ນ​ຫນ້າ​ຈໍ​ໃຫຍ່​ເພື່ອ​ໃຫ້​ຜູ້​ຊົມ​ສັງ​ເກດ. ​ເນື້ອໃນທັງ​ໝົດ​ຂອງ​ບົດ​ເພງນັ້ນ, ລ້ວນ​ແຕ່ສະ​ແດງ​ອອກ​ດ້ວຍ​ຮູບ​ພາບ​ ຜ່ານ​ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ນັກ​ສິ​ລະ​ປິນ, ນັບ​ແຕ່​ໄລ​ຍະ​ຜູ້​ເປັນ​ແມ່​ຖື​ພາ​ຕະ​ຫລອດ​ຮອດ​ເວ​ລາ​ເກີດ​ລູກ, ລ້ຽງ​ລູກ, ເບິ່ງ​ແຍງ​ດູ​ແລ​ລູກ​ໃຫ້​ເຕີບ​ໃຫຍ່. ນັກ​ສິ​ລະ​ປິນ ບູ່ຍ​ຢູງ ແບ່ງ​ປັນ​ວ່າ:

        “ຂີ້​ຊາຍ​ທີ່​ນຳ​ໃຊ້​ເພື່ອ​ແຕ້ມ​ພາບ​ແມ່ນ​ຂີ້​ຊາຍ​ເມັດ​ນ້ອຍ, ກ້ຽງ​ສະ​ເຫມີ. ຂີ້​ຊາຍ​ປະ​ເພດນີ້​ຂ້າ​ພະ​ເຈົ້າ​ໄດ້​ເຂິງ​ເອົາ​ເອງ​ຈາກ​ຂີ້​ຊາຍ​ທະ​ເລ ຫາກ​ບໍ່​ມີ​ບ່ອນ​ໃດ​ຂາຍ​ໃຫ້. ພາ​ຍ​ຫລັງ​ເຂິງ​ເອົາ​ຂີ້​ຊາຍ​ແລ້ວ ຕ້ອງ​ລ້າງ​ໃຫ້​ສະ​ອາດ ​ແລ້ວ​ຂາງໃຫ້​ແຫ້ງ. ຂີ້​ຊາຍ​ປະ​ເພດ​ນີ້​ສາ​ມາດນ​ຳ​ໃຊ້​ໃນ​ຫລາຍ​ປີ​​ໄດ້.”

ບູ່ຍຢູ໋ງ ກັບສິລະປະແຕ້ມພາບດ້ວຍຂີ້ຊາຍ - ảnh 2

      

ສິລະ​ປະ​​ແຕ້ມ​ພາບດ້ວຍ​ຂີ້​ຊາຍ​ໄດ້​ເລີ່​ມມາ​ຈາກ​ບາງ​ຊົນ​ເຜົ່າ​ໃນ​ໂລກ ​ແລະ ​ໄດ້​ນຳ​ເຂົ້າ ຫວຽດນາມ ​​ເມື່ອປີ 1997. ​ແຕ່​ຮອດຕົ້ນ​ຊຸມ​ປີ 2000, ​ອ້າຍ​ບູ່ຍ​ຢູງ, ນັກສຶກສາ​ຂະ​ແຫນງ​ພາບ​ສີ​ຂັດ​ມັນ ​ບັງ​ເອີນ​ໄດ້ຊົມວີ​ດີ​ໂອກ່ຽວ​ກັບ​ພາບ​ແຕ້ມ​ດ້ວຍ​ຂີ້​ຊາຍ​ທາງອີນ​ເຕີ​ເນັດ ​ແລະ ​ສິລະ​ປະ​ປະ​ເພດ​ນີ້​​ໄດ້​ສ້າງ​ຄວາມປະ​ທັບ​ໃຈທີ່​ສຸດ​ໃຫ້​ແກ່ລາວ. ຮອດ​ປີ 2003, ລາວ​​ໄດ້ຕັດສິນ​ໃຈຍ້າຍເຂົ້າ​ນະຄອນ ​ໂຮ່ຈີ​ມິນ ສ້າງ​ອາຊີບ ດ້ວຍ​ຄວາມ​ຮູ້​ພື້ນ​ຖານ​ແມ່ນ​ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ​:

        “​ກ່ອນນີ້ ຂ້າ​ພະ​ເຈົ້າ​ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ ກໍ​ແມ່ນ​ເພື່ອ​ຫາ​ເງິນ​ລ້ຽງ​ຊີບ ແຕ່​ສິ​ລະ​ປະ​ນີ້​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້ານັບ​ມື້​ນັບ​ນິ​ຍົມ​, ຍ້ອນ​ວ່າດ້ວຍ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ນັກ​ສິ​ລະ​ປິນ ​ໄດ້ຈະ​ເຮັດ​ໃຫ້​ບັນ​ດາ​ເມັດ​ຂີ້​ຊາຍ​ນ້ອຍໆກາຍ​ເປັນ​ພາບ​ແຕ້ມ​ທີ່​ມີ​ຄວ​າມ​ໝາຍ. ເມື່ອ​ມີ​ແນວ​ຄວາມ​ຄິດ​ຮຽນ​ວິ​ທີ​ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ ຂ້າ​ພະ​ເຈົ້າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ ເພາະ​ໃນ​ໄລ​ຍະ​ນັ້ນ, ​ຜູ້​ທີ່​ຮູ້​ຈັກ​ເຖິງວິ​ຊາ​ສິ​ລະ​ປະ​ນີ້ບໍ່​ມີ​ຫລາຍ, ສະ​ນັ້ນ ຕົນ​ເອງ​ຕ້ອງ​ຮຽນ​ຜ່ານອິນ​ເຕີ​ແນັດ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າພະ​ເຈົ້າ​ຍັງມີ​ຄວາມ​ສະ​ດວກ ຍ້ອນ​​ເຄີຍຮຽນ​ສິ​ລະ​ປະ​ແລ້ວ ສະ​ນັ້ນ​ເມື່ອ​ຫັນ​ມາຮຽນ​ວິ​ທີ​ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ ກໍ​ວ່ອງ​ໄວ ພຽງ​ໃນ​​ເວລາຫນຶ່ງ​ເດືອນ​​ເທົ່າ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ມີບັນ​ດາ​ທັກ​ສະ​ພື້ນ​ຖານ​ກ່ຽວ​ກັບ​ການ​ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ​ແລ້ວ.”

        ​ໄລຍະ​ຕົ້ນ​ເມື່ອ​ຫາ​ກໍ​ເຂົ້າ​ເຮັດ​ວຽກ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ອ້າຍ​ຢູ້ງ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ຍ້ອນຜູ້​ມີ​ຄວາມ​ຮູ້​ຈັກ​ເຖິງ​ພາບ​ແຕ້ມ​ປະ​ເພດນີ້ບໍ່​ມີ​ຫຼາຍ, ຄວາມ​ຕ້ອງ​ການ​ແຕ້ມພາບ​ດ້ວຍ​ຂີ້​ຊາຍກໍ​ບໍ່​ຫລາຍ. ວຽກ​ງານ​ນີ້​ເລີ່​ມພັດທະນາ​ນັບ​ແຕ່​ກ່ອນນີ້ 10 ປີ, ເມື່ອ​ອ້າຍ​ສ້າງ​ຕັ້ງ​ບໍ​ລິ​ສັດ​ບໍ​ລິ​ການ​ບັນ​ເທິງ​ດົນ​ດີ ບູ່ຍ​ຢູງ ຈຳ​ກັດ. ເພື່ອນ ເລີມ​ທັງ​ຮ່າ, ພາລະ​ກອນ​ຫນຸ່ມກວ່າ​ໝູ່​ໃນ​ບໍ​ລິ​ສັດ ແຕ່​ພັດ​ມີ​ທັກ​ສະ​ດີ​ສົມ​ຄວນ​ໃນ​ການ​ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ​ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​​ເຄີຍຮຽນ​ວິ​ຈິດ​ສິນ, ແຕ່​ເມື່ອ​ໄດ້​ຮັບ​ເຂົ້າ​ເຮັດ​ວຽກ​ໃນ​ບໍ​ລິ​ສັດ  ແລະ ໄດ້​ຮັບ​ການ​ແນະ​ນຳ, ສິດ​ສອນ​ວິ​ທີ​ແຕ້ມ​ພາບ​ຈາກ​ອ້າຍ​ຢູງ ແລະ ພວກ​ອ້າຍ​ເອື້ອຍ​ໃນ​ບໍ​ລິ​ສັດ ໃນ​ເວ​ລາພຽງກວ່າ 1 ເດືອນ, ຂ້າ​ພະ​ເຈົ້າ​ກໍ່ເລີີ່ມ​ໄປ​​ແຕ້ມໄດ້​ແລ້ວ. ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍບໍ່​ຍາກ ແຕ່​ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ແຕ້ມ​ໄວ ແລະ ຕາມ​ເນື້ອ​ໃນ​ຂອງ​ຜູ້​ຕ້ອງການ. ພິ​ເສດ ​ແມ່ນ​ຕ້ອງ​ຄັດ​ເລືອກ​ບັນດາ​ບົດ​ເພງ​ມ່ວນ​ຈຶ່ງ​ສ້າງ​ຄວາມ​ດຶງ​ດູດ​ຜູ້​ຊົມ​ໄດ້.”

        ອ້າຍ​ຫາຍ, ຊື່ງ​ແມ່ນຜູ້​ເຊົ່າ​ບໍ​ລິ​ສັດ ອ້າຍ​ບູ່ຍ​ຢູງ ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ​ເນື່ອງ​ໃນ​ໂອ​ກາດວັນອວຍ​ພອນ​ອາ​ຍຸ​ຍືນ​ຂອງ​ແມ່ ຄົບ​ຮອບ 70 ປີ ພວມ​ຕັ້ງ​ໃຈ​ຕິດ​ຕາມ​ນັກ​ສິ​ລະ​ປິນ ບູ່ຍ​ຢູງ ແຕ້ມ​ພາບ ດ້ວ​ຍ​ຄວາມ​ພຶງ​ພໍ​ໃຈ. ເພ່​ືອ​ເຊົ່າ​ນັກ​ສິ​ລະ​ປິນ​ຈາກ​ພາກ​ໃຕ້​ມາ​ຮ່າ​ໂນ້ຍ ​ແຕ້ມ​ພາບ,​ ອ້າຍ​ຕ້ອງ​ເສຍ​ເງິນບໍ່​ແມ່ນ​ຫນ້ອຍ.

        “ຂ້າ​ພະ​ເຈົ້າ​ຕ້ອງ​ຈ່າຍ​ຈຳ​ນວນ​ເງິນ​ເກືອບ 20 ລ້ານ (ປະ​ມານ 8 ລ້ານ​ກີບ)ເພື່ອ​ເຊົ່າ ບໍ​ລິ​ສັດ​ບູ່ຍ​ຢູງ ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ​ເນື່ອງ​ໃນ​ໂອ​ກາດອວຍ​ພອນ​ອາ​ຍຸ​ຍືນ ຂອງ​ແມ່​ຕົນ​ໃນ​ເວ​ລາ​ເກືອບ 20 ນາ​ທີ. ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເຖິງ​ບໍ​ລິ​ສັດ​ນີ້​ຜ່ານ ອິນ​ເຕີ​ແນັດ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ການ​ສະ​ແດງ​ຂອງ​ນັກ​ສິ​ລະ​ປິນ. ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຊົມ​ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ​ໂດຍ​ກົງ ແລະ ຮູ້​ສຶກ​ນິ​ຍົມ​ທີ່​ສຸດ.”

        ​ການ​ແຕ້ມ​ພາບ​ດ້ວຍ​ຂີ້​ຊາຍ​ສຳ​ເລັດ​, ກໍ່​ແມ່ນຈຸດ​ເວ​ລາ​ທີ່​ສຽງ​ດົນ​ຕີ​ຢຸດ​ຕິ​ລົງ. ຮູບ​ພາບ​ຜູ້​ເປັນ​ລູກ​ທີ່ໄດ້​ເຕີບ​​ໃຫຍ່​​ພວມກົ້ມ​ຫົວ​ໃສ່​​ເອີກຜູ້​ເປັນ​ແມ່ ​ໄດ້ເຮັດ​ໃຫ້​ຜູ້​ຊົມຕ່າງ​ກໍ່​​ຮູ້​ສຶກ​ຕືນ​ຕັ້ນ​ໃຈ. ຈາກ​ເມັດ​ຂີ້​ຊາຍ​ນ້ອຍໆ ​ແຕ່ໄດ້​ສ້າງຄວາມ​ຮູ້​ສຶກ​ຫລາຍຢ່າງ​ໃຫ້​ແກ່​ຜູ້​ຊົມ ນັ້ນ​ກໍ​ແມ່ນ​ຄວາມ​ປາດ​ຖະ​ຫນາ​ຂອງ ອ້າຍ​ບູ່ຍ​ຢູງ. ນັກ​ສິ​ລະ​ປິນ​ບ​ູ່ຍ​ຢູງ ຫວັງ​ວ່າ ຈະ​ເປີດ ​ບໍ​ລິ​ສັດ​​ສາ​ຂາຢູ່ ຮ່າ​ໂນ້ຍຕື່ມ​ອີກ ເພື່ອ​ແນະ​ນຳ​ສິ​ລະ​ປະ​ນີ້​ເຖິງ​ຜູ້​ຊົມໃຫ້​ຫລາຍກວ່າ. ຫວັງ​ວ່າ ຄວາມ​ໄຝ່​ຝັນ​ຂອງ ອ້າຍ​ບູ່ຍ​ຢູງ ຈະ​ປະ​ກົດ​ຜົນ​ເປັນ​ຈິງ​ໂດຍ​ໄວ​ໃນ​ອະ​ນາ​ຄົດ​ໃກ້ໆ​ນີ້.


ຂ່າວ/ບົດ​ອື່ນ