ບັນຍາການຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງບັນດາທະຫານເຮືອ ຢ ູ່ເກາະຮ່ອນຄວາຍ



(vovworld)-ເກາະ​ຮ່ອນ​ຄວາຍ​ຖືກ​ຕັ້ງ​ຢູ່ນອກ​ຝັ່ງ​ທະ​ເລ​ທາງໃຕ້ສຸດ​ຂອງ​ແຫລມ​ກາ​ເມົາ. ຢູ່​ເກາະ​ທີ່​ຫ່າງ​ໄກ​ນີ້ແມ່ນ​ຂາດ​ເຂີນ​ທຸກ​ສິ່ງ​ທຸກ​ຢ່າງ ແຕ່​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ​ຂອງ​ບັນ​ດາ​​ທະ​ຫານ​ເຮືອແມ່ນ​ອົບ​ອຸ່ນ ແລະ ເຕັມ​ໄປ​ດ້ວຍ​ອາ​ລົ​ມ​ຈິດ​​ຄວາມ​ຮັ​ກ​ແພງ. ບຸນ​ປີ​ໃຫມ່​ປີນີ້, ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຄື​ດັ່ງ​ເພີ່ມ​ຂຶ້ນທົບ​ສອງ​ເທົ່າ​ສຳ​ລັບ​ບັນ​ດາ​ທະ​ຫານ​ເຮືອ​ຢູ່ສະ​ຖາ​ນີ ຣາ​ດາ 595, ກອງ​ພັນ 551, ກອງ​ບັນ​ຊາ​ການ​ ທະ​ຫານ​ເຮືອ ເຂດ 5 ເມື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ຄວາມ​ຜາ​ສຸກ​ຂອງຄອບ​ຄົວ​​ຮ້ອຍ​ໂທ ຫງວຽນ​ທ​ໍ້​ເຈື່ອງທີ່​ມີ​ຈຸດ​ເວ​ລາ​ເຕົ້າ​ໂຮມ​ກັນ.

ບັນຍາການຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງບັນດາທະຫານເຮືອ ຢ ູ່ເກາະຮ່ອນຄວາຍ - ảnh 1
ບັນ​ດາ​ນັກ​ຮົບ​ຢູ່​ເກາະ​ຮ່ອນ​ຄວາຍ
ພາບ:internet

ຍັງ​ອີກ 10 ວັນ​​ຈຶ່ງ​​ຮອດ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ, ແຕ່​ບັນ​ຍາ​ກາດ​ປີ​ໃຫມ່​ປີ​ມະ​ແມ​ໄດ້​ປະ​ກົດ​ອອກ​ໃນ​ແຕ່​ລະ​ຄອບ​ຄົວ. ຢູ​່​ບ້ານ​ເກີດ​ເມືອງນອນ, ຄອບ​ຄົວ​, ຍາດ​ຕິ​ພີ່​ນ້ອງ​ຂອງບັນ​ດາ​ນັກ​ຮົບ​ສະ​ຖາ​ນີ ຣາ​ດາ 595 ພວມ​ກະ​ກຽມ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຕ້ອນ​ຮັບ​ປີໃຫມ່ບຸນ​ປະ​ຈຳ​ຊາດ. ສ່ວນ​ຢູ່ ສະ​ຖາ​ນີ ຣາ​ດາ 595, ບັນ​ດາ​ທະ​ຫານ​ເຮືອ ກໍ​ພວມ​ຫ້າວ​ຫັນ​ກະ​ກຽມຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່ ປີ 2015. ພິ​ເສດ, ປີນີ້ ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ ຢູ່​ເກາະ​ ຮ່ອນ​ຄວາຍ ​ຍິ່ງ​ມີ​ຄວາມເບີກ​ບານ​ມ່ວນ​ຊື່ນກວ່າ ​ເພາະ​ວ່າ​ພວກ​ອ້າຍ​​ມີ​ຍາດ​ຕີ​ພີ່​ນ້ອງ​ຂອງ​ເພື່ອນ​ຮ່ວມ​ກົມ​ກອງ​ມາ​ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ​ນຳ​. ເປັນ​ຄັ້ງ​ທຳ​ອິດ​ມ​ີ​ໂອ​ກາດ​ໄດ້​ມາ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ກັບ​ຜົວ, ເອື້ອຍ ຟານ​ທິ​ເມນ ຈຶ່ງ​ເຂົ້າ​ໃຈ​ໄດ້​ວຽກ​ງານ​ກໍ​ຄື​ອາ​ລົມ​ຈິດ​​ຄວາມ​ຮັ​ກ​ແພງຂອງ​ພວກ​ອ້າຍ​ທະ​ຫານ​ຢູ່​ເກາະ​ທີ່​ຫ່າງ​ໄກ. ເອື້ອຍ ເມນ ໃຫ້​ຮູ້​ວ່າ:

        “ເມື່ອ​ມາ​ຮອດ​ເກາະ​ຮ​ອ່ນ​ຄວາຍ, ຂ້າ​ພ​ະ​ເຈົ້າ​ເຫັນ​ວ່າ ພວກ​ອ້າຍນ​ອ້ງ​ຢູ່​ໃນ​ກົມ​ກອງ​ມີ​ຄວາ​ມ​ຮັກ​ແພງ​ກັນ. ເຖິງວ່າ ຊີ​ວິດ​ຂອງ​ພວກ​ອ້າຍ​ຢູ່​ເກາະ ແມ່ນ​ຂາດ​ເຂີນ​ຫລາຍ​​ສິ່ງ​ຫລາຍຢ່າງເມື່ອ​ທຽບ​ໃສ່​​ຢູ່​ເຂດດິນ​ຕໍ່​ແຜ່ນ​ກໍ​ຕາມ, ແຕ່​ພວກ​ອ້າຍ​ຍາມ​ໃດ​ກໍ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ​ປະ​ຕິ​ບັດສຳ​ເລັດ​ຫນ້າ​ທີ່ທີ່​ໄດ້​ຮັບ​ການມອບ​ໝາຍ.”

        ​ເອື​້ອຍ ເມນ ແລະ ຮ້ອຍ​ໂທ ຫງວຽນ​ທ​ໍ້​ເຈື່ອງ ແຕ່ງ​ງານ​ນຳ​ກັນ​ມາ​ເປັນ​ເວ​ລາ 17 ປີ​ແລ້ວ, ແຕ່​ສ່ວນ​ຫລາຍ ອ້າຍ​ເຈື່ອງ ດຳ​ລົງ​ຊີ​ວິດ ແລະ ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຢູ່ ເກາະ​. ປີນີ້ ການ​ມີ​ຫນ້າ​ຂອງ​ເມຍ ແລະ ລູກ​ຂອງ​ອ້າຍ ເຈື່ອງ ຢູ່​ເກາະ​ຮ່ອນ​ຄວາຍ ຍິ່ງ​ເຮັດ​ໃຫ້​​ເພ​ື່ອນ​ຮ່ວມ​ກົມ​ກອງ​ກໍ​ຮູ້​ສຶກ​ເບີກ​ບານ​ມ່ວນ​ຊື່ນກວ່າ. ຮ້ອຍ​ໂທ ຫງວຽນ​ທໍ້​ເຈື່ອງ ແບ່ງ​ປັນ​ວ່າ:

        “ປີນີ້ ຂ້າ​ພະ​ເຈົ້າ​ໂຊກ​ດີກວ່າ​ບັນ​ດາ​ອ້າຍ​ນ້ອງ​ຮ່ວມ​ກົມ​ກອງ ເພາະ​ໄດ້​ຕ້ອນ​ຮັບ​ບຸນ​ປ​ີ​ໃຫມ່​​ປະ​ຈຳ​ຊາດກັບ​ເມຍ ແລະ ລູກ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫລາຍ ແລະ ອຸ່ນ​ອ່ຽນ​ໃຈ​ເພື່ອ​ສຳ​ເລັດ​ຫນ້າ​ທີ່​ວຽກ​ງານ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ບຸນ​ປີ​ໃຫມ່​ໃນ​ຊຸມ​ປີ​ຕໍ່​ໄປ, ບັນ​ດາ​ຜູ້​ຮ່ວມ​ກົມ​ກອງ​ກັບ​ຂ້າ​ພະ​ເຈົ້າ​ກໍ​ໂຊກດີ​ຄື​ຂ້າ​ພະ​ເຈົ້າ.”

ບັນຍາການຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງບັນດາທະຫານເຮືອ ຢ ູ່ເກາະຮ່ອນຄວາຍ - ảnh 2
 ​ສົ່ງ​ເຄື່ອງ​ຂອງ​ໃຫ້​ນັກ​ຮົບ​ຕ້ອ​ນ​ຮັບ​ບຸນ​ເຕັດ
ພາບ:internet

        ຂອງ​ຂວັນ​ທີ່​ເອື້ອຍ​ເມນ ນຳ​ມາ​ໃຫ້​ຜົວ ສ່ວນ​ຫລາຍ​ແມ່ນ​ບັນ​ດາ​ເລື່ອງ​ລາວ​ຂອງ​ຍາດ​ຕິ​ພີ່​ນ້ອງ​ຢູ່ ບ້ານ​ເກີດ​ເມືອງນອນ. ​ເອື້ອຍ​ເມນ​ເວົ້າ​ວ່າ:

        “ຂອງ​ຂວັນ​ທີ່​ຂ້າພ​ະ​ເຈົ້າ​ນຳ​ມາ​ໃຫ້​ ນັ້ນແມ່ນ​ບັນ​ດາ​ເລື່ອງ​ລາວ​ຢູ່​ບ້ານ.  ເລື່ອງ​ຮ່ຳ​ຮຽນ​ຂອງ​ລູກ, ສຸ​ຂະ​ພາບ​ຂອງ​ພໍ່​ແມ່. ການ​ດຳ​ລົງ​ຊີ​ວິດ​ຢູ່​ບ້ານ​ເກີດ​ເມືອງນອນ​ກໍ​ອີ​່ມ​ຫນຳ​ສຳ​ລານກວ່າດ ບໍ່​ຫຍຸ້ງ​ຍາກ​ຄື​ກ່ອນນີ້ອ​ີກ.”

        ເຖິງວ່າ ຊີ​ວິດ​ການ​ເປັນ​ຢູ່​ຍັງ​ປະ​ສົບ​ກັບ​ການທົດ​ສອບ, ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ຫລາຍ​ຢ່າງກໍ​ຕາມ, ແຕ່ ບັນ​ດາ​ນັກ​ຮົບ​ປ້ອງ​ກັນ​ອະ​ທິ​ປ​ະ​ໄຕ​ຂອງ​ປະ​ເທດ​ຊ​າດ​ຢູ່​ເກາະ​ ຮ່ອນ​ຄວາຍ ຍາມ​ໃດ​ກ​ໍ​ຖື ຫນ້າ​ທີ່​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ເປັນ​ວຽກ​ງານ​ສຳ​ຄັນ​ຕົ້ນ​ຕໍ. ຄວາມ​ສະ​ຫງົບ​ສຸ​ກ​ຢູ່​ເຂດທະ​ເລ, ໝູ່​ເກາະ, ພິ​ເສດ ອາ​ລົມ​ຈິດ​​ຄວາມຮັກ​ແພງ​ ບໍ​ລິ​ສຸດ​ຜຸດ​ຜ່ອງ​ຂອງ​ຜູ້​ເປັນ​ເມຍ​​ແມ່ນ​ສິ່ງທີ່​ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແກ່​ພວກ​ອ້າຍ​ໃນ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ປົກ​ປັກ​ຮັກ​ສາອ​ະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ​

ຕອບກັບ

ຂ່າວ/ບົດ​ອື່ນ