ບັນດາຊາວໜຸ່ມປະຈັນບານກໍ່ຮ່າງສ້າງຕົວຢູ່ເຂດຊາຍແດນ

(VOVWORLD) - ຢູ່ຕາແສງເຂດຊາຍແດນ ລຸ່ງວາຍ, ເມືອງ ເມື່ອງເຄືອງ, ແຂວງລາວກາຍ ໄດ້ມີບ້ານໃໝ່ທີ່ອຸດົມຮັ່ງມີເຊິ່ງໄດ້ຮັບການກໍ່ສ້າງດ້ວຍບັນດາຊາວໜຸ່ມປະຈັນບານ. ເຂົາເຈົ້ານັ້ນເອງແມ່ນບັນດາຜູ້ນຳໜ້າໃນການປະກອບສ່ວນປົກປັກຮັກສາເຂດຊາຍແດນ, ສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີ, ສວຍງາມຕື່ມອີກ.
ບັນດາຊາວໜຸ່ມປະຈັນບານກໍ່ຮ່າງສ້າງຕົວຢູ່ເຂດຊາຍແດນ - ảnh 1(ບ້ານຊາວໜຸ່ມກໍ່ຮ່າງສ້າງຕົວ ຢູ່ຕາແສງ ລຸ່ງວາຍ, ເມືອງ ເມື່ອງເຄືອງ, ແຂວງລາວກາຍ)

ບ້ານໃໝ່ດ້ວຍຊື່ເອີ້ນວ່າ ບ້ານຊາວໜຸ່ມກໍ່ຮ່າງສ້າງຕົວ ຢູ່ຕາແສງ ລຸ່ງວາຍ, ເມືອງ ເມື່ອງເຄືອງ, ແຂວງລາວກາຍ, ຕັ້ງຢູ່ຮ່ອມພູນ້ອຍຢູ່ເຂດຊາຍແດນທີ່ຕິດກັບປະເທດບ້ານໃກ້ເຮືອນຄຽງຈີນ.

        ບ້ານໄດ້ຮັບການກໍ່ສ້າງນັ້ບແຕ່ປີ 2014 ດ້ວຍລະບົບພື້ນຖານໂຄງລ່າງລວມມີ: ໄຟຟ້າ, ຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ… ເຊິ່ງແມ່ນບ້ານແຫ່ງທີ 2 ຂອງຊາວໜຸ່ມຢູ່ລາວກາຍ ຖັດຈາກບ້ານຊາວໜຸ່ມກໍ່ຮ່າງສ້າງຕົວ ຈິ້ງເຕື່ອງ (ບ໋າດຊາດ, ລາວກາຍ) ໄດ້ຮັບການກໍ່ສ້າງເມື່ອປີ 2008.

        ເມື່ອຫຼຽວເບິ່ງບັນດາເຮືອນໄດ້ຮັບການປຸກສ້າງເປັນຫຼາຍຊັ້ນ, ມີຄວາມແໜ້ນໜາຖາວອນຢູ່ແຄມທາງເບຕົງຮາບພຽງນັ້ນ, ບໍ່ຍາກທີ່ຈະມີໃຜວາດພາບໄດ້ວ່າ ກ່ອນນີ້ 2 – 3 ປີ, ຢູ່ເຂດນີ້ຮົກເຮື້ອເປົ່າຫວ່າງທີ່ສຸດ. ທຸກສິ່ງທຸກຢ່າງລ້ວນແຕ່ໄດ້ເລີ່ມກໍ່ສ້າງເມື່ອໄວໜຸ່ມຊາວເຜົ່າ ມົ້ງ ລຸ່ນທຳອິດມາຈາກເຂດທີ່ທຸກຍາກ ລາປານເຕີນ (ເມື່ອງເຄືອງ) ມາແຫ່ງນີ້ເພື່ອເຮັດໄຮ່ໄຖນາ, ກໍ່ສ້າງເຮືອນຊານ.

        ເມື່ອຫວນຊຸມມື້ທຳອິດທີ່ມາຢູ່ສະຖານທີ່ແຫ່ງນີ້ເພື່ອກໍ່ຮ່າງສ້າງຕົວ, ອ້າຍ ຈາວງ່າລ່ຽວ ນັບແຕ່ຄາວນັ້ນ ຜົວເມຍຂອງອ້າຍ ພ້ອມກັບລູກ 2 ຄົນໄດ້ອອກຈາກບ້ານເກີດເມືອງນອນມາຢູ່ແຫ່ງນີ້ແມ່ນບໍ່ມີຫຍັງເລີຍ. ແຕ່ຕາມອ້າຍແລ້ວ, ຢູ່ເຂດດິນແດນທີ່ອຸດົມສົມບູນແຫ່ງນີ້, ຜູ້ໃດມີເຈດຈຳນົງ ຜູ້ນັ້ນກໍ່ຕັ້ງຕົວໄດ້. ຈາກບັນດາຕົ້ນໝາກກວ້ຍ, ສາລີທຳອິດທີ່ປູກຢູ່ເຂດດິນແດນແຫ່ງນີ້, ມາຮອດປະຈຸບັນຄອບຄົວຂອງອ້າຍ ບໍ່ພຽງແຕ່ສາມາດຫຼຸດພົ້ນອອກຈາກຄວາມອຶດຫິວເທົ່ານັ້ນ, ຫາກຍັງຫຼຸດພົ້ນອອກຈາກຄວາມທຸກຍາກອີກດ້ວຍ. ອ້າຍ ລ່ຽວ ເລົ່າສູ່ຟັງວ່າ.

        “ຢູ່ແຫ່ງນີ້ແມ່ນແຕກຕ່າງກັບ ລາປານເຕີນ ຫຼາຍ, ເມື່ອກ່ອນຢູ່ ລາປານເຕີນ ດຳລົງຊີວິດແບບລຳບາກທີ່ສຸດ, ການໄປມາຫາສູ່ກັນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍ, ຢາກຊື້ເຄື່ອງຂອງກໍ່ໃຊ້ເວລາເປັນມື້. ມາແຫ່ງນີ້ການດຳລົງຊີວິດເປັນປົກກະຕິ, ມີຄວາມອຸ່ນອ່ຽນໃຈທຳມາຫາກິນ, ບໍ່ຕ້ອງຄິດເຖິງເລື່ອງຍົກຍ້າຍໄປບ່ອນອື່ນອີກ”.

        ກໍ່ຄ້າຍຄືກັນກັບເລື່ອງລາວຂອງອ້າຍ ລ່ຽວ, ຊາວໜຸ່ມ ຈາວຫວຽດຊວນ ກໍ່ແມ່ນໜຶ່ງໃນບັນດາແບບຢ່າງປະຈັນບານມາກໍ່ຮ່າງສ້າງຕົວຢູ່ບ້ານໃໝ່. ໂດຍໄດ້ຮັບການໜູນຊ່ວຍຈຳນວນເງິນ 50 ລ້ານດົ່ງຈາກລັດ ເພື່ອກໍ່ສ້າງເຮືອນຢູ່, ຮັບປະກັນສະຖຽນລະພາບໃນການດຳລົງຊີວິດ, ອ້າຍພ້ອມກັບເມຍ ແລະ ລູກຂອງຕົນໄດ້ມີຄວາມອຸ່ນອ່ຽນໃຈທຳມາຫາກິນ. ມາຮອດປະຈຸບັນ, ນອກຈາກເນື້ອທີ່ດິນກະສິກຳທີ່ໃຫ້ການເກັບກ່ຽວເປັນຢ່າງດີແລ້ວ, ອ້າຍຍັງໄດ້ຊື້ລົດໃຫຍ່ເພື່ອເຮັດການບໍລິການຂົນສົ່ງອີກດ້ວຍ.

        “ຢູ່ບ້ານເກີດເມືອງນອນເກົ່າຂອງພວກຂ້າພະເຈົ້າ, ທາງຄົມມະນາຄົມໄປມາແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ບໍ່ມີໄຟຟ້າໃຊ້, ສະນັ້ນ, ພວກຂ້າພະເຈົ້າຈຶ່ງຕັດສິນໃຈສະໝັກກໍ່ຮ່າງສ້າງຕົວຢູ່ສະຖານທີ່ແຫ່ງນີ້ ແລະ ນີ້ແມ່ນບ້ານເກີດເມືອງນອນແຫ່ງທີ 2 ແລະ ພວກຂ້າພະເຈົ້າຈະຜູກພັນກັບແຫ່ງນີ້”.

        ດ້ວຍກຳລັງແຮງ, ພູມປັນຍາ ແລະ ເຈດຈຳນົງຜ່ານຜ່າທຸກຄວາມຫຍຸ້ງຍາກ, ບັນດາບາວ, ສາວ ຊາວເຜົ່າຢ້າວ, ມົ້ງ, ນຸ່ງ… ໄດ້ເສີມຂະຫຍາຍບົດບາດປະຈັນບານຂອງໄວໜຸ່ມ ເພື່ອພ້ອມກັນສ້າງສາບ້ານເມືອງ, ກໍ່ຮ່າງສ້າງຕົວຢູ່ເຂດດິນແດນແຫ່ງນີ້, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ, ຮັກສາຄວາມໝັ້ນຄົງ, ການປ້ອງກັນຊາດຢູ່ເຂດຊາຍແດນ.

        ຕາມອ້າຍ ຢ່າງກ໋ວກຮືງ, ເລຂາຄະນະຊາວໜຸ່ມແຂວງ ລາວກາຍ ແລ້ວ, ມາຮອດຈຸດເວລານີ້, ໄດ້ມີ 18 ຄອບຄົວຊາວໜຸ່ມດຳລົງຊີວິດເປັນປົກກະຕິຢູ່ບ້ານແຫ່ງນີ້. ໃນຕໍ່ໜ້າ, ກໍ່ພວມມີຄອບຄົວຊາວໜຸ່ມອື່ນສະໝັກໃຈມາກໍ່ຮ້າງສ້າງຕົວຢູ່ບ້ານແຫ່ງນີ້ຕື່ມອີກນັບສິບຄອບຄົວ.

        ນັບແຕ່ປີ 2014 ເປັນຕົ້ນມາ, ພາຍຫຼັງທີ່ສູນກາງຊາວໜຸ່ມ ອະນຸມັດຜ່ານໂຄງການ, ພື້ນຖານດ້ານວັດຖຸຂອງບ້ານໄດ້ຮັບການລົງທຶນໃຫ້ກໍ່ສ້າງກິດຈະກຳສຳຄັນນັບຫຼາຍສິບກິດຈະກຳ. ຈາກເລື່ອງປະສົບກັບຄວາມຫຍຸ້ງຍາກໃນເບື້ອງຕົ້ນ, ບັນດາຄອບຄົວໄວໜຸ່ມກໍ່ຮ່າງສ້າງຕົວຢູ່ແຫ່ງນີ້ລ້ວນແຕ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ປະກອບສ່ວນສ້າງຄວາມຮັ່ງມີ, ຮັກສາອະທິປະໄຕເຂດຊາຍແດນໄວ້ຢ່າງໝັ້ນຄົງ. ອ້າຍຢ່າງກ໋ວກຮືງ, ໃຫ້ຮູ້ວ່າ.

        “ຈຳນວນສະມາຊິກຊາວໜຸ່ມດຳລົງຊີວິດຢູ່ບ້ານແຫ່ງນີ້ລ້ວນແຕ່ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ເພື່ອປະກອບສ່ວນຫາເງິນລ້ຽງຊີບລວມຂອງຄອບຄົວຕົນເອງ. ບັນດາຄອບຄົວທີ່ພວກຂ້າພະເຈົ້າໄດ້ສະໜອງທີ່ດິນຢູ່ບ້ານນີ້ ໄດ້ກໍ່ສ້າງເຮືອນຢູ່ໝົດແລ້ວ, ຮັບປະກັນທາງດ້ານທັດສະນີຍະພາບ, ຕົ້ນໄມ້ໃບຫຍ້າຖືກຕ້ອງຕາມມາດຕະຖານກໍ່ສ້າງຊົນນະບົດໃໝ່.”

        ປະຈຸບັນ, ໃນທົ່ວປະເທດໄດ້ມີບ້ານກໍ່ຮ່າງສ້າງຕົວ 19 ແຫ່ງ, ໂດຍສຸມໃສ່ຢູ່ບັນດາບໍລິເວນເຂດຫ່າງໄກຊອກຫຼີກ,  ເຂດພູດອຍ. “ບ່ອນໃດຍາກຊາວໜຸ່ນບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ”, ຈາກເຂດທົ່ງພຽງ, ເຂດແຄມຝັ່ງທະເລ ຕະຫຼອດຮອດເຂດພູສູງ, ເຂດຊາຍແດນ, ທະເລໝູ່ເກາະ ຢູ່ແຫ່ງໃດຊາວໜຸ່ມກໍ່ປະກົດຕົວ. ຮູບແບບໝູ່ບ້ານຊາວໜຸ່ມກໍ່ຮ່າງສ້າງຕົວ ພວມນັບມື້ນັບສະແດງໃຫ້ເຫັນພະລັງຊີວິດ, ລັກສະນະປະຈັນບານຂອງໄວໜຸ່ມໃນທົ່ວທຸກແຫ່ງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ