ບັນດາຜູ້ຮັກສາຄື້ນກະຈາຍສຽງໃນສະໄໝຕໍ່ຕ້ານ ຕ້ານຈັກກະພັດອາເມລິກາກູ້ຊາດ


(vovworld) - ​ໃນ​ການ​ຕໍ່ຕ້ານ​ສອງ​ຄັ້ງ​ຂອງ​ຊາດ, ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV)  ​ແມ່ນ​ຂົວ​ເຊື່ອມ​ຕໍ່​ດ້ານ​ການ​ເມືອງ ​ແລະ ສາຍ​ໃຈ​ລະຫວ່າງ​ພາກ​ເໜືອ - ພາກ​ໃຕ້. ​ໃນ​ສະພາບ​ຖືກ​ລະ​ເບີດ​ທຳລາຍ​ຢ່າງ​ດຸ​ເດືອດ, ບັນດາ​ພະນັກງານ, ນັກ​ຂ່າວ, ພາລະ​ກອນ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ບໍ່​ຫົວຊາ​ຕໍ່​ການ​ເສຍ​ສະຫຼະຊີວິດ, ຄວາມ​ລຳບາກ​ເພື່ອ​ຮັກສາ “ຂົວ​“ ທີ່​ເຊື່ອມ​ຕໍ່​ລະຫວ່າງສອງ​ພາກ​ນັ້ນ.

        ​ເດືອນ 10/1956, ນັກ​ຂ່າວ ​ເຈິ່ນດັກ​ໂລກ, ສັງກັດ​ຄະນະ​ບັນນາທິການ​ພາກ​ໃຕ້ VOV , ດ້ວຍ​ນາມ​ປາກກາ ວຽນ​ກິ໋ງ, ກໍ່​​ເຊັ່ນ​ດຽວ​ກັບ​ບັນດາ​ນັກ​ຂ່າວ​ອື່ນໆ​ຂອງ VOV, ​ ​ເມື່ອ​ດຳ​ເນີນ​ງານ​ພຽງ​ແຕ່ມີປາກກາ ​ແລະ ສະໝຸດ​ປື້​ມ​ເພື່ອ​ຂຽນ​ບົດ​ເທົ່າ​ນັ້ນ, ​ເຖິງ​ວ່າການ​ດຳລົງ​ຊີວິດມີ​ຄວາມ​ຫຍຸ້ງຍາກ,​ລຳບາກ​ທີ່​ສຸດ, ບໍ່ພໍ​ນຸ່ງ, ບໍ່​ພໍ​ກິນ, ໃນ​ຂະນະ​ທີ່ຈັກກະພັດ​ອາ​ເມ​ລິ​ກາ​ຖີ້ມລະ​ເບີດ​ທຳລາຍ​ຢ່າງ​ດຸ​ເດືອດກໍ່ຕາມ. ​ແຕ່ຜູ້​ໃດ​ກໍ່​ມີ​ຫົວຄິດ​ປະດິດ​ສ້າງ, ມານະ​ພະຍາຍາມ​ປະຕິບັດວຽກ​ງານຢ່າງ​ສຸດ​ຈິດ​ສຸດ​ໃຈ. ​ເມື່ອ​ບົດ​ຂອງ​ຕົນ​ໄດ້​ອອກ​ອາກາດ​ທາງ VOV, ທ່ານ​ກໍ່​ຮູ້ສຶກ​ຄື​ດັ່ງ​ໄດ້​ເພີ່ມກຳລັງ​​​ແຮງຕື່ມ​ອີກ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ລຳບາກ​ທຸກ​ປະການ. ນັກ​ຂ່າວ ​ເຈິ່ນດັກ​ໂລກ, ​ໃຫ້​ຮູ້​ວ່າ:

        “​ເວລາ​ນັ້ນ, ພວກ​ຂ້າພະ​ເຈົ້າ​ເຮັດ​ວຽກ​ໂດຍ​ບໍ່​ຫົວຊາ​ເຖິງ​ເວລາ. ຕອນ​ເຊົ້າ, ​ພາຍ​ຫຼັງ​​ເຂົ້ານຮ່ວມການປະຊຸມກໍ່​ຂຽນ​ບົດ​ໃນ​ທັນທີ​ເພື່ອ​ອອກ​ອາກາດ​ໃນ​ຕອນ​ທຽງ, ຕໍ່​ມາ​ກໍ່​ສືບ​ຕໍ່ຂຽນ​ບົດ​ໃໝ່​ອີກ. ຂຽນ​ຕະຫຼອດ. ຜູ້​ລະ​ຂຽນ 7 ບົດ/ສັບປະດາ, ​ແຕ່​ບໍ່​ຄິດ​ເຖິງ​ນະ​ໂຍບາຍ​ເກື້ອ​ກຸນ​​ໃດເທື່ອ“.

        ​ໃນ​ຊຸມ​ເດືອນ​ປີ​ແຫ່ງ​ການ​ຕໍ່ຕ້ານ ຕ້ານຈັກກະພັດ​ອາ​ເມ​ລິ​ກາ​ ກູ້​ຊາດ, ນັກ​ຂ່າວ ຮູ​ຍລານ ​ໄດ້​ພ້ອມ​ກັບ​ເພື່ອນ​ຮ່ວມອາຊີບ​ຂຶ້ນ​ພູ, ລົງ​ຫ້ອຍ, ຂ້າມ​ແມ່​ນຳ້ ​ເພື່ອ​ໃຫ້​ຂ່າວ​​ໃໝ່​ສຸດ ກ່ຽວ​ກັບ​ຂະ​ບວນການ​ປະຕິວັດ​ຢູ່​ພາກ​ໃຕ້​ເຖິງ​ປະຊາຊົນ​ທົ່ວ​ປະ​ເທດ. ຜ່ານ​ວິທະຍຸ​ກະຈາຍສຽງ​ປົດ​ປ່ອຍ, ປະຊາຊົນ​ພາກ​ໃຕ້​ຍາມ​ໃດ​ກໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ທັດສະນະ​ຂອງ​ພັກ, ຂອງ​ການ​ປະຕິວັດ ​ແລະ ​ເສັ້ນທາງ​ຕໍ່ສູ້​ຍາດ​ເອົາ​ໄຊຊະນະ​ສຸດ​ທ້າຍ. ນັກ​ຂ່າວ ຮູ​ຍລານ, ​ຫວນ​ຄືນ​ວ່າ:

        “​ເວລາ​ນັ້ນ, ການ​ຕໍ່ສູ້​ຂອງ​ຊາວ​ພາກ​ໃຕ້​ຟົດ​ຟື້ນ​ທີ່​ສຸດ, ຮຽກຮ້ອງ​ໃຫ້​ນັກ​ຂ່າວ​ຕ້ອງ​ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ. ບາງ​ເທື່ອ​ພວກ​ຂ້າພະ​ເຈົ້າ​ທັງ​ຂຽນ​ບົດ, ທັງ​ແລ່ນ. ​ໃນ​ການ​ກວາດ​ລ້າງ​ຂອງ​ສັດຕູ, ພວກ​ຂ້າພະ​ເຈົ້າ​ຕ້ອງ​ຂຸດ​ຂຸມ​ຄອງ ​ແລ້ວ​ນັ່ງ​ຂຽນ​ໃນ​ນັ້ນ. ພາຍຫຼັງ​ຂຽນ​ບົດ​ສຳ​ເລັດ​ແລ້ວ​ກໍ່​ສົ່ງ​​ໄປ ຮ່າ​ໂນ້ຍ, ​ເມື່ອ​ວິທະຍຸ​ກະຈາຍສຽງ​ອອກ​ບົດ​ຂອງ​ຕົນ, ນັກ​ຂ່າວຜູ້​ໃດກໍ່​ຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ“

ບັນດາຜູ້ຮັກສາຄື້ນກະຈາຍສຽງໃນສະໄໝຕໍ່ຕ້ານ ຕ້ານຈັກກະພັດອາເມລິກາກູ້ຊາດ - ảnh 1


ທ່ານ ດັ້ງ​ຈູງ​ຫ໋ຽວພ້ອມກັບ
​ວັດຖຸ​ພັນ​ກ່ຽວ​ກັບ​ໄລຍະ​ເຮັດ​ວຽກ​ຢູ່ VOV

        ທ່ານ ດັ້ງ​ຈູງ​ຫ໋ຽວ, ຢູ່​ຕາ​ແສງ ຫຽບບິ່ງ​ແຈ໋ງ, ​ເມືອງ​ຖູ​ດຶກ, ນະຄອນ ​ໂຮ່ຈີ​ມິນ, ອະດີດ​ຮອງ​ຫົວໜ້າ​ກົມ​ເຕັກນິກ​ກະຈາຍສຽງ, ຂຶ້ນ​ກັບ​ກົມ​ໃຫຍ່​ໄປສະນີ - ກະຈາຍສຽງ, ​ໄດ້​ສະຫງວນ​​ເນື້ອ​ທີ່​ບໍ່​ໜ້ອຍ​​ເພື່ອຮັກສາ​ບັນດາ​ວັດຖຸ​ພັນ​ກ່ຽວ​ກັບ​ໄລຍະ​ເຮັດ​ວຽກ​ຢູ່ VOV. ນັ້ນ​ແມ່ນ Radio ​ເກົ່າ, ​ເຄື່ອງ​ພິມດີດ, ພ້ອມ​ກັບ​ບັນດາ​ຮູບ​ພາບ​ຖ່າຍ​ຮ່ວມ​ກັບ​ປະທານ ​ໂຮ່ຈິ​ມິນ ​ແລະ ບັນດາ​ເພື່ອນ​ຮ່ວມ​ອາຊີບ​ຢູ່ VOV … ​ເວລາ​ນັ້ນ, ​ໃນ​ເງື່ອນ​ໄຂ​ພື້ນຖານ​ດ້ານ​ວັດ​ຖຸຍັງ​ຖືກ​ຈຳກັດ, ບັນດາ​ຜູ້​ເຮັດ​ວຽກ​ງານ​ເຕັກນິກ​ຂອງ VOV ​ໄດ້​ມີ​ຫົວຄິດ​ປະດິດ​ສ້າງ​ຫຼາຍ​ຢ່າງ​ ​ເພື່ອ​ຮັກສາ​ຄື້ນຂອງ VOV ​​ໃຫ້​ເຄື່ອນ​ໄຫວ​ຢ່າງ​ລຽນຕິດ. ທ່ານ ດັ້ງ​ຈູງ​ຫ໋ຽວ, ​ແບ່ງປັນ​ວ່າ​:

        “​ໃນ​ຄຳ່​ຄືນ​ທີ່​ອາ​ເມ​ລິ​ກາ​ ນຳ​ໃຊ້​​ຍົນຖີ້ມລະ​ເບີດ​ທຳລາຍ​ພາກ​ເໜືອ. ຂ້າພະ​ເຈົ້າ​ໄດ້​ຮັບ​ໜ້າ​ທີ່ຢູ່​ຄືນ​ VOV ​ເພື່ອ​ເຮັດ​ວຽກ. ​ໃນ​ຄືນ​ນັ້ນ​ສະຖານີກະຈາຍສຽງ​ ​ເມ້ຈີ່​ ຖືກ​ທຳລາຍ, ​ແຕ່​ປະຊາຊົນ​ນະຄອນຫຼວງ​ພັດ​ບໍ່​ຮູ້ຈັກ, ​ເພາະ​ວາ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ເຄື່ອງ​ສົ່ງ​ຄື້ນທີ່​ຕັ້ງ​ຢູ່ 45 ຖະໜົນ ບ່າ​ຈ້ຽວ​ ແທນ​ໃຫ້​ເຄື່ອງ​ສົ່ງ​ທີ່​ຖືກ​ທຳລາຍ​ຢູ່ ​ເມ້ຈີ່. ມີ​ຫຼາຍ​ຄົນ​ໃນ​ຂະ​ແໜງ​ກໍ່​ບໍ່​ຮູ້ຈັກ​ສິ່ງ​ດັ່ງກ່າວ​ເທື່ອ, ​ເພາະວ່າ​ທຸກ​ແຜນການ​ທີ່​ພວກ​ເຮົາ​ປະຕິບັດ​ລ້ວນ​ແຕ່​ແມ່ນ​ປິດ​ລັບ“.

        ​ເຖິງ​ວ່າ, ປະຈຸ​ບັນ, ບັນດາ​ພະນັກງານ, ນັກ​ຂ່າວ, ນັກ​ເຕັກນິກ​ຂອງ VOV ​ໃນ​ເມື່ອ​ກ່ອນ​​ໄດ້​ເຖົ້າ​ແກ່​ແລ້ວ​ກໍ່ຕາມ, ​ແຕ່​ຊຸມ​ເດືອນປີ ທີ່​ເຂົາ​ເຈົ້າ​ດຳລົງຊີວິດ, ​ເຮັດ​ວຽກ ​ແລະ ອຸທິດ​ສ່ວນ ​ໄດ້​ປະກອບສ່ວນ​ສ້າງ​ເປັນ​ໜ້າ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ໃຫ້​ແກ່ VOV ​ໃນ​ຕະຫຼອດ 70 ປີ ຜ່ານ​ມາ.

ຕອບກັບ

ຂ່າວ/ບົດ​ອື່ນ