ບັນດາລາຍການກະຈາຍສຽງໃນລະບົບ FM ຂອງ VOV5 ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງເພື່ອຜູ້ຟັງ

(VOVWORLD) -ນັບແຕ່ວັນທີ 3 ກັນຍາ ປີ 1998, ຜູ້ຊົມທີ່ນິຍົມຮັບຟັງ ບັນດາລາຍການກະຈາຍສຽງຢູ່ຫວຽດນາມ ໄດ້ມີຊ່ອງຂໍ້ມູນຂ່າວສານ ທີ່ມີປະໂຫຍດຕື່ມອີກ ໃນຄວາມຖີ່ 105,5 MHZ  ແລະ 105,7 MHZ. ນີ້ແມ່ນຄວາມຖີ່ ກະຈາຍຄື້ນຢູ່ ຫວຽດນາມ ຂອງຊ່ອງ VOV5-ວິທະຍຸກະຈາຍສຽງ ຫວຽດນາມ, ດ້ວຍບັນດາພາສາ: ອັງກິດ, ຝລັງ, ລັດເຊຍ, ຍີ່ປຸ່ນ, ຈີນ… ໄລຍະ 20 ປີທີ່ຜ່ານມາ, ບັນດາລາຍການຂອງພະແນກ ບັນດາລາຍການກະຈາຍສຽງພາສາຕ່າງປະເທດ VOV5 ໃນສອງຄວາມຖີ່ນີ້ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນເພື່ອນທີ່ລຶ້ງເຄີຍ ຂອງຜູ້ຟັງທັງຫຼາຍ
ບັນດາລາຍການກະຈາຍສຽງໃນລະບົບ FM ຂອງ VOV5  ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງເພື່ອຜູ້ຟັງ - ảnh 1ລາຍການກະຈາຍສຽງ ເປັນພາສາ ສ ເກົາຫຼີ ໃນລະບົບ FM  

ນັບແຕ່ຫຼາຍປີມານີ້, ເມື່ອເປີດເຄື່ອງ Radio ຟັງໃນເວລາ 7 ໂມງ 30 ນາທີ ຕອນເຊົ້າ, ເມື່ອຊອກຄວາມຖີ່ 105,5 MHZ  ຢູ່ຮ່າໂນ້ຍ ແລະ 105,7 MHZ ຢູ່ນະຄອນ ໂຮ່ຈີມິນ ເພື່ອຟັງລາຍການ “ສະບາຍດີຕອນເຊົ້າຂອງ” VOV5 ໄດ້ກາຍເປັນຄວາມລຶ້ງເຄີຍ ໃນແຕ່ລະວັນຂອງຜູ້ຟັງທັງຫຼາຍ. ເຂົາເຈົ້າແມ່ນຊາວຕ່າງປະເທດ ທີ່ພວມດຳລົງຊີວິດຢູ່ ຫວຽດນາມ ແລະ  ກໍ່ຍັງມີຜູ້ຟັງຊາວຫວຽດນາມ ທີ່ນິຍົມຟັງບັນດາລາຍການກະຈາຍສຽງ ເປັນພາສາຕ່າງປະເທດ. ໄລຍະທຳອິດແມ່ນລາຍການ ພາສາອັງກິດ ໃນລະບົບ FM, ຫຼັງຈາກນັ້ນ ແມ່ນບັນດາລາຍການພາສາອື່ນໆເຊັ່ນ: ພາສາຝລັງ, ຈີນ, ລັດເຊຍ, ຍີ່ປຸ່ນ ກໍ່ໄດ້ກຳເນີນຂຶ້ນເພື່ອຮັບໃຊ້ຜູ້ຟັງ ຊາວຕ່າງປະເທດທີ່ມາດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ໃນບັນດາລາຍການກະຈາຍສຽງ, ນອກຈາກລາຍການຂ່າວ ທີ່ໄດ້ຊ່ວຍໃຫ້ຜູ້ຟັງ ໄດ້ຕິດຕາມຂ່າວຄາວ ທີ່ສົດໆຮ້ອນໆ, ລາຍການຊີວິດວັດທະນະທຳ ທີ່ມີຜົນປະໂຫຍດນັ້ນ, ບັນດາຜູ້ຟັງຍັງໄດ້ຕິດຕາມຮັບຟັງ ບົດເພງມ່ວນອີກຈຳນວນໜຶ່ງ. ທ່ານ ກາຢູຮີໂກ-ຊູຊູກີ, ຜູ້ຟັງຊາວ ຍີ່ປຸ່ນ ເຄີຍຕິດຕາມຮັບຟັງລາຍການ ກະຈາຍສຽງຂອງ VOV5 ໃຫ້ຮູ້ວ່າ: 

    “ເນື້ອໃນຂອງລາຍການແມ່ນ ອຸດົມສົມບູນ ນັບທັງລາຍການຂ່າວ, ລາຍການວັດທະນະທຳພື້ນເມືອງ, ດົນຕີພື້ນເມືອງຂອງຫວຽດນາມ… ຂ້າພະເຈົ້າຊົມຊອບທີ່ສຸດ ແມ່ນລາຍການວັດທະນະທຳພື້ນເມືອງ.  ຜ່ານນັ້ນ ຂ້າພະເຈົ້າກໍ່ໄດ້ຮູ້ເຖິງສິລະປະຂັບກວນເຫາະ ບັກນິງ, ສິລະປະຟ້ອນແຊ, ວັດທະນະທຳບັນດາເຜົ່າສ່ວນໜ້ອຍ ຂອງຫວຽດນາມ…”

       ລາຍການທົດລອງໃນລະບົບ FM ຂອງ VOV5 ໄດ້ຖືກອອກອາກາດ ຄັ້ງທຳອິດເມື່ອວັນທີ 1 ກໍລະກົດ ປີ 1998 ດ້ວຍລາຍການອອກອາກາດສົດ ເປັນເວລາ 60 ນາທີ. ນີ້ແມ່ນລາຍການອອກອາກາດ ທີ່ເປັນຂິດໝາຍການກຳເນີດ ຂອງຊ່ອງຂໍ້ມູນຂ່າວສານ ທີ່ໜຸ່ມແໜ້ນຂອງ VOV ໃນຄາວນັ້ນ. ພ້ອມກັບການຊ່ວຍໜູນ ຂອງບັນດາຜູ່ຊຽວຊານຕ່າງປະເທດ ແລະ ຄວາມມານະພະຍາຍາມ ຂອງບັນດານັກຂ່າວ, ບັນນາທິການ, ລາຍການອອກອາກາດສົດທຳອິດ ຜ່ານຄື້ນຂອງ VOV5 ໄດ້ປະສົບຜົນສຳເລັດຢ່າງດີງາມ. ອ້າຍ ວັນຫິວບິ່ງ ຜູ້ສື່ຂ່າວຈາກ ສະຖານທີ່ຈັດເຫດການ ໃນລາຍການຂ່າວ FM ທຳອິດ ໄດ້ເປີດເຜີຍວ່າ: 

     “ຄວາມຮູ້ສຶກໃນຄາວນັ້ນແມ່ນຕື່ນເຕັ້ນ ແລະ ເຄັ່ງຕຶງເລັກໜ້ອຍ, ເພາະວ່າ ນີ້ແມ່ນລາຍການອອກອາກາດສົດ ລາຍການທຳອິດ ແຕ່ເວລາ 12 ໂມງ ຫາ 13 ໂມງຕອນທ່ຽງ. ດ້ວຍບັນດາພະນັກງານທີ່ຍັງໜຸ່ມ, ຍັງບໍ່ທັນມີປະສົບການ ເຮັດກະຈາຍສຽງ, ຊ້ຳພັດແມ່ນລາຍການອອກອາກາດສົດ, ໃນນັ້ນ ກໍ່ມີຂ້າພະເຈົ້າເຂົ້າຮ່ວມ, ເວລານັ້ນ ກໍ່ມີຄວາມເປັນຫ່ວງ ເປັນໄຍທີ່ສຸດ ແຕ່ສຸດທ້າຍທຸກໆຄົນຕ່າງກໍ່ມີຄວາມພູມໃຈ ເພາະລາຍການອອກອາກາດສົດທຳອິດ ໄດ້ອອກອາກາດຢ່າງປະສົບຜົນສຳເລັດ, ບໍ່ຕິດຂັດ ຫຼື ຂາດຕົກບົກຜ່ອງ ທາງດ້ານເນື້ອໃນກໍ່ຄືເຕັກນິກ”.

      ລາຍການກະຈາຍສຽງ ທົດລອງ ໄດ້ປະສົບຜົນສຳເລັດ ກໍ່ແມ່ນປະຖົມປັດໄຈ ພາໄປເຖິງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງຊ່ອງ ລາຍການກະຈາຍສຽງ FM ຜ່ານຄື້ນ VOV5 ນັບແຕ່ວັນທີ 3 ກັນຍາ ປີ 1998. ພ້ອມກັບການພັດທະນາ ຂອງພື້ນຖານກະຈາຍສຽງ ເປັນພາສາຕ່າງປະເທດ ແລະ ເພື່ອຕອບສະໜອງຄວາມຕ້ອງການ ອັບເດດຂໍ້ມູນຂ່າວສານ ທີ່ນັບມື້ນັບສູງຂຶ້ນຂອງຜູ້ຟັງວິທະຍຸ, ໃນວັນທີ 1 ຕຸລາ ປີ 2015, VOV5 ໄດ້ເປີດຊ່ອງລາຍການກະຈາຍສຽງ ເປັນພາສາອັງກິດ 24/7 ໃນລະບົບ FM ດ້ວຍຄວາມຖີ່ 104 MHZ. ໃນຊ່ອງ FM 24/7, ຜູ້ຊົມສາມາດຕິດຕາມຮັບຟັງ ບັນດາລາຍການທີ່ດູດດື່ມເຊັ່ນ: ລາຍການອາຫານ ດ້ວຍການແນະນຳບັນດາເຍື່ອງອາຫານພິເສດ ຂອງຫວຽດນາມ ໂດຍບັນດາແມ່ຄົວເຮືອນຄົວ ທີ່ມີຊື່ສຽງສະໜອງໃຫ້; ລາຍການຈຸດນັດພົບ ວັດທະນະທຳດ້ວຍບັນດາເລື່ອງລາວ ໃນຂົງເຂດວັດທະນະທຳທີ່ຈັບອົກຈັບໃຈ ໃນທົ່ວໂລກ; ລາຍການສອນພາສາອັງກິດ; ລາຍການດົນຕີ 5 ທະວີບ; ລາຍການ Lunch Show… ພິເສດລາຍການ Lunch Show ໄດ້ອອກອາກາດໂດຍກົງ ໃນເວລາ 12 ໂມງ ຫາ 13 ໂມງ ຂອງທຸກວັນຈັນ ຫາ ວັນສຸກ ປະຈຳອາທິດ, ດ້ວຍບັນດາແຂກຖືກເຊີນ ທີ່ໄດ້ຮັບຄວາມສົນໃຈຈາກໄວໜຸ່ມເຊັ່ນ: ນາງໂລກຊາວຫວຽດນາມ ປີ 2007 ໂງເຟືອງລານ, ນັກຮ້ອງສຽງດັງ, ນັກສຶກສາ… ເພື່ອນ ກ່ຽວແອັງ ນັກສຶກສາສັງກັດ ສະຖາບັນສື່ມວນຊົນ ແລະ ໂຄສະນາ ເວົ້າວ່າ: 

     “ນັບຕັ້ງແຕ່ເວລາໄດ້ຮູ້ເຖິງ ລາຍການ Lunch Show ຜ່ານຊ່ອງພາສາອັງກິດ FM 24/7 ຂອງ VOV5, ນ້ອງມີຄວາມລຶ້ງເຄີຍໃໝ່, ນັ້ນແມ່ນທັງກິນເຂົ້າທ່ຽງ ທັງຮັບຟັງ Lunch Show. ນ້ອງຊົມຊອບຟັງລາຍການນີ້ ເພາະຜ່ານນັ້ນນ້ອງທັງສາມາດຝຶກແອບການເວົ້າພາສາອັງກິດຂອງຕົນ, ທັງໄດ້ຮັບຟັງການໂອ້ລົມທີ່ເປັນໜ້າຈັບໃຈລະຫວ່າງໂຄສົກ ແລະ ແຂກຖືກເຊີນ. ບັນດາບົດເພງໃນລາຍການກໍ່ມ່ວນຫຼາຍ”.

     ສ່ວນນັກບັນນາທິການ ເລເຟືອງແຄັງ ຜູ້ດຳເນີນລາຍການ ທີ່ລຶ້ງເຄີຍຂອງບັນດາຜູ້ຟັງຊ່ອງ FM 24/7, ລາຍການພາສາອັງກິດ ໃຫ້ຮູ້ວ່າ: 

     “ຍ້ອນແມ່ນຊ່ອງກະຈາຍສຽງ, ດັ່ງນັ້ນ ທີໜຶ່ງພວກຂ້າພະເຈົ້າກໍ່ຕ້ອງເລືອກເອົາ ບົດເພງທີ່ມ່ວນໆ, ທີສອງແມ່ນວິທີສະເໜີ ແມ່ນຕ້ອງມີຄວາມໃກ້ຊິດຕິດແທດກັບຜູ້ຟັງ ຄືດັ່ງເຮົາພວມເລົ່າເລື່ອງ, ພວມເວົ້າຄວາມໃນໃຈກັບທ່ານຜູ້ຟັງ ແລະ ກໍ່ໄດ້ປະສານກັບບັນດາຂ່າວບັນເທີງ, ວິທະຍາສາດ, ຊີວິດສັງຄົມ… ທຸກໆລາຍການ, ຂ້າພະເຈົ້າກໍ່ໄດ້ມີການປະສານກັບບັນດາບົດເພງ, ບົດດົນຕີທີ່ມ່ວນ ແລະ ດູດດື່ມ”.

        ເພື່ອສືບຕໍ່ຜົນສຳເລັດຂອງບັນດາລາຍການກະຈາຍສຽງ ໃນຕະຫຼອດໄລຍະ 20 ປີທີ່ຜ່ານມາ, ວັນທີ່ 7 ກັນຍາ ປີ 2018 VOV5 ໄດ້ເປີດລາຍການກະຈາຍສຽງ ເປັນພາສາ ສ ເກົາຫຼີ ໃນລະບົບ FM ຕື່ມອີກ ເຊິ່ງໄດ້ມຸ່ງໄປສູ່ເປົ້າໝາຍຜູ້ຟັງແມ່ນໄວໜຸ່ມ ຫວຽດນາມ ທີ່ພວມຮຽນພາສາ ສ ເກົາຫຼີ ແລະ ຊາວ ສ ເກົາຫຼີ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ. ຄະນະນຳພ້ອມກັບບັນດານັກຂ່າວ, ບັນນາທິການ VOV5 ມີຄວາມປາຖະໜາວ່າ ໃນໄລຍະທີ່ຈະມາເຖິງ ບັນດາລາຍການກະຈາຍສຽງຂອງ VOV5 ໃນລະບົບ FM ຈະສືບຕໍ່ພັດທະນາ, ເປີດກວ້າງຄວາມສາມາດຮັບໃຊ້ ບັນດາເປົ້າໝາຍຜູ້ຟັງ ຢູ່ດິນແດນຫວຽດນາມ ໃຫ້ນັບມື້ນັບດີຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ