ບັນດາໝູ່ບ້ານອາຊີບກະກຽມຕ້ອນຮັບປີໃໝ່


(vovworld) - ​ໃນ​ຊຸມ​ມື້​ທ້າຍ​ປີ, ປະຊາຊົນ​ໃນ​ໝູ່​ບ້ານ​ອາຊີບ​ຕ່າງໆຢູ່​ແຂວງ​ເທື່ອ​ທຽນ​ເຫວ໋, ທາງ​ພາກ​ກາງ​ຫວຽດນາມ ​ເຊັ່ນ​ໝູ່​ບ້ານ​ຜະລິດ​​ເຂົ້າໜົມ​ຂົບ​ຄ້ຽວຕາ​ແສງ​ກິມລອງ, ນະຄອນ​ເຫວ໋, ໝູ່​ບ້ານ​ຜະລິດ​ດອກ​ດອກ​ເຈ້ຍ​ແທງ​ຕຽນ ຫຼື​ໝູ່​ບ້ານ​ຜະລິດ​ພາບ​ແຕ້ມ​ພື້ນ​ເມືອງຢູ່​ຕາ​ແສງ​ຟູ໋​ເມົ້າ, ​ເມືອງ​ຟູ໋ວາງ… ພວມຮີບ​ເຮັ່ງກັບ​ວຽກງານ​ຜະລິດ​ເຄື່ອງ​ຂອງ​ຮັບ​ໃຊ້​ບຸນປີ​ໃໝ່. ນີ້​ກໍ່​ແມ່ນ​ເວລາ​ທີ່​ບັນດາ​ເຮືອນ​ສວນ​ຢູ່​ແຂວງ​ບິ່ງ​ເຟືອກ, ທາງ​ທິດຕາ​ເວັນ​ອອກ​ພາກ​ໃຕ້​ສຸມ​ໃສ່​ວຽກ​ງານ​ບົວລະບັດ​ດອກ​ໄມ້, ຕົ້ນ​ໄມ້​ປະດັບຢ່າງ​ທັນ​ການ ​ເພື່ອ​ຮັບ​ໃຊ້ຕະຫຼາດ​​ໃນ​ໂອກາດ​ບຸນປີ​ໃໝ່.

ບັນດາໝູ່ບ້ານອາຊີບກະກຽມຕ້ອນຮັບປີໃໝ່ - ảnh 1

​ໂດຍ​ຕັ້ງ​ຢູ່​ຍານ​ລຸ່ມ​ແມ່​ນຳ້​ເຮືອງ, ໝູ່​ບ້ານ​ແທງ​ຕຽນ, ຕາ​​ແສງ ຟູ໋​ເມົ້າ, ​ເມືອງ​ຟູ໋ວາງ, ​ເທື່ອ​ທຽນ​ເຫວ໋ ມີ​ຊື່​ສຽງ​ດ້ວຍ​ອາຊີບ​​ຜະລິດ​ດອກ​ເຈ້ຍທີ່​ເປັນ​ມູນ​ເຊື້ອ. ຜ່ານການ​ຄົງ​ຕົວ​ມາ​ເປັນ​ເວລາ 300 ກວ່າ​ປີ, ດອກ​ເຈ້ຍ​ແທງ​ຕຽນ​ ​ໄດ້​ກາຍ​ເປັນຄວາມ​ງາມ​ໃນ​ການ​ເຫຼື້ອມ​ໃສ​ຂອງ​ຊາວ​ເຫວ໋ ​ແລະ ບັນດາ​ແຂວງ​ຢູ່​ອ້ອມ​ຂ້າງ. ດອກ​ເຈ້ຍ​ຖືກ​ວາງ​ເທິງ​ແທ່ນ​ບູຊາ​ບັນພະບຸລຸດ, ​ທັງເປັນ​​ເຄື່ອງ​ຂອງ​ບູຊາ​ໃນ​ວັດວາອາ​ຮາມ, ​ໃນ​ວັນ​ບຸນ​ຕ່າ​ງໆ. ປະຈຸ​ບັນ, ໝູ່​ບ້ານ​ແທງ​ຕຽນ ​ມີ 30 ກວ່າ​ຄອບຄົວ​ເຮັດ​ອາຊີບ​ຜະລິດ​ດອກ​ເຈ້ຍ. ທ່ານ ຫງວຽນ​ຮ໋ວາ, ຫົວໜ້າ​ບ້ານ​ແທງ​ຕຽນ, ​ໃຫ້​ຮູ້​ວ່າ:

ອາຊີບ​ຜະລິດ​ດອກ​ເຈ້ຍ​ຂອງ​ໝູ່​ບ້ານ​ແທງ​ຕຽນ​ ແມ່ນ​ມີ​ມາ​ກ່ອນ​ນີ້ 300 ປີ. ​ແຕ່ລະ​ປີ, ​ໃນ​ໂອກາດ​ບຸນປີ​ໃໝ່ວຽນມາ, ປະຊາຊົນ​ໃນ​ບ້ານ​ເຄີຍ​ຜະລິດ​ດອກ​ເຈ້ຍ​ເພື່ອ​ສ້າງ​ລາຍ​ຮັບ​ຕື່ມ​ອີກ​ໃຫ້​ຄອບຄົວ. ​ເຖິງ​ວ່າ​ລາຍ​ຮັບ​ຈາກ​ການ​ຜະລິດ​ດອກ​ເຈ້ຍ​ບໍ່​ສູງ​ກໍ່ຕາມ,​​ແຕ່​ພວກ​ເຮົາຍັງ​ຄົງ​ຮັກສາ​ອາຊີບນີ້​ໄວ້ ​ເພື່ອ​ເຊີດ​ຊູ​ຄວາມ​ງາມ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໝູ່​ບ້ານ“.

ບັນດາໝູ່ບ້ານອາຊີບກະກຽມຕ້ອນຮັບປີໃໝ່ - ảnh 2

ດອກ​ເຈ້ຍ​ຂອງ​ໝູ່​ບ້ານ​ແທງ​ຕຽນ

ສ່ວນ​ຊາວບ້ານ​ສິ່ງ, ຕາ​ແສງ​ຟູ໋​ເມົ້າ, ​ເມືອງ​ຟູ໋ວາງ ກໍ່​ຮີບ​ເຮັ່ງ​ຜະລິດ​ພາບ​ພື້ນ​ເມືອງ​ຮັບ​ໃຊ້​ບຸນປີ​ໃໝ່​ປະຈຳ​ຊາດ. ​ໂດຍ​ມີ​ມາ​ກ່ອນ​ນີ້​ເກືອບ 500 ປີ, ພາບ​ແຕ້ມ​ບ້ານ​ສິ່ງ ສ່ວນ​ຫຼາຍ​ແມ່ນ​ຮັບ​ໃຊ້​ການ​​ເຊື່ອ​ຖື​ບູຊາ​ໃນ​ໂອກາດ​ວັນ​ເພງ ​ແລະ ບຸນປີ​ໃໝ່​ປະຈຳ​ຊາດ. ພາບ​ບູຊາ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ນັບ​ທັງ​ພາບ​ຄົນ ​ແລະ ພາບ​ວັດຖຸ​ສິ່ງ​ຂອງ. ນັກ​ສິນລະປະການ​ປະຊາຊົນ ກີ່​ຫື້​ວ​ເຟືອ​ກ, ຜູ້​ທີ່​ໄດ້​ຕິດ​ພັນ​ກັບ​ອາຊີບ​ຜະລິດ​ພາບ​ແຕ້ມ​ບ້ານສິ່ງ ມາ​ເປັນ​ເວລາ​ກວ່າ​ 60 ປີ, ​ໃຫ້​ຮູ້​ວ່າ:

​ເວົ້າ​ເຖິງ​ພາບ​ແຕ້ມບ້ານ​ສິ່ງ, ສ່ວນ​ຫຼາຍ​ແມ່ນ​ພາບ​ເພື່ອ​ບູຊາ. ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​, ​ເມື່ອ​ປີ​ໃໝ່​ວຽນມາ, ຈຳນວນພາບ​ແຕ້ມ​ຂອງ​ໝູ່​ບ້ານບໍ່ພໍ​ເພື່ອສາມາດຕອບ​ສະໜອງ​​ໄດ້ຄວາມ​ຕ້ອງການ​ທີ່​ນັບ​ມື້​ນັບ​ຫຼາຍຂອງ​ຜູ້​ລູກ​ຄ້າ. ພາບ​ແຕ້ມ​ບ້ານ​ສິ່ງ​ ຖືກ​ນຳ​ໄປ​ຂາຍ​ຢູ່​ກວ່າ​ງບິ່ງ, ກວາງ​ຈິ້, ກວາ​ງນາມ, ກວາງ​ຫງາຍ“.

ບັນດາໝູ່ບ້ານອາຊີບກະກຽມຕ້ອນຮັບປີໃໝ່ - ảnh 3

ພາບ​ແຕ້ມ​ບ້ານ​ສິ່ງ

ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ໝູ່​ບ້ານ​ຜະລິດ​ເຂົ້າໜົມ​ຂົບ​ຄ້ຽວ​ຂີງ ຢູ່​ຕາ​ແສງ​ກິມລອງ, ນະຄອນ​ເຫວ໋ ​ໄດ້​ມີ​ຊື່​ສຽງ​ຍ້ອນ​ “​ເຂັດ​ລັບ“ ສະ​ເພາະ. ທ່ານ ​ເຈືອງ​ດິ່ງ​ຖື, ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ເຮັດ​ອາຊີບ​ນີ້​ເປັນ​ເວລາ​ກວ່າ 50 ປີ, ​ໃຫ້​ຮູ້​ວ່າ:

​ເຂົ້າໜົມ​ຂົບ​ຄ້ຽວ​ກິມລອງ ມີ​ລົດ​ຊາດພິ​ເສດ, ​ເພາະວ່າ​ຂີງ​ຂອງ​ເຫວ໋​ແຊບ​ ​ແລະ ຫອມຫຼາຍ. ປະຈຸ​ບັນ​ເຂົ້າໜົມ​ຂົບ​ຄ້ຽວ​ ​ໄດ້​ຮັບ​ການ​ຜະລິດຢູ່​ຫຼາຍ​ແຫ່ງ, ດັ່ງ​ນັ້ນປີ​ນີ້​ຂ້າພະ​ເຈົ້າ​ບໍ່​ຜະລິດ​ຫຼາຍ​ອີກ. ປີ​ກາຍ​ນີ້​ຂ້າພະ​ເຈົ້າ​ຜະລິດ​​ເຖິງແຕ່ 3-4 ​ໂຕນ. ອາຊີບ​ນີ້​ຂ້າພະ​ເຈົ້າ​ປະ​ບໍ່​ໄດ້, ທັງ​ຮັກສາ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ໄວ້, ທັງ​ສ້າງ​ລາຍ​ຮັບ​ຕື່ມ​ອີກ​​ເພື່ອ​ໃຊ້​ຈ່າຍ​ໃນ​ໂອກາດ​ບຸນປີ​ໃໝ່ “.

ບັນດາໝູ່ບ້ານອາຊີບກະກຽມຕ້ອນຮັບປີໃໝ່ - ảnh 4

ຂົ້າໜົມ​ຂົບ​ຄ້ຽວ​ກິມລອງ

ບໍ່​ພຽງ​ແຕ່​ບັນດາ​ໝູ່​ບ້ານ​ອາຊີບ​ຢູ່​ເຫວ໋​ເທົ່າ​ນັ້ນ, ຫາກ​ບັນດາ​ເຮືອນ​ສວນ​ຢູ່​ແຂວງ​ບິ່ງ​ເຟືອ​ກ ກໍ່​ພວມ​ຮີບ​ເຮັ່ງ​ກັບ​ວຽກ​ງານ​ບົວລະບັດ​ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ. ຜົວ​ເມຍ​ອ້າຍ ​ລື​ວຈີ໋​ເກື່ອງ, ຢູ່​ຕາ​ແສງ​ເຕິ​ນຟູ໋, ​ເທດສະບານ​ດົ່ງ​ຊ່ວາຍ, ​ແຂວງ​ບິ່ງ​ເຟືອ​ກປູກ​ຕົ້ນ​ກ້ຽງ​ນ້ອຍ​ປະດັບ 250 ກວ່າ​ຕົ້ນ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ. ຕາມ​ອ້າຍ​ເກື່ອງ ​ແລ້ວ, ອາກາດ​ໃນ​ຊຸມ​ເດືອນ​ທ້າຍ​ປີ​ອຳນວຍ​ຄວາມສະດວກ​, ດັ່ງ​ນັ້ນ​ຕົ້ນ​ກ້ຽງ​ນ້ອຍ​ພັດທະນາ​ໄດ້​ດີ.

ປີ​ນີ້, ຕົ້ນ​ກ້ຽງ​ນ້ອຍ​ໃຫຍ່​ສົມຄວນ, ຖ້າ​ຫາກ​ລາຄາຍັງ​ຮັກສາ​ຄື​ປີ​ກາຍ ​ແມ່ນ​ຈະ​ສ້າງ​ລາຍ​ຮັບ​ໄດ້​ຫຼາຍ. ປີ​ກາຍ​ນີ້​ຕົ້ນ​ໃຫຍ່​ຄື​ແນວ​ນີ້​ແມ່ນ​ຂາຍ​ໄດ້ 3 ລ້ານ​ດົ່ງ, ​ແຕ່​ປີ​ນີ້​ບໍ່​ທັນ​ຂາຍ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ກໍ່​ບໍ່​ຮູ້​ລາຄາ​ຕະຫຼາດແມ່ນ​ຄື​ແນວ​ໃດ“.

ປີ​ນີ້, ຄອບຄົວ​ທ່ານ ​ໂດ້ວັນ​ຕ໋ວຽນ ຢູ່​ຕາ​ແສງ​ເຊີນ​ຢາງ, ​ເທດສະບານ​ເຟືອ​ກລອງ, ​ແຂວງ​ບິ່ງ​ເຟືອ​ກ ​ໄດ້​ປູກຕົ້ນ​ດອກ​ຕາ​ເວັນ 500 ກວ່າ​ຕົ້ນ​ເພື່ອ​ຮັບ​ໃຊ້​ໃນ​ໂອກາດ​ບຸນປີ​ໃໝ່. ທ່ານ ຕ໋ວຽນ ​ໃຫ້​ຮູ້​ວ່າ:

ປູກຕົ້ນ​ດອກ​ຕາ​ເວັນຖືກ​ກັບ​ລະດູ​ການ​ແມ່ນ​ໃນ​ເວລາ 3 ​ເດືອນ. ກ່ອນ​ບຸນປີ​ໃໝ່ 25 ວັນ​ຈຶ່ງ​ໃຫ້​ອອກ​ຈູມ​ດອກ, ຖ້າ​ບໍ່​ຢາກ​ໃຫ້​ມັນ​ອອກດອກ​ກ່ອນ​ແມ່ນ​ຕ້ອງ​ຫົດ​ນຳ້​ທັງ​ຕອນ​ເຊົ້າ, ຕອນ​ທຽງ ​ແລະ ຕອນ​ບ່າຍ, ຖ້າ​ບໍ່​ຫົດ​ນຳ້ມັນ​ຈະ​ອອກດອກ​ໄວ. ປູກຕົ້ນ​ດອກ​ຕາ​ເວັນ​ແມ່ນ​ອີງ​ຕາມ​ອາກາດ, ຖ້າ​ອາກາດ​ອຳນວຍ​ຄວາມ​ສະດວກຊາວ​ກະ​ສີກ​ອນດີ​ໃຈ​ຫຼາຍ “.

ບັນດາໝູ່ບ້ານອາຊີບກະກຽມຕ້ອນຮັບປີໃໝ່ - ảnh 5

ຕົ້ນ​ດອກ​ຕາ​ເວັນແຂວງ​ບິ່ງ​ເຟືອ​ກ

ນອກ​ຈາກ​ຕົ້ນ​ດອກ​ເໝີ​ຍສີ​ເຫຼືອງ​ເປັນ​ຕົ້ນ ​ແລະ ດອກ​ໄມ້​ຊະນິດ​ຕ່າງໆ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຕະຫຼາດ​ໃນ​ໂອກາດ​ບຸນປີ​ໃໝ່​ແລ້ວ.. ປີ​ນີ້, ​ເຮືອນ​ສວນ​ບິ່ງ​ເຟືອ​ກ ຍັງ​ມີ​ຕົ້ນ​ກ້ຽງ​ນ້ອຍ​ປະດັບ, ຕົ້ນ​ດອກ​ຕາ​ເວັນອີກ. ພ້ອມ​ກັບ​ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ນະຄອນ​ເຫວ໋​, ສວນ​ດອ​ກໄມ້​ທີ່​ມີ​ສີ​ຫຼາກ​ຫຼາຍ​ຢູ່​ບິ່ງ​ເຟືອ​ກ ​ໄດ້​ປະກອບ “ສີສັນ“ ທີ່​ອຸດົມສົມ​ບຸນ​ໃຫ້​ແກ່​ລະດູບານ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ