ບໍລິເວນປະດິດສ້າງ - ແຫ່ງໜູນຊ່ວຍຄວາມໄຝ່ຝັນເຮັດວຽກງານສິລະປະ

(vovworld) - ​ເຖິງ​ວ່າ​ປະກົດ​ມີ​ບໍ່​ດົນ​ປານ​ໃດ​ກໍ່ຕາມ, ​ແຕ່ບັນດາ​ບໍລິ​ເວນ​ປະດິດ​ສ້າງ​​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ 5 ປີ​ມາ​ນີ້​ຢູ່ ຫວຽດນາມ​ເຊັ່ນ: Hanoi Creative City, Heritage Space, Hanoi Rock City, ​ເຮືອນຮ້ານ Colletive, ສະຖານີ ​3A... ​ໄດ້​ກາຍ​ເປັນ​ “ຈຸດ​ນັດ​ພົບ“ ຂອງ​ບັນດາ​ນັກ​ສິລະ​ປິນ, ​​ແມ່ນ​ແຫ່ງ​ເຕົ້າ​ໂຮມ ​ແລະ ​ແນະນຳ​ບັນດາ​ແນວ​ຄວາມ​ຄິດ​ໃໝ່, ນຳ​ເອົາ​ສິນລະປະ​ມາ​ໃກ້​ກັບ​ສາທາລະນະ​ຊົນ​ກວ່າ. ​ໃນ​ລາຍການ​ສາລະ​ຄະດີ​ວັນ​ເສົາ​ມື້​ນີ້, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງນັກ​ຂ່າວ ​ເຟືອງ​ຖູ​ຍ ທີ່​ມີ​ຫົວ​ຂໍ້​ວ່າ “ບໍລິ​ເວນ​ປະດິດ​ສ້າງ - ​ແຫ່ງ​ໜູນ​ຊ່ວຍ​ຄວາມ​ໄຝ່ຝັນ​ເຮັດ​ວຽກ​ງານ​ສິລະ​ປະ“.

ບໍລິເວນປະດິດສ້າງ - ແຫ່ງໜູນຊ່ວຍຄວາມໄຝ່ຝັນເຮັດວຽກງານສິລະປະ - ảnh 1
ບໍລິເວນປະດິດສ້າງ - ແຫ່ງໜູນຊ່ວຍຄວາມໄຝ່ຝັນເຮັດວຽກງານສິລະປະ
(ພາບ: PhuongThuy)

ເທບ​ສຽງ​ປະກອບ

        ນີ້​ແມ່ນ​ລາຍການ​ສິລະ​ປະຕາມ​ທ້ອງຖະໜົນທຳ​ອິດ (street Art Fair) ທີ່​ຫາ​ກໍ່​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ​ຫວ່າງ​ແລ້ວ​ນີ້. ​ເຊິ່ງລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ແຕ້ມ​ພາບ, ປັ້ນ​ຮູບ, ສະ​ແດງ​ດົນຕີ​, ອັນ​ໄດ້​ສ້າງ​ຄວາມ​ໃກ້ຊິດ​ລະຫວ່າງ​ນັກ​ສິລະ​ປິນກັບ​ຜູ້​ຊົມ, ຢູ່​ເຂດ​ວາງສະ​ແດງ, ບັນດາ​ຈິດຕະກອນ​ໄດ້​ແຕ້ມ​ໂດຍ​ກົງ ​ແລະ ວາງສະ​ແດງ​ບັນດາ​ພາບ​ແຕ້ມ​ຢູ່​ບໍລິ​ເວນ​ປະດິດ​ສ້າງ Hanoi Creative City, ສ່ວນ​ຜູ້​ຊົມ​ທັງ​ໄດ້ຮັບ​ຊົມ​ພາບ​ແຕ້ມ, ທັງ​ສາມາດ​ສະ​ເໜີ​ຈິດຕະກອນ​ແຕ້ມ​ຕາມ​ຄວາມ​ຕ້ອງການ​ຂອງ​ຕົນ. ຈິດຕະກອນ ​ເຟືອງ​ວູ​ແມ້ງ, ​ໃຫ້​ຮູ້​ວ່າ: ​ໃນ​ເດືອນ 5 ຈະ​ມາ​ເຖິງ, ຢູ່ Hanoi Creative City ຈະ​ສືບ​ຕໍ່​ຈັດ​ລາຍການ​ສິລະ​ປະຢູ່​ກາງ​ແຈ້ງ​ລາຍການທີ​ສອງ​ອີກ.

        “ພວກ​ຂ້າພະ​ເຈົ້າ​ຢາກ​ຈັດ​ລາຍການ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ. ດັ່ງ​ນັ້ນ​ຈຶ່ງ​ເລືອກ​ເຟັ້ນ​ເຂດ​ຕຶກ​ອາຄານ Hanoi Creative City, ​ເພາະວ່າ​​ເມື່ອ​ຈັດ​ລາຍການ​ຢູ່​ທີ່​ນີ້, ​ແຂກ​ມາ​ຊົມຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຄົມມະນາຄົມ. ຖ້າ​ຈັດ​ຢູ່​ຕາມ​ຖະໜົນຈະ​​ຕ້ອງຂໍ​ໜັງສື​ອະນຸຍາດ.“

        ສ່ວນ​ຢູ່​ບໍລິ​ເວນປະດິດ​ສ້າງ Heritage Space, ບົນ​ຖະໜົນ ​ເຈິ່ນບິ່ງ, ຮ່າ​ໂນ້ຍ, ສາທາລະນະ​ຊົນ​ໄດ້​ຮັບຊົມລາຍການ​ສະ​ແດງ​ບົດ​ປະພັນ​ດົນຕີ​ໃໝ່​ທີ່​ມີ​ຊື່ວ່າ​“​ໂລກ​ແຫ່ງ​ຄວາມ​ເປົ່າ​ປ່ຽວ“ ຂອງ​ນັກ​ດົນຕີ ຫວູ​ເຍິດ​ເຕິ​ນ. ນີ້​ແມ່ນ​ບົດ​ດົນ​ຕີ​ປະສານ​ສຽງ​ລະຫວ່າງ​ດົນຕີ​ເອ​ເລັກ​ໂຕ​ນິກ, ປີ​ອາ​ໂນ, ​ແລະ ດົນຕີ​ພື້ນ​ເມືອງ. ​ເພື່ອ​ສະ​ແດງ​ບັນດາ​ບົດ​ປະພັນ​ດົນຕີ​ຂອງ​ຕົນ​ເປັນ​ປະຈຳ, ນັກ​ດົນຕີ ຫວູ​ເຍິດ​ເຕິ​ນ, ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ບົດ​ປະພັນ​ດົນຕີ​ທີ່​ຂ້າພະ​ເຈົ້າ​ແຕ່ງ​ຕາມ​ຄວາມ​ຕ້ອງການ​ຂອງລາຍການ​ທີ່​ສະ​ແດງ​ໃນບໍລິ​ເວນກວ້າງ 600 ຕາ​ແມັດ. ຍ້ອນ​ບໍລິ​ເວນ​ກວ້າງ​ທີ່​ສຸດ, ພວກຂ້າພະ​ເຈົ້າຈຶ່ງ​ຕ້ອງພະຍາຍາມເຝິກ​ແອບຕະຫຼອດ​ເພື່ອ​ໃຫ້​ລາຍການ​ດົນຕີ​ເໝາະ​ສົມ​ກັບ​ບໍລິ​ເວນ​ນີ້“.

        ຢູ່​ຫວຽດນາມ, ​ໃນ 10 ປີ​ມາ​ນີ້, ຄຽງ​ຂ້າງ​ບັນດາ​ສູນວັດທະນະທຳ​ຕ່າງປະ​ເທດ, ທີ່​ຖື​ຈຸດໝາຍ​ພົບ​ປະ​ແລກປ່ຽນ ​ແລະ ​ແນະນຳ​ວັດທະນະທຳ​ເປັນ​ຕົ້ນ​ນັ້ນ, ບັນດາ​ສູນ​ສິລະ​ປະຍຸກ​ປະຈຸ​ບັນ​ເຊັ່ນ: Hanoi Creative City, ​ເຮືອນຮ້ານ Colletive, ສູນ Art ຢູ່​ນະຄອນ ​ໂຮ່ຈີ​ມິນ... ກໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ບໍລິ​ເວນ​ປະດິດ​ສ້າງ ​ແລະ ຊົມ​ໃຊ້​ວັດທະນະທຳ​ໃໝ່. Heritage Space, ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ແຕ່​ເດືອນ 3/2016, ດ້ວຍ​ຄວາມ​ປາຖະໜາ​ຢາກ​ກາຍ​ເປັນ​ສູນ​​ເຄື່ອນ​ໄຫວ​ສິລະ​ປະ​ເຊັ່ນ: ສະ​ແດງ​ສິລະ​ປະ, ວາງສະ​ແດງ, ສຶກສາ, ​ແລກປ່ຽນ​ກ່ຽວ​ກັບສິລະ​ປະ ປະດິດ​ຮູບ, ດົນຕີ ​ແລະ ສະຖາປັດຕະຍະກຳ, ​ເຕົ້າ​ໂຮມ ​ແລະ ໜູນ​ຊ່ວຍ​ບັນດາ​ກຸ່ມ​ປະດິດ​ສ້າງ​ໃໝ່... ນັກ​ສະຖາປະນິກ ດ່ວານ​ກີ່​ແທງ, ຜູ້ອຳນວຍການສູນ​ປະດິດ​ສ້າງ Hanoi Creative City, ​ໃຫ້​ຮູ້​ວ່າ:

        “ສູນ​ປະດິດ​ສ້າງ​ມີ 3 ປັດ​ໃຈ​ພື້ນຖານ: ທີ່​ໜຶ່ງ​ແມ່ນ​ພື້ນຖານ​ດ້ານ​ວັດຖຸ, ​ໂຄງ​ລ່າງ, ທີ​ສອງ​ແມ່ນ​ເນື້ອ​ໃນ​ບັນດາ​ລາຍການ​ເຄື່ອນ​ໄຫວ ​ແລະ ທີ​ສາມ​ແມ່ນ​ການ​ສ້າງ​ປະຊາ​ຄົມ. ມັນ​ຈະ​ນຳ​ເອົາ​ອາຫານ​ດ້ານ​ຈິດ​ໃຈ​ມາ​ໃຫ້​ປະຊາຊົນ. ຄວາມຈິງ, ຮ່າ​ໂນ້ຍຕ້ອງການ​ສູນ​ຄື​ແນວ​ນີ້​ຫຼາຍ“.

        ທ່ານ ຫງວຽນ​ແອ​ງຕ໋ວນ, ຜູ້ອຳນວຍການ​ຝ່າຍ​ບໍລິຫານສູນ Heritage Space, ຖື​ວ່າ, ການ​ສ້າງ​ຕັ້ງ​ບັນດາ​ສູນ​ປະດິດ​ສ້າງ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ວັດທະນະທຳ​ໃນ​ອະນາຄົດ.

        “​ເມື່ອ​ມີ​ຫໍພິພິດ​ຕະພັນ​ສິລະ​ປະຍຸກ​ປະຈຸ​ບັນ, ຫຼື​ມີ​ສູນ​ສິລະ​ປະ, ຜູ້​ຄົນ​ທັງຫຼາຍ​ຈະ​ເຂົ້າ​ໃຈ​ວ່າ, ນະຄອນ​ນັ້ນ, ສະຖານ​ທີ່​ນັ້ນ​​ໄດ້​ສົ່ງ​ເສີມ​ການ​ພັດທະນາ​ບັນດາ​ຄຸນຄ່າ​ໃໝ່, ສົ່ງ​ເສີມ​ການ​ປະດິດ​ສ້າງ, ຮັບ​ຮູ້​ການ​ອຸທິດ​ສ່ວນ​ຂອງ​ຫຼາຍ​ຄົນ, ຫຼາຍ​ພື້ນຖານ​ວັດທະນະທຳ​ທີ່​ແຕກ​ຕ່າງ​ກັນ“.

ການ​ສ້າງ​ຕັ້ງ​ບັນດາ​ສູນ​ປະດິດ​ສ້າງ​ຢູ່​ຫວຽດນາມ​ພວມ​ຢູ່​ໃນ​ໄລຍະ​ຕົ້ນ, ດັ່ງ​ນັ້ນມັນ​ຈະ​ຂຶ້ນ​ກັບ​ຂໍ້​ລິ​ເລີ່​ມຂອງ​ນັກ​ສິລະ​ປິນ ​ແລະ ນັກ​ລົງທຶນ​ຫຼາຍ. ​ເພື່ອ​ກາຍ​ເປັນ​ສູນ​ປະດິດ​ສ້າງ​ໃຫ້​ຖືກ​ກັບ​ຄວາມ​ໝາຍ, ບັນດາ​ສູນ​ນີ້​ພວມ​ມີ​ບັນດາ​ຮູບ​ແບບ​ເຄື່ອນ​ໄຫວ​ຕາມ​ທ່າ​ອ່ຽງ​ແຫ່ງ​ການ​ເຊື່ອມ​ໂຍງ.


ຂ່າວ/ບົດ​ອື່ນ