ປື້ມເກົ່າແຕ່ພູມປັນຍາບໍ່ເກົ່າຈັກເທື່ອ


(vovworld)- ງານ​ຕະ​ຫລາດ​ນັດ​ປື​້ມ​ເກ​ົ່າ​ເປັນ​ຄັ້ງ​ທຳ​ອິດ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ໄດ້​ດຶງ​ດູດ​ຜູ້​ອ່ານ​​ມາ​ຢ້ຽມ​ຊົມເປັນ​ຈຳ​ນວນ​ຫລວງ​ຫລາຍ. ບໍ່​ພຽງ​ແຕ່​ເຊີດ​ຊູ ແລະ ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ການ​ອ່ານ​ເທົ່າ​ນັ້ນ, ງານ​ຕະ​ຫລາດ​ນັດ​ປື້ມ​ເກົ່າ ຍັງ​ນຳ​ມາ​ໃຫ້​ຜູ້​ອ່ານ​ຄວາມ​ຮູ້​ສຶກ​ຫລາຍ​ຢ່າງ​ຈາກ​ບັນ​ດາ​ປື້ມ​ເກົ່າອີກ​ດ້ວຍ.

        ບັນ​ດາ​ປື້ມ​ທີ່​ນຳ​ມາ​ຂາຍ​ຢູ່​ງານ​ຕະ​ຫລາດ​ນັດ​ຄັ້ງ​ນີ້ ເຖິງວ່າ​​ຖືກ​ເກົ່າແກ່, ຫນ້າ​ປົກ​ເປ່​ເພ​ແລ້ວ​ກໍ​ຕາມ, ແຕ່​ຜູ້​ອ່ານ​ຫລາຍ​ຄົນ​ກໍ​ຢາກ​ເລືອກ​ອ່ານ, ເພາະ​ວ່າ ປື້ມ​ເຫລົ່າ​ນັ້ນ​ລ້ວນ​ແຕ່​ແມ່ນ​ປື້ມ​ໃຫມ່ສຳ​ລັບ​ຜູ້​ທີ່ບໍ່​ເຄີຍ​ໄດ້​ອ່ານ​ຈັກ​ເທື່ອ.

ປື້ມເກົ່າແຕ່ພູມປັນຍາບໍ່ເກົ່າຈັກເທື່ອ - ảnh 1
ມີ​ຊາວ​ຫນຸ່​ມ​ຫລາຍ​ຄົນ​ມາ​ຊົມ​ແລະ​ຊື້​ປຶ້​ມ​ເກົ່າ
ພາບ:vtv.vn

        ຈຳ​ນວນ​ປື້ມ​ທີ່​​ນຳ​ມາ​ຂາຍ​ໃນ​ງານ​ຕະ​ຫລາດ​ນັດ​ຄັ້ງ​ນີ້ ສ່ວນ​ຫລາຍ​ແມ່ນ​ສະ​ຫງວນ​ໃຫ້​ແກ່​ຜູ້​ມັກ​ອ່ານ ແລະ ມັ​ກ​ປື້ມ​ເກົ່າ. ມີ​ປື້ມ​ເກົ່າ​ຫລາຍ​ປະ​ເພດ, ໃນ​ນັ້ນ ປື້ມ​ວັນ​ນະ​ຄະ​ດີ, ປະ​ຫວັດ​ສາດ ແລະ ວິ​ທະ​ຍາ​ສາດ​ເຕັກ​ນິກ ຖືກ​ພິມ​ຈຳ​ຫນ່າຍ​ດ້ວຍ​ເຈ້ຍ​ດຳ. ໃນ​ນັ້ນ ມີ​ປື້ມ​ບາງ​ຫົວ​ແມ່ນ​ໄດ້​ພິມ​ຈຳ​ຫນ່າຍ​ໃນ​ຊຸມ​ປີ 1950 -1990 ຂອງ​ສັດ​ຕະ​ວັດ​ທີ 20. ສະ​ນັ້ນ ໄດ້​ດຶງ​ດູດ​ຜູ້ອ​່ານ​ມາ​ຊື້​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ອ້າຍ ຫງວຽນ​ກີ, ຜູ້​ມັກ​ອ່ານ ແລະ ສະ​ສົມ​ປື້ມ​ເກົ່າ ໃຫ້​ຮູ້​ວ່າ: ປື້ມ​ເກົ່າ​ແຕ່​ນຳ​ມາ​ເຊິ່ງ​ຄວາມ​ຮູ້​ສຶກ​ພິ​ເສດ.

        “ຜູ້​ມັກ​ອ່ານກໍ​ຄື​ຜູ້​ສົນ​ໃຈ​ເຖິງ​ພູມ​ປັນ​ຍາ​ສ່ວນ​ຫລາຍແມ່ນ​ມັກ​ປື້ມ​ເກົ່າ. ພິ​ເສດ​ແມ່ນ​ບັນ​ດາ​ຫົວ​ຊື່ງ​ບໍ່​ມີ​ໂອ​ກາດ​ພິມ​ຈຳ​ຫນ່າຍ​ຄືນ​ໃຫມ່, ສະ​ນັ້ນ ງານ​ຕະ​ຫລາດ​ນັດ​ຄັ້ງນີ້ ແມ່ນ​ຕອບ​ສະ​ຫນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ບັນ​ດາ​ຜູ້​ອ່ານ​ເຫລົ່າ​ນັ້ນ. ມານີ້ ເຂົາ​ເຈົ້າ​ຊອກ​ໄດ້​ບັນ​ດາ​ປື້ມ​ທີ່ບໍ່​ເຄ​ີຍ​ເຫັນ​ຈັກ​ເທື່ອ. ທີ​ສອງ ແມ່ນ​ປຸກ​ລຸກ​ນ້ຳ​ໃຈ​ອ່ານ​ປື້ມ​ໃຫ້​ແກ່​ຫລາຍ​ຄົນ, ພິ​ເສດ​ແມ່ນ​ຜູ້​ທີ່​ຢາກ​ເພີ່ມ​ພູມ​ປັນ​ຍາ​ໃຫ້​ແກ່​ຕົນ​ເອງ.”

ປື້ມເກົ່າແຕ່ພູມປັນຍາບໍ່ເກົ່າຈັກເທື່ອ - ảnh 2
​ມີ​ປື້ມ​ຫລາຍ​ຫົວ​ພິມ​ຈຳ​ຫ​ນ່າຍ​ແຕ່​ທົດ​ສະ​ວັດ​ທີ 50
ພາບ:vov

        ບັນ​ດາ​ຜູ້ອ​່ານ​ມາ​ງານ​ຕະ​ຫລາດນັດ​ປື​້ມ​ເກົ່າ​ນີ້ ເຄີຍ​ຊອກ​ປື້ມ​ທີ່​ໄດ້​ພິມ​ຈ​ຳ​ຫ​ນ່າຍ​ແຕ່​ທົດ​ສະ​ວັດ​ທີ 50,60 ແລະ 70. ຕາມ​ນາງ ຟານ​ທິ​ເວີນ​ແອງ, ຊື້​ປື້ມ​ຫົວ​ນີ້​ເພື່ອ​ຢາກ​ເຫັນ​ປະ​ຈັກ​ຕາ​ວິ​ທີ​ປະ​ດັບ​ປະ​ດາ​ຫນ້າ​ປົກ, ການ​ຂຽນ​ທວາຍ, ວິ​ທີ​ແນະ​ນຳ​ໃນ​ປື້ມ​​ໃນໄລ​ຍະ​ກ​່ອນ. ພິ​ເສດ ແມ່ນ​ເຂົ້າ​ໃຈ​ໄດ້​ທັດ​ສະ​ນະ, ເນື້ອ​ໃນ​ຂອງ​ປື້ມ​ໃນ​ໄລ​ຍະ​ກ່ອນນີ້​ເມື່ອ​ທຽບ​ໃສ່​ໄລ​ຍະ​ປະ​ຈຸ​ບັນ​ຄື​ແນວ​ໃດ.

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ປື້ມ​ເກົ່າ ມີ​ຈຸດ​ວັດ​ທ​ະ​ນະ​ທຳ​ສະ​ເພາະ, ຄຸນ​ຄ່າ​ສະ​ເພາະ. ປື້ມ​ເກົ່າ​ຈະ​ບໍ່​ໄດ້​ພິມ​ຈຳ​ຫນ່າຍ​ຄືນ​ໃຫມ່​, ມັນ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ, ບັນ​ດາ​ຜູ້​ມັກ​ຄົ້ນ​ຄ້​ວາ​ແມ່ນ​ຕ້ອງ​ການ​ທີ່​ສຸດ. ການ​ອອກ​ແບບ​ເກົ່າ, ວິ​ທີ​ພິມ​ຈຳ​ຫນ່າຍ​ເກົ່າ ມັນ​ນຳ​ມາ​ເຊິ່ງ​ໃຫ້​ຜູ້​ອ່ານ​ຄວາ​ມ​ຮູ້​ສຶກ​ຫລາຍ​ຢ່າງກວ່າ.”

        ຈຸດ​ແຕກ​ຕ່າງ​ໃນ​ງານ​ຕະ​ຫລາດ​ນັດ​ປື້ມ​ເກົ່າ ນັ້ນ​ແມ່ນ ປື້ມ​ຂາຍ​ຖືກ​ລາ​ຄາ​. ຜູ້​ຂາຍ ແລະ ຜູ​້​ຊື້ບໍ່​ມີ​ການ​ຕໍ່​ລາ​ຄາ. ປື້ມ​ເກົ່າ​ບໍ່​ມີ​ລາ​ຄາ​ຕິດ​ຢູ່​ຫນ້າ​ປົກ ພຽງ​ແຕ່​ກຳ​ນົດ​ລາ​ຄາ​ຕາມ​ຄວາມ​ເຂົ້າ​ໃຈ​ຂອງ​ຜູ້​ຂາຍ ແລະ ຜູ້​ຊື້​ເທົ່າ​ນັ້ນ. ບັນ​ດາ​ຜູ້​ຂາຍ​ປື້ມ​ເກົ່າ ສ່ວນ​ຫລາຍ​ແມ່ນ​ຜູ້​ມັກ​ອ່ານ ແລະ ມັກ​ປື້​ມ​ເກົ່າ.  ອ້າຍ ຫງວຽນ​ວັນ​ເຫີບ, ຜູ້​ມັກ​ປື້ມ​ເກົ່າ ແລະ ກໍ​ເປັນ​ຜູ້​​ມີ​ຮ້ານ​ຂາຍ​ປື້ມຢູ່​ທີ່ນີ້ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ມັກ​ອ່ານ​ປື້ມ​ຢາກ​ແບ່ງ​ປັນ​ກັບ​​ພວກເພື່ອນ​ນິ​ຍົມ​ປື້ມ. ງານ​ຕະ​ຫລາດ​ນັດ​ປື້ມ​ຄັ້ງນີ້ ເພື່ອ​ສົ່ງ​ເສີມ​ທຸກ​ຄົນ​ຄວນ​ຊອ​ກ​ຄືນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ຄົນ​ລຸ້ນ​ກ່ອນ. ເຖິງວ່າ ປື້ມ​ເຫົ​ຼ່ານັ້ນ ຖືກ​ພິມ​ຈຳ​ຫນ່າຍ​ໃນ​ເງື່ອນ​ໄຂ​ຫຍຸ້ງ​ຍາກ​ທີ່​ສຸດ, ແຕ່​ເນື້ອ​ໃນ​ແມ່ນ​ອຸ​ດົມ​ສົມ​ບູນ, ມີ​ຄວາ​ມ​ໝາຍ​ແທ້​ຈິງ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຊ່ວຍ​ໃຫ້​ຫລາຍ​ຄົນ​ກັບ​ຄືນ​ຄາວ​ເຍົາ​ໄວ​ຜ່ານ​ບັນ​ດາ​ປື​້ມ​ເກົ່າ”

        ​ເຖິງວ່າ​ໄລ​ຍະ​ເວ​ລາ​ໄດ້​ເຮັດ​ໃຫ້ປື້ມ​ຫລາຍ​ຫົວເກົ່າ​ກໍ​ຕາມ ແຕ່​ຄຸນ​ຄ່າ​ຂອງ​ມັນ​​ຍິ່ງ​ມີ​ຄຸນ​ຄ່າ. ປື້ມ​ເກົ່າ​ແຕ່​ພູມ​ປັນ​ຍາບໍ່​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ