ປະເພນີຂໍຕົວໜັງສື ແລະ ໃຫ້ຕົວໜັງສືຍາມຕົ້ນປີ

(vovworld) - ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່, ພ້ອມ​ກັບປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ຕ່າງໆ, ປະ​ເພນີ​ຂໍ​ຕົວ​ໜັງສື ​ແລະ ​ໃຫ້​​ຕົວໜັງສື​ແມ່ນ​ໂອກາດ​​ເປີດ​ສາກ​ການ​ຂີດ​ຂຽນ​ຍາມ​ລະດູບານ​ໃໝ່, ​ແມ່ນ​ວັດທະນະທຳ​ທີ່​ດີງາມ ພວມ​ໄດ້​ຮັບ​ການ​ຮັກສາ ​ແລະ ສືບ​ທອດ. ນອກຈາກ​ຄວາມ​ໝາຍ​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ເຄົາລົບ​ນັບຖື​ຄູ​ອາຈານ​ທີ່​ມີ​ມາ​​ແຕ່​ດົນ​ນານ​ຂອງ​ຊາດ ຫວຽດນາມ ​ແລ້ວ, ບັນດາ​ຕົວ​ໜັງສືພາວະນາ​ຂໍ​ມີ​​​ໂຊກ​ມີ​ໄຊ, ​​ ຍັງ​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ, ສ້າງ​ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ​ໃນ​ປະຊາ​ຄົມ, ​ເມື່ອ​ທຸກ​ຄົນ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ຄວາມ​ສັດຊື່, ກຸສົນ ​ແລະ ຄວາມ​ງາມ.

ປະເພນີຂໍຕົວໜັງສື ແລະ ໃຫ້ຕົວໜັງສືຍາມຕົ້ນປີ - ảnh 1
(ພາບປະກອບ)

ເມື່ອ​ບຸນ​ເຕັດ, ລະ​ດູ​ບານ​ໃໝ່​ວຽນ​ມາ, ຊາວ ຮ່າ​ໂນ້ຍ ​ເຄີຍ​ເອີ້ນ​ຖະ​ໜົນ ວັນ​ມ໋ຽວ​ ແມ່ນ​ຖະ​ໜົນ ອົງ​ໂດ່ (ຜູ້ຂຽນ​ໜັງ​ສືຈີນ). ຢູ່​ລຽບ​ຕາມ​ຝາ​ຜະ​ໜັງ​ທີ່​ເກົ່າ​ແກ່, ບູ​ຮານ​ຂອງ ວັນ​ມ໋ຽວ - ກວົກ​ຕື​ຢ໋າມ, ບັນ​ດາ ອົງ​ໂດ່ ໃຊ້​ຜ້າ​ຄຽນ​ຫົວ, ນຸ່ງ​ເສື້ອ​ຍາວ (ເສື້ອ​ສຳ​ລັບ​ນັກ​ຮຽນ​ໃນ​ສະ​ໄໝ​ສັກ​ດີ​ນາ​) ສຸມ​ຈິດ​ສຸມ​ໃຈ​ໃສ່​ແຕ່​ລະລາຍ​ຂຽນ, ສະ​ແດງ​ຄວາມ​ສາ​ມາດ​ຂອງ​ຕົນ​​ໃນ​ການ​ຂຽນ​ຕົວ​ໜັງ​ສື​ຈີນ. ພ້ອມ​ກັບ​ບັນ​ຍາ​ກາດ​ອັນຄຶກ​ໂຄມ​ໜາ​ແໜ້ນ ແລະ ​ຟົດ​ຟື້ນນັ້ນ ແມ່ນ​ຄວາມ​ມ່ວນ​ຊື່ນ​ຂອງ​ຜູ້​ໄປ​ຂໍຕົວ​ໜັງ​ສື. ໂດຍ​ແມ່ນ​ຜູ້​ໃຫ້ຕົວ​ໜັງ​ສື​ຢູ່​ຖະ​ໜົນ ອົງ​ໂດ່ ມາ​ເປັນ​ເວ​ລາຫຼາຍ​ປີ​ແລ້ວ, ອົງ​ໂດ່ ຫງວຽນ​ເທ໋​ລຸກ, ຢູ່ ຮ່າ​ດົງ, ຮ່າ​ໂນ້ຍ, ແບ່ງ​ປັນ​ວ່າ: ບັນ​ດາ​ ອົງ​ໂດ່ ບໍ່​ພຽງ​ແຕ່​ຂຽນ​ຕົວ​ໜັງ​ສື, ຄຳ​ຜະຫຍາໃຫ້​ຜູ້​ຂໍຕົວ​ໜັງ​ສື​ເທົ່າ​ນັ້ນ, ຫາກ​​ຕົວ​ໜັງ​ສື​ເຫຼົ່າ​ນັ້ນ​ຍັງ​ມີ​ຄວາມ​ໝາຍ​ສຶກ​ສາ​ຄຸນ​ສົມ​ບັດ, ຈັນ​ຍາ​ທຳ​ເປັນ​ມະ​ນຸດ, ພິ​ເສດ​ແມ່ນ​ສຳຫຼັບ​ເດັກ​ນ້ອຍ​ອີກ​ດ້ວຍ:

“ເມື່ອ​ຂ້າ​ພະ​ເຈົ້າ​ໃຫ້​​ຕົວໜັງ​ສື, ຜູ້​ຂໍສ່ວນຫຼາຍ​ມັກ​ຕົວ​ໜັງ​ສື: ຄວາມ​ສຸກ - ຄວາມໂຊກ​ດີ - ອາ​ຍຸຍືນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຄວາມ​ຜາ​ສຸກແມ່ນ​ມາ​ຈາກ​​ຈິດ​ໃຈ, ຖ້າ​ຫາກ​ໃຈ​ບໍ່​ດີ​ຈະ​ບໍ່​ມີ​ຄວາມ​ສຸກ. ສ່ວນ​ນັກ​ຮຽນ​ຢາກ​ເສັງ​ໄດ້, ຂ້າ​ພະ​ເຈົ້າ​ຈະ​ໃຫ້​ຕົວ​ໜັງ​ສື “ພະ​ຍາ​ຍາມ​ຮຽນ​ຈະ​ໄດ້​ຮັບ​ຜົນ”. ດັ່ງ​ນັ້ນ​ເມື່ອ​ເວົ້າ​ວ່າ​ຊື້​ຕົວ​ໜັງ​ສື​ແມ່ນ​ບໍ່​ຖືກ, ຫາກ​ຕ້ອງ​ເວົ້າ​ວ່ານີ້​ແມ່ນ​ສິ​ລະ​ປະ​ໃຊ້​ຕົວ​ໜັງ​ສື​ຍາມ​ລະ​ດູ​ບານ​ໃໝ່”.

ປະເພນີຂໍຕົວໜັງສື ແລະ ໃຫ້ຕົວໜັງສືຍາມຕົ້ນປີ - ảnh 2
(ພາບປະກອບ)

ສ່ວນ ອົງ​ໂດ່ ຫງວຽນ​ກວົກ​ຢຸງ, ຢູ່​ເມືອງ ຮາຍ​ບ່າ​ຈຶງ, ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

“ຄົນ​ເຮົາ​ຍາມ​ໃດ​ກໍ່​ຢາກ​ບືນ​ຕົວ​ຂຶ້ນ, ຢາກ​ໃຫ້​ປີ​ໃໝ່​ດີກວ່າ​ປີ​ເກົ່າ. ສຳ​ລັບ​ຜູ້​ຢາກ​ໄດ້​ຮັບ​ແຕ່​ສິ່ງ​ທີ່​ຈົບ​ງາມ, ຂ້າ​ພະ​ເຈົ້າ​ຈະ​ຂຽນ​ຕົວ​ໜັງ​ສື​ຢູ່​ເຢັນ​ເປັນ​ສຸກ. ຍາມ​ຕົ້ນ​ປີ​ທຸກ​ຄົນ​ມັກ​ຂໍ​ຕົວ​ໜັງ​ສື: ຄວາມ​ສຸກ, ​ມີ​ໂຊກ​ມີ​ໄຊ, ຄວາມ​ວັດ​ທະ​ນາ​ຖາ​ວອນ. ສ່ວນ​ຜູ້​ເຖົ້າ​ມັກ​ຕົວ​ໜັງ​ສືຢູ່​ດີ​ມີ​ແຮງ. ຜູ້​ຂໍ​ຕົວໜັງ​ສື​ແມ່ນ​ທຸກ​ເກນ​ອາ​ຍຸ​, ນັບແຕ່​ຜູ້​ເຖົ້າ​ຕະ​ຫລອດ​ຮອດ​ເດັກ​ນ້ອຍ”.

​ເມື່ອ​ຈັ່ງ​ຫວະ​ການ​ດຳ​ລົງ​ຊີ​ວິດ​ນັບ​ມືນັບ​ຮີບ​ເຮັ່ງ​ນັ້ນ, ການ​ພົບ​ປະແລກ​ປ່ຽນວັດ​ທະ​ນະ​ທຳ​ຍາມ​ລະ​ດູ​ບານ​ໃໝ່ ດ້ວຍ​ການ​ຂໍ ແລະ ໃຫ້​ຕົວ​ໜັງ​ສື ໄດ້​ສ້າງ​ເປັນ​ຄຸນ​ຄ່າ​​ດ້ານ​ຈິດ​ໃຈ​ ວັດ​ທະ​ນະ​ທຳມະ​ນຸດອັນ​ສູງ​ສົ່ງ. ຕົວ​ໜັງ​ສືຖືກ​ຂຽນ​ເທິງ​ເຈ້ຍ​ສີ​ແດງ, ສີ​ບົວ, ແມ່ນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ໂຊກ​ດີ, ຈົບ​ງາມ, ອີງ​ຕາມ​ເນື້ອ​ໃນ​ຂອງ​ຕົວ​ໜັງ​ສື, ຜູ້​ຂຽນ​ຈະ​ຂຽນ​ດ້ວຍ​ນ້ຳມຶກ​ສີ​ດຳຫຼືຝຸ່ນສີ​ຄຳ​ເພື່ອ​ມີ​ຄວາມ​ໝາຍ​ທີ່​ສຸດ​ໃຫ້​ຜູ້​ຂໍ​ຕົວ​ໜັງ​ສື. ໜັງ​ສື​ແຕ່​ລະ​ຕົວ​ແມ່ນ​ຖືກ​ກັບ​ຄວາມ​ຫວັງ​ຂອງ​ແຕ່​ລະ​ຄົນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ຫວັງ​ໃຫ້​ຕະຫຼອດ​ປີ​ໃໝ່. ເອື້ອຍ ຫງວຽນ​ທິ​ຖູ໋ຍ​ແຮ້ງ, ເມືອງ ຮ່​ວາງ​ມາຍ, ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

“ຕົ້ນ​ປີ​ໃໝ່, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄປ​ນະ​ມັດ​ສະ​ການ​ແລ້ວ​ໄປ​ຂໍ​ຕົວ​ໜັງ​ສື​ຢູ່ ວັນ​ມ໋ຽວ, ສ້າງ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ​ໃຫ້​ທັງ​ປີ. ຂ້າ​ພະ​ເຈົ້າ​ຂໍ​ຕົວ​ໜັງ​ສື​ຢູ່​ເຢັນ​ເປັນ​ສຸກ​ໃຫ້​ທັງ​ຄອບ​ຄົວ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ປະ​ເພ​ນີ​ຂໍ​ຕົວ​ໜັງ​ສື​ຍາມ​ຕົ້ນ​ປີ​ແມ່ນ​ດີ​ທີ່​ສຸດ, ທັງມີ​ລັກ​ສະ​ນະ​ຊາດ​ອີກ​ດ້ວຍ”.

ປະເພນີຂໍຕົວໜັງສື ແລະ ໃຫ້ຕົວໜັງສືຍາມຕົ້ນປີ - ảnh 3
(ພາບປະກອບ)

ບັນ​ດາ​ຕົວ​ໜັງ​ສື​ງາມ​ປຽບ​ເໝືອນ​ຕົວ​ມັງ​ກອນ​ເວີ່ນ​ບິນ, ໂຕ​ຫົງ​ຄຳ​ຟ້ອນ​ນັ້ນ, ໄດ້​ຊ່ວຍ​ໃຫ້​ຜູ້​ຂໍ​ຕົວ​ໜັງ​ສື​ມີ​ໂອ​ກາດ​ໄດ້​ເຫັນ​ປະຈັກ​ຕາຄວາມ​ສາ​ມາດ​ຂອງ​ຜູ້​ໃຫ້​ຕົວ​ໜັງ​ສື. ເພື່ອນ ຫງວຽນ​ທິ​ເງິນ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ຊາດ, ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ປະ​ເພ​ນີ​ຂໍ​ຕົວ​ໜັງ​ສື​ຍາມ​ຕົ້ນ​ປີ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ພ້ອມ​ກັບ​ເພື່ອນ​ມິດ​ເຄີຍ​ໄປ​ຂໍ​ຕົວ​ໜັງ​ສື​ຢູ່ ວັນ​ມ໋ຽວ ໃນ​ຍາມ​ຕົ້ນ​ປີ”.

ສ່ວນ​ເພື່ອນ ຫງວຽນ​ມາຍ​ແອງ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ທັງ​ລອງ, ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ຢາກ​ຂໍ​ຕົວ​ໜັງ​ສືງຽບ​ສະ​ຫງັດ​ເພື່ອໃຫ້​ປີ​ໃໝ່ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່ມີ​ຄວາມ​ສະຫງົບ. ຂ້າ​ພະ​ເຈົ້າ​ກໍ່​ຈະ​ຂໍ​ຕົວ​ໜັງ​ສື​ຢູ່​ດີ​ມີ​ແຮງ​ໃຫ້​ພໍ່​ແມ່​ຕົນ​ອີກ, ດ້ວຍ​ຄວາມ​ຫວັງ​ພໍ່​ແມ່​ຂ້າ​ພະ​ເຈົ້າ​ຈະ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ມ່ວນ​ຊື່ນ​ພ້ອມ​ກັບ​ລູກຫຼານ”.

ຍາມດອກ​ຄາຍ​ບານ​ອອກ/ ກໍ່​​ຈະເຫັນ ອົງ​ໂດ່/ ວາງ​ມຶກ​ຈີນ​ເຈ້ຍ​ແດງ/

ແຄມ​ຖະໜົນຄຶກ​ໂຄມ. ຮູບ​ພາບ ອົງ​ໂດ່​ໃນ​ບົດ​ກາບກອນ​ຂອງ​ນັກ​ກະ​ວີ ຫວູ​ດິ່ງ​ລຽນ ກ່ອນ​ນີ້ 70 ປີ, ໄດ້​ກາຍ​ເປັນ​ຄວາມ​ຊົງ​ຈຳ​ຂອງ​ຊາວ ຫວຽດ​ນາມ ຫຼາຍ​ລຸ້ນ​ຄົນ. ຮູບ​ພາບ​ດັ່ງ​ກ່າວ​ເປັນ​ແວ່ນ​ແຍງ​ທີ່​ສ່ອງ​ແສງ​ຄວາມ​ງາມ​ດ້ານ​ຈິດ​ໃຈ ວັດ​ທະ​ນະ​ທຳ​ຂອງ​ຊາດ ຫວຽດ​ນາມ, ຜ່ານ​ປະ​ເພ​ນີ​ຂໍ​ຕົວ​ໜັງ​ສື ແລະ ໃຫ້​ຕົວ​ໜັງ​ສື​ໃນ​ໂອ​ກາດ​ຕົ້ນ​ລະ​ດູ​ບານ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ