ປ້າຕະທິງອກແທງ: ແມ່ຍິງທີ່ໄດ້ອຸທິດຕະຫຼອດຊີວິດເພື່ອການກຸສົນ

(vovworld) - ປ້າ ຕະ​ທິ​ງອກ​ແທງ, ອະ​ດີດ​ຜູ້​ອຳ​ນວຍ​ກາ​ນ​ຄົນ​ທຳ​ອິດ​ຂອງ​ບ້ານ​ເດັກ SOS, ປະ​ຈຸ​ບັນ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ໜ່ວຍ 2, ຕາ​ແສງ ຢິກ​ວ້ອງ​ເຮົ້າ, ເມືອງ ເກົ່າ​ໄຢ໋, ຮ່າ​ໂນ້ຍ, ໄດ້​ຮັບ​​ຄວາມຮູ້​ຈັກ​​ກັນ​ດີຈາກຫຼາຍ​ຄົນ​ ຍ້ອນບໍ່​ພຽງ​ແຕ່​ ​ມີຄວາມ​ສຸດ​ຈິດ​ສຸ​ດ​ໃຈໃນ​ການ​ເຄື່ອນ​ໄຫວ​ສັງ​ຄົມ​ເທົ່າ​ນັ້ນ ຫາກ​ທ່ານ​ນາງຍັງ​ເປັນ​ຜູ້​ທີ່​ໄດ້ສະ​ຫງວນ​ນ້ຳ​ໃຈຄວາມ​ຮັກ​ແພງ, ຄວາມ​ສະ​ໜິດ​ສະ​ໜົມ, ການ​ແບ່ງ​ປັນ​ກັບ​ເດັກ​​ນ້ອຍ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ເດັກ​ກ່ຳ​ພ້າ, ​ເດັກບໍ່​ໄດ້​ໄປ​ຮຽນ​ອີກ​ດ້ວຍ. ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສັງ​ຄົມເປັນ​ເວ​ລາ​​ຊາວ - ສາມສິບໆ​ປີ​, ປະ​ຈຸ​ບັນ, ມີ​ອາ​ຍຸ 74 ປີ​ແລ້ວ​ແຕ່ປ້າ​ແທງ ຍັງ​ສືບ​ຕໍ່ເຮັດ​ວຽກ​ງານ​ກຸ​ສົນ​ຈົດ​ຮອດ​​ເວ​ລາ​ເຖິງ​ແກ່​ມໍ​ລະ​ນະ​ກຳ. ຫວ່າງ​ແລ້ວນີ້. ການ​ນຳ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ເຊີດ​ຊູ​ປ້າ​ແທງ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ພົນ​ລະ​ເມືອງ​ດີ​ເດັ່ນ 9 ຄົນ​ຂອງ​ນະ​ຄອນຫຼ​ວງ​ໃນ​ປີ 2016.
ປ້າຕະທິງອກແທງ: ແມ່ຍິງທີ່ໄດ້ອຸທິດຕະຫຼອດຊີວິດເພື່ອການກຸສົນ - ảnh 1
ປ້າ ຕະ​ທິ​ງອກ​ແທງ

    ເມື່ອ​ເວົ້າ​ເຖິງ​ຊີ​ວິດ​ຂອງ​ຕົນ, ປ້າ​ແທງ ໄດ້​ແບ່ງ​ປັນ​ວ່າ: ປ້າ​ໄດ້​ຮັບ​ການ​ກຳ​ເນີດ​ໃນ​ຄອບ​ຄົວ​ມີ​ມູນ​ເຊື້ອ​ຮ່ຳ​ຮຽນ, ແມ່​ຂອງ​ປ້າ​ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກ​ຳ​ເມື່ອ​ປ້າ​ມີ​ອາ​ຍຸ​ພຽງ 2 ປີ​ເທົ່າ​ນັ້ນ, ດັ່ງ​ນັ້ນປ້າ​ຈຶ່ງ​ເຂົ້າ​ໃຈ​ໄ​ດ້​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​​ຂອງ​ເດັກ​ກຳ​ພ້າ, ຂາດ​ຄວາມ​ຮັກ​ແພງ​ຈາກ​ພໍ່​ແມ່. ດ້ວຍ​ມູນ​ເຊື້ອ​ຂອງ​ຄອບ​ຄົວ​ຄື​ແນວນັ້ນ, ປ້າ​​ຈຶ່ງ​ກຳ​ນົດ​ຕ້ອງ​ຮຽນ​​ໃຫ​້ເກັ່ງ​ຊີ​ວິ​ດ​ຈຶ່ງ​​ໄດ້​ຮັບ​ການ​ປັບ​ປຸງ. ພາຍຫຼັງ​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ສ​້​າງ​ຄູ, ປ້າ​ໄດ້​ເປັນ​ຄູ​ສອນວິ​ຊາ ເລກ, ຝິ​ຊິກ, ເຄ​ມີ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ແທງ​ຈີ່. ຍ້ອນ​ບັ​ນ​ລຸ​ໄດ້​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ສິດ​ສອນ, ປ້າ​ແທງ ໄດ້​ຮັບ​ແຕ່ງ​ຕັ້ງເປັນຜູ​້​ອຳ​ນວຍ​ການໂຮງ​ຮຽນ ຫຼັງ​ຈາກນັ້ນສືບ​ຕໍ່​ໄດ້​ເຮັດ​ວຽກ​ຢູ່​ຫ້ອງ​ການ​ສຶກ​ສາ​ ​ຊານ​ນະ​ຄອນ ຮ່າ​ໂນ້ຍ. ປີ 1969, ປ້າ​ຖືກ​ສົ່ງ​ໄປ​ຮຽນ​ຢູ່ ໂຊວຽດ​ເກົ່າ (ສະ​ຫະ​ພັນ​ລັດ​ເຊຍ), ຂະ​ແໜງຈິດ​ຕະ​​ສາດສັງ​ຄົມ. ດ້ວຍໃບ​ປະ​ກາດ​ສະ​ນີ​ຍະ​ບັດ​ດີ​ເດັ່ນ​ຂອງ​ຕົນ, ​ເມື່ອ​ກັບ​​ຄືນປະ​ເທດ, ​ປ້າ​ໄດ້ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ຫວຽດ​ນາມ. ເມື່ອ​ບ້ານ​ເດັກ SOS ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ປ້າ​ກາຍ​ເປັນ​ຜູ້​ອຳ​ນວຍ​ການ​ຄົນ​ທຳ​ອິດ ແລະ ໄດ້​ຊ່ວຍ​​ລ້ຽງ​ດູ​ເດັກ​​ນ້ອຍປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຄົນ, ປ້າ ຕະ​ທິ​ງອກ​ແທງ, ໄດ້​ແບ່ງ​ປັນ​ວ່າ:

“ສິ່ງ​ທີ່​ເປັນພື້ນ​ຖານ​ທີ່​ສຸດ​ແມ່ນ​ຕ້ອງ​ມີ​​ຈິດໃຈ, ພູມ​ປັນ​ຍາ ແລະ ຕ້ອງ​ສຸດ​ຈິດ​ສຸດ​ໃຈ​​ໃນ​ການເຮັດ​ວຽກ​, ​ໂດຍບໍ່​ມີ​ການ​ຄິດ​ໄລ່​. ຈຸດ​ປະ​ສົງ​ແມ່ນ​ເຮັດ​ແນວ​ໃດ​ເພື່ອປະ​ກອບ​ສ່ວນ​​ເຂົ້າ​ໃນ​ການ​ກໍ່​ສ້າງ​ປະ​ເທດ​ຊາດ. ເຮັດ​ຫຍັງ​ກໍ່​ຕ້ອງ​ຄິດ​ວ່າ ຕົນ​ເຮັດ​ບໍ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​​ສ່ວ​ນ​ຕົວ. ຫາກສິ່ງ​ທີ່​ບັນ​ລຸ​ໄດ້​ນັ້ນ​ແມ່ນ​ບັນ​ດາ​ເດັກ​ນ້ອຍທີ່​ຕົນ​​ໄດ້ບ​ຳ​ລຸງ​ສ້າງ, ບັນ​ດາ​ນັກ​ຮຽນ​ມີ​ພອນ​ສະ​ຫວັນ, ຮຽນ​ເກັ່ງ, ບັນ​ດາ​​ນັກ​ຮຽນທຸກ​ຍາກ ມີ​ພູມ​ປັນ​ຍາ ແຕ່ບໍ່​ມີ​ເງື່ອນ​ໄຂ​ທາງ​ດ້ານ​ວັດ​ຖຸນັ້ນ ​ຕົນ​ເອງຕ້ອງ​ຊ່ວຍ​ເຫຼືອ. ບໍ່​ພຽງ​ແຕ່​ຊ່ວຍ​ເຫຼືອ​ດ້ານ​ວັດ​ຖຸ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ເຫຼືອ​ທັງ​ທາງ​ດ້ານ​ຈິດ​ໃຈ​ອີກ​ດ້ວຍ.”

ຢູ່​ໃນ​ຖາ​ນະ​ຕຳ​ແໜ່ງ​ໃດ, ປ້າ​ແທງກໍ່​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ໄດ້​ຮັບ​ມອບ​ໝາຍ. ພາຍຫຼັງ​ຮັບ​ກິນ​ເບ້ຍ​ບຳ​ນານ​ແລ້ວ, ປ້າ​ແທງ ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ສັງ​ຄົມ​ຢູ່​ບ່ອນ​ຢູ່​ອາ​ໄສ, ​ເປັນ​ເລ​ຂາ​ໜ່ວຍ​ພັກ​ທັງ​ເປັນ​ຫົວ​ໜ້າ​ໜ່ວ​ຍ​ຊຸມ​ຊົນ ແລະ ເປັນ​ຮອງ​ປະ​ທານ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນສືບ​ຕໍ່​ເຮັດ​ວຽກ​ງານ​​ກຸ​ສົນ​ດ​້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ. ປ້າ​ມີ​ຄວາມ​ໄຟ່​ຝັນ​ຢາກ​ເຫັນ​ພວກ​ນ້ອງ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໄດ້​ໄປ​ໂຮງ​ຮຽນ. ໃນ​ແຕ່​ລະ​ປີ, ປ້າ​ໄດ້​​ຫັ​ກ​ເງິນ​ເດືອນ​ຈຳ​ນວນ​ເງິນ 20 ລ້ານ​ດົ່ງ​​ເພື່ອ​ຊ່ວຍ​ລ້ຽງ​ດູ​ບັນ​ດາ​ຫຼານ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ ແລະ ມັກ​ຮຽນ​ດ້ວຍ​ລະ​ດັບ​ເງິນ​ໜ​ູ​ນ​ຊ່ວຍ 1,2 ລ້ານ​ດົ່ງ/ປີ ​ຈົນຮອ​ດ​​ເວ​ລາ​ທີ່​ພວກຫຼານ​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ​ສາ​ມາດ​ກຸ້ມ​ຕົນ​ເອງ​ໄດ້. ເພື່​ອ​ເປັນ​ການ​ຕອບ​ບຸນ​ແທນ​ຄຸນ​ປ້າ ແທງນັ້ນ, ມີ​ນັກ​ຮຽນຫຼາຍ​ຄົນ​ໄດ້​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ, ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກ​ກະ​ຕິ. ປ້າ ຕະ​ທິ​ງອກ​ແທງ ໃຫ້​ຮູ້​ວ່າ:

     “ຄວາມ​ສຸກ​ທີ່​ສຸດ​ຂອງ​ບັນ​ດາ​ຜູ​້​ເຮັດວຽກ​ງານ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ​ແມ່ນ​ໄດ້​ເຫັນ​ບັນ​ດາ​ພວກຫຼານ​ທີ່​ຕົນ​ຊ່ວຍ​ເຫຼືອ, ສຶກ​ສາ​ອົບ​ຮົມ, ເບິ່ງ​ແຍງ​ດູ​ແລ ເຕີບ​ໃຫຍ່​. ຖ​້າ​ວ່າ​ບັນ​ດາ​ພວກຫຼານ​ຕ້ອງ​ການ​​ຄວາມຊ່ວຍ​ເຫຼືອ ຂ້າ​ພະ​ເຈົ້າ​ກໍ່ຈະ​ຊ່ວຍ​ເຫຼືອ​ໃນ​ທັນ​ທີ.”

     ​ປ້າ ຫງວຽນ​ທິ​ເຟືອງ​ຢູງ, ຮອງ​ຫົວ​ໜ້າ​ໜ່ວຍ 2, ບ້ານ ຢິກວ້ອງ​ເຫົ້າ ໃຫ້​ຮູ້​ວ່າ: ປ້າ ແທງ​ຍາມ​ໃດ​ກໍ່​ນຳ​ໜ້າ​ໃນ​ວຽກ​ງານ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ. ​ປະ​ຈຸ​ບັນ, ຈຳ​ນວນ​ນັກ​ຮຽນ​ເກັ່ງ​ຢູ່​ບ້ານ ຢິກວ້ອງ​ເຫົ້າ ກວມກ່​ວາ 80% ຈຳ​ນວນ​ເດັກ​ໄດ້​ໄປ​ຮຽນ. ໃນ​ບັນ​ດາ​ຜົນ​ງານນັ້ນ​ມີ​ການ​ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ຂອງ​ປ້າ ແທງ, ຮອງ​ປະ​ທານ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ.

     “ປ້າ​ແທງ​ແມ່ນ​ຜູ້​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍສະ​ຫງຽມ​ຄ່ຽມ​ຄົມ, ເຈືອ​ຈານ​ເຂົ້າ​ກັບ​ທ​ຸກໆ​ຄົນ ແລະ ພິ​ເສດ​ແມ່ນ​ຜູ້​ນຳ​ໜ້າ​ໃນ​ຂະ​ບວ​ນ​ການ​ສົ່ງ​ເສີມ​ການ​ຮຽນ. ປ້າ​ໄດ້​ຂົນ​ຂວາຍ​ຂະ​ບວ​ນ​ກາ​ນ​ຮ່ຳ​ຮຽນ​ໃນ​ບັນ​ດາ​ຄອບ​ຄົວ​ຢູ່​ທີ່ນີ້ ດັ່ງ​ນັ້ນ, ​ເບິ່ງ​ຄື​ວ່າພວກຫຼານ​ຢູ່ນີ້​​ລ້ວນ​ແຕ່​ຮຽນ​ເກັ່ງ. ປີນີ້, ມີຫຼານ​ໄດ້​ຮັບ​ລາງວັນ​​ລະ​ດັບສາ​ກົນ, ລາງວັນ​ຂອງ ຊາດ, ​ ນະ​ຄອນ, ເມືອງ… ປະ​ຈຸ​ບັນ, ປ້າ​ແທງ​ຍັງ​ເຮັດ​ວຽກ​ຢ່າງບໍ່​ຮູ້​ອິດບໍ່​ຮູ້​ເມື່ອຍ, ເຮັດ​ວຽກ​ເປັນ​ເວ​ລາຫຼາຍ​ປີ​ແຕ່ກໍ່​ບໍ່​​ເຄີຍ​ຈົ່ມ​ວ່າ. ເຖິງວ່າ​ອາ​ຍຸ​ຂອງ​ປ້າຫຼາຍ​ແລ້ວ​ກໍ່​ຕາມແຕ່​ປ້າ​ຍັງ​ມີ​ຄວາມ​ເມົາ​ມົວ​ກັບ​ວຽກ​ງານ​ນີ້ຢູ່”

     ສຳ​ລັບ​ປະ​ຊາ​ຊົນ​ຢູ່​ບ້ານ​ດຽວ​ກັນ, ປ້າ ແທງ ໃຫ້​ການ​ຊ່ວ​ຍ​ເຫຼືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ມ​າ​ຮອ​ດ​ປະ​ຈຸ​ບັນ, ເຖິງວ່າ​ອາ​ຍຸ​ໄດ້ຫຼາຍ​ແລ້ວກໍ່​ຕາມ ແຕ່​ປ້າ​ຍັງ​ສືບ​ຕໍ່​ອຸ​ທິ​ດ​ສ່ວນ​ໃຫ້​ສັງ​ຄົມ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພົນ​ລະ​ເມືອງ​ຜູ້​ດີ​ເດັ່ນ​ຂອງ​ນະ​ຄອນຫຼວງ. ຄວາມ​ສຸດ​ຈິດ​ສຸດ​ໃຈ​ໃນ​ຫານ​ເຮັດ​ວຽກ​ຂອງ​ປ້າ ​ຕະ​ທິ​ງອກ​ແທງ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ງານ​ລວມ​ຂອງວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຂອງ​ໜ່ວຍ​ຊຸມ​ຊົນ, ບ່ອ​ນ​ທີ່​ປ້າ​ດຳ​ລົງ​ຊີ​ວິດ.


ຕອບກັບ

ຂ່າວ/ບົດ​ອື່ນ