ປີໃໝ່- ປີມະແມດ້ວຍບັນດາຄວາມຫວັງໃໝ່


(vovworld) - ​ໃນ​ຊຸມ​ມື້​ນີ້, ຊາວ​ຫວຽດນາມ​ພວມ​ເຈືອ​ຈານ​ໃນ​ບັນຍາກາດ​ຟົດ​ຟື້ນ, ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ຂອງ​ລະດູບານ​ໃໝ່. ຢູ່​ອ້ອມ​ພາ​ເຂົ້າ​ທີ່​ອົບອຸ່ນ​ພ້ອມ​ກັບ​ຄອບຄົວ, ​ໃນ​ບັນດາ​ເລື່ອງ​ລາວ​ຂອງ​ຕົນ, ທຸກ​ຄົນ​ພ້ອມ​ກັນ​ຫວນ​ຄືນ​ທຸກ​ສິ່ງ​ທຸກ​ຢ່າງ​​ໃນ​ປີຜ່ານມາ ​ແລະ​ ​ຫວັງຈະ​ປະສົບ​ແຕ່​ສິ່ງ​ທີ່​ຈົບງາມ​ໃນ​ປີ​ໃໝ່.

        ສຳລັບ​ຫວຽດນາມ, ປີ 2014 ​ໄດ້​ຜ່ານ​ໄປ, ດ້ວຍ​ບັນດາເຫດການທີ່​ພົ້ນ​ເດັ່ນ​ໃນ​ຫຼາຍ​ຂົງ​ເຂດ: ການ​ເມື​ອງ - ສັງຄົມ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ… ພິ​ເສດຫວຽດນາມ​ໄດ້​ມີ​ບາດກ້າວ​ສຳຄັນ​ຫຼາຍ​ຢ່າງ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ, ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຜ່ານ​ເລື່ອງ​ຫວຽດນາມ​ບັນລຸ​ໄດ້​ຂໍ້​ຕົກລົງ, ສັນຍາ​ຮ່ວມ​ມື​ກັບ​ສາກົນ​ຫຼາຍ​ສະບັບ​ຄື: ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ສອງ​ຝ່າຍ​ກັບ ສ​ເກົາຫຼີ ​ແລະ FTA ກັບ​ພັນທະ​ມິດ​ພາສີ​ລັດ​ເຊຍ - ​ເບ​ລາ​ຣຸດ - ກາ​ຢັກ​ສະຖານ, ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ທິດ​ທາງ​ສິ້ນ​ສຸດ​ການ​ເຈລະຈາ FTA ກັບ​ພັນທະ​ພາບ​ເອີ​ລົບ (EU); ກະກຽມ​ສຳ​ເລັດ​ຂັ້ນ​ຕອນ​ເຈລະຈາ​ກ້າວ​ໄປ​ເຖິງ​ການ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຄູ່​ຮ່ວມ​ມື​ຂ້າ​ມປາຊີ​ຝິກ (TPP)… ປີ 2015, ຄາດ​ວ່າ​ຈະ​ມີ​​ແງ່​ຫວັງ​​ແລະ ກາລະ​ໂອກາດຫຼາຍ​ຢ່າງ ​ເພື່ອ​ໃຫ້​ຫວຽດນາມ​ພັດທະນາ. ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່​ຫວຽດນາມ​ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ກັບ​ສາກົນ​ໃນ​ປະຈຸ​ບັນ. ທ່ານ ຫງວຽນ​ຮື້​ວ​ເລິ​ມ, ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ​ບໍລິການ Arirang, ຢູ່​ຮ່າ​ໂນ້ຍ, ຫວັງ​ວ່າ:

        “ຕາມ​ຂໍ້​ສັງ​ເກດ​ຂອງ​ພວກ​ຂ້າພະ​ເຈົ້າ​ແລ້ວ, ປີ 2015, ​ເສດຖະກິດ​ຫວຽດນາມ​ພວມ​ຢູ່ໃນ​ທ່າ​ຟື້ນ​ຕົວ ​ແລະ ຈະ​ຟື້ນ​ຕົວ​ໂດຍ​ໄວ, ຖ້າ​ຫາກ​ວ່າສັນຍາ ​ TPP ​ໄດ້​ຮັບ​ກາ​ນຮັບຮອງ​ເອົາ. ນັ້ນ​ແມ່ນ​ບາດກ້າວ​ຍາວ​ພໍ​ສົມຄວນ​ສຳລັບ​ພື້ນຖານ​ເສດຖະກິດ​ຂອງ​ພວກ​ເຮົາ. ນີ້​ແມ່ນ​ຄວາມ​ຫວັງ​ໃຫຍ່​ສຸດ​ຂອງພວກ​ຂ້າພະ​ເຈົ້າ. ​ເມື່ອ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ເຂົ້າ​ຮ່ວມ​ຕະຫຼາດ​ນັ້ນ​ໄດ້, ພື້ນຖານ​ເສດຖະກິດ​ຫວຽດນາມ​ຈະ​ມີ​​ໂອກາດ​ພັດທະນາ​ກວ່າ​ອີກ. ​​ເມື່ອ​ພື້ນຖານ​ເສດຖະກິດ​ພັດທະນາ, ຂະ​ແໜງ​ທ່ອງ​ທ່ຽວ​ກໍ່​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​​ນຳ​ອີກ“.

ປີໃໝ່- ປີມະແມດ້ວຍບັນດາຄວາມຫວັງໃໝ່ - ảnh 1

ພາບປະກອບ

        ຄຽງ​ຂ້າງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ພັດທະນາ​ເສດຖະກິດ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ໂລກ​ແລ້ວ, ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ຂອງ​ຫວຽດນາມ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ໂລກ. ປີ 2014, ຊາວ​ຫວຽດນາມ ​ໄດ້​ຕ້ອນຮັບ​ຂ່າວ​ດີ​ຂ່າວ​ມ່ວນ​ຫຼາຍ​ຢ່າງ ​​ເມື່ອ​ເຂດ​ປູຊະນີຍະສະຖານ​ຈ່າງ​ອານ ຢູ່​ແຂວງ​ນິງບິ່ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ເປັນ​ມໍລະດົກ​ໂລກປະສົມ ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ. ນອກ​ນັ້ນ​ເພງ​ພື້ນ​ເມືອງ ວິ໋, ຢ້ຳ​ເງ້ຕິງ ກໍ່​ໄດ້​ຮັບ​ການ​ຮັບຮອງ​ວ່າ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ຕາງໜ້າຂອງ​ມວນ​ມະນຸດ, ພ້ອມ​ກັນ​ນັ້ນ​ແຜ່ນ​ພິມ​ດ້ວຍ​ໄມ້​ຂອງ​ສະ​ໄໝ​ລາຊະວົງ ຫງວຽນ ກໍ່​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ມໍລະດົກ​ເອກະສານ ລາຍການ​ອະນຸສອນ​ໂລກ ​ພາກ​ພື້ນ​ອາຊີ - ປາຊີ​ຝິກ. ບັນດາ​ຜົນງານ​ດັ່ງກ່າວ​ກໍ່​​ເປັນ​ພື້ນຖານ​ເພື່ອ​ກ້າວ​ເຂົ້າ​ສູ່​ປີ 2015 ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃໝ່. ​ໂດຍ​ສະ​ເພາະ​ແມ່ນ​ກ່ອນ​ນີ້​ບໍ່​ດົນ. ຫວຽດນາມ​ຫາ​ກໍ່​ຍື່ນ​ສຳ​ເນົາ​ສະ​ເໜີ UNESCO ຮັບຮອງ “ປະ​ເພນີ​ບູຊາ​ເຈົ້າ​ແມ່​ຕາ​ມຟູ໋ຂອງ​ຊາວ​ຫວຽດນາມ“​ ​ເປັນ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ. ທ່ານ ​ໂດ້ວັນ​ຢາງ, ຜູ້​ທີ່​​ເຄີຍ​ທຳ​ພິທີ​ເຂົ້າ​ຊົງມາ​ເປັນ​ເວລາ 10 ປີ​ແລ້ວ, ຍາມ​ໃດ​ກໍ່​ປາຖະໜາ​ຢາກ​ຮັກສາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້​ຂອງຊາດ​ຫວຽດນາມ​ໄວ້, ທ່ານ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ຫວັງ​ວ່າ​ຮອດ​ເດືອນ 11 ປີ​ນີ້, ປະ​ເພນີ​ບູຊາ​ເຈົ້າ​ແມ່​ຕາມ​ຟູ໋ ຈະ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ. ຖ້າ​ໄດ້​ຄື​ແນວ​ນັ້ນ, ຊາວ​ຫວຽດນາມ​ເວົ້າ​ລວມ ​ແລະ ພວກ​ຂ້າພະ​ເຈົ້າ​ເອງ​​ເວົ້າ​ສະ​ເພາະ​ແມ່ນ​ມີ​ຄວາມພາກພູມ​ໃຈ​ທີ່​ສຸດ“.

ປີໃໝ່- ປີມະແມດ້ວຍບັນດາຄວາມຫວັງໃໝ່ - ảnh 2

ພາບປະກອບ

        ບຸນປີ​ໃໝ່​ວຽນມາ, ຜູ້​ໃດ​ກໍ່​ອວຍພອນ​ກັນ​ປີ​ໃໝ່​​ໄດ້​ຮັບ​ແຕ່​ຄວາມ​ໂຊກ​ດີ. ລະດູບານ​ໃໝ່​ຟົດ​ຟື້ນ​ມ່ວນ​ຊື່ນ, ປະ​ເທດ​ຊາດ​ມີ​ຄວາມ​ສັນຕິ​ສຸກ. ທຸກ​ຄົນ​ຕ່າງ​ກໍ່ຮູ້ສຶກ​ມີ​ຄວາມສຸກ​ເມື່ອ​ໄດ້​ດຳລົງ​ຊີວິດ​ໃນ​ບັນຍາກາດ​ແຫ່ງ​ສັນຕິພາບ​ຂອງ​ປະ​ເທດ​ຊາດ. ​ແຕ່ລະຄົນ​ກໍ່​ມີ​ຄວາມ​ຫວັງ​ສະ​ເພາະ​ໃຫ້​ແກ່​ຕົນ, ​ໃຫ້​ແກ່​ຄອບຄົວ. ສຳລັບ​ປ້າ ຫງວຽນ​ທິຊິງ, ອາຍຸ 60 ປີ ຢູ່​ເມືອງ​ຮ່ວາງ​ມາຍ , ພຽງ​ແຕ່​ມີ​ຄວາມ​ຫວັງ​ວ່າ​ຍາມ​ໃດ​ກໍ່​ໄດ້​ດຳລົງ​ຊີວິດ​ຢ່າງ​ເບີກບານ​ມ່ວນ​ຊື່ນ​; ລູກ​ຫຼານ​ມີ​ຄວາມ​ປອງ​ດອງ​ກັນ, ​ໂຊກ​ດີ ​ແລະ ປະສົບ​ຜົນສຳ​ເລັດ. ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຢາກ​ມີ​ສຸຂະພາບ​ເຂັ້ມ​ແຂງ. ​ປ້າ ຫງວຽນ​ທິຊິງ ​ແບ່ງປັນ​ວ່າ:

        “ປີ​ນີ້​ຂ້າພະ​ເຈົ້າ​ປາຖະໜາ​ຢາກ​ມີ​ສຸຂະພາບ​ເຂັ້ມ​ແຂງ, ​ເພື່ອ​ດຳລົງ​ຊີວິດ​ຢ່າງ​ເບີກບານ​ມ່ວນ​ຊື່ນ. ສຸຂະພາບ​ກໍ່​ມີ​ຄວາມ​ສຳຄັນ​ກັບ​ທຸກ​ຄົນ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຫວັງ​ວ່າ​ປີ​ນີ້, ຂະ​ແໜງ​ສາທາລະນະ​ສຸກ​ຈະ​ມີການ​ປ່ຽນ​ໃໝ່, ​ເພື່ອ​ສົ່ງ​ເສີມ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ“.

        ສ່ວນ​ນັກ​ຮຽນ​ປີ​ສຸດ​ທ້າຍ​ຊັ້ນ​ມັດທະຍົມ​ຕອນ​ປາຍ​ແລ້ວ, ປີ 2015 ​ແມ່ນ​ປີ​ຂີດ​ໝາຍ​ບັນດາ​ບາດ​ລ້ຽວທີ່​ສຳຄັນ. ພາຍຫຼັງ​ຊຸມ​ວັນພັກ​ຮຽນ​ຕ້ອນຮັບ​ບຸນ​ເຕັດ​ບໍ່​ດົນ​ອີກ, ພວກ​ນ້ອງ​ຈະ​ກ້າວ​ເຂົ້າ​ສູ່​ການ​ເສັງ​ຈົບ​ຊັ້ນ, ​ແຕ່ລະຄົນ​ຈະ​ເລືອກ​ເຟັ້ນທາງ​ເດີນ​ສະ​ເພາະ​ໃຫ້​ແກ່​ຕົນ. ​ເຢືອງມິ​ງ​ເວື​ອງ, ນັກຮຽນ​ຫ້ອງ 12, ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ຫວຽດນາມ - ​ເຢັຍລະ​ມັນ, ຮ່າ​ໂນ້ຍ, ​ຫວັງ​ວ່າ:

        “ປີ​ນີ້​ແມ່ນ​ປີ​ສຳຄັນ​ທີ່​ສຸດ​ສຳລັບ​ນ້ອງ. ພາຍຫຼັງ​ເສັງ​ຈົບ​ຊັ້ນ​ແລ້ວ, ນ້ອງ​ຈະ​ເສັງ​ເຂົ້າ​ສະ​ຖາ​ບັນ​ໄປສະນີ​ໂທລະ​ຄົມ. ນ້ອງ​ຄິດ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ​ແຕ່​ນ້ອງ​ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​​ໃຫ້ເສັງ​ໄດ້​ເຂົ້າ​ມະຫາວິທະຍາ​ໄລ​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ​ຂອງ​ຕົນ“.

        ປີ​ໃໝ່​ດ້ວຍ​ຄວາມ​ຫວັງອັນ​ດີງາມ​ຫຼາຍ​ຢ່າງ. ຫວັງ​ວ່າບັນດາ​ຄວາມ​ມຸ່ງ​ຫວັງ​ນັ້ນ​ຈະ​ປະກົດ​ຜົນ​ເປັນ​ຈິງ, ​ເພື່ອ​ທົ່ວ​ທຸກ​ແຫ່ງ​ລ້ວນ​ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ຜາ​ສຸກ, ຄວາມ​ອິ່ມໜຳສຳລານ.

ຕອບກັບ

ຂ່າວ/ບົດ​ອື່ນ