ພິທີມອບລາງວັນ “ບຸ່ຍຊວນຝ໊າຍ- ເພື່ອຄວາມຮັກຮ່າໂນ້ຍ” ຄັ້ງທີ 11 ສືບຕໍ່ແຜ່ກະຈາຍຄວາມຮັກຕໍ່ຮ່າໂນ້ຍ

(VOVWORLD) - ພິທີມອບລາງວັນ “ບຸ່ຍຊວນຝ໋າຍ - ເພື່ອຄວາມຮັກຮ່າໂນ້ຍ” ຄັ້ງທີ 11 ປີ 2018 ຫາກໍ່ດຳເນີນໄປຢູ່ຮ່າໂນ້ຍ.
ພິທີມອບລາງວັນ “ບຸ່ຍຊວນຝ໊າຍ- ເພື່ອຄວາມຮັກຮ່າໂນ້ຍ” ຄັ້ງທີ 11 ສືບຕໍ່ແຜ່ກະຈາຍຄວາມຮັກຕໍ່ຮ່າໂນ້ຍ - ảnh 1ຄະນະຈັດຕັ້ງລາງວັນ

ລາງວັນນີ້ໂດຍໜັງສືພິມກິລາ ແລະ ວັດທະນະທຳ (ສຳນັກຂ່າວສານ ຫວຽດນາມ ແລະ ກອງທຶນ ບຸ່ຍຊວນຝ໊າຍ ປະຕິບັດແຕ່ປີ 2008 ເພື່ອຊອກຫາ, ຄົ້ນພົບ, ເຊີດຊູບັນດານັກປະພັນ, ບັນດາຜະລິດຕະພັນ, ວຽກເຮັດງານທຳ, ແນວຄວາມຄິດທີ່ມີ “ລັກສະນະສິລະປະ ແລະ ມີວິທະຍາສາດສູງ, ມີຄວາມສະໜິດຕິດພັນກັບທຸກດ້ານຂອງຊີວິດການເປັນຢູ່ຂອງນະຄອນຮ່າໂນ້ຍ, ມີນ້ຳໃຈຮັກແພງຮ່າໂນ້ຍ”. ບົດຂຽນຂອງ ທູຮັ່ງ, ນັກຂ່າວ VOV.

        ລາງວັນ “ບຸ່ຍຊວນຝ໊າຍ - ເພື່ອຄວາມຮັກຮ່າໂນ້ຍ” ແມ່ນລາງວັນໄດ້ຮັບການຈັດຕັ້ງປະຈຳປີ, ນັບແຕ່ 10 ປີມານີ້. ປີນີ້, ຄະນະກຳມະການໄດ້ເລືອກເຟັ້ນເອົາ 12 ຫົວຂໍ້ ແລະ ມອບ 6 ລາງວັນໃນ 4 ລາຍການນັ້ນແມ່ນ: ລາງວັນໃຫຍ່, ລາງວັນສຳລັບຜະລິດຕະພັນ, ລາງວັນແນວຄວາມຄິດ, ລາງວັນກ່ຽວກັບວຽກເຮັດງານທຳ.

        ລາງວັນໃຫຍ່ - ເພື່ອຄວາມຮັກຮ່າໂນ້ຍ ໄດ້ມອບໃຫ້ທ່ານ ຫງວຽນບ໋າດ້າມ ດ້ວຍການອຸທິດສ່ວນແບບງຽບໆໃນຕະຫຼອດຊີວິດໃຫ້ແກ່ວັດທະນະທຳ, ແບບແຜນການດຳລົງຊີວິດຂອງຮ່າໂນ້ຍ. ທ່ານ ຫງວຽນບ໊າດ້າມ, ເປັນຄູສອນ ຫຼື ເປັນ, ນັກສະສົມ, ນັກຄົ້ນຄ້ວາ, ທ່ານເກີດປີ 1922 ຢູ່ຮ່າໂນ້ຍ, ທ່ານໄດ້ຂຽນກ່ຽວກັບຮ່າໂນ້ຍ, ໃນນັ້ນມີປື້ມດ້ວຍຫົວຂໍ້ວ່າ “ຮ່າໂນ້ຍ ໃນຄາວນັ້ນ”, “ຮ່າໂນ້ຍ, ບັນດາເລື່ອງລາວນັບແຕ່ທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດທີ 20”. ນັກຄົ້ນຄ້ວາປະຫວັດສາດ ເຢືອງຈູງກ໊ວກ, ຮອງປະທານສະມາຄົມຄົ້ນຄ້ວາປະຫວັດສາດ ຫວຽດນາມ, ສະມາຊິກຂອງຄະນະກຳມະການມອບລາງວັນບຸ່ຍຊວນຝ໊າຍ - ເພື່ອຄວາມຮັກຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ສານກ່ຽວກັບຄວາມຮັກນັ້ນມັນກ້ວາງຂວາງ ແລະ ບໍ່ມີຂອບເຂດ, ຍາກທີ່ສາມາດປຽບທຽບໄດ້ ແຕ່ມີສິ່ງໜຶ່ງດຽວນັ້ນແມ່ນຄວາມສຸດຈິດສຸດໃຈ, ການອຸທິດຕະຫຼອດຊີວິດ, ຄວາມເມົາມົວ ແລະ ບັນດາຄຸນຄ່າເຊິ່ງສັງຄົມເຄົາລົບນັບຖືເປັນຕົ້ນແມ່ນບັນດາຜູ້ດຳລົງຊີວິດຢ່າງນອບນ້ອມທີ່ສຸດ ແລະ ຮັກສາແບບແຜນການດຳລົງຊີວິດຂອງຊາວຮ່າໂນ້ຍ. ນັ້ນແມ່ນບັນດາປັດໄຈທີ່ພວກຂ້າພະເຈົ້າໄດ້ເລືອກເຟັ້ນຜູ້ອາວຸໂສທີ່ໄດ້ອຸທິດສ່ວນຢ່າງລຽບງ່າຍແຕ່ເລິກເຊິ່ງທີ່ສຸດ.”

        ປະຈຸບັນ, ທ່ານ ຫງວຽນບ໋າດ້າມ ພວມຮຽບຮຽງປື້ມ “ຮ່າໂນ້ຍ ປາງກ່ອນ” ໃຫ້ສຳເລັດໂດຍໄວ, ຄາດວ່າຈະເປີດຕົວຕໍ່ຜູ້ອ່ານໃນທ້າຍປີ 2018 ນີ້. ບໍ່ຢຸດຢູ່ພຽງແຕ່ເທົ່ານັ້ນ, ຄາດວ່າ, ໃນປີ 2019, ທ່ານຈະພິມຈຳໜ່າຍປື້ມກ່ຽວກັບບັນດານັກແຕ້ມທີ່ມີຊື່ສຽງຂອງຮ່າໂນ້ຍ ອີກດ້ວຍ…

        ສ່ວນສຳລັບຟິມຮູບເງົາເອກະສານທີ່ມີຊື່ວ່າ “Mon Hanoi” (ຮ່າໂນ້ຍຂອງຂ້ອຍ) ແມ່ນການຄົ້ນຫາບັນດາ “ສິ່ງເລິກລັບນ້ອຍໆ” ຂອງຮ່າໂນ້ຍ. ສະຖາປັດຕະຍາກຳແມ່ນຫົວຂໍ້ທີ່ທ່ານ Jean Noel Poirier ເອົາໃຈໃສ່ເປັນພິເສດ ແລະ ສະຫງວນເວລາສ່ວນຫຼາຍເຂົ້າໃຈການຜະລິດຟິມຮູບເງົາເອກະສານເລື່ອງນີ້. ທ່ານອະດີດເອກອັກຄະລັດຖະທູດ ຝລັ່ງ ໄດ້ສັງເກດສະຖາປັດຕະຍາກຳຂອງ ຮ່າໂນ້ຍ ຢ່າງລະອຽດລະອໍ, ເພື່ອຍົກອອກຂໍ້ສະຫລຸບທີ່ປະທັບໃຈ, ນັ້ນແມ່ນ: “ນະຄອນແຫ່ງນີ້ຖືກຜົນສະທ້ອນຈາກສະຖາປັດຕະຍາກຳຊອດຕ່າງປະເທດ, ຮັກສາ ແລະ ຫັນປ່ຽນພວກມັນໃຫ້ມາເປັນຂອງຕົນ. ຄ້າຍຄືກັບເກມປະກອບຮູບ, ປະຊາຊົນແຕ່ລະຄົນຢູ່ທີ່ນີ້ໄດ້ປະກອບສ່ວນຮູບພາບໜຶ່ງຂອງຕົນໃສ່ໃນຮູບພາບລວມຂອງຮ່າໂນ້ຍ.”

ພິທີມອບລາງວັນ “ບຸ່ຍຊວນຝ໊າຍ- ເພື່ອຄວາມຮັກຮ່າໂນ້ຍ” ຄັ້ງທີ 11 ສືບຕໍ່ແຜ່ກະຈາຍຄວາມຮັກຕໍ່ຮ່າໂນ້ຍ - ảnh 2 ທ່ານ ຫງວຽນວັນຮຸຍ ໃນພິທີມອບລາງວັນ

        ລາງວັນແນວຄວາມຄິດປີນີ້ໄດ້ມອບໃຫ້ “ບັນດາຂໍ້ສະເໜີອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເຂດຂຸດຄົ້ນບູຮານຄະດີ ສວນໝາກກ້ວຍ” ຂອງທ່ານຮອງສາດສະດາຈານ ຫງວຽນວັນຮຸຍ, ອະດີດຜູ້ອຳນວຍການຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ແລະ ບັນດານັກວິທະຍາສາດ. ເຂດຂຸດຄົ້ນບູຮານຄະດີ ສວນໝາກກ້ວຍ ມີເນື້ອທີ່ປະມານ 19.000 ຕາເມັດ, ນອນໃນບໍລິເວນບ້ານ ລາຍຊ໊າ (ຕາແສງ ກິມຈູງ, ເມືອງ ຮ່ວາຍດຶກ, ຮ່າໂນ້ຍ). ເຂດຂຸດຄົ້ນບູຮານຄະດີນີ້ໄດ້ຮັບການຄົ້ນພົບນັບແຕ່ປີ 1969 ແລະ ໄດ້ຮັບການຂຸດຄົ້ນມາ 8 ຄັ້ງແລ້ວ. ຜ່ານນັ້ນໄດ້ຄົ້ນພົບວັດຖຸບູຮານນັບພັນຢ່າງ. ທ່ານຮອງສາດສະດາຈານ ຫງວຽນວັນຮຸຍ ແບ່ງປັນວ່າ:

        “ພົນລະເມືອງຂອງເຂດຂຸດຄົ້ນບູຮານຄະດີ ສວນໝາກກ້ວຍ ແມ່ນບັນດາຜູ້ຄົນທຳອິດຂອງຮ່າໂນ້ຍ. ເມື່ອຂ້າພະເຈົ້າໄດ້ແຈ້ງສານນັ້ນໃຫ້ສື່ມວນຊົນ, ໃຫ້ການນຳນະຄອນຮ່າໂນ້ຍ ຊາບ, ເຂົາເຈົ້າຄິດໄດ້ເລີຍວ່ານີ້ແມ່ນສິ່ງທີ່ລ້ຳຄ່າຂອງຮ່າໂນ້ຍ. ອາຍຸຂອງມັນແມ່ນປະມານ 3.500 ປີ ແລະ ນີ້ແມ່ນພົນລະເມືອງຢູ່ຮ່າໂນ້ຍ ທຳອິດ, ສິ່ງເຫຼົ່ານັ້ນໄດ້ເຂົ້າໄປຢູ່ໃນຄວາມຮູ້ສຶກຂອງແຕ່ລະຄົນ.”

        ສຳລັບລາງວັນກ່ຽວກັບວຽກເຮັດງານທຳ -  ເພື່ອຄວາມຮັກຮ່າໂນ້ຍ ປີນີ້ ໄດ້ເຊີດຊູການກະທຳ ມອບສະໝໍບູຮານ 2 ອັນໃຫ້ແກ່ຫໍພິພິທະພັນຮ່າໂນ້ຍ ຂອງທ່ານ ແກວກວັນດິກ ແລະ ໂຄງການແຕ້ມຮູບໃສ່ຝາຢູ່ຖະໜົນຝູ່ງຮຶງ. ກ່ອນທີຈະມອບຫໍພິພິທະພັນ (ທ້າຍປີ 2017) ນັ້ນ, ສະໝໍບູຮານ 2 ອັນຂອງທ່ານໄດ້ຜູກພັນກັບຄອບຄົວທ່ານ ແກ໊ວກວັນດິກ ມາເປັນເວລາເກືອບ 2 ທົດສະວັດ. ທ່ານ ແກ໊ວກວັນດິກ ໃຫ້ຮູ້ວ່າ:

        “ວັດຖຸພັນດັ່ງກ່າວໄດ້ເອົາມາຈາກແມ່ນ້ຳແດງ, ຮ່າໂນ້ຍ, ຂ້າພະເຈົ້າຊື້ນຳບັນດາຜູ້ມີອາຊີບຂີ່ເຮືອຫາປາ. ວັດຖຸພັນນີ້ແມ່ນໜຶ່ງໃນບັນດາຂີດໝາຍດ້ານປະຫວັດສາດກ່ຽວກັບຮ່າໂນ້ຍ, ກ່ຽວກັບແມ່ນ້ຳແດງ, ກ່ຽວກັບເລື່ອງບັນພະບຸລຸດແຕ່ກີ້ແຕ່ກ່ອນໄດ້ມີການເຊື່ອມໂຍງ.”

        ລາງວັນວຽກເຮັດງານທຳ - ເພື່ອຄວາມຮັກຮ່າໂນ້ຍ ໄດ້ມອບໃຫ້ໂຄງການແຕ້ມຮູບໃສ່ຝາຢູ່ຖະໜົນຝູ່ງຮຶງ ບໍ່ພຽງແຕ່ອີງໃສ່ຄຸນນະພາບທາງດ້ານສິລະປະຂອງກິດຈະກຳເທົ່ານັ້ນ ຫາກຍັງຍ້ອນແຜນການຢາກເສີມຂະຫຍາຍປູກຈິດສຳນຶກທາງວັດທະນະທຳສາທາລະນະໃຫ້ຍາວນານກ່ວາຢູ່ຄຸ້ມຖະໜົນອ້ອມແອ້ມຂົວຕິດກັບເສັ້ນທາງລົດໄຟເຂດ ລອງບຽນ ອີກດ້ວຍ.

        ລາງວັນ ບຸ່ຍຊວນຝ໊າຍ - ເພື່ອຄວາມຮັກຮ່າໂນ້ຍ ເປັນການຢັ້ງຢືນເຖິງຄວາມຮັກຮ່າໂນ້ຍ ຂອງຊາວ ຫວຽດນາມ ຫຼາຍຄົນ ແລະ ເພື່ອນມິດສາກົນ ຍາມໃດກໍ່ມີຄວາມເຂັ້ມແຂງແຮງກ້າ ແລະ ຫຼາຍທີ່ສຸດ. ຄວາມຮັກນັ້ນກໍ່ປຽບເໝືອນກະແສນ້ຳ, ເຊື່ອມຕໍ່ ແລະ ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມເພື່ອປະກອບສ່ວນສ້າງສາ ຮ່າໂນ້ຍ ໃຫ້ສວຍງາມ, ທັນສະໄໝ ແລະ ເປັນໜ້າດຳລົງຊີວິດຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ