ພົບປະຈຸນັກຂ່າວໄດ້ຮັບລາງທີ່ໜຶ່ງໃນການເສັງສື່ມວນຊົນແຫ່ງຊາດປີ 2014 ຂອງວິທະຍຸກະຈາຍສຽງຫວຽດນາມ

ພົບປະຈຸນັກຂ່າວໄດ້ຮັບລາງທີ່ໜຶ່ງໃນການເສັງສື່ມວນຊົນແຫ່ງຊາດປີ 2014 ຂອງວິທະຍຸກະຈາຍສຽງຫວຽດນາມ - ảnh 1
(ຈຸນັກຂ່າວໄດ້ຮັບລາງທີ່ໜຶ່ງໃນການເສັງສື່ມວນຊົນແຫ່ງຊາດປີ 2014)

(vovworld) - ສະ​ເຫຼີ​ມສະຫຼອງ 90 ປີ ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ (21/6/1925-21/6/2015) ປີ​ນີ້, ບັນດາ​ຜູ້ທີ່​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ລ້ວນ​ແຕ່​ຮູ້ສຶກ​ພາກພູມ​ໃຈທີ່​ສຸດ. ວັນ​ນີ້​ຍິ່ງ​ມີ​ຄວາມ​ໝາຍ​ກວ່າເມື່ອຈຸ​ນັກ​ຂ່າວ​ລະບົບ​ສະຖານະ​ການ - ການ​ເມືອງ - ສັງ​ລວມ (VOV1) ຂອງ VOV ​ເປັນ​ກຽດ​ໄດ້​ຮັບ​ລາງວັນທີ 1 ​ໃນ​ການ​ເສັງ​ສື່​ມວນ​ຊົນ​ແຫ່ງ​ຊາດປີ 2014, ດ້ວຍ​ລາຍການ​ພິ​ເສດ​ທີ່​ມີ​ຫົວ​ຂໍ້​ວ່າ “ຄຳ​ພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ - ​ຄຳ​ພິ​ໄນ​ກຳກ່ຽວ​ກັບ​ມະນຸດ, ​ເພື່ອ​ມະນຸດ“.

        ລາຍການ​ກະຈາຍສຽງ​ພິ​ເສດ​ຂອງ VOV ດ້ວຍ​ຫົວ​ຂໍ້ວ່າ“ຄຳ​ພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ - ​ຄຳ​ພິ​ໄນ​ກຳກ່ຽວ​ກັບ​ມະນຸດ, ​ເພື່ອ​ມະນຸດ“ ​ໄດ້​ອອກ​ອາກາດ​ໃນ​ມື້​ທ້າຍ​ເດືອນ 8/2014, ​ໃນ​​ໂອກາດທີ່​ທົ່ວ​ປະ​ເທດ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ​ວັນຊາດ​ທີ 2/9 ​ແລະ 45 ປີ ​ແຫ່ງ​ການ​ປະຕິບັດ​ພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ. ອາດ​ເວົ້າ​ໄດ້​ວ່າ ພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ ບໍ່​ແມ່ນ​ບັນຫາ​ໃໝ່. ດັ່ງ​ນັ້ນ​ບັນດາ​ນັກ​ຂ່າວ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຊອກ​ໄດ້​ແງ່​ມູມ​ໃໝ່​ຈາກ​ຫົວ​ຂໍ້​ນີ້, ​ແຕ່​ຍັງ​ຄົງ​ຮັບປະກັນ​ເນື້ອ​ໃນຈິດ​ໃຈ​ຂອງຂອງ​ພິ​ໄນ​ກ​ຳໃຫ້​ໄດ້, ທັງ​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ຜູ້​ຟັງອີກ​ດ້ວຍ. ນັກ​ຂ່າວ ​ໂດ​ວຽດງາ, ຜູ້​ມີ​ແນວ​ຄວາມ​ຄິດ ​ແລະ ຈັດຮ່າງລາຍການ​ກະຈາຍສຽງ​ພິ​ເສດ​ນີ້, ​ແບ່ງປັນ​ວ່າ:

​        “ພວກ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ຊອກ​ຫາ​ບັນດາ​ເລື່ອງ​ລາວ​ເພື່ອ​ສ່ອງ​ແສງ​​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະທານ ​ໂຮ່ຈີ​ມິນ​ ຕໍ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ສັງຄົມ. ສິ່ງ​ດັ່ງກ່າວ​ຖືກ​ລະບຸ​ໄວ້​ຢ່າງ​ຈະ​ແຈ້ງ​ໃນ​ພິ​ໄນ​ກຳ​ຂອງ​ເພິ່ນ. ພວກ​ຂ້າພະ​ເຈົ້າ​ຢາກ​ນຳ​ໃຊ້​ບັນດາ​ເລື່ອງ​ລາວ​ທີ່​ມີ​ຈິງ​​ໃນ​ຊີວິດ​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ແນວ​ຄິດ​ຂອງ​ປະທານ ​ໂຮ່ຈີ​ມິນ.

ພົບປະຈຸນັກຂ່າວໄດ້ຮັບລາງທີ່ໜຶ່ງໃນການເສັງສື່ມວນຊົນແຫ່ງຊາດປີ 2014 ຂອງວິທະຍຸກະຈາຍສຽງຫວຽດນາມ - ảnh 2

        ຈຸ​ນັກ​ຂ່າວ​ຈັດ​​​ລາຍການກະຈາຍສຽງ​ພິ​ເສດນີ້​ລວມມີ​ 6 ຄົນ, ທີ່​ມີ​ປະສົບ​ການ​​ໃນ​ການຈັດ​ບັນດາ​ລາຍການ​ສະຖານະ​ການ​ຂອງລະບົບ​ສະຖານະ​ການ - ການ​ເມືອງ - ສັງ​ລວມ (VOV1), ນັ້ນ​ແມ່ນ​ບັນດາ​ນັກ​ຂ່າວ: ຮ່ວາງ​ຈູງ​ຢຸງ, ​ໂດ​ວຽດງາ, ຫວູ​ໂຮ່​ດຽບ, ​ເຈິ່ນຖູ໋ຍງອກ​, ວັນ​ເຟືອງ​ຮວາ ​ແລະ ຫວູທູ​ຮ່າ. ​ເພື່ອ​​ເຮັດ​ໃຫ້​ລາຍການ​ໄດ້​ຮັບ​ຜົນ, ບັນດາ​ນັກ​ຂ່າວ​ຕ້ອງ​ມີ​ການ​ກະກຽມ​ກ່ອນ​ນັ້ນ​ເກືອບ 2 ​ເດືອນ, ດ້ວຍ​ຫຼາຍ​ວຽກ​ງານ​ທີ່​ແຕກ​ຕ່າງ​ກັນ, ຈາກ​ແນວ​ຄວາມ​ຄິດ, ການ​ພົບ​ປະ​ກັບ​ຕົວ​ພະຍານ​ປະຫວັດສາດ, ບັນດາ​ນັກ​ຊ່ຽວຊານ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ ກໍ່​ຄື​ວຽກ​ງານຈັດ​ລາຍການ… ນັກ​ຂ່າວ ​ເຈິ່ນຖູ໋ຍງອກ, ​ໃຫ້​ຮູ້​ວ່າ:

        “ມີ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ພວກ​ຂ້າພະ​ເຈົ້າຕ້ອງ​ກະກຽມ, ດັ່ງ​ນັ້ນ​ແຕ່​ລະ​ຄົນ​ຕ້ອງ​ເຮັດ​ຫຼາຍ​ວຽກຕາມ​ຄວາມ​ສາມາດຂອງ​ຕົນ. ພວກຂ້າພະ​ເຈົ້າ​ຊ່ວຍ​ເຫຼືອ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​​​ເພື່ອ​ເຮັດ​ໃຫ້ລາຍການ​ມີ​ຄຸນ​ນະພາ​ບດີ​, ຮັບ​ໃຊ້​​ໃຫ້​ແກ່ຜູ້​ຟັງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ“.

        ​ໃນ​ການ​ຂຽນ​ບົດ​ສາລະ​ຄະດີ​ຕ່າງໆ​ເພື່ອຮັບ​ໃຊ້​ເນື້ອ​ໃນ​ລາຍການ​ພິ​ເສດນີ້, ອະນຸສອນ​ທີ່​ໜ້າ​ຈົດ​ຈຳ​ຂອງ​ຈຸນັກ​ຂ່າວ​ນັ້ນ​ແມ່ນ, ​ໄດ້​ໂອ້​ລົມ​ກັບ​ບັນດາ​ຕົວ​ພະຍານ​ປະຫວັດສາດ, ​​ຜູ້​ທີ່​ໄດ້​ພົບ​ປະ​ກັບ​ປະທານ ​ໂຮ່ຈີ​ມິນ ​ເມື່ອ​ເພິ່ນ​ຍັງ​ມີ​ຊີວິດ​ຢູ່. ສຳລັບ​ນັກ​ຂ່າວ​ແຕ່ລະຄົນ, ວຽກ​ງານ​ນີ້​ທັງ​ມີ​ຄວາມ​ໝາຍ, ທັງ​ເປັນ​ລາງວັນ​ອັນ​ລຳ້​ຄ່າ​ທີ່​ສຸດ. ນັກ​ຂ່າວ ວັນ​ເຟືອງ​ຮວາ, ​ແບ່ງປັນ​ວ່າ:

        “​ໃນ​ບັນດາ​ອະນຸສອນ​ກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ, ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ນັ້ນ​ແມ່ນ​ພວກ​ຂ້າພະ​ເຈົ້າ​ຕ້ອງ​ເລືອກ​ເອົາ​ບັນດາ​ເລື່ອງ​ລາວ​ທີ່​ສ້າງ​ຄວາມ​ສະ​ເທືອ​ນ​ໃຈ​ຢ່າງ​ແທ້​ຈິງ ​ແລະ ມີ​ຄວາມ​ໝາຍ ​ເພື່ອ​ສົ່ງ​ເຖິງ​ທ່ານ​ຜູ້​ຟັງ“.

        ພິ​ເສດ, ​ໃນ​ລາຍການ​ນີ້, ຜູ້​ຟັງ​ທົ່ວ​ປະ​ເທດ​ຍັງ​ໄດ້​ຮັບ​ຟັງ​ເທບ​ເອກະສານ​ປະຫວັດສາດ​ອັນ​ລຳ້​ຄ່າ​ເຊັ່ນ: ​ແຈ້ງ​ການ​ພິ​ເສດ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ແຮງ​ງານ​ຫວຽດນາມ​ ກ່ຽວ​ກັບ​ການເຖິງ​ແກ່​ມໍລະນະ​ກຳຂອງ​ປະທານ ​ໂຮ່ຈີ​ມິນ​​; ບົດ​ບັນທຶກ​ຂອງ​ທ່ານ ຫວູກີ່, ​ເລຂາ​ຂອງ​ທ່ານ​ປະທານ ​ໂຮ່ຈີ​ມິນ​ ແຕ່​ປີ 1945-1969; ທ່ານ​ເລຂາທິການ​ໃຫຍ່ ​ເລ​ຢວນ ອ່ານ​ພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີມິນ ​ໃນ​ພິທີ​ງານ​ສົບ​ຂອງ​ເພິ່ນ​ເມື່ອ​ປີ 1969…

        ​ເຂົ້າ​ຮ່ວມ​ລາຍການ​ກະຈາຍສຽງພິ​ເສດ​ນີ້ ​ໃນ​ບົດບາດ​ເປັນ​ໂຄສົກ, ນັກ​ຂ່າວ ຮ່ວາງ​ຈູງ​ຢຸງ ກໍ່​ມີ​ຄວາມ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ພ້ອມ​ກັບ​ຜູ້​ຟັງ​ໃນ​ທົ່ວ​ປະ​ເທດ, ​ເມື່ອ​ໄດ້​ຮັບ​ຟັງ​ຄືນ​ເທບ​ເອກະສານ​ດັ່ງກ່າວ.

        “​ເມື່ອ​ຮັບ​ຟັງ​ແຈ້ງ​ຂ່າວ​ມໍລະນະ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ ຂ້າພະ​ເຈົ້າ​ຮູ້​ສຶກສະ​ເທືອ​ນ​ໃຈ​ທີ່​ສຸດ ຄື​ໄດ້​ຮັບ​ຟັງ​ໂດຍ​ກົງ​ໃນ​ຈຸດ​ເວລາ​ປະຫວັດສາດ​ນັ້ນ. ​ໃນ​ລາຍການ​ແລກປ່ຽນ​ຄວາມ​ເຫັນ​ກັບ​ແຂກ​ເຊີນ ເມື່ອ​ຮັບ​ຟັງ​​ເຂົາ​ເຈົ້າແບ່ງປັນຄວາມ​ໃນ​ໃຈ​ຂອງ​ຕົນ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ໄດ້​ອາລົມ​ຈິດ​ຂອງ​ປະຊາຊົນ, ນັກຮົບ ​ແລະ ຜູ້​ຟັງ​ທີ່​ສະ​ຫງວນ​ໃຫ້​ປະທານ ​ໂຮ່ຈີ​ມິນ​ “.


ພົບປະຈຸນັກຂ່າວໄດ້ຮັບລາງທີ່ໜຶ່ງໃນການເສັງສື່ມວນຊົນແຫ່ງຊາດປີ 2014 ຂອງວິທະຍຸກະຈາຍສຽງຫວຽດນາມ - ảnh 3

        ​​ໃນເວລາ​ອອກ​ອາກາດ​ລາຍການ​ພິ​ເສດ 3 ຊົ່ວ​ໂມງ​ໃນ​ລະບົບ VOV1 ​ນັ້ນ, ລາຍການ​ໄດ້​ຮັບ​ໂທລະສັບຂອງ​ທ່ານ​ຜູ້​ຟັງ​ພາຍ​ໃນ​ປະ​ເທດປະມານ 600 ຄັ້ງ. ສຳລັບຈຸ​ຈັດ​ລາຍການ​ແລ້ວ, ອາລົມ​ຈິດ​ເຊິ່ງຜູ້​ຟັງ​ສະຫງວນ​ໃຫ້​ປະທານ ​ໂຮ່ຈິ​ມິນ ກໍ່​ແມ່ນ​ແຫຼ່ງປຸກລະດົມ​ກຳລັງ​ໃຈ, ສົ່ງ​ເສີມ​ຈິດ​ໃຈ​​ໃຫ້​ເຂົາ​ເຈົ້າຢ່າງ​ຫຼວງຫຼາຍ. ນັກ​ຂ່າວ ​ໂດ​ວຽດງາ ​ໃຫ້​ຮູ້​ວ່າ:

“ມີ​ຜູ້​ຟັງ​ຫຼາຍ​ຄົນ​ໄດ້​ໂທລະສັບ​ມາ​ຍັງ​ລາຍການ, ບາງ​ຄົນ​ອ່ານ​ກະວີ, ບາງ​ຄົນ​ສະ​ແດງ​ຄວາມ​ຮູ້ສຶກ​ຕໍ່​ປະທານ ​ໂຮ່ຈີ​ມິນ, ບາງ​ຄົນ​ທັງ​ໄຫ້​ທັງ​ເວົ້າ. ອາລົມ​ຈິດ​ເຫຼົ່າ​ນັ້ນ​ຂອງ​ຜູ້​ຟັງ, ພ້ອມ​ກັບ​ການ​ໄຈ້​ແຍກ ​ແລະ ​ແບ່ງປັນ​ຂອງ​ແຂກ​ເຊີນ​ ​ໄດ້​ເຮັດ​ໃຫ້​ຈຸ​ນັກ​ຂ່າວ​ຈັດລາຍການ​ຮູ້ສຶກສະ​ເທືອ​ນ​ໃຈ​ທີ່​ສຸດ“.

        ລາຍການ​ກະຈາຍສຽງ​ພິ​ເສດ​ຂອງ​ຂອງ​ລາ​ບົບ VOV1 ​ໄດ້​ສຳ​ເລັດ​ຜົນ​​ເມື່ອ​ຢັ້ງຢືນ​ຄຸນ​ຄ່າ ​ແລະ ຄວາມ​ໝາຍ​ເນື້ອ​ໃນ​ຄຳ​ພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ.

 

ຕອບກັບ

ຂ່າວ/ບົດ​ອື່ນ