ພາບສີຂັດມັນ ”ພິທີຮັບນັກຮົບເຂົ້າເປັນສະມາຊິກພັກຢູ່ດ້ຽນບຽນຝູ” ຂອງຈິດຕະກກອນ ຫງວຽນຊ໋າງ


(vovworld) - ​ໃນ 9 ປີ​ແຫ່ງ​ການ​ຕໍ່ຕ້ານ ຕ້ານ​ລ່າ​ເມືອງ​ຂຶ້ນ​ຝລັ່ງ, ຈິດຕະກອນ ຫງວຽນ​ຊ໋າງ ກໍ່​ຄື​ບັນດາ​ນັກ​ສິນລະປິນອື່ນໆ ​ໄດ້​ເຂົ້າ​ຮ່ວມ​ການ​ສູ້​ຮົບ ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຄວາມ​ສຸດ​ຈິດ​ສຸດ​ໃຈ​ທີ່​ທ່ານ​ສະຫງວນ​ໃຫ້​ປະຊາຊົນ, ປະ​ເທດ​ຊາດ​ຖືກ​ສະ​ແດງ​ອອກ​ຜ່ານພາບ​ສີ​ຂັດ​ມັນ ”ພິທີຮັບ​ນັກຮົບເຂົ້າ​ເປັນ​ສະມາຊິກ​ພັກຢູ່​ດ້ຽນບຽນ​ຝູ”.

ພາບສີຂັດມັນ ”ພິທີຮັບນັກຮົບເຂົ້າເປັນສະມາຊິກພັກຢູ່ດ້ຽນບຽນຝູ” ຂອງຈິດຕະກກອນ ຫງວຽນຊ໋າງ - ảnh 1

ພາບ ສີ​ຂັດ​ມັນ ”ພິທີຮັບນັກຮົບ​ເຂົ້າ​ເປັນ​ສະມາຊິກ​ພັກຢູ່​ດ້ຽນບຽນ​ຝູ”

        ​

​ເມື່ອ​ໄດ້​ຊົມ​ພາບ​ສີ​ຂັດ​ມັນ, ຜູ້​ຄົນ​ທັງຫຼາຍ​ເຄີຍ​ເອົາ​ໃຈ​ໃສ່ເຖິງ​ວັດຖຸອະປພກອນ, ສີສັນ, ສີ​ລະ​ປະ​ປະດັບ. ​ແຕ່​ສິ່ງ​ດັ່ງກ່າວຈະ​ຖືກ​ຫາຍ​ໄປ​ເມື່ອ​ໄດ້​ເຫັນ​ພາບສີ​ຂັດ​ມັນ ”ພິທີຮັບນັກຮົບ​ເຂົ້າ​ເປັນ​ສະມາຊິກ​ພັກຢູ່​ດ້ຽນບຽນ​ຝູ” ຂອງ​​ຈິດຕະກອນ ຫງວຽນ​ຊ໋າງ. ​ເມື່ອ​ເວົ້າ​ເຖິງ​ ພາບສີ​ຂັດ​ມັນທີ່​ມີ​ຫົວ​ຂໍ້​ປະຕິວັດ​ນີ້, ​ຈິດຕະກອນ ຮ່ວາງ​ດິ່ງ​ຕ່າ​ຍ ​ໃຫ້​ຮູ້​ວ່າ, ພາບ​ສີ​ຂັດ​ມັນນີ້​ຍັງ​ໃຊ້​ວັດຖຸອຸປະກອນ, ສີສັນທຳ​ມະ​ດາຢູ່, ​ແຕ່​ໃນ​ນັ້ນສີ​ເຫຼືອງ​ໝາກກະ​ເບົາ​​ແມ່ນຂອງ​ດິນ, ສີ​ແດງ​​ແມ່ນ​ບັນຍາກາດ​​ແຫ່ງ​ການສູ້​ຮົບ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ນັກຮົບ​ດ້ຽນບຽນທີ່​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ພັກ. ​ໃນ​ພາບ​ສີ​ຂັດ​ມັນ​ນີ້, ​ຈິດຕະກອນ ຫງວຽນ​ຊ໋າງ ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ໃຊ້​ສີ, ​ເພິ່ນ​ໄດ້​ໃຊ້​ສີ​ດິນ​ຂອງ​ຂຸມ​ຄອງ​ເປັນ​ພື້ນ​ເພື່ອ​​ເຮັດໃຫ້​ຮູບ​ພາບ​ບັນດາ​ນັກຮົບ​ເດັ່ນ​ຂຶ້ນ.

        ”ຕາມ​ປົກກະຕິ, ​ເຂົາ​ເຈົ້າ​ເຄີຍ​ຈັດ​ພິທີ​ຮັບ​ນັກຮົບເຂົ້າ​ເປັນ​ສະມາຊິກ​ພັກ​ຢູ່​ໃນ​ທ້ອງ​ຖີ່​ນ, ຫຼື​ພາຍຫຼັງ​ບັ້ນ​ຮົບ. ​ແຕ່​ໃນ​ພາບ​ສີ​ຂັດ​ມັນ​ຂອງ​ ຈິດຕະກອນ ຫງວຽນ​ຊ໋າງ ພິທີ​ດັ່ງກ່າວພັດ​ດຳ​ເນີນ​ໃນຂຸມ​ຄອງ ​ເພາະວ່າ​ນີ້​ແມ່ນ​ພັກ​ຂອງ​ບັນດາຜູ້​ກະທຳ, ພັກ​ຂອງ​ບັນດານັກຮົບ​ທີ່​ຕໍ່ສູ້ເພື່ອ​ບ້ານ​ເກີດ​ເມືອງ​ນອນ, ພັກ​ຂອງ​ຊາວ​ກະ​ສີກ​ອນ, ດັ່ງ​ນັ້ນ​ທ່ານ​ຈຶ່ງ​​ໃຊ້ສີ​ຂອງ​ດິນ​​, ບ່ອນທີ່​ເຂົາ​ເຈົ້າ​ປູກຝັງ. ທ່ານ​​ແຕ້ມຊາວ​ກະ​ສີກ​ອນຢູ່​ພາກ​ເໜືອ, ຫາກ​ບໍ່​ແມ່ນ​ຊາວ​ນະຄອນ ​ແລະ ພັກ​ແມ່ນ​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ຜູ້ທີ່​ລຸກ​ຮື້​ຂຶ້ນ​ເພື່ອ​ປົດ​ປ່ອຍ​ບ້ານ​ເກີດ​ເມືອງ​ນອນ

        ​ຈິດຕະກອນ ຫງວຽນ​ຊ໋າງ ​ໄດ້​ເລືອກ​​ເອົາ​ຮູບ​ພາບ​ຂຸມ​ຄອງ, ທາມ​ກາງ​ບັ້ນ​ຮົບ​ທີ່​ດຸ​ເດືອດ. ​ໃນ​ສະພາບ​ເຄັ່ງ​ຕຶງ, ຮ້າຍ​ແຮງ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ທົດ​ສອບ​ນັ້ນ. ນັກຮົບທັງ 8 ຄົນ​ໃນ​ພິທີ​ຮັບ​ເຂົ້າ​ເປັນ​ສະມາຊິກ​ພັກ ຕ່າງ​ກໍ່​ຢືນ​ກົງ, ​ແຕ່​ເບິ່ງ​ຄື​ວ່າ​ພວມ​ຢູ່​ໃນ​ອາການ​ເຄື່ອນ​ເໜັງ. ການ​ເຄື່ອນ​ເໜັງ​ນັ້ນ​ຍິ່ງສະ​ແດງ​ໃຫ້​ເຫັນ​ລັກສະນະ​ລຳບາກ, ຮີບ​ເຮັ່ງ, ​ດຸ​ເດືອດຂອງ​ບັ້ນ​ຮົບ. ນັກ​ຄົ້ນ​ຄ້ວາ​ວິຈິດ​ສິນ ຫງວຽນ​ຫາຍ​ອ໋ຽນ, ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ໃນ​ສະພາບການ​ສູ້​ຮົບຢ່າງ​ດຸ​ເດືອດ​ກໍ່ຕາມ, ແຕ່​ພິທີ​ຮັບ​ນັກຮົບເຂົ້າ​ເປັນ​ສະມາຊິກ​ພັກ​ຍັງຄົງ​​ດຳ​ເນີນ​​ຢູ່. ໝາຍ​ຄວາມ​ວ່າ, ກາລະ​ເທສະ ​ແລະ ກາລະ​ເວລາ​ແມ່ນ​​ໃນສົງຄາມ, ສິ່ງ​ດັ່ງກ່າວ​ຍິ່ງ​ເຮັດ​ໃຫ້​ຮູບ​ພາບ​ບັນດາ​ນັກຮົບ​ທີ່​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ພັກ​ມີ​ຄວາມໝັ້ນຄົງ​ຖາວອນ​ກວ່າອີກ.

        “ຈຸດ​ເວ​ລາ​ສັກ​ສິດນັ້ນແມ່ນດຸ​ເດືອດ​ທີ່​ສຸດ, ມີ​ນັກຮົບບາງ​ຄົນ​ຖືກ​ບາດ​ເຈ​ັບກ່ອນ​ພິທີ​ໄດ້ຮັບ​ເຂົ້າເປັນ​ສະ​ມາ​ຊິກ​ພັກ ​ແລະ ຫຼັງ​ພິທີ​ບາງ​ເທື່ອຈະ​ມີ​ນັກຮົບຖືກ​ເສຍ​ສະຫຼະ​ຊີ​ວິດ. ດັ່ງ​ນັ້ນ​ຮູບ​ພາບ​ດັ່ງ​ກ່າວ​ຍິ່ງສ້າງຄວາມ​ປະ​ທັບ​ໃຈກວ່າ. ວາດ​ແຕ້ມຂອງ​ ຈິດ​ຕະ​ກອນ ຫງວຽນ​ຊ໋າງ ຍາມ​ໃດ​ກໍ່​ມີ​ສີ​ສັນ​ສະ​ເພາະ​. ທ່ານ​ໄດ້​ຍົກ​ເລີກ​ບັນ​ດາ​ສ່ວນ​ຍ່ອຍ​ທີ່ບໍ່ຈຳ​ເປັນເພື່ອ​ເຮັດ​ໃຫ້​ ຮູບພາບ​ ຂອງ​ຕົນພົ້ນ​ເດັ່ນ​ຂຶ້ນ”.

        ນັກ​ຄົ້ນ​ຄ້​ວາ​ວິ​ຈິດ​ສິນ ຫງວຽນ​ຫາຍ​ອ໋ຽນ, ຜູ້​ໄຈ້​ແຍກ, ຕີ​ລາ​ຄາ​ກ່ຽວ​ກັບ​ຄຸນ​ຄ່າ​ສິ​ລະ​ປະ​ຂອງ​ພາບສີ​ຂັດ​ມັນ “ພິ​ທີ​ຮັບ​ນັກ​ຮົບ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ຢູ່​ດ໋ຽນ​ບຽນ​ຝູ”, ເມື່ອ​ລັດ​ຖະ​ບານ​ຮັບ​ຮອງ​ພາບສີ​ຂັດ​ມັນນີ້​ເປັນ​ຊັບ​ສິນ​ອັນ​ລ້ຳຄ່າ​ຂອງ​ຊາດ. ​ໄດ້ເວົ້າ​ວ່າ, ມີ​​ຈິດ​ຕະ​ກອນຫຼາຍ​ທ່​ານ​ໄດ້​ແຕ້ມ​ພາບກ່ຽວ​ກັບ ພິ​ທີ​ຮັບ​ນັກ​ຮົບ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ຄື, ຈິດ​ຕະ​ກອນ ຫງວຽນ​ດຶກ​ນຸ່ງ​ ມີ​ພາບ​ແຕ້ມ” ພິ​ທີ​ຮັບ​ນັກ​ຮົບ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກຢູ່​ໃນ​ຄຸກ”, ຈິດ​ຕະ​ກອນ ເລກວົກ​ໂລກ ​ມີ​ພາບ​ສີ​ຂັດ​ມັນ “ພິ​ທີ​ຮັບ​ນັກ​ຮົບ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກໃນ​ເງົາ​ມືດ”, ເຊິ່ງ​ໄດ້​​ແຕ້ມ​ຮູບ​ພາບ​ບັນ​ດາ​ນັກ​ກອມ​ມູ​ນິດພວມ​ຢືນ​ກົງ​ສາ​ບານ​ຕົວ​ໃຕ້​ທຸງ​ຊາດ​ໃນ​ເຮືອນຖະ​ຖົມ​ປະ​ຖານ. ແຕ່​ຮູບ​ພາບ​ບັນ​ດາ​ນັກ​ຮົບ​ໃນ​ຂຸມ​ຄອງ​ທີ່​ຄັບ​ແຄບ​ຢູ່​ດ້ຽນ​ບຽນ​ຝູ​ ໃນບັ້ນ​ຮົບ​​ດຸ​ເດືອດທີ່​ສຸດ​ຂອງ ​ຈິດ​ຕະ​ກອນ ຫງວຽນ​ຊ໋າງ ນັ້ນ, ​ຍັງ​ຄົງ​ແມ່ນ​ພາບ​ແຕ້ມ​ທີ່ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ. ນັກ​ວິ​ຈິດ​ສິນ ເລືອງ​ຊວນ​ດ່​ວານ ໄດ້​ເວົ້າ​ວ່າ, ພາບ​ສີ​ຂັດ​ມັນ​ນີ້ ແມ່ນ​ການ​ປະ​ກອບ​ສ່ວນ​ຂອງ ຫງວຽນ​ຊ໋າງ ໃນ​ສິ​ລະ​ປະ​ສີ​ຂັດ​ມັນ​ຍຸກ​ປະ​ຈຸ​ບັນ.

        “ພວກ​ເຮົາ​ເຄີຍ​ຊົມ​ບັນ​ດາ​ພາບ​ສີ​ຂັດ​ມັນ​ທີ່​ໃຊ້​ສີແດງ ດ້ວຍ​ການ​ປະ​ດັບ​ປະ​ດາຫຼາຍ​ຢ່າງ. ແຕ່​​ດ້ວຍ​​ວາດ​ແຕ້ມ​ທີ່ແຮງກ້າ ແລະ ຊຳນິ​ຊຳນານຂອງ​ຕົນ, ຫງວຽນ​ຊ໋າງ ໄດ້​ສ້າງ​ເປັນ​ຮູບ​ພາບ​​ບັນ​ດານັກ​ຮົບໃນ​ຂຸມ​ຄອງ ດ້ວຍຄວາມ​ງາມ​ແບບ​ຊັດ​ສື່​ຂອງ​ນັກ​ຮົບ​ດ້ຽນ​ບຽນ​ຝູ​ເວົ້າ​ສະ​ເພາະ ແລະ​ ຊາວ​ຫວຽດ​ນາມ​ເວົ້າ​ລວມ. ພາບ​ແຕ້ມ​ເຮັດ​ໃຫ້ຜູ້​ຊົມ​ສາ​ມາດ​​ຮັບ​ຮູ້​ໄດ້​ໃນ​ທັນ​ທີ ໂດຍບໍ່​ຕ້ອງ​ອະ​ທິ​ບາຍ ”.

        ພາຍຫຼັງ ການ​ຕໍ່​ຕ້ານ ຕ້ານ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ​ສິ້ນ​ສຸດ​ລົງ​ເປັນ​ເວ​ລາ 9 ປີ, ປີ 1963, ​ຈິດ​ຕະ​ກອນ ຫງວຽນ​ຊ໋າງ​ ຈຶ່ງ​ແຕ້ມ​ພາບ​ດັ່ງ​ກ່າວ, ນີ້​ແມ່ນ​ການ​ປະ​ສົມ​ບັນ​ດາ​ຄຸນ​ຄ່າ​ທີ່​ດີ​ງາມ​ຂອງ ຫງວຽນ​ຊ໋າງ ກັບ​ສິ່ງ​ທີ່​ທ່ານ​ຮັບ​ຮູ້​ໄດ້​ຈາກ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ. ​ເມື່ອ​ເຫັນ​ພາບ​ສີ​ຂັດ​ມັນ​ດັ່ງ​ກ່າວ, ນັກ​ຄົ້ນ​ຄ້​ວາ​ຕ່າງ​ປະ​ເທດ​ຜູ້​ໜຶ່ງໄດ້ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ຢາກ​ຕັ້ງ​ຊື່​ໃຫ້​ພາບ​ສີ​ຂັດ​ມັນ​ນີ້​ວ່າ​ “ບັນ​ດາ​ນັກ​ຮົບ​ດ້ຽນ​ບຽນ​ຝູ”. ຄວາມ​ນິ​ຍົມ​ນັບ​ຖືນີ້​ ແມ່ນມອບ​ໃຫ້​ຈິດຕະກອນ ແລະ ບັນ​ດາ​ນັກ​ຮົບ​ລຸງ​ໂຮ່, ນັກ​ຮົບ​ປະ​ຕິ​ວັດ, ເຊິ່ງ​ແມ່ນ​ຜູ້​ທີ່​ໄດ້​ສ້າງ​ເປັນ​ໄຊຊະ​ນະ​ປະ​ຫວັດ​ສາດດ້ຽນ​ບຽນ​ຝູ​.

 

 

ຕອບກັບ

ຂ່າວ/ບົດ​ອື່ນ