ພາບສີຂັດມັນ ແລະ ຮູບປະຕິມະກຳໃນງານວາງສະແດງ “ຫຼອກຫຼອນ“


   (vovworld)---- ສອງ​ຮູບ​ການ, ​ຫົວເລື່ອງດຽວ. ທີໜຶ່ງ​ແມ່ນ​ຮູບ​ປະຕິ​ມະ​ກຳ, ​ແລະ​ ທີໜຶ່ງອີກ​ແມ່ນ​ບັນດາ​ພາບ​ສີ​ຂັດ​ມັນ ​ໄດ້​ສ້າງ​ເປັນ​ບັນດາ​ຜະ​ລິດ​ຕະພັນ​ດ້ານ​ຈິດ​ໃຈ​ພິ​ເສດສະ​ເພາະ​ຂອງ​ວິຈິດ​ສິນ ​ເຮັດ​ໃຫ້​ຜູ້​ຊົມ​ຕ້ອງຄິດ​ເຖິງ​ບັນດາ​ບັນຫາ​ສ່ວນ​ຕົວ ຫລື​ສັງຄົມ​ທີ່​ເກີດ​ຂຶ້ນໃນ​ຊີ​ວິດປະຈຳ​ວັນ. ນັ້ນ​ແມ່ນ​ເນື້ອ​ໃນ​ງານ​ວາງສ​ະແດງທີ່​ມີ​ຫົວ​ຂໍ້​ວ່າ “ຫຼອກ​ຫຼອນ“ ຂອງ​ຈິດຕະກອນ​ຮ່າ​ຈິ​ຮຽວ ​ແລະ ນັກປະຕິ​ມະ​ກຳເຈິ່ນດຶກ​ຊິ ທີ່ພວມ​ຈັດ​ຂຶ້ນຢູ່​ສູນ​ສິລະ​ປະ Heritage Space ມີ້​ດິ່ງ-​ຮ່​າໂນ້ຍ.

ພາບສີຂັດມັນ ແລະ ຮູບປະຕິມະກຳໃນງານວາງສະແດງ “ຫຼອກຫຼອນ“ - ảnh 1

ພາບ​ນາງ​ສາວ​ບ້ານ​ນາ ​ແລະ ງົວ​ຖື​ກຸບ

(ພາບ: vov)

​  ງານ​ວາງສະ​ແດງ​ໄດ້​​ແນະນຳ​ພາບ​ແຕ້ມ 12 ​ແຜ່ນຂອງ​ຈິດຕະກອນຮ່າ​ຈິ​ຮຽວ, ຮູບ​ປະຕິ​ມະ​ກຳ ​7 ຮູບ​ຂອງນັກປະຕິ​ມະ​ກຳເຈິ່ນດຶກ​ຊິ. ພາບ​ແຕ້ມຂອງ​ຈິດຕະກອນຮ່າ​ຈິ​ຮຽວ ດ້ວຍ​​ຮູບ​ພາບ​ຝູງ​ງົວ ​ແລະ ນາງ​ສາວ​ຮ້ອງ​ເພງແມ່ນ​ບັນດາ​ຮູບ​ພາບທີ່​ເປັນ​ເອກະລັກສະ​ເພາະ ຄື​ດັ່ງ​ທຳນອງ​ເພງ​ອະມະຕະ​. ສ່ວນ​ບັນດາຜະລິດ​ຕະພັນ​ຂອງ ນັກປະຕິ​ມະ​ກຳເຈິ່ນດຶກ​ຊິ ​ໄດ້​ສ້າງ​ຄວາມ​ຮູ້ສຶກ​ດ້ານ​ຈິນຕະນາການ. ການ​ສົມທົບ​ກັນ​ລະຫວ່າງ​ພາບ​ສີ​ຄັດ​ມັນ ​ແລະ ຮູບ​ປະຕິ​ມະ​ກຳ​ໄດ້​ສ້າງ​​ເປັນ​ຄວາມ​ຫຼອກ​ຫຼອນ​ດ້ວຍ​ບັນດາ​ຜະລິດ​ຕະພັນ​ທີ່ເຕັມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ. ຈິດຕະກອນຮ່າ​ຈິ​ຮຽວ ​ແບ່ງປັນ​ວ່າ:

   “ ຂ້າພະ​ເຈົ້າ ​ແລະ ນັກ​ປະຕິ​ມະ​ກຳ ເຈິ່ນດຶກ​ຊິ ​ຢາກພ້ອມ​ກັນ​ຈັດ​ງານ​ວາງສະ​ແດງ​ກ່ອນ​ນີ້​ປະມານ 6 ​ເດືອນ. ຂ້າພະ​​ເຈົ້າ ​ແລະ ເຈິ່ນດຶກ​ຊິ ມີ​ຄວາມ​ສະ​ໜິດຕິດ​ພັນ​ກັນ ​ແລະ ​ເຂົ້າ​ໃຈ​ຮູບ​ການສິລະ​ປ​ະຂອງ​ກັນ, ສະນັ້ນ, ຂ້າພະ​ເຈົ້າຈຶ່ງເຊີນ​ ເຈິ່ນດຶກ​ຊິ ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ນຳ​ກັນ“.

   ບັນດາ​ແນວ​ຄວາມ​ຄິດ​ໃນ​ຊີວິ​ດປະຈຳ​ວັນ​ສະ​ແດງອອກ​ໃນ​ຜະລິດ​ຕະພັນ​ຂອງນັກ​ປະຕິ​ມະ​ກຳ ເຈິ່ນດຶກ​ຊິ ພ້ອມ​ກັບ​ພາບ​ສີ​ຄັດ​ມັນ​ແຜ່ນ​ຕ່າງໆ ຂອງ​ຈິດຕະກອນຮ່າ​ຈິ​ຮຽວ ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ຫວນ​ຄືນ​ຊຸມ​ເດືອນ​ປີ​ໃນອະດີດຕະການ​ຂອງຕົນ. ນັກ​ຈິດຕະກອນ​ ຫງວຽນ​ມິ​ງ​ເຟືອ​ກ ​ແບ່ງປັນ​ວ່າ:

     “​​ໃນ​ສະພາບ​ການ​ວັດທະນະທຳ​ສິລະ​ປະ​ປະຈຸ​ບັນ, ນີ້​ແມ່ນ​ງານ​ວາງສະ​ແດງ​ດີ​ພໍ​ສວມ​ຄວນ. ຈິດຕະກອນ​ຮ່າ​ຈິ​ຮຽວ ​ແມ່ນ​ຜູ້​ນິຍົມ​ຫົວ​ເລື່ອງ ຈິດ​ວິນ​ຍານ​​ແຫ່ງບ້ານ​ນາ ​ແລະ ​ໃນ​ງານ​ວາງສະ​ແດງ​ຄັ້ງນີ້,  ນັກ​ຈິດຕະ ກອນ​ຮ່າຈິ​ຮຽວ ​ກໍ່ສະ​ແດງ​ໃຫ້​ເຫັນ​ຄວາມ​ສວຍ​ງາມ​ຂອງ​​ເຈດ​ບ້ານ​ນາ. ນີ້​ແມ່ນ​ການສະ​ແດງ​ທີ່​ດີ​ທີ່​ສຸດ. ສ່ວນ​ຮູບ​ປະຕິ​ມະ​ກຳ​ຂອງ​ທ່າ​ຍ ເຈິ່ນດຶກ​ຊິ ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ຕ້ອງ​ມີ​ຄວາມ​ນຶກ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ ​ແລະ ພວມເກີດ​ຂຶ້ນ. ຂ້າພະ​ເຈົ້າມີ​ຄວາມ​ຮູ້ສຶກປະ​ທັບ​ໃຈ​ທີ່​ສຸດ

ພາບສີຂັດມັນ ແລະ ຮູບປະຕິມະກຳໃນງານວາງສະແດງ “ຫຼອກຫຼອນ“ - ảnh 2
ຜະລິດ​ຕະພັນ​ຂອງ​ນັກ​ປະຕິ​ມະ​ກຳ​ເຈິ່ນດິ​ແຊິ

(ພາບ:vov)

​    ງານ​ວາງສະ​ແດງ ​ໄດ້​​ເຮັດ​​ໃຫ້ຜູ້​ຊົມຄວາມ​ຮູ້ສຶກ​ພິ​ເສດສະ​ເພາະ ກໍ່​ຄື​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ທັດສະນະ​ໃນ​ການ​ດຳລົງ​ຊີວິດ, ການ​ເລືອກ​ເຟັ້ນຂອງ​ແຕ່ລະຄົນ​ໃນ​ຊີວິດ​ຂອງ​ຕົນ. ​ເພື່ອນ​ຫງວນລິງ​ດານ, ນັກ​ສຶກສາ​ສະ​ຖາ​ບັນ​ສື່ສານ ​ແລະ ​ໂຄສະນາ ​ໃຫ້​ຮູ້​ວ່າ:

   “​​ເມື່ອ​ຮັບ​ຊົມບັນດາ​ພາບ​ສີ​ຂັດ​ມັນ​ຢູ່​ງານ​ວາງສະ​ແດງ​ສິລະ​ປະ​ນີ້, ນ້ອງ​ມັກ​ທີ່​ສຸດ​ແມ່ນ​ຈິດຕະກອນ​ໄດ້​ໃຊ້​ບັນດາ​ວັດຖຸ​ທີ່​ງ່າຍດາຍ​​ເພື່ອສະ​ແດງ​ໃຫ້​ເຫັນ​ຫົວ​ເລື່ອງ​ກ່ຽວ​ກັບ​ເຂດ​ບ້ານ​ນາ. ບັນດາ​ພາບ​ແຕ້ມ​ຢູ່​ງານ​ວາງສະ​ແດງ​ໄດ້​ເຮັດ​ໃຫ້ຜູ້​ຊົມ​ຕ້ອງມີ​ຄວາມ​ນຶກຄິດ​ຫຼາຍ​ທີ່​ສຸດ. ສວ່ນບັນດາ​ຮູບ​ປະຕິ​ມະ​ກຳ, ນັກປະຕິ​ມະ​ກຳເຈິ່ນດຶກ​ຊິ ​ໄດ້​ເວົ້າ​ເຖິງ​ຄວາມໃນ​ໃຈ​ຂອງ​ມະນຸດ. ​ເມື່ອ​ຮັບ​ຊົມ​ບັນດາ​ຜະລິດ​ຕະພັນ​ນັ້ນ, ພວກ​ເຮົາ​ຈະ​ມີ​ຄວາມ​ຮູ້ສຶກ​ວ່າ, ​ໄດ້​ມີ​ໂອກາດ​ດຳລົງ​ຊີວິດ​ ​ແລະ ​ເຂົ້າ​ໃຈ​ຕົນ​ເອງ

  “ຫຼອກ​ຫຼອນ“ ​ແມ່ນງານ​ວາງສະ​ແດງທີ່ມີ​ລັກສະນະ​ພິ​ເສດສະ​ເພາະ​, ​ຍ້ອນ​ນີ້​ແມ່ນ​ງານ​ວາງສະ​ແດງທຳ​ອິດທີ່ມີ​ການສົມທົບ​​ລະຫວ່າງ​ພາບ​ສີ​ຂັດ​ມັນ ​ແລະ ຜະລິດ​ຕະພັນ​ປະຕິ​ມະ​ກຳ​ດ້ວຍແນວ​ຄິດ​ດຽວ. ພ້ອມ​ກັນນັ້ນ, ງານ​ວາງສະ​ແດງ​ໄດ້​ນຳ​ມາ​ເຊິ່ງບັນດາ​ຄວາມ​ນຶກ​ຄິດ​ເລິກ​ເຊິ່ງ, ສານ​ທີ່​ດີງາມ​ຂອງ​ຊີວິດ, ​ເຮັດ​ໃຫ້​ຜູ້​ຊົມ​ບໍ່​ພຽງ​ແຕ່​ຮັບ​ຊົມ​ລ້າໆເທົ່າ​ນັ້ນ ຫາກ​ຕ້ອງ​ມີ​ຄວາມນຶກ​ຄິດອີກ​ດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ