ຟູ້ກ໋ວກຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2016

ເມືອງ​ເກາະ​ຟູ້​ກ໋ວກ​ທີ່​ຂຶ້ນ​ກັບ​ແຂວງ​ກຽນ​ຢາງໄດ້​ຮັບ​ການ​ອະ​ນຸ​ມັດ​ຜ່ານ​ຈາກ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີເປັນ​ເຂດ​ປົກ​ຄອງ-ເສດ​ຖະ​ກິດ​ພິ​ເສດ​ທີ່​ຂຶ້ນ​ກັບ​ສູນ​ກາງ​ໃນ​ປີ 2020. ນີ້​ແມ່ນ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ຟູ້​ກ໋ວກພັດ​ທະ​ນາ​ຂະ​ແໜງທ່ອງ​ທ່ຽວທີ່​ປາຍ​ແຫຼມ. ເພື່ອ​ຕອບ​ສະ​ໜອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016, ມີຫຼາຍ​ບໍ​ລິ​ສັດ​ທ່ອງ​ທ່ຽວ, ດຳ​ເນີນ​ທຸ​ລະ​ກິດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ຢູ່​ຟູ້​ກ໋ວກ​ພວມ​ມີ​ລາຍ​ການຫຼຸດ​ຜ່ອນ​ລາ​ຄາ ແນ​ໃສ່​ດຶງ​ດູດແຂກ​ທ່ອງ​ທ່ຽວ​ກໍ​ຄື​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແຂກ​ທ່ອງ​ທ່ຽວ​ເມື​ອ່​ມາ​ທ່ອງ​ທ່ຽວ​ຢູ່​ເກາະ​ຟູ້​ກ໋ວກ. 

 

ຟູ້ກ໋ວກຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2016 - ảnh 1
ຟູ້​ກ໋ວກແມ່ນ​ເກາະ​ທ່ອງ​ທ່ຽວ​ໃຫຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ (baomoi)

      ​ຟູ້​ກ໋ວກແມ່ນ​ເກາະ​ທ່ອງ​ທ່ຽວ​ໃຫຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ. ເກາະ​ຟູ້​ກ໋ວກ​ມີ​ຫາດ​ຊາຍ​ທະ​ເລ​ຫຼາຍ​ແຫ່ງທີ່ສວຍ​ງາມ​ທີ່​ຍາວ​ຢຽດ, ມີ​ປ່າ​ດົງ​ດິບທີ່​ຍັງ​ຮັກ​ສາ​​ລັກ​ສະ​ນະຮົກ​ເຮື້ອຂອງ​ມັນ. ພິ​ເສດ​ໃນ​ປີ 2006, ເຂດ​ນິ​ເວດ​ທຳ​ມະ​ຊາດ​ແຄມ​ທະ​ເລ ແລະ ໝູ່​ເກາະ​ກຽນ​ຢາງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ແມ່ນ ເຂດ​ນິ​ເວດ​ທຳ​ມະ​ຊາດໂລກ, ໃນ​ນັ້ນ​ມີ​ຟູ້​ກ໋ວກ. ດ້ວຍ​ທ່າ​ໄດ້​ປຽບ​ເຊັ່ນ​ນັ້ນ, ແຂວງ​ກຽນ​ຢາງ​ໄດ້​ວາງ​ເປົ້າ​ໝາຍ​ເຖິງ​ປີ 2020 ຈະ​ພັດ​ທະ​ນາ​ເກາະ ​ຟູ້​ກ໋ວກ​ກາຍ​ເປັນ​ສູນ​ທ່ອງ​ທ່ຽວ, ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ, ແລກ​ປ່ຽນ​ການ​ຄ້າ​ສາ​ກົນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ທັນ​ສະ​ໄໝ, ມີ​ຄຸນ​ນະ​ພາບ​ສູງ, ບັນ​ລຸ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ. ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ, ອຳ​ນາດ​ການ​ປົກ​ຄອງ​ແຂວງ​ກຽນ​ຢາງ​ໄດ້​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ມາດ​ຕະ​ການ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ພິ​ເສດ​ໃນ​ສະ​ເພາະ​ໜ້າ, ຈະ​ຈັດ​ຕັ້ງ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016ໃຫ້​ເປັນ​ຢ່າງ​ດີ. ທ່ານ​ຮີງກວາງ​ຮຶງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ​ຟູ້​ກ໋ວກ ໃຫ້​ຮູ້​ວ່າ ປີນີ້​ຈະ​ມີ​ແຂກ​ທ່ອງ​ທ່ຽວ​ປະ​ມານ 1 ລ້ານ​ເທື່ອ​ຄົນ​ມາ​ຢ້ຽມ​ຢາມ ​ຟູ້​ກ໋ວກ. ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ​ຟູ້​ກ໋ວກພວ​ທ​ພ້ອມ​ກັບ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ, ໂຮງ​ແຮມ, ພັດ​ທະ​ຄານ ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ໄປ​ຍັງ​ຟູ້​ກ໋ວກ ຊຶ່ງ​ຈະຫຼຸດ​ລາ​ຄາ​ບໍ​ລິ​ການ​ແຕ່ 10 ຫາ 30% ເພື່ອ​ດຶງ​ດູດແຂກ​ທ່ອງ​ທ່ຽວ.  ທ່ານ​ຮີງກວາງ​ຮຶງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ​ຟູ້​ກ໋ວກ ໃຫ້​ຮູ້​ວ່າ :

    “ ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ບໍ​ລິ​ເວນ ​ເມືອງຟູ້​ກ໋ວກຕ່າງ​ກໍ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ການຫຼຸດ​ລາ​ຄາ​ບໍ​ລິ​ການ. ພິ​ເສດ​ຈຸດ​ສຸມ​ໃນ​ປີນີ້, ແມ່ນ​ເຂດ​ບັນ​ເທິງ Safari ຖືກ​ນຳ​ເຂົ້າ​ເຄື່ອນ​ໄຫວ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ໄປ​ທ່ອງ​ທ່ຽວ​ຢູ່​ຟູ້​ກ໋ວກຫຼາຍກວ່າ, ເວ​ລາ​ພັກ​ຜ່ອນ​ຢູ່​ຟູ້​ກ໋ວກ​ກໍ​ຖືກ​ແກ່​ຍາວກວ່າ ”

   ເພື່ອ​ຕອບ​ສະ​ໜອງແຜນ​ນະ​ໂຍ​ບາຍ​ດຶງ​ດູດແຂກ​ທ່ອງ​ທ່ຽວ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ​ຮ່​ວາ​ບີງ ຫວຽດ​ນາມ ໄດ້​ມີ​ບັນ​ດາ​ລາຍ​ການ​ລະ​ອຽດ​ເພື່ອຫຼຸດ​ຜ່ອນ​ການ​ບໍ​ລິ​ການ. ທ່ານ​ນາງ ຫງວຽນ​ທີ​ຮ​ວາ​ເລະ ປະ​ທານ​ສະ​ພາ​ບໍ​ລິ​ຫານ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ​ຮ່​ວາ​ບີງ ຫວຽດ​ນາມ ໃຫ້​ຮູ້​ວ່າ  :

    “ ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ກັບ​ບັນ​ດາບ​ໍລິ​ສັດການ​ບິນ​ຄື Jestar, VN Airline ແລະ VietJes ເພື່ອ​ມີ​ລາຍ​ການຫຼຸດ​ລາ​ຄາ​ບໍ​ລິ​ການໃຫ້​ແກ້​ແຂກ​ທ່ອງ​ທ່ຽວ​ແຕ່ 15-25%. ສ່ວນບັນ​ດາ​ໂຮງ​ແຮມ​ກໍ ຫຼຸດ​ລາ​ຄາ​ບໍ​ລິ​ການ​ແຕ່ 20 – 30% ໃນ​ໂອ​ກາດປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 ”

    ສ່ວນ​ອ້າຍ ດ​ວານ​ແອງ​ຟຸກ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ພັດ​ທະ​ຄານ ແອງ​ເຢືອງ ຢູ່​ຖະ​ໜົນ ເຈີນ​ຮຶງ​ດ້າວ, ​​ເມືອງ ​ຟູ້​ກ໋ວກ ໃຫ້​ຮູ້​ວ່າ : 

    “ເພື່ອ​ຕອບ​ສະ​ໜອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016, ໂຮງ​ແຮມ, ພັດ​ທະ​ຄານແອງ​ເຢືອງ​ໄດ້ຫຼຸດ​ລາ​ຄາ​ບໍ​ລິ​ການ 10% ໃຫ້​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ພັກ​ເຊົາ ແລະ ກິນ​ດື່ມ​ຢູ່ນີ້. ຂ້າ​ພະ​ເຈົ້າ​ກໍ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ອ້ອມ​ຂ້າງ ກໍ​ມີ​ບັນ​ດາ​ລາຍ​ການ​ບຸ​ລິ​ມະ​ສິດ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຈາກ​ດິນ​ຕໍ່​ແຜ່ນ ”

      ໃນ​ຊຸມມື້ນີ້, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ​ຟູ້​ກ໋ວກ ພວມ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມສາ​ມາດ​ຂອງ​ຕົນ​ເພື່ອ​ເຄື່ອນ​ໄຫວ​ໃນປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 ເປັນ​ຢ່າງ​ດີ, ຕັດ​ສິນ​ໃຈ​ນຳ​ເກາະ​ທ່ອງ​ທ່ຽວ​ທີ່​ສວຍ​ງາມນີ້​ກາຍ​ເປັນ​ສະ​ຖ​ານ​ທີ່ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ